ຢາໂກໂບ 1:21 - ພຣະຄຳພີລາວສະບັບສະໄໝໃໝ່21 ເຫດສະນັ້ນ ຈົ່ງກຳຈັດຄວາມເປື້ອນເປິທາງສິນທຳທຸກຢ່າງ ແລະ ຄວາມຊົ່ວຊ້າທີ່ແຜ່ຫລາຍ ແລ້ວຖ່ອມໂຕລົງຮັບເອົາພຣະຄຳທີ່ໄດ້ປູກໄວ້ໃນພວກເຈົ້າ ເຊິ່ງສາມາດຊ່ວຍພວກເຈົ້າໃຫ້ພົ້ນໄດ້. Uka jalj uñjjattʼätaພຣະຄຳພີສັກສິ21 ເຫດສະນັ້ນ ຈົ່ງເລີກຈາກຄວາມຊົ່ວມົວໝອງທຸກຢ່າງ ແລະຄວາມຊົ່ວຮ້າຍອັນເຫຼືອຫລາຍ. ຈົ່ງນ້ອມໃຈຮັບເອົາພຣະທຳ ທີ່ປູກຝັງໄວ້ແລ້ວນັ້ນ ຊຶ່ງສາມາດຊ່ວຍຈິດວິນຍານຂອງພວກເຈົ້າໃຫ້ພົ້ນໄດ້. Uka jalj uñjjattʼäta |
ແລະ ພວກເຮົາໄດ້ຂອບພຣະຄຸນພຣະເຈົ້າຢູ່ສະເໝີ ເພາະເມື່ອພວກເຈົ້າໄດ້ຮັບເອົາພຣະຄຳຂອງພຣະເຈົ້າ ເຊິ່ງພວກເຈົ້າໄດ້ຍິນຈາກພວກເຮົານັ້ນ ພວກເຈົ້າບໍ່ໄດ້ຮັບໄວ້ເໝືອນດັ່ງເປັນຖ້ອຍຄຳຂອງມະນຸດຜູ້ໜຶ່ງ ແຕ່ໄດ້ຮັບໄວ້ຕາມທີ່ເປັນຈິງຄື ເປັນພຣະຄຳຂອງພຣະເຈົ້າທີ່ກຳລັງທຳງານຢູ່ພາຍໃນພວກເຈົ້າທັງຫລາຍທີ່ເຊື່ອ.