Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 1:16 - ພຣະຄຳພີລາວສະບັບສະໄໝໃໝ່

16 ພີ່ນ້ອງ​ທີ່ຮັກ​ທັງຫລາຍ​ຂອງ​ເຮົາ​ເອີຍ, ຢ່າ​ໃຫ້​ຜູ້ໃດ​ຖືກ​ລໍ້ລວງ​ເລີຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

16 ພີ່ນ້ອງ​ທີ່ຮັກ​ທັງຫລາຍ​ຂອງເຮົາ​ເອີຍ, ຢ່າ​ໄດ້​ຫລົງ​ຜິດ​ໄປ.

Uka jalj uñjjattʼäta Copia luraña




ຢາໂກໂບ 1:16
22 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ຕອບ​ວ່າ, “ພວກເຈົ້າ​ຜິດ​ເພາະ​ວ່າ​ພວກເຈົ້າ​ບໍ່​ຮູ້ຈັກ​ພຣະຄຳພີ ຫລື ລິດອຳນາດ​ຂອງ​ພຣະເຈົ້າ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ພວກເຈົ້າ​ບໍ່​ຜິດ​ເພາະ​ວ່າ​ພວກເຈົ້າ​ບໍ່​ຮູ້ຈັກ​ພຣະຄຳພີ ຫລື ລິດອຳນາດ​ຂອງ​ພຣະເຈົ້າ​ບໍ?


ພຣະອົງ​ບໍ່ແມ່ນ​ພຣະເຈົ້າ​ຂອງ​ຄົນຕາຍ, ແຕ່​ແມ່ນ​ພຣະເຈົ້າ​ຂອງ​ຄົນເປັນ. ພວກເຈົ້າ​ເຂົ້າໃຈ​ຜິດ​ຫລາຍ​ແລ້ວ!”


ໃນ​ວັນ​ນັ້ນ ເປໂຕ​ໄດ້​ຢືນ​ຂຶ້ນ​ທ່າມກາງ​ບັນດາ​ຜູ້ທີ່ເຊື່ອ (ໂດຍ​ມີ​ປະມານ​ຮ້ອຍຊາວ​ຄົນ)


ຫລື ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ຜູ້​ເຮັດ​ຜິດ​ຈະ​ບໍ່​ໄດ້​ຮັບ​ອານາຈັກ​ຂອງ​ພຣະເຈົ້າ​ເປັນ​ມໍລະດົກ? ຢ່າ​ຫລອກລວງ​ເລີຍ ບໍ່​ວ່າ​ຄົນ​ຜິດສິນທຳທາງເພດ ຫລື ຄົນຂາບໄຫວ້​ຮູບເຄົາລົບ ຫລື ຄົນຫລິ້ນຊູ້ ຫລື ຜູ້ຊາຍ​ມີ​ເພດສຳພັນ​ກັບ​ຜູ້ຊາຍ


ຢ່າ​ໄດ້​ຖືກ​ຫລອກ​ຄື: ພວກເຈົ້າ​ບໍ່​ສາມາດ​ເຢາະເຢີ້ຍ​ພຣະເຈົ້າ​ໄດ້. ມະນຸດ​ເກັບກ່ຽວ​ໃນ​ສິ່ງ​ທີ່​ຕົນ​ຫວ່ານ.


ເຫດສະນັ້ນ, ເພື່ອນ​ທີ່​ຮັກ​ທັງຫລາຍ​ຂອງ​ເຮົາ, ເໝືອນດັ່ງ​ທີ່​ພວກເຈົ້າ​ໄດ້​ເຊື່ອຟັງ​ຕະຫລອດ​ມາ ບໍ່​ພຽງ​ແຕ່​ໃນ​ຂະນະ​ທີ່​ເຮົາ​ຢູ່​ນໍາ, ແຕ່​ບັດນີ້ ຈົ່ງ​ເຊື່ອຟັງ​ຫລາຍ​ຂຶ້ນ​ກວ່າ​ເກົ່າ​ອີກ​ໃນ​ຂະນະ​ທີ່​ເຮົາ​ບໍ່​ຢູ່​ນໍາ ຈົ່ງ​ບາກບັ່ນ​ຕໍ່ໄປ​ເພື່ອ​ຄວາມພົ້ນ​ຂອງ​ພວກເຈົ້າ​ດ້ວຍ​ຄວາມ​ຢຳເກງ ແລະ ຕົວສັ່ນ,


ເຫດສະນັ້ນ, ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ພວກເຈົ້າ​ເປັນ​ຜູ້​ທີ່​ເຮົາ​ຮັກ ແລະ ປາຖະໜາ​ຫາ, ເປັນ​ຄວາມຍິນດີ ແລະ ເປັນ​ມົງກຸດ​ຂອງ​ເຮົາ, ເພື່ອນ​ທີ່ຮັກ​ຂອງ​ເຮົາ​ເອີຍ ຈົ່ງ​ຕັ້ງໝັ້ນຄົງ​ຢູ່​ໃນ​ທາງ​ຂອງ​ອົງພຣະຜູ້ເປັນເຈົ້າ!


ເຮົາ​ກ່າວ​ຢ່າງ​ນີ້​ກໍ​ເພື່ອ​ບໍ່​ໃຫ້​ຜູ້ໃດ​ລໍ້ລວງ​ພວກເຈົ້າ​ດ້ວຍ​ຖ້ອຍຄຳ​ອັນ​ໜ້າ​ເຊື່ອຖື.


ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ໃຫ້​ຜູ້ໃດ​ຈັບ​ພວກເຈົ້າ​ໄປ​ເປັນ​ຊະເລີຍ​ດ້ວຍ​ປັດຊະຍາ​ອັນ​ບໍ່ມີແກ່ນສານ ແລະ ຫລອກລວງ ເຊິ່ງ​ອາໄສ​ປະເພນີ​ຂອງ​ມະນຸດ​ທີ່​ສືບທອດ​ກັນ​ມາ ແລະ ຫລັກການພື້ນຖານ​ຕ່າງໆ​ຂອງ​ໂລກ​ນີ້​ແທນ​ທີ່​ຈະ​ອາໄສ​ພຣະຄຣິດເຈົ້າ.


ເຊິ່ງ​ເປັນ​ຜູ້​ທີ່​ໄດ້​ຫລົງ​ໄປ​ຈາກ​ຄວາມຈິງ​ແລ້ວ. ພວກເຂົາ​ເວົ້າ​ວ່າ​ການເປັນຄືນມາຈາກຕາຍ​ໄດ້​ຜ່ານພົ້ນ​ໄປ​ແລ້ວ ແລະ ໄດ້​ທຳລາຍ​ຄວາມເຊື່ອ​ຂອງ​ບາງຄົນ​ລົງ.


ຈົ່ງ​ສືບຕໍ່​ຮັກເຊິ່ງກັນແລະກັນ​ເໝືອນດັ່ງ​ພີ່ນ້ອງ.


ພີ່ນ້ອງ​ທີ່ຮັກ​ທັງຫລາຍ​ຂອງ​ເຮົາ​ເອີຍ, ໃຫ້​ຈົດຈຳ​ຂໍ້​ນີ້​ຄື: ທຸກຄົນ​ຈະ​ຕ້ອງ​ໄວ​ໃນ​ການຟັງ, ຊ້າ​ໃນ​ການເວົ້າ ແລະ ຊ້າ​ໃນ​ການໃຈຮ້າຍ,


ພີ່ນ້ອງ​ທັງຫລາຍ​ເອີຍ, ເມື່ອ​ໃດ​ທີ່​ພວກເຈົ້າ​ປະເຊີນ​ກັບ​ການທົດລອງ​ໃນ​ຫລາຍ​ຮູບແບບ​ຈົ່ງ​ຖື​ເປັນ​ເລື່ອງ​ທີ່​ໜ້າ​ຍິນດີ​ແທ້ໆ,


ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ໃນ​ຖານະ​ທີ່​ພວກເຈົ້າ​ເປັນ​ຜູ້​ເຊື່ອ​ໃນ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຜູ້​ມີ​ສະຫງ່າລາສີ​ຂອງ​ພວກເຮົາ​ຈະ​ຕ້ອງ​ບໍ່​ລຳອຽງ.


ພີ່ນ້ອງ​ທັງຫລາຍ, ຖ້າ​ຄົນ​ໜຶ່ງ​ອ້າງ​ວ່າ​ຕົນ​ມີ​ຄວາມເຊື່ອ​ແຕ່​ບໍ່​ມີ​ການປະຕິບັດ​ມັນ​ຈະ​ມີ​ປະໂຫຍດ​ອັນໃດ? ຄວາມເຊື່ອ​ແບບ​ນີ້​ສາມາດ​ຊ່ວຍ​ພວກເຂົາ​ໃຫ້​ລອດພົ້ນ​ໄດ້​ບໍ?


ພີ່ນ້ອງ​ທີ່ຮັກ​ທັງຫລາຍ​ຂອງ​ເຮົາ: ຈົ່ງ​ຟັງ, ພຣະເຈົ້າ​ເລືອກ​ຜູ້​ທີ່​ຍາກຈົນ​ໃນ​ສາຍຕາ​ຂອງ​ຊາວ​ໂລກ​ໃຫ້​ຮັ່ງມີ​ໃນ​ຄວາມເຊື່ອ ແລະ ໃຫ້​ຄອບຄອງ​ອານາຈັກ​ທີ່​ພຣະອົງ​ສັນຍາ​ໄວ້​ກັບ​ບັນດາ​ຜູ້​ທີ່​ຮັກ​ພຣະອົງ​ບໍ່​ແມ່ນ​ບໍ?


ພີ່ນ້ອງ​ທີ່​ເຊື່ອ​ທັງຫລາຍ​ເອີຍ, ບໍ່​ແມ່ນ​ຫລາຍຄົນ​ໃນ​ພວກເຈົ້າ​ຈະ​ຕ້ອງ​ເປັນ​ອາຈານ, ເພາະ​ພວກເຈົ້າ​ກໍ​ຮູ້​ຢູ່​ວ່າ​ພວກເຮົາ​ທີ່​ເປັນ​ຜູ້ສອນ​ນັ້ນ​ຈະ​ຖືກ​ຕັດສິນ​ຢ່າງ​ເຂັ້ມງວດ​ກວ່າ​ຜູ້​ອື່ນ.


ຄຳສັນລະເສີນ ແລະ ຄຳປ້ອຍດ່າ​ຕ່າງ​ກໍ​ອອກ​ມາ​ຈາກ​ປາກ​ອັນ​ດຽວ​ກັນ. ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ຢ່າ​ໃຫ້​ເປັນ​ຢ່າງ​ນັ້ນ​ເລີຍ.


ພີ່ນ້ອງ​ທັງຫລາຍ​ເອີຍ, ຢ່າ​ໃສ່ຮ້າຍປ້າຍສີ​ກັນ, ຜູ້ໃດ​ທີ່​ກ່າວ​ຕໍ່ຕ້ານ​ພີ່ນ້ອງ ຫລື ຕັດສິນ​ພວກເຂົາ​ກໍ​ກ່າວ​ຕໍ່ຕ້ານ ແລະ ຕັດສິນ​ກົດບັນຍັດ. ເມື່ອ​ພວກເຈົ້າ​ຕັດສິນ​ກົດບັນຍັດ ພວກເຈົ້າ​ກໍ​ບໍ່​ໄດ້​ຖືຮັກສາ​ກົດບັນຍັດ​ນັ້ນ, ແຕ່​ຕັ້ງ​ຕົນເອງ​ເປັນ​ຜູ້ຕັດສິນ​ກົດບັນຍັດ.


ພີ່ນ້ອງ​ທັງຫລາຍ​ເອີຍ, ເໜືອ​ສິ່ງ​ອື່ນ​ທັງໝົດ​ຄື: ຢ່າ​ສາບານ, ບໍ່​ວ່າ​ຈະ​ອ້າງ​ເຖິງ​ສະຫວັນ ຫລື ອ້າງ​ເຖິງ​ແຜ່ນດິນໂລກ ຫລື ອ້າງ​ເຖິງ​ສິ່ງ​ອື່ນ​ໃດ. ພວກເຈົ້າ​ຄວນ​ຈະ​ກ່າວ​ວ່າ “ແມ່ນ” ຫລື “ບໍ່ແມ່ນ” ບໍ່​ດັ່ງນັ້ນ​ພວກເຈົ້າ​ຈະ​ຖືກ​ຕັດສິນລົງໂທດ.


ພີ່ນ້ອງ​ທັງຫລາຍ​ເອີຍ, ຖ້າ​ມີ​ຄົນ​ໜຶ່ງ​ໃນ​ພວກເຈົ້າ​ຫລົງທາງ​ໄປ​ຈາກ​ຄວາມຈິງ ແລະ ມີ​ບາງຄົນ​ນຳ​ເອົາ​ຄົນ​ນັ້ນ​ກັບ​ຄືນ​ມາ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka