8 ເຊິ່ງເປັນຄົນສອງໃຈ ແລະ ບໍ່ໝັ້ນຄົງໃນທຸກສິ່ງທີ່ພວກເຂົາກະທຳ.
8 ເພາະເປັນຄົນສອງໃຈ ບໍ່ແນ່ນອນໃນທຸກສິ່ງທີ່ຕົນກະທຳ.
“ຕາເປັນຕະກຽງຂອງຮ່າງກາຍ. ຖ້າຕາຂອງເຈົ້າປົກກະຕິດີ, ຮ່າງກາຍທຸກສ່ວນຂອງເຈົ້າກໍຈະເຕັມໄປດ້ວຍຄວາມສະຫວ່າງ.
“ບໍ່ມີຜູ້ໃດສາມາດຮັບໃຊ້ນາຍສອງຄົນໄດ້. ບໍ່ວ່າພວກເຈົ້າຈະກຽດຊັງນາຍຜູ້ນີ້ ແລະ ຮັກນາຍຜູ້ນັ້ນ, ຫລື ພວກເຈົ້າຈະອຸທິດຕົນຕໍ່ນາຍຜູ້ນີ້ ແລະ ດູຖູກນາຍຜູ້ນັ້ນ. ພວກເຈົ້າບໍ່ສາມາດຮັບໃຊ້ທັງພຣະເຈົ້າ ແລະ ຮັບໃຊ້ເງິນໄດ້.
ຜູ້ນັ້ນຢ່າຫວັງວ່າຈະໄດ້ຮັບສິ່ງໃດຈາກອົງພຣະຜູ້ເປັນເຈົ້າ.
ຈົ່ງຫຍັບເຂົ້າໃກ້ພຣະເຈົ້າ ແລະ ພຣະອົງຈະມາໃກ້ພວກເຈົ້າ. ຄົນບາບທັງຫລາຍເອີຍ, ຈົ່ງລ້າງມືຂອງຕົນໃຫ້ສະອາດ ແລະ ພວກເຈົ້າຄົນສອງໃຈເອີຍ, ຈົ່ງຊຳລະໃຈຂອງພວກເຈົ້າໃຫ້ບໍລິສຸດ.
ຕາຂອງພວກເຂົາເຕັມໄປດ້ວຍການຫລິ້ນຊູ້, ພວກເຂົາບໍ່ເຄີຍຢຸດເຮັດບາບ, ພວກເຂົາລໍ້ລວງຄົນທີ່ບໍ່ໜັກແໜ້ນ, ພວກເຂົາມີຄວາມຊຳນານໃນຄວາມໂລບ ແລະ ພວກເຂົາຄືເຜົ່າພັນທີ່ຖືກສາບແຊ່ງ.
ຈົດໝາຍທຸກສະບັບຂອງເພິ່ນໄດ້ກ່າວເຖິງເລື່ອງເຫລົ່ານີ້ໄວ້ໃນທຳນອງດຽວກັນ. ໃນຈົດໝາຍຂອງເພິ່ນມີບາງຢ່າງທີ່ເຂົ້າໃຈຍາກ ເຊິ່ງພວກຄົນໂງ່ ແລະ ພວກຄົນບໍ່ໜັກແໜ້ນໄດ້ບິດເບືອນໄປ, ເໝືອນດັ່ງທີ່ພວກເຂົາໄດ້ບິດເບືອນພຣະຄຳພີຂໍ້ອື່ນໆທີ່ນຳການທຳລາຍມາສູ່ພວກເຂົາເອງ.