Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 1:14 - ພຣະຄຳພີລາວສະບັບສະໄໝໃໝ່

14 ແຕ່​ວ່າ​ແຕ່ລະຄົນ​ຖືກ​ລໍ້ລວງ​ກໍ​ເມື່ອ​ພວກເຂົາ​ຖືກ​ຊັກຈູງ​ໄປ​ໂດຍ​ຄວາມປາຖະໜາ​ຊົ່ວ​ຂອງ​ຕົນ ແລະ ຖືກ​ລໍ້ລວງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

14 ແຕ່​ວ່າ​ທຸກຄົນ​ທີ່​ຖືກ​ລໍ້ລວງ​ໃຫ້​ຫຼົງ ກໍ​ຕໍ່​ເມື່ອ​ຄວາມ​ປາຖະໜາ​ຊົ່ວ​ຊັກຈ່ອງ ແລະ​ຍົວະເຍົ້າ​ໃຫ້​ປະຕິບັດ​ຕາມ.

Uka jalj uñjjattʼäta Copia luraña




ຢາໂກໂບ 1:14
24 Jak'a apnaqawi uñst'ayäwi  

ແຕ່​ສິ່ງ​ທີ່​ອອກ​ມາ​ຈາກ​ປາກ​ນັ້ນ​ກໍ​ອອກ​ມາ​ຈາກ​ໃຈ ແລະ ສິ່ງ​ເຫລົ່ານີ້​ທີ່​ເຮັດ​ໃຫ້​ມະນຸດ ‘ເປັນມົນທິນ’


ສິ່ງ​ເຫລົ່ານີ້​ທີ່​ເຮັດ​ໃຫ້​ມະນຸດ ‘ເປັນມົນທິນ’ ແຕ່​ການ​ກິນ​ອາຫານ​ໂດຍ​ບໍ່​ໄດ້​ລ້າງ​ມື​ນັ້ນ ບໍ່​ໄດ້​ເຮັດ​ໃຫ້​ມະນຸດ ‘ເປັນມົນທິນ’”.


ຫລັງຈາກນັ້ນ ພຣະວິນຍານບໍລິສຸດເຈົ້າ​ໄດ້​ນຳ​ພຣະເຢຊູເຈົ້າ​ໄປ​ຍັງ​ຖິ່ນແຫ້ງແລ້ງກັນດານ​ເພື່ອ​ໃຫ້​ມານຮ້າຍ​ທົດລອງ.


ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ, ຜູ້ໃດ​ແນມ​ເບິ່ງ​ຍິງ​ດ້ວຍ​ຕັນຫາ ຜູ້​ນັ້ນ​ກໍ​ໄດ້​ຫລິ້ນຊູ້​ໃນ​ໃຈ​ກັບ​ນາງ​ແລ້ວ.


ເພາະວ່າ ຄວາມບາບ​ໄດ້​ສວຍໂອກາດ​ຈາກ​ພຣະບັນຍັດ​ມາ​ຫລອກລວງ​ເຮົາ ແລະ ຄວາມບາບ​ໄດ້​ເຮັດ​ໃຫ້​ເຮົາ​ຕາຍ​ໂດຍ​ທາງ​ພຣະບັນຍັດ​ນັ້ນ.


ຖ້າ​ຢ່າງ​ນັ້ນ​ແລ້ວ ສິ່ງ​ທີ່​ດີງາມ​ກໍ​ກາຍເປັນ​ຄວາມຕາຍ​ສຳລັບ​ເຮົາ​ບໍ? ບໍ່ແມ່ນ​ຢ່າງນັ້ນ​ດອກ! ແຕ່​ເພື່ອ​ໃຫ້​ຮູ້​ຈັກ​ວ່າ​ບາບ​ຄື​ບາບ, ບາບ​ນຳໃຊ້​ສິ່ງ​ທີ່​ດີ​ເພື່ອ​ນໍາເອົາ​ຄວາມຕາຍ​ມາ​ສູ່​ເຮົາ. ເພື່ອວ່າ​ໂດຍ​ຜ່ານ​ທາງ​ພຣະບັນຍັດ​ຈະ​ໄດ້​ເຫັນ​ວ່າ​ຄວາມບາບ​ນັ້ນ​ຊົ່ວຮ້າຍ​ຫລາຍ​ທີ່ສຸດ.


ພວກເຈົ້າ​ໄດ້​ຖືກ​ສອນ​ກ່ຽວກັບ​ວິຖີຊີວິດ​ເກົ່າ​ຂອງ​ພວກເຈົ້າ, ໃຫ້​ຖອດຖິ້ມ​ສະພາບ​ມະນຸດ​ຄົນ​ເກົ່າ​ຂອງ​ພວກເຈົ້າ ເຊິ່ງ​ກຳລັງ​ຖືກ​ເຮັດ​ໃຫ້​ເສື່ອມເສຍ​ໄປ​ໂດຍ​ຄວາມ​ປາຖະໜາ​ອັນ​ລໍ້ລວງ​ຂອງ​ມັນ;


ຈົ່ງ​ໜູນໃຈ​ກັນແລະກັນ​ທຸກໆ​ວັນ​ຕາບໃດ​ທີ່​ຍັງ​ເອີ້ນ​ວ່າ “ວັນ​ນີ້” ເພື່ອວ່າ​ຈະ​ບໍ່​ມີ​ຜູ້ໃດ​ໃນ​ພວກເຈົ້າ​ດື້ດ້ານ​ເພາະ​ການຫລອກລວງ​ຂອງ​ບາບ.


ເມື່ອ​ຖືກ​ລໍ້ລວງ​ໃຫ້​ເຮັດ​ບາບ ຢ່າ​ໃຫ້​ຜູ້ໃດ​ເວົ້າ​ວ່າ, “ພຣະເຈົ້າ​ລໍ້ລວງ​ຂ້ານ້ອຍ” ເພາະວ່າ​ຄວາມຊົ່ວ​ບໍ່​ສາມາດ​ລໍ້ລວງ​ພຣະເຈົ້າ​ໃຫ້​ເຮັດ​ບາບ​ໄດ້ ແລະ ພຣະອົງ​ກໍ​ບໍ່​ໄດ້​ລໍ້ລວງ​ຜູ້ໃດ,


ຫລັງ​ຈາກ​ທີ່​ຄວາມປາຖະໜາ​ຊົ່ວ​ໄດ້​ກໍ່​ໃຫ້​ເກີດ​ຂຶ້ນ​ແລ້ວ, ກໍ​ເຮັດ​ໃຫ້​ເກີດ​ມີ​ບາບ ແລະ ເມື່ອ​ບາບ​ຈະເລີນ​ຂຶ້ນ​ຢ່າງ​ເຕັມຂະໜາດ​ແລ້ວ​ກໍ​ກໍ່​ໃຫ້​ເກີດ​ມີ​ຄວາມຕາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka