Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 2:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ເພາະ​ຜູ້ໃດ​ກໍ​ຕາມ​ທີ່​ເຮັດ​ຕາມ​ກົດບັນຍັດ​ໄດ້​ທັງໝົດ​ແຕ່​ເຮັດ​ຜິດພາດ​ພຽງ​ຈຸດ​ດຽວ ກໍ​ມີ​ຄວາມຜິດ​ເທົ່າ​ກັບ​ລະເມີດ​ກົດບັນຍັດ​ທັງໝົດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ຜູ້ໃດ​ທີ່​ຝ່າຝືນ​ກົດບັນຍັດ​ຂໍ້ໃດ​ຂໍ້ໜຶ່ງ ຜູ້ນັ້ນ​ກໍ​ຜິດ​ໃນ​ຖານ​ຝ່າຝືນ​ກົດບັນຍັດ​ທັງໝົດ.

Uka jalj uñjjattʼäta Copia luraña




ຢາໂກໂບ 2:10
8 Jak'a apnaqawi uñst'ayäwi  

ເພາະ​ທຸກຄົນ​ທີ່​ອາໄສ​ການປະຕິບັດ​ຕາມ​ກົດບັນຍັດ​ກໍ​ຢູ່​ໃຕ້​ຄຳສາບແຊ່ງ ດັ່ງ​ທີ່​ມີ​ຂຽນ​ໄວ້​ວ່າ: “ທຸກຄົນ​ທີ່​ບໍ່​ປະຕິບັດ​ຕາມ​ທຸກສິ່ງ​ທີ່​ຂຽນ​ໄວ້​ໃນ​ໜັງສື​ກົດບັນຍັດ​ກໍ​ຖືກ​ສາບແຊ່ງ”.


ເຮົາ​ຂໍ​ປະກາດ​ແກ່​ຜູ້ຊາຍ​ທຸກຄົນ​ທີ່​ຍອມ​ຮັບ​ພິທີຕັດ​ອີກ​ວ່າ ລາວ​ຈຳເປັນ​ຕ້ອງ​ປະຕິບັດ​ຕາມ​ກົດບັນຍັດ​ທັງໝົດ.


ພວກເຮົາ​ທຸກຄົນ​ລ້ວນ​ແຕ່​ຜິດພາດ​ໃນ​ຫລາຍ​ທາງ. ຜູ້​ທີ່​ບໍ່​ເຄີຍ​ເຮັດ​ຜິດ​ທາງ​ວາຈາ​ກໍ​ເປັນ​ຄົນ​ດີ​ຄົບຖ້ວນ ສາມາດ​ຄວບຄຸມ​ຮ່າງກາຍ​ທັງໝົດ​ຂອງ​ຕົນ​ໄດ້.


ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ຈົ່ງ​ພະຍາຍາມ​ເຮັດ​ທຸກ​ວິທີ​ເພື່ອ​ຢືນຢັນ​ໃນ​ການ​ເອີ້ນ ແລະ ເລືອກ​ຂອງ​ພວກເຈົ້າ​ນັ້ນ. ເພາະວ່າ​ຖ້າ​ພວກເຈົ້າ​ເຮັດ​ຢ່າງ​ນັ້ນ​ແລ້ວ​ພວກເຈົ້າ​ກໍ​ຈະ​ບໍ່​ສະດຸດ​ລົ້ມລົງ​ຈັກເທື່ອ


ແດ່​ພຣະອົງ​ຜູ້​ສາມາດ​ຄຸ້ມຄອງ​ພວກເຈົ້າ​ບໍ່​ໃຫ້​ລົ້ມລົງ ແລະ ໃຫ້​ພວກເຈົ້າ​ຢູ່​ຕໍ່ໜ້າ​ສະຫງ່າລາສີ​ຂອງ​ພຣະອົງ ໂດຍ​ບໍ່ມີຕຳໜິ ແລະ ດ້ວຍ​ຄວາມຊື່ນຊົມຍິນດີ​ອັນ​ໃຫຍ່


Jiwasaru arktasipxañani:

Anuncios ukanaka


Anuncios ukanaka