Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 1:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ເພາະ​ເມື່ອ​ຕາເວັນ​ຂຶ້ນ​ດ້ວຍ​ຄວາມຮ້ອນກ້າ ແລະ ເຮັດ​ໃຫ້​ພືດ​ຫ່ຽວແຫ້ງ, ດອກ​ຂອງ​ມັນ​ກໍ​ຫລົ່ນ​ລົງ ແລະ ຄວາມງາມ​ກໍ​ຖືກ​ທຳລາຍ. ໃນ​ທຳນອງດຽວກັນ​ນີ້ ຄົນ​ຮັ່ງມີ​ກໍ​ຈະ​ເສື່ອມສູນ​ໄປ​ແມ່ນ​ແຕ່​ໃນ​ຂະນະ​ທີ່​ພວກເຂົາ​ດຳເນີນ​ກິດຈະການ​ຂອງ​ຕົນ​ຢູ່.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ເພາະ​ເມື່ອ​ຕາເວັນ​ຂຶ້ນ ຄວາມ​ຮ້ອນ​ອັນ​ແຮງກ້າ ເຮັດ​ໃຫ້​ຕົ້ນຫຍ້າ​ຫ່ຽວແຫ້ງ​ໄປ ແລ້ວ​ດອກ​ຫຍ້າ​ກໍ​ຕົກ​ຫລົ່ນ​ລົງ ສີສັນ​ວັນນະ​ຄວາມງາມ​ຂອງ​ມັນ​ກໍ​ສູນສິ້ນ​ໄປ. ໃນ​ທຳນອງ​ດຽວກັນ, ຄົນ​ຮັ່ງມີ​ຈະ​ເສື່ອມສູນ​ໄປ ໃນ​ຂະນະທີ່​ດຳເນີນ​ງານ​ຂອງຕົນ​ເໝືອນກັນ.

Uka jalj uñjjattʼäta Copia luraña




ຢາໂກໂບ 1:11
27 Jak'a apnaqawi uñst'ayäwi  

ແຕ່​ເມື່ອ​ຕາເວັນ​ຂຶ້ນ​ມາ, ພືດ​ນັ້ນ​ກໍ​ຖືກ​ແດດເຜົາ ແລະ ຫ່ຽວແຫ້ງ​ໄປ​ເພາະ​ບໍ່​ມີ​ຮາກ.


‘ຄົນຮັບຈ້າງ​ຜູ້​ທີ່​ມາ​ຕາມຫລັງ​ເຮັດວຽກ​ພຽງ​ຊົ່ວໂມງ​ດຽວ​ເທົ່ານັ້ນ ສ່ວນ​ພວກເຮົາ​ເຮັດວຽກ​ໜັກ​ຕາກແດດ​ຮ້ອນ​ມາ​ໝົດ​ມື້ ແຕ່​ທ່ານ​ໄດ້​ຈ່າຍ​ໃຫ້​ພວກເຮົາ​ເທົ່າ​ກັບ​ພວກເຂົາ’.


ຖ້າ​ພຣະເຈົ້າ​ຕົບແຕ່ງ​ຕົ້ນຫຍ້າ​ທີ່​ຢູ່​ໃນ​ທົ່ງ, ເຊິ່ງ​ເປັນຢູ່​ໃນ​ບ່ອນນີ້​ວັນນີ້ ແລະ ມື້ອື່ນ​ກໍ​ຈະ​ຕ້ອງ​ຖືກ​ຖິ້ມ​ລົງ​ໃສ່​ໄຟ, ພວກເຈົ້າ​ຜູ້​ມີຄວາມເຊື່ອນ້ອຍ​ເອີຍ! ພຣະອົງ​ຈະ​ບໍ່​ຕົບແຕ່ງ​ພວກເຈົ້າ​ຫລາຍ​ກວ່າ​ນັ້ນ​ອີກ​ບໍ?


ແຕ່​ເມື່ອ​ຕາເວັນ​ຂຶ້ນ​ມາ​ພືດ​ນັ້ນ​ກໍ​ຖືກ​ແດດເຜົາ ແລະ ຫ່ຽວແຫ້ງ​ໄປ​ເພາະ​ບໍ່​ມີ​ຮາກ.


ບັນດາ​ຜູ້​ທີ່​ໃຊ້​ສິ່ງຂອງ​ໃນ​ໂລກນີ້ ໃຫ້​ເປັນ​ເໝືອນ​ກັບ​ບໍ່​ໄດ້​ໃຊ້​ສິ່ງ​ເຫລົ່ານັ້ນ​ຢ່າງ​ເຕັມທີ່. ເພາະ​ໂລກ​ທີ່​ເປັນຢູ່​ໃນ​ປັດຈຸບັນ​ນີ້​ກຳລັງ​ຈະ​ຜ່ານພົ້ນ​ໄປ.


ແລະ ເຂົ້າ​ໃນ​ມໍລະດົກ​ອັນ​ບໍ່​ມີ​ວັນ​ເສື່ອມສູນ, ບໍ່​ເປື່ອຍເນົ່າ ຫລື ບໍ່​ຈາງຫາຍໄປ. ມໍລະດົກ​ນີ້​ໄດ້​ຮັກສາ​ໄວ້​ໃນ​ສະຫວັນ​ເພື່ອ​ພວກເຈົ້າ.


ແລະ ເມື່ອ​ຫົວໜ້າ​ຂອງ​ຜູ້ລ້ຽງແກະ​ມາ​ປາກົດ ພວກເຈົ້າ​ທັງຫລາຍ​ຈະ​ໄດ້​ຮັບ​ມົງກຸດ​ແຫ່ງ​ສະຫງ່າລາສີ​ທີ່​ບໍ່​ມີ​ວັນ​ຈາງຫາຍໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka