ເຮັບເຣີ 9:7 - ພຣະຄຳພີລາວສະບັບສະໄໝໃໝ່7 ແຕ່ມີພຽງມະຫາປະໂລຫິດຜູ້ດຽວເທົ່ານັ້ນທີ່ເຂົ້າໄປຫ້ອງຊັ້ນໃນໄດ້ປີລະເທື່ອ ແລະ ຕ້ອງນຳເລືອດສັດເຂົ້າໄປຖວາຍເພື່ອຕົນເອງ ແລະ ເພື່ອຄວາມບາບຂອງປະຊາຊົນທີ່ໄດ້ເຮັດໂດຍບໍ່ເຈດຕະນາ. Uka jalj uñjjattʼätaພຣະຄຳພີສັກສິ7 ສ່ວນຫ້ອງຊັ້ນໃນນັ້ນ ມີແຕ່ມະຫາປະໂຣຫິດຜູ້ດຽວເທົ່ານັ້ນທີ່ເຂົ້າໄປໄດ້ ແລະເພິ່ນເຂົ້າໄປໄດ້ປີລະເທື່ອເທົ່ານັ້ນ. ເພິ່ນຕ້ອງນຳເລືອດສັດເຂົ້າໄປຖວາຍແກ່ພຣະເຈົ້າສຳລັບຕົນເອງ ແລະເພື່ອຄວາມຜິດໂດຍບໍ່ເຈດຕະນາຂອງປະຊາຊົນ. Uka jalj uñjjattʼäta |
ພຣະເຢຊູເຈົ້າບໍ່ຈຳເປັນຕ້ອງຖວາຍເຄື່ອງບູຊາທຸກໆວັນເໝືອນກັບມະຫາປະໂລຫິດອື່ນໆ, ເຊິ່ງຕ້ອງໄດ້ຖວາຍເຄື່ອງບູຊາສຳລັບຄວາມບາບຂອງຕົນເອງກ່ອນ ແລະ ຫລັງຈາກນັ້ນຈຶ່ງຖວາຍເຄື່ອງບູຊາສຳລັບຄວາມບາບຂອງປະຊາຊົນ. ພຣະເຢຊູເຈົ້າຖວາຍພຣະອົງເອງເປັນເຄື່ອງບູຊາສຳລັບຄວາມບາບຂອງພວກເຂົາທັງຫລາຍພຽງຄັ້ງດຽວເປັນການສິ້ນສຸດ.