Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 1:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ຖ້າ​ຜູ້ໃດ​ໃນ​ພວກເຈົ້າ​ຂາດ​ສະຕິປັນຍາ ຜູ້​ນັ້ນ​ກໍ​ຈົ່ງ​ຂໍ​ຈາກ​ພຣະເຈົ້າ ຜູ້​ໃຫ້​ແກ່​ທຸກຄົນ​ດ້ວຍ​ໃຈກວ້າງຂວາງ​ໂດຍ​ບໍ່​ຕຳໜິ ແລ້ວ​ຜູ້​ນັ້ນ​ກໍ​ຈະ​ໄດ້​ຮັບ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ແຕ່​ຖ້າ​ຄົນ​ໃດ​ໃນ​ພວກເຈົ້າ​ຂາດ​ສະຕິປັນຍາ ກໍ​ໃຫ້​ຜູ້ນັ້ນ​ທູນຂໍ​ຈາກ​ພຣະເຈົ້າ ຜູ້​ຊົງ​ໂຜດ​ປະທານ​ໃຫ້​ແກ່​ຄົນ​ທັງປວງ​ດ້ວຍ​ພຣະ​ກະລຸນາ ບໍ່​ຊົງ​ກ່າວ​ຕິ ແລະ​ຜູ້ນັ້ນ​ກໍ​ຈະ​ໄດ້​ຮັບ​ສິ່ງ​ທີ່​ທູນຂໍ.

Uka jalj uñjjattʼäta Copia luraña




ຢາໂກໂບ 1:5
31 Jak'a apnaqawi uñst'ayäwi  

ແລ້ວ​ພຣະເຢຊູເຈົ້າ​ເລີ່ມ​ຕິຕຽນ​ເມືອງ​ຕ່າງໆ​ທີ່​ສ່ວນ​ຫລາຍ​ພຣະອົງ​ໄດ້​ສະແດງ​ການ​ອັດສະຈັນ, ເພາະວ່າ​ພວກເຂົາ​ບໍ່​ໄດ້​ຖິ້ມໃຈເກົ່າເອົາໃຈໃໝ່.


ຕໍ່ມາ ພຣະເຢຊູເຈົ້າ​ກໍ​ໄດ້​ປາກົດ​ແກ່​ສາວົກ​ສິບເອັດ​ຄົນ​ໃນ​ຂະນະ​ທີ່​ພວກເພິ່ນ​ກຳລັງ​ກິນເຂົ້າ​ຢູ່, ພຣະອົງ​ໄດ້​ຕຳໜິ​ພວກເພິ່ນ​ທີ່​ຂາດ​ຄວາມເຊື່ອ ແລະ ດື້ດ້ານ​ທີ່​ບໍ່​ຍອມ​ເຊື່ອ​ຜູ້​ທີ່​ໄດ້​ເຫັນ​ພຣະອົງ​ຫລັງຈາກ​ທີ່​ພຣະອົງ​ໄດ້​ເປັນຄືນມາ​ແລ້ວ.


ສິ່ງໃດ​ທີ່​ພວກເຈົ້າ​ຂໍ​ໃນ​ນາມ​ຂອງ​ເຮົາ ເຮົາ​ກໍ​ຈະ​ເຮັດ​ສິ່ງ​ນັ້ນ ເພື່ອ​ວ່າ​ພຣະບິດາເຈົ້າ​ຈະ​ໄດ້​ຮັບກຽດ​ໂດຍ​ທາງ​ພຣະບຸດ.


ຖ້າ​ພວກເຈົ້າ​ເຂົ້າສະໜິດ​ຢູ່​ໃນ​ເຮົາ ແລະ ຖ້ອຍຄຳ​ຂອງ​ເຮົາ​ຝັງ​ຢູ່​ໃນ​ພວກເຈົ້າ​ແລ້ວ, ພວກເຈົ້າ​ປາຖະໜາ​ສິ່ງໃດ​ຈົ່ງ​ຂໍ ແລ້ວ​ພວກເຈົ້າ​ຈະ​ໄດ້​ຮັບ​ສິ່ງນັ້ນ.


ພຣະເຢຊູເຈົ້າ​ຕອບ​ນາງ​ວ່າ, “ຖ້າ​ເຈົ້າ​ຮູ້ຈັກ​ຂອງຂວັນ​ທີ່​ພຣະເຈົ້າ​ມອບ​ໃຫ້ ແລະ ຮູ້ຈັກ​ຜູ້​ທີ່​ກຳລັງ​ຂໍ​ດື່ມນ້ຳ​ຈາກ​ເຈົ້າ, ເຈົ້າ​ກໍ​ຄົງ​ຈະ​ຂໍ​ຈາກ​ເພິ່ນ ແລະ ເພິ່ນ​ຈະ​ໃຫ້​ນ້ຳ​ທີ່​ມີຊີວິດ​ແກ່​ເຈົ້າ”.


ເປັນ​ກິ່ນ​ແຫ່ງ​ຄວາມຕາຍ​ສຳລັບ​ຄົນ​ພວກໜຶ່ງ ແລະ ເປັນ​ກິ່ນຫອມ​ທີ່​ນຳ​ຊີວິດ​ສຳລັບ​ຄົນ​ອີກ​ພວກໜຶ່ງ. ແລະ ແມ່ນ​ຜູ້ໃດ​ນໍ​ທີ່​ສົມຄວນ​ກັບ​ງານ​ນີ້?


ຂອງປະທານ​ທຸກຢ່າງ​ທີ່​ດີ ແລະ ລ້ຳເລີດ​ນັ້ນ​ລ້ວນ​ແຕ່​ມາ​ຈາກ​ເບື້ອງເທິງ, ລົງ​ມາ​ຈາກ​ພຣະບິດາ​ແຫ່ງ​ດວງສະຫວ່າງ​ທັງຫລາຍ​ໃນ​ສະຫວັນ ຜູ້​ບໍ່​ປ່ຽນແປງ​ເໝືອນດັ່ງ​ເງົາ​ທີ່​ເຄື່ອນຍ້າຍ.


ແຕ່​ສະຕິປັນຍາ​ທີ່​ມາ​ຈາກ​ສະຫວັນ​ກ່ອນອື່ນ​ໝົດ​ນັ້ນ​ຄື​ບໍລິສຸດ, ຈາກ​ນັ້ນ​ຄື​ການ​ຮັກ​ສັນຕິສຸກ, ເຫັນອົກເຫັນໃຈ, ຍອມເຊື່ອຟັງ, ເຕັມ​ດ້ວຍ​ຄວາມເມດຕາ ແລະ ເກີດຜົນ​ດີ, ບໍ່​ລໍາອຽງ ແລະ ຈິງໃຈ.


ເຫດສະນັ້ນ ຈົ່ງ​ສາລະພາບ​ຄວາມບາບ​ຂອງ​ພວກເຈົ້າ​ຕໍ່​ກັນແລະກັນ ແລະ ອະທິຖານ​ເພື່ອ​ກັນແລະກັນ ເພື່ອ​ວ່າ​ພວກເຈົ້າ​ຈະ​ຫາຍດີ. ຄຳອະທິຖານ​ຂອງ​ຄົນ​ຊອບທຳ​ນັ້ນ​ມີ​ພະລັງ ແລະ ເກີດຜົນ.


ແລະ ໄດ້​ຮັບ​ທຸກສິ່ງ​ທີ່​ພວກເຮົາ​ຂໍ​ຈາກ​ພຣະອົງ, ເພາະ​ພວກເຮົາ​ຖືຮັກສາ​ຄຳສັ່ງ​ຂອງ​ພຣະອົງ ແລະ ເຮັດ​ໃນ​ສິ່ງ​ທີ່​ພຣະອົງ​ພໍໃຈ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka