Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 2:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ເພາະ​ພຣະອົງ​ຜູ້​ກ່າວ​ວ່າ, “ຢ່າ​ຫລິ້ນຊູ້” ນັ້ນ​ຍັງ​ກ່າວ​ອີກ​ວ່າ, “ຢ່າ​ຂ້າ​ຄົນ” ຖ້າ​ພວກເຈົ້າ​ບໍ່​ໄດ້​ຫລິ້ນຊູ້​ແຕ່​ໄດ້​ຂ້າ​ຄົນ, ພວກເຈົ້າ​ກໍ​ໄດ້​ກາຍມາ​ເປັນ​ຜູ້​ລະເມີດ​ກົດບັນຍັດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ດ້ວຍວ່າ, ພຣະອົງ​ຜູ້​ທີ່​ກ່າວ​ວ່າ, “ຢ່າ​ຫລິ້ນຊູ້​ສູ່ຜົວເມຍ” ກໍ​ຍັງ​ຊົງ​ກ່າວ​ອີກ​ວ່າ, “ຢ່າ​ຂ້າ​ຄົນ.” ເຖິງ​ແມ່ນ​ວ່າ ເຈົ້າ​ບໍ່ໄດ້​ຫລິ້ນຊູ້​ສູ່ຜົວເມຍ ແຕ່​ໄດ້​ຂ້າ​ຄົນ ເຈົ້າ​ກໍ​ກາຍເປັນ​ຜູ້​ທີ່​ຝ່າຝືນ​ກົດບັນຍັດ​ແລ້ວ.

Uka jalj uñjjattʼäta Copia luraña




ຢາໂກໂບ 2:11
11 Jak'a apnaqawi uñst'ayäwi  

ລາວ​ຖາມ​ຄືນ​ວ່າ, “ຄຳສັ່ງ​ຂໍ້​ໃດ?” ພຣະເຢຊູເຈົ້າ​ຕອບ​ລາວ​ວ່າ, “‘ຢ່າ​ຂ້າ​ຄົນ, ຢ່າ​ຫລິ້ນຊູ້, ຢ່າ​ລັກ, ຢ່າ​ເປັນ​ພະຍານ​ບໍ່​ຈິງ,


ເຈົ້າ​ກໍ​ຮູ້ຈັກ​ພຣະບັນຍັດ​ແລ້ວ​ວ່າ, ‘ຢ່າ​ຂ້າ​ຄົນ, ຢ່າ​ຫລິ້ນຊູ້, ຢ່າ​ລັກ, ຢ່າ​ເປັນ​ພະຍານ​ບໍ່​ຈິງ, ຢ່າ​ສໍ້ໂກງ, ຈົ່ງ​ໃຫ້​ກຽດ​ພໍ່ ແລະ ແມ່​ຂອງ​ຕົນ’”.


ເຈົ້າ​ກໍ​ຮູ້ຈັກ​ພຣະບັນຍັດ​ແລ້ວ​ວ່າ: ‘ຢ່າ​ຫລິ້ນຊູ້, ຢ່າ​ຂ້າ​ຄົນ, ຢ່າ​ລັກ, ຢ່າ​ເປັນ​ພະຍານ​ບໍ່​ຈິງ, ຈົ່ງ​ໃຫ້​ກຽດ​ພໍ່ ແລະ ແມ່​ຂອງ​ຕົນ’”.


ຂໍ້ບັນຍັດ​ທີ່​ວ່າ, “ຢ່າ​ຫລິ້ນຊູ້”, “ຢ່າ​ຂ້າຄົນ”, “ຢ່າ​ລັກຊັບ”, “ຢ່າ​ໂລບ”, ແລະ ພຣະບັນຍັດ​ອື່ນໆ​ກໍ​ລວມ​ຢູ່ໃນ​ຂໍ້​ດຽວ​ກັນ​ນີ້​ຄື, “ຈົ່ງ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນ​ເອງ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka