Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 1:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ເພາະ​ພວກເຈົ້າ​ກໍ​ຮູ້​ຢູ່​ວ່າ​ການ​ທົດລອງ​ຄວາມເຊື່ອ​ຂອງ​ພວກເຈົ້າ​ນັ້ນ​ເຮັດ​ໃຫ້​ເກີດ​ມີ​ຄວາມອົດທົນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ເພາະ​ພວກເຈົ້າ​ຮູ້​ຢູ່​ວ່າ ເມື່ອ​ຄວາມເຊື່ອ​ຂອງ​ພວກເຈົ້າ​ທົນ​ຕໍ່​ການ​ຖືກ​ທົດລອງ​ໄດ້ ກໍ​ເຮັດ​ໃຫ້​ເກີດ​ມີ​ຄວາມ​ໝັ້ນໃຈ.

Uka jalj uñjjattʼäta Copia luraña




ຢາໂກໂບ 1:3
15 Jak'a apnaqawi uñst'ayäwi  

ຈົ່ງ​ຕັ້ງໝັ້ນຄົງ ແລ້ວ​ພວກເຈົ້າ​ຈະ​ໄດ້​ຮັບ​ຊີວິດ.


ເພາະ​ທຸກ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ອະດີດ​ກໍ​ຂຽນ​ຂຶ້ນ​ເພື່ອ​ສັ່ງສອນ​ພວກເຮົາ, ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ມີ​ຄວາມຫວັງ​ໂດຍ​ຄວາມອົດທົນ ແລະ ມີ​ກຳລັງໃຈ​ຈາກ​ພຣະຄຳພີ.


ສຳລັບ​ຄົນ​ທີ່​ບໍ່​ທໍ້ຖອຍ​ໃນ​ການ​ເຮັດ​ຄວາມດີ ຄື​ຄົນ​ທີ່​ສະແຫວງຫາ​ສະຫງ່າລາສີ, ກຽດຕິຍົດ ແລະ ຊີວິດ​ທີ່​ຕາຍບໍ່ເປັນ​ນັ້ນ, ພຣະອົງ​ກໍ​ຈະ​ໃຫ້​ຊີວິດ​ນິລັນດອນ​ແກ່​ພວກເຂົາ.


ແຕ່​ຖ້າ​ພວກເຮົາ​ຫວັງ​ໃນ​ສິ່ງ​ທີ່​ພວກເຮົາ​ຍັງ​ບໍ່​ມີ ພວກເຮົາ​ກໍ​ຈະ​ຄອຍຖ້າ​ສິ່ງ​ນັ້ນ​ດ້ວຍ​ຄວາມອົດທົນ.


ແລະ ພວກເຮົາ​ຮູ້​ແລ້ວ​ວ່າ​ໃນ​ທຸກໆ​ສິ່ງ​ພຣະເຈົ້າ​ເຮັດ​ໃຫ້​ເກີດ​ຜົນ​ດີ​ແກ່​ບັນດາ​ຜູ້​ທີ່​ຮັກ​ພຣະອົງ ຄື​ຜູ້​ທີ່​ໄດ້​ເອີ້ນ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ.


ເພາະ​ຄວາມທຸກລຳບາກ​ອັນ​ເບົາບາງ ແລະ ຊົ່ວຄາວ​ຂອງ​ພວກເຮົາ ກໍ​ກຳລັງ​ເຮັດໃຫ້​ພວກເຮົາ​ໄດ້ຮັບ​ກຽດ​ນິລັນດອນ ເຊິ່ງ​ຫາ​ທີ່​ປຽບ​ສິ່ງ​ທັງໝົດ​ນີ້​ບໍ່​ໄດ້.


ມີ​ກຳລັງ​ເຂັ້ມແຂງ​ຂຶ້ນ​ດ້ວຍ​ລິດອຳນາດ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ ເພື່ອວ່າ​ພວກເຈົ້າ​ຈະ​ມີ​ຄວາມອົດທົນ ແລະ ຄວາມພະຍາຍາມ​ຫລາຍ​ຂຶ້ນ,


ເຫດສະນັ້ນ ໃນ​ທ່າມກາງ​ຄຣິສຕະຈັກ​ຕ່າງໆ​ຂອງ​ພຣະເຈົ້າ​ພວກເຮົາ​ໄດ້​ອວດ​ເຖິງ​ຄວາມ​ພຽນ​ອົດທົນ ແລະ ຄວາມເຊື່ອ​ຂອງ​ພວກເຈົ້າ​ໃນ​ທ່າມກາງ​ການຂົ່ມເຫັງ ແລະ ການທົດລອງ​ທັງໝົດ​ທີ່​ພວກເຈົ້າ​ກຳລັງ​ອົດທົນ​ຢູ່.


ຂໍ​ໃຫ້​ອົງພຣະຜູ້ເປັນເຈົ້າ​ນຳພາ​ຫົວໃຈ​ຂອງ​ພວກເຈົ້າ​ທັງຫລາຍ​ໄປ​ສູ່​ຄວາມຮັກ​ຂອງ​ພຣະເຈົ້າ ແລະ ໃນ​ຄວາມມານະອົດທົນ​ຂອງ​ພຣະຄຣິດເຈົ້າ.


ພວກເຈົ້າ​ທັງຫລາຍ​ຈໍາເປັນ​ຕ້ອງ​ມີ​ຄວາມອົດທົນ​ເພື່ອ​ວ່າ​ເມື່ອ​ພວກເຈົ້າ​ໄດ້​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ແລ້ວ, ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ສິ່ງ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້


ເຫດສະນັ້ນ ໃນ​ເມື່ອ​ພວກເຮົາ​ມີ​ພະຍານ​ຈໍານວນ​ຫລວງຫລາຍ​ຢູ່​ອ້ອມຂ້າງ​ຢ່າງ​ນີ້​ແລ້ວ ກໍ​ໃຫ້​ພວກເຮົາ​ຖິ້ມ​ທຸກ​ຢ່າງ​ທີ່​ຖ່ວງ​ຢູ່ ແລະ ບາບ​ທີ່​ຕິດແໜ້ນ​ໂດຍ​ງ່າຍ. ໃຫ້​ພວກເຮົາ​ແລ່ນ​ດ້ວຍ​ຄວາມອົດທົນ​ໃນ​ການແຂ່ງຂັນ​ທີ່​ກຳນົດ​ໄວ້​ສຳລັບ​ພວກເຮົາ,


ພວກເຮົາ​ບໍ່​ຢາກ​ໃຫ້​ພວກເຈົ້າ​ກາຍເປັນ​ຄົນຂີ້ຄ້ານ, ແຕ່​ໃຫ້​ຮຽນແບບ​ຄົນ​ເຫລົ່ານັ້ນ​ທີ່​ໄດ້​ຮັບ​ມໍລະດົກ​ຕາມ​ສັນຍາ​ເພາະ​ຄວາມເຊື່ອ ແລະ ຄວາມ​ອົດທົນ.


ສິ່ງ​ເຫລົ່ານີ້​ມີ​ມາ​ກໍ​ເພື່ອ​ພິສູດ​ວ່າ​ພວກເຈົ້າ​ມີ​ຄວາມເຊື່ອ​ແທ້, ຄວາມເຊື່ອ​ນີ້​ລ້ຳຄ່າ​ຍິ່ງ​ກວ່າ​ຄຳ ເຊິ່ງ​ສາມາດ​ເສື່ອມສູນ​ໄປ​ເຖິງ​ແມ່ນ​ວ່າ​ໄດ້​ຖືກ​ຫລອມ​ດ້ວຍ​ໄຟ ຄວາມເຊື່ອ​ນີ້​ກໍ່​ໃຫ້​ເກີດ​ຄຳສັນລະເສີນ, ສະຫງ່າລາສີ ແລະ ກຽດຕິຍົດ​ເມື່ອ​ພຣະເຢຊູຄຣິດເຈົ້າ​ຈະ​ມາ​ປາກົດ.


ແລະ ເພີ່ມ​ການ​ບັງຄົບຕົນ​ເຂົ້າ​ກັບ​ຄວາມຮູ້, ເພີ່ມ​ຄວາມອົດທົນ​ເຂົ້າ​ກັບ​ການ​ບັງຄັບຕົນ, ເພີ່ມ​ຊີວິດ​ໃນ​ທາງ​ຂອງ​ພຣະເຈົ້າ​ເຂົ້າ​ກັບ​ຄວາມ​ບາກບັ່ນ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka