Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 1:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ຈົ່ງ​ໃຫ້​ຄວາມອົດທົນ​ບັນລຸ​ເຖິງ​ເປົ້າໝາຍ​ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ເປັນ​ຜູ້​ໃຫຍ່​ຂຶ້ນ ແລະ ຄວບຖ້ວນ​ໂດຍ​ບໍ່​ຂາດ​ຫຍັງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ຈົ່ງ​ໃຫ້​ຄວາມ​ໝັ້ນໃຈ​ຂອງ​ພວກເຈົ້າ​ນັ້ນ ຍືນຍົງ​ຕະຫລອດໄປ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ເປັນ​ຄົນ​ສຳເລັດ​ແລະ​ຄົບຖ້ວນ ໂດຍ​ບໍ່​ຂາດເຂີນ​ສິ່ງໃດ.

Uka jalj uñjjattʼäta Copia luraña




ຢາໂກໂບ 1:4
26 Jak'a apnaqawi uñst'ayäwi  

ຄົນ​ທັງຫລາຍ​ຈະ​ກຽດຊັງ​ພວກເຈົ້າ​ເພາະ​ເຫັນ​ແກ່​ເຮົາ, ແຕ່​ຜູ້ໃດ​ທີ່​ຕັ້ງໝັ້ນຄົງ​ໄດ້​ຈົນ​ເຖິງ​ທີ່ສຸດ ຜູ້​ນັ້ນ​ຈະ​ໄດ້​ພົ້ນ.


ຊາຍ​ໜຸ່ມ​ຄົນ​ນັ້ນ​ໄດ້​ຕອບ​ວ່າ, “ຂ້ານ້ອຍ​ໄດ້​ຖື​ຮັກສາ​ຂໍ້ຄຳສັ່ງ​ເຫລົ່ານີ້​ທັງໝົດ ມີ​ສິ່ງໃດ​ອີກ​ທີ່​ຂ້ານ້ອຍ​ຍັງ​ຂາດ​ຢູ່?”


ເຫດສະນັ້ນ, ພວກເຈົ້າ​ທັງຫລາຍ​ຈົ່ງ​ເປັນ​ຄົນ​ດີ​ທີ່ສຸດ ເໝືອນດັ່ງ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ໃນ​ສະຫວັນ​ເປັນ​ຜູ້​ດີ​ທີ່ສຸດ.


ພຣະເຢຊູເຈົ້າ​ແນມເບິ່ງ​ລາວ​ດ້ວຍ​ຄວາມຮັກ ແລະ ກ່າວ​ວ່າ, “ເຈົ້າ​ຍັງ​ຂາດ​ຢູ່​ສິ່ງ​ໜຶ່ງ​ຄື: ຈົ່ງ​ໄປ, ຂາຍ​ທຸກສິ່ງ​ທີ່​ເຈົ້າ​ມີ​ຢູ່ ແລະ ແຈກຢາຍ​ໃຫ້​ແກ່​ຄົນຍາກຈົນ, ແລ້ວ​ເຈົ້າ​ຈະ​ມີ​ຊັບສົມບັດ​ໃນ​ສະຫວັນ. ຫລັງຈາກນັ້ນ ຈົ່ງ​ຕາມ​ເຮົາ​ມາ”.


ເມື່ອ​ພຣະເຢຊູເຈົ້າ​ໄດ້​ຍິນ​ດັ່ງນີ້​ພຣະອົງ​ຈຶ່ງ​ກ່າວ​ກັບ​ລາວ​ວ່າ, “ເຈົ້າ​ຍັງ​ຂາດ​ຢູ່​ສິ່ງ​ໜຶ່ງ. ຄື​ຈົ່ງ​ໄປ​ຂາຍ​ທຸກສິ່ງ​ທີ່​ເຈົ້າ​ມີ​ຢູ່ ແລະ ແຈກຢາຍ​ໃຫ້​ຄົນຍາກຈົນ ແລ້ວ​ເຈົ້າ​ຈະ​ມີ​ຊັບສົມບັດ​ໃນ​ສະຫວັນ. ຫລັງຈາກນັ້ນ ຈົ່ງ​ຕາມ​ເຮົາ​ມາ”.


ຈົ່ງ​ຕັ້ງໝັ້ນຄົງ ແລ້ວ​ພວກເຈົ້າ​ຈະ​ໄດ້​ຮັບ​ຊີວິດ.


ສ່ວນ​ເມັດພືດ​ທີ່​ຕົກ​ໃສ່​ດິນ​ດີ​ນັ້ນ​ຄື​ບັນດາ​ຜູ້​ທີ່​ມີ​ຈິດໃຈ​ດີ ແລະ ສູງສົ່ງ, ຜູ້​ທີ່​ໄດ້​ຍິນ​ພຣະຄຳ​ແລ້ວ​ຮັບໄວ້ ແລະ ດ້ວຍ​ຄວາມອົດທົນ​ຈຶ່ງ​ເກີດຜົນ​ໄດ້.


ຂ້ານ້ອຍ​ຢູ່​ໃນ​ພວກເຂົາ ແລະ ພຣະອົງ​ສະຖິດ​ຢູ່​ໃນ​ຂ້ານ້ອຍ. ຂໍ​ໃຫ້​ພວກເຂົາ​ໄດ້​ເປັນ​ອັນໜຶ່ງອັນດຽວກັນ​ຢ່າງ​ສົມບູນ ເພື່ອ​ໃຫ້​ໂລກ​ຮູ້​ວ່າ​ພຣະອົງໃຊ້​ຂ້ານ້ອຍ​ມາ ແລະ ພຣະອົງ​ໄດ້​ຮັກ​ພວກເຂົາ​ເໝືອນດັ່ງ​ທີ່​ພຣະອົງ​ໄດ້​ຮັກ​ຂ້ານ້ອຍ.


ເຖິງຢ່າງໃດ​ກໍ​ຕາມ ພວກເຮົາ​ກ່າວ​ຖ້ອຍຄຳ​ແຫ່ງ​ສະຕິປັນຍາ​ກັບ​ບັນດາ​ຜູ້​ທີ່​ເປັນ​ຜູ້ໃຫຍ່​ແລ້ວ, ແຕ່​ບໍ່ແມ່ນ​ສະຕິປັນຍາ​ຂອງ​ຍຸກ​ນີ້ ຫລື ສະຕິປັນຍາ​ຂອງ​ຜູ້ປົກຄອງ​ຂອງ​ຍຸກ​ນີ້, ຜູ້​ທີ່​ກຳລັງ​ຈະ​ເສື່ອມສູນ​ໄປ.


ຢ່າ​ໃຫ້​ພວກເຮົາ​ເມື່ອຍລ້າ​ໃນ​ການເຮັດດີ, ເພາະ​ຖ້າ​ພວກເຮົາ​ບໍ່​ທໍ້ຖອຍ ພວກເຮົາ​ກໍ​ຈະ​ເກັບກ່ຽວ​ຜົນ​ໃນ​ເວລາ​ອັນ​ເໝາະສົມ.


ເອປາຟາ ຜູ້​ເປັນ​ຄົນ​ໜຶ່ງ​ໃນ​ພວກເຈົ້າ ແລະ ເປັນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າເຢຊູ​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ເໝືອນກັນ. ເພິ່ນ​ໄດ້​ປ້ຳສູ້​ອະທິຖານ​ເພື່ອ​ພວກເຈົ້າ​ຢູ່​ສະເໝີ ເພື່ອ​ໃຫ້​ພວກເຈົ້າ​ຕັ້ງ​ໝັ້ນຄົງ​ຢູ່​ໃນ​ຄວາມ​ປະສົງ​ຂອງ​ພຣະເຈົ້າ, ເປັນ​ຜູ້ໃຫຍ່ ແລະ ມີ​ຄວາມໝັ້ນໃຈ​ຢ່າງ​ເຕັມສ່ວນ.


ຂໍ​ໃຫ້​ພຣະເຈົ້າ​ເອງ​ຜູ້​ເປັນ​ພຣະເຈົ້າ​ແຫ່ງ​ສັນຕິສຸກ​ຊຳລະ​ພວກເຈົ້າ​ໃຫ້​ບໍລິສຸດ​ໃນ​ທຸກ​ດ້ານ. ຂໍ​ໃຫ້​ທັງ​ວິນຍານ, ຈິດໃຈ ແລະ ຮ່າງກາຍ​ຂອງ​ພວກເຈົ້າ​ບໍ່ມີຕຳໜິ​ໃນ​ວັນ​ທີ່​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ມາ.


ເພື່ອ​ວ່າ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ຈະ​ມີ​ຄວາມພ້ອມ​ຄົບຖ້ວນ​ສຳລັບ​ເຮັດ​ການ​ດີ​ທຸກຢ່າງ.


ໃຫ້​ພວກເຈົ້າ​ທັງຫລາຍ​ມີ​ທຸກສິ່ງ​ທີ່​ດີ​ເພື່ອ​ຈະ​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ ແລະ ຂໍ​ພຣະອົງ​ທຳງານ​ໃນ​ພວກເຮົາ​ທັງຫລາຍ​ຕາມ​ທີ່​ພຣະອົງ​ພໍໃຈ ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ, ຂໍ​ໃຫ້​ກຽດ​ຈົ່ງ​ມີ​ແກ່​ພຣະອົງ​ຕະຫລອດໄປ​ເປັນນິດ. ອາແມນ.


ຖ້າ​ຜູ້ໃດ​ໃນ​ພວກເຈົ້າ​ຂາດ​ສະຕິປັນຍາ ຜູ້​ນັ້ນ​ກໍ​ຈົ່ງ​ຂໍ​ຈາກ​ພຣະເຈົ້າ ຜູ້​ໃຫ້​ແກ່​ທຸກຄົນ​ດ້ວຍ​ໃຈກວ້າງຂວາງ​ໂດຍ​ບໍ່​ຕຳໜິ ແລ້ວ​ຜູ້​ນັ້ນ​ກໍ​ຈະ​ໄດ້​ຮັບ.


ພວກເຮົາ​ທຸກຄົນ​ລ້ວນ​ແຕ່​ຜິດພາດ​ໃນ​ຫລາຍ​ທາງ. ຜູ້​ທີ່​ບໍ່​ເຄີຍ​ເຮັດ​ຜິດ​ທາງ​ວາຈາ​ກໍ​ເປັນ​ຄົນ​ດີ​ຄົບຖ້ວນ ສາມາດ​ຄວບຄຸມ​ຮ່າງກາຍ​ທັງໝົດ​ຂອງ​ຕົນ​ໄດ້.


ແລະ ຫລັງ​ຈາກ​ພວກເຈົ້າ​ທົນທຸກ​ຢູ່​ຊົ່ວຂະນະ​ໜຶ່ງ​ແລ້ວ ພຣະເຈົ້າ​ແຫ່ງ​ພຣະຄຸນ​ທັງໝົດ ຜູ້​ໄດ້​ເອີ້ນ​ພວກເຈົ້າ​ມາ​ສູ່​ສະຫງ່າລາສີ​ອັນ​ນິລັນດອນ​ຂອງ​ພຣະອົງ​ໃນ​ພຣະຄຣິດເຈົ້າ ພຣະອົງ​ເອງ​ຈະ​ຟື້ນຟູ​ພວກເຈົ້າ​ຄືນ​ໃໝ່ ແລະ ໃຫ້​ພວກເຈົ້າ​ເຂັ້ມແຂງ, ໜັກແໜ້ນ ແລະ ໝັ້ນຄົງ.


ແຕ່​ຖ້າ​ຜູ້ໃດ​ຂາດ​ຄຸນສົມບັດ​ເຫລົ່ານີ້ ກໍ​ເປັນ​ເໝືອນ​ກັບ​ຄົນ​ສາຍຕາສັ້ນ ແລະ ຕາບອດ, ລືມ​ວ່າ​ຕົນ​ໄດ້​ຮັບ​ການ​ຊຳລະ​ຈາກ​ຄວາມບາບ​ໃນ​ອະດີດ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka