Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 1:18 - ພຣະຄຳພີລາວສະບັບສະໄໝໃໝ່

18 ພຣະອົງ​ເລືອກ​ທີ່​ຈະ​ໃຫ້​ພວກເຮົາ​ບັງເກີດ​ຜ່ານ​ທາງ​ຖ້ອຍຄຳ​ແຫ່ງ​ຄວາມຈິງ​ເພື່ອ​ພວກເຮົາ​ຈະ​ໄດ້​ເປັນ​ຜົນທຳອິດ​ຂອງ​ທຸກສິ່ງ​ທີ່​ໄດ້​ພຣະອົງ​ສ້າງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

18 ໂດຍ​ນໍ້າພຣະໄທ​ຂອງ​ພຣະອົງ​ເອງ​ນັ້ນ ພຣະອົງ​ຈຶ່ງ​ຊົງ​ບັນດານ​ໃຫ້​ພວກເຮົາ​ບັງເກີດ​ດ້ວຍ​ພຣະທຳ​ອັນ​ສັດຈິງ ເພື່ອ​ພວກເຮົາ​ຈະ​ເປັນ​ຢ່າງ​ຜົນ​ທຳອິດ ແຫ່ງ​ສິ່ງ​ທັງຫລາຍ​ທີ່​ພຣະອົງ​ຊົງ​ສ້າງ.

Uka jalj uñjjattʼäta Copia luraña




ຢາໂກໂບ 1:18
24 Jak'a apnaqawi uñst'ayäwi  

ຄື​ເປັນ​ລູກ​ທີ່​ບໍ່​ໄດ້​ເກີດ​ຈາກ​ການສືບເຊື້ອສາຍ​ຕາມ​ທຳມະຊາດ ຫລື ຄວາມຕ້ອງການ​ຂອງ​ມະນຸດ ຫລື ຈາກ​ຄວາມຕ້ອງການ​ຂອງ​ຜົວ, ແຕ່​ເກີດ​ຈາກ​ພຣະເຈົ້າ.


ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ແລ້ວ​ວ່າ: “ເຮົາ​ໄດ້​ໃຫ້​ເຈົ້າ​ເປັນ​ບິດາ​ຂອງ​ຫລາຍ​ຊົນຊາດ”. ເພິ່ນ​ເປັນ​ບິດາ​ຂອງ​ເຮົາ​ໃນ​ສາຍຕາ​ຂອງ​ພຣະເຈົ້າ​ຜູ້​ທີ່​ເພິ່ນ​ເຊື່ອ ຄື​ພຣະເຈົ້າ​ຜູ້​ໃຫ້​ຊີວິດ​ແກ່​ຄົນ​ທີ່​ຕາຍ​ແລ້ວ ແລະ ເອີ້ນ​ສິ່ງ​ທີ່​ບໍ່​ມີ​ໃຫ້​ມີ​ຂຶ້ນ​ມາ.


ເຖິງແມ່ນວ່າ ໃນ​ພຣະຄຣິດເຈົ້າ​ພວກເຈົ້າ​ມີ​ຜູ້ປ້ອງກັນຮັກສາ​ເປັນ​ສິບພັນ​ຄົນ​ກໍຕາມ, ພວກເຈົ້າ​ກໍ​ບໍ່​ມີ​ພໍ່​ຫລາຍ​ຄົນ, ເພາະ​ໃນ​ພຣະເຢຊູຄຣິດເຈົ້າ ເຮົາ​ໄດ້​ກາຍເປັນ​ພໍ່​ຂອງ​ພວກເຈົ້າ​ໂດຍ​ທາງ​ຂ່າວປະເສີດ.


ໃນ​ຄຳເວົ້າ​ອັນ​ສັດຈິງ ແລະ ໃນ​ລິດອຳນາດ​ຂອງ​ພຣະເຈົ້າ; ດ້ວຍ​ອາວຸດ​ແຫ່ງ​ຄວາມຊອບທຳ​ໃນ​ມື​ຂວາ ແລະ ໃນ​ມື​ຊ້າຍ;


ເພື່ອ​ພວກເຮົາ​ທີ່​ເປັນ​ຜູ້​ທຳອິດ​ທີ່​ມອບ​ຄວາມຫວັງ​ຂອງ​ພວກເຮົາ​ໄວ້​ໃນ​ພຣະຄຣິດເຈົ້າ, ຈະ​ໄດ້​ສັນລະເສີນ​ສະຫງ່າລາສີ​ຂອງ​ພຣະອົງ.


ແລະ ພວກເຈົ້າ​ກໍ​ໄດ້​ຮ່ວມ​ຢູ່ໃນ​ພຣະຄຣິດເຈົ້າ​ເໝືອນກັນ​ເມື່ອ​ພວກເຈົ້າ​ໄດ້​ຍິນ​ພຣະຄຳ​ແຫ່ງ​ຄວາມຈິງ, ຄື​ຂ່າວປະເສີດ​ແຫ່ງ​ຄວາມພົ້ນ​ຂອງ​ພວກເຈົ້າ. ເມື່ອ​ພວກເຈົ້າ​ໄດ້​ເຊື່ອ ພວກເຈົ້າ​ກໍ​ໄດ້​ຖືກ​ໝາຍ​ໄວ້​ໃນ​ພຣະອົງ​ດ້ວຍ​ຕາປະທັບ, ຄື​ພຣະວິນຍານບໍລິສຸດເຈົ້າ​ທີ່​ໄດ້​ສັນຍາ​ໄວ້,


ຈົ່ງ​ພະຍາຍາມ​ຢ່າງ​ສຸດກຳລັງ​ເພື່ອ​ສະແດງ​ຕົນ​ຕໍ່​ພຣະເຈົ້າ​ເໝືອນດັ່ງ​ເປັນ​ຜູ້​ໜຶ່ງ​ທີ່​ໄດ້​ຮັບຮອງ​ໄວ້​ແລ້ວ, ເປັນ​ຄົນງານ​ທີ່​ບໍ່​ຕ້ອງ​ອັບອາຍ ແລະ ໃຊ້​ຖ້ອຍຄຳ​ແຫ່ງ​ຄວາມຈິງ​ຢ່າງ​ຖືກຕ້ອງ.


ມາ​ສູ່​ຄຣິສຕະຈັກ​ຂອງ​ບັນດາ​ລູກກົກ​ຜູ້​ທີ່​ມີ​ຊື່​ບັນທຶກ​ໄວ້​ໃນ​ສະຫວັນ. ພວກເຈົ້າ​ໄດ້​ມາ​ເຖິງ​ພຣະເຈົ້າ​ຜູ້ພິພາກສາ​ມະນຸດ​ທຸກຄົນ, ມາ​ຍັງ​ຈິດວິນຍານ​ຂອງ​ຜູ້ຊອບທຳ​ທີ່​ເຮັດ​ໃຫ້​ສົມບູນ​ແລ້ວ,


ຫລັງ​ຈາກ​ທີ່​ຄວາມປາຖະໜາ​ຊົ່ວ​ໄດ້​ກໍ່​ໃຫ້​ເກີດ​ຂຶ້ນ​ແລ້ວ, ກໍ​ເຮັດ​ໃຫ້​ເກີດ​ມີ​ບາບ ແລະ ເມື່ອ​ບາບ​ຈະເລີນ​ຂຶ້ນ​ຢ່າງ​ເຕັມຂະໜາດ​ແລ້ວ​ກໍ​ກໍ່​ໃຫ້​ເກີດ​ມີ​ຄວາມຕາຍ.


ເຫດສະນັ້ນ ຈົ່ງ​ກຳຈັດ​ຄວາມເປື້ອນເປິ​ທາງ​ສິນທຳ​ທຸກຢ່າງ ແລະ ຄວາມຊົ່ວຊ້າ​ທີ່​ແຜ່​ຫລາຍ ແລ້ວ​ຖ່ອມໂຕລົງ​ຮັບ​ເອົາ​ພຣະຄຳ​ທີ່​ໄດ້​ປູກ​ໄວ້​ໃນ​ພວກເຈົ້າ ເຊິ່ງ​ສາມາດ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ໄດ້.


ແຕ່​ຖ້າພວກເຈົ້າ​ຂົມຂື່ນ​ດ້ວຍ​ໃຈ​ອິດສາ ແລະ ທະເຍີທະຍານ​ຢ່າງ​ເຫັນແກ່ໂຕ​ຢູ່​ໃນ​ໃຈ​ຂອງ​ພວກເຈົ້າ ກໍ​ຢ່າ​ໂອ້ອວດ​ເຖິງ​ເລື່ອງ​ນັ້ນ ຫລື ປະຕິເສດ​ຄວາມຈິງ.


ເພາະ​ພວກເຈົ້າ​ໄດ້​ບັງເກີດ​ໃໝ່​ແລ້ວ, ບໍ່​ແມ່ນ​ເກີດ​ຈາກ​ເມັດພັນ​ອັນ​ເສື່ອມສູນ​ໄດ້ ແຕ່​ຈາກ​ເມັດພັນ​ອັນ​ບໍ່​ມີ​ເສື່ອມສູນ ຜ່ານທາງ​ພຣະຄຳ​ຂອງ​ພຣະເຈົ້າ​ອັນ​ມີຊີວິດ ແລະ ຕັ້ງໝັ້ນຄົງ​ຖາວອນ.


ສັນລະເສີນ​ພຣະເຈົ້າ​ພຣະບິດາ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ, ດ້ວຍ​ຄວາມເມດຕາ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ພຣະອົງ​ໄດ້​ໃຫ້​ພວກເຮົາ​ໄດ້​ບັງເກີດ​ໃໝ່​ເຂົ້າ​ໃນ​ຄວາມຫວັງ​ອັນ​ມີຊີວິດ​ຢູ່​ຜ່ານທາງ​ການເປັນຄືນມາຈາກຕາຍ​ຂອງ​ພຣະເຢຊູຄຣິດເຈົ້າ,


ບໍ່​ມີ​ຜູ້ໃດ​ທີ່​ເກີດ​ຈາກ​ພຣະເຈົ້າ​ແລ້ວ​ຍັງ​ເຮັດ​ບາບ​ຕໍ່ໄປ, ເພາະວ່າ​ເມັດພັນ​ຂອງ​ພຣະເຈົ້າ​ດຳລົງ​ຢູ່​ໃນ​ພວກເຂົາ, ພວກເຂົາ​ບໍ່​ສາມາດ​ເຮັດ​ບາບ​ຕໍ່ໄປ​ເພາະ​ພວກເຂົາ​ໄດ້​ເກີດ​ຈາກ​ພຣະເຈົ້າ.


ຄົນ​ເຫລົ່ານີ້​ຄື​ຜູ້​ທີ່​ບໍ່​ໄດ້​ເຮັດ​ໃຫ້​ຕົນເອງ​ເປັນມົນທິນ​ຍ້ອນ​ຜູ້ຍິງ ເພາະ​ພວກເພິ່ນ​ຮັກສາ​ຕົນເອງ​ໃຫ້​ບໍລິສຸດ​ຢູ່​ສະເໝີ. ພວກເຂົາ​ຕິດຕາມ​ລູກແກະ​ຂອງ​ພຣະເຈົ້າ​ໄປ​ທຸກບ່ອນ​ທີ່​ພຣະອົງ​ໄປ. ພວກເຂົາ​ເປັນ​ຜູ້​ທີ່​ໄດ້​ໄຖ່​ໄວ້​ຈາກ​ມວນມະນຸດ ແລະ ເພື່ອ​ເປັນ​ຜົນທຳອິດ​ຖວາຍ​ແກ່​ພຣະເຈົ້າ ແລະ ລູກແກະ​ຂອງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka