9 ບັນດາຜູ້ທີ່ເຊື່ອທີ່ຕ່ຳຕ້ອຍນັ້ນຈົ່ງພູມໃຈໃນຖານະອັນສູງສົ່ງຂອງຕົນ.
9 ໃຫ້ພີ່ນ້ອງທີ່ຕໍ່າຕ້ອຍ ຈົ່ງອວດອ້າງໃນການທີ່ພຣະເຈົ້າຊົງຍົກຍໍຕົວຂຶ້ນ,
ພຣະອົງໄດ້ປົດບັນດາຜູ້ປົກຄອງລົງຈາກບັນລັງຂອງພວກເຂົາ ແຕ່ໄດ້ຍົກຄົນຕ່ຳຕ້ອຍຂຶ້ນ.
ແຕ່ຢ່າຍິນດີທີ່ວິນຍານຕ່າງໆຍອມຟັງພວກເຈົ້າ, ແຕ່ຈົ່ງຍິນດີ ເພາະຊື່ຂອງພວກເຈົ້າຖືກຈົດໄວ້ແລ້ວໃນສະຫວັນ”.
ດ້ວຍວ່າ ທຸກຄົນທີ່ຍົກຕົນເອງຂຶ້ນຈະຖືກກົດລົງ, ແລະ ຜູ້ໃດທີ່ຖ່ອມຕົນເອງລົງຈະຖືກຍົກຂຶ້ນ”.
ແລ້ວພຣະອົງໄດ້ກ່າວກັບພວກເພິ່ນວ່າ, “ຜູ້ໃດກໍຕາມທີ່ຕ້ອນຮັບເດັກນ້ອຍນີ້ໃນນາມຂອງເຮົາກໍຕ້ອນຮັບເຮົາ ແລະ ຜູ້ທີ່ຕ້ອນຮັບເຮົາກໍຕ້ອນຮັບພຣະອົງຜູ້ໃຊ້ເຮົາມາ ເພາະວ່າຜູ້ເລັກນ້ອຍທີ່ສຸດໃນພວກເຈົ້າທັງໝົດຄືຜູ້ຍິ່ງໃຫຍ່ທີ່ສຸດ”.
ບັດນີ້ ຖ້າພວກເຮົາເປັນບຸດຂອງພຣະອົງແລ້ວພວກເຮົາກໍເປັນຜູ້ຮັບມໍລະດົກ ຄືເປັນຜູ້ຮັບມໍລະດົກຈາກພຣະເຈົ້າ ແລະ ເປັນຜູ້ຮ່ວມຮັບມໍລະດົກດ້ວຍກັນກັບພຣະຄຣິດເຈົ້າ, ຖ້າພວກເຮົາຮ່ວມທົນທຸກທໍລະມານດ້ວຍກັນກັບພຣະອົງ ພວກເຮົາກໍຈະໄດ້ຮ່ວມໃນສະຫງ່າລາສີຂອງພຣະອົງດ້ວຍ.
ເຕັມດ້ວຍຄວາມທຸກໂສກ ແຕ່ກໍຍັງຊື່ນຊົມຍິນດີສະເໝີ; ທຸກຍາກ ແຕ່ກໍຍັງເຮັດໃຫ້ຫລາຍຄົນຮັ່ງມີ; ແລະ ບໍ່ມີອັນໃດ ແຕ່ກໍຍັງເປັນເຈົ້າຂອງທຸກສິ່ງ.
ເຮົາກຳລັງມຸ່ງໜ້າໄປສູ່ຫລັກໄຊເພື່ອຈະໄດ້ຮັບລາງວັນເພາະເປັນລາງວັນທີ່ພຣະເຈົ້າໄດ້ເອີ້ນເຮົາໃຫ້ໄປຮັບຢູ່ສະຫວັນໃນພຣະຄຣິດເຈົ້າເຢຊູ.
ເພາະວ່າແມ່ນພວກເຮົາທີ່ເປັນຜູ້ຖືພິທີຕັດ, ພວກເຮົາເປັນຜູ້ຮັບໃຊ້ພຣະເຈົ້າດ້ວຍພຣະວິນຍານຂອງພຣະອົງ, ພວກເຮົາເປັນຜູ້ອວດອ້າງໃນພຣະຄຣິດເຈົ້າເຢຊູ ແລະ ພວກເຮົາບໍ່ໄດ້ໝັ້ນໃຈໃນຝ່າຍເນື້ອໜັງ
ແຕ່ພວກເຈົ້າເປັນຜູ້ທີ່ພຣະເຈົ້າເລືອກໄວ້, ເປັນປະໂລຫິດຫລວງ, ເປັນຊົນຊາດບໍລິສຸດ, ເປັນພົນລະເມືອງຂອງພຣະເຈົ້າ, ເພື່ອພວກເຈົ້າຈະໄດ້ປະກາດຄຳສັນລະເສີນພຣະອົງຜູ້ເອີ້ນພວກເຈົ້າອອກຈາກຄວາມມືດເຂົ້າສູ່ຄວາມສະຫວ່າງອັນມະຫັດສະຈັນຂອງພຣະອົງ.
ເຮົາຮູ້ຈັກຄວາມທຸກຍາກ ແລະ ຄວາມຍາກຈົນຂອງເຈົ້າ, ແຕ່ເຈົ້າກໍຮັ່ງມີ! ເຮົາຮູ້ຈັກການໃສ່ຮ້າຍປ້າຍສີຂອງບັນດາຜູ້ທີ່ເວົ້າວ່າຕົນເອງເປັນຄົນຢິວ ແລະ ບໍ່ໄດ້ເປັນ, ແຕ່ເປັນທຳມະສາລາຂອງຊາຕານ.