Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 1:6 - ພຣະຄຳພີລາວສະບັບສະໄໝໃໝ່

6 ແຕ່​ໃນ​ເວລາ​ທີ່​ພວກເຈົ້າ​ຂໍ​ນັ້ນ ພວກເຈົ້າ​ຕ້ອງ​ເຊື່ອ ແລະ ບໍ່​ສົງໄສ, ເພາະວ່າ​ຜູ້ໃດ​ທີ່​ສົງໄສ​ກໍ​ເປັນ​ເໝືອນ​ຄື້ນ​ໃນ​ທະເລ​ທີ່​ຖືກ​ລົມພັດ​ຊັດ​ໄປ​ມາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

6 ແຕ່​ໃຫ້​ຜູ້ນັ້ນ​ທູນຂໍ​ດ້ວຍ​ຄວາມເຊື່ອ ຢ່າ​ໃຫ້​ມີ​ໃຈ​ສົງໄສ ເພາະ​ຜູ້​ທີ່​ສົງໄສ​ນັ້ນ ເປັນ​ເໝືອນ​ຟອງນໍ້າ​ທີ່​ຖືກ​ລົມ​ພັດ​ຊັດ​ໄປມາ.

Uka jalj uñjjattʼäta Copia luraña




ຢາໂກໂບ 1:6
14 Jak'a apnaqawi uñst'ayäwi  

ເປໂຕ​ຕອບ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຖ້າ​ແມ່ນ​ພຣະອົງ​ແທ້ ຂໍ​ບອກ​ໃຫ້​ຂ້ານ້ອຍ​ຍ່າງ​ເທິງ​ໜ້າ​ນ້ຳ​ໄປ​ຫາ​ທ່ານ​ແດ່​ທ້ອນ”.


ດັ່ງນັ້ນ ຈົ່ງ​ລຸກຂຶ້ນ​ແລ້ວ​ລົງ​ໄປ​ຂ້າງລຸ່ມ. ຢ່າ​ລັງເລໃຈ​ທີ່​ຈະ​ໄປ​ກັບ​ພວກເຂົາ, ເພາະ​ແມ່ນ​ເຮົາ​ເອງ​ທີ່​ໄດ້​ສົ່ງ​ພວກເຂົາ​ມາ”.


ແລ້ວ​ພວກເຮົາ​ຈະ​ບໍ່​ໄດ້​ເປັນ​ເດັກນ້ອຍ​ອີກ​ຕໍ່ໄປ, ເຊິ່ງ​ຖືກ​ຄື້ນ​ຊັດ​ໄປ​ມາ ແລະ ຖືກ​ພັດ​ໄປ​ທາງ​ນີ້​ທາງ​ນັ້ນ​ດ້ວຍ​ລົມປາກ​ແຫ່ງ​ຄຳສອນ ແລະ ດ້ວຍ​ກົນອຸບາຍ​ກັບ​ເລ່ລ່ຽມ​ຂອງ​ມະນຸດ​ໃນ​ແຜນການ​ຫລອກລວງ​ຂອງ​ພວກເຂົາ.


ເຫດສະນັ້ນ ເຮົາ​ຢາກ​ໃຫ້​ຜູ້ຊາຍ​ທີ່​ຢູ່​ທົ່ວທຸກບ່ອນ​ອະທິຖານ, ຍົກ​ມື​ອັນ​ບໍລິສຸດ​ຂຶ້ນ​ໂດຍ​ປາດສະຈາກ​ຄວາມໃຈຮ້າຍ ຫລື ການຜິດຖຽງ​ກັນ.


ໃຫ້​ພວກເຮົາ​ຢຶດໝັ້ນ​ຢ່າງ​ບໍ່​ຫວັ່ນໄຫວ​ໃນ​ຄວາມຫວັງ​ທີ່​ພວກເຮົາ​ໄດ້​ປະກາດ​ຮັບ​ໄວ້, ເພາະ​ພຣະອົງ​ຜູ້​ສັນຍາ​ນັ້ນ​ສັດຊື່.


ແລະ ຖ້າ​ບໍ່​ມີ​ຄວາມເຊື່ອ​ກໍ​ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ເຮັດ​ໃຫ້​ພຣະເຈົ້າ​ພໍໃຈ, ເພາະວ່າ​ທຸກ​ຄົນ​ທີ່​ຈະ​ມາ​ຫາ​ພຣະເຈົ້າ​ນັ້ນ​ຕ້ອງ​ເຊື່ອ​ວ່າ​ພຣະອົງ​ມີ​ຊີວິດ​ຢູ່ ແລະ ພຣະອົງ​ໃຫ້​ລາງວັນ​ແກ່​ບັນດາ​ຜູ້​ທີ່​ສະແຫວງຫາ​ພຣະອົງ​ຢ່າງ​ຈິງຈັງ.


ຢ່າ​ຫລົງ​ໄປ​ກັບ​ບັນດາ​ຄຳສອນ​ແປກໆ​ທຸກ​ຊະນິດ. ເປັນ​ການ​ດີ​ທີ່​ຈະ​ໃຫ້​ຫົວໃຈ​ຂອງ​ພວກເຮົາ​ເຂັ້ມແຂງ​ຂຶ້ນ​ດ້ວຍ​ພຣະຄຸນ, ບໍ່​ແມ່ນ​ດ້ວຍ​ການ​ຮັບປະທານ​ອາຫານ​ຕາມ​ພິທີການ ເຊິ່ງ​ບໍ່​ມີ​ປະໂຫຍດ​ຫຍັງ​ແກ່​ບັນດາ​ຜູ້​ທີ່​ຮັບປະທານ.


ຜູ້​ນັ້ນ​ຢ່າ​ຫວັງວ່າ​ຈະ​ໄດ້​ຮັບ​ສິ່ງໃດ​ຈາກ​ອົງພຣະຜູ້ເປັນເຈົ້າ.


ແລະ ຄຳອະທິຖານ​ດ້ວຍ​ຄວາມເຊື່ອ​ຈະ​ເຮັດ​ໃຫ້​ຜູ້​ປ່ວຍ​ນັ້ນ​ຫາຍດີ. ອົງພຣະຜູ້ເປັນເຈົ້າ​ຈະ​ເຮັດ​ໃຫ້​ພວກເຂົາ​ຫາຍດີ. ຖ້າ​ວ່າ​ພວກເຂົາ​ໄດ້​ເຮັດ​ບາບ ພວກເຂົາ​ກໍ​ຈະ​ໄດ້​ຮັບ​ການ​ອະໄພ.


ຄົນ​ເຫລົ່ານີ້​ເປັນ​ນໍ້າພຸ​ທີ່​ບໍ່​ມີ​ນ້ຳ ແລະ ເປັນ​ໝອກ​ທີ່​ຖືກ​ພະຍຸ​ພັດ​ໄປ. ຄວາມມືດ​ທີ່ສຸດ​ກໍ​ສະຫງວນ​ໄວ້​ສຳລັບ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka