Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 9:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ພຣະອົງ​ບໍ່​ໄດ້​ເຂົ້າໄປ​ດ້ວຍ​ເລືອດ​ແບ້ ແລະ ລູກງົວ, ແຕ່​ພຣະອົງ​ໄດ້​ເຂົ້າ​ໄປ​ສູ່​ສະຖານ​ສັກສິດ​ທີ່ສຸດ​ດ້ວຍ​ເລືອດ​ຂອງ​ພຣະອົງ​ເອງ​ພຽງ​ຄັ້ງ​ດຽວ​ເປັນ​ການສິ້ນສຸດ, ຈຶ່ງ​ໄດ້​ການໄຖ່​ຕະຫລອດໄປ​ເປັນນິດ​ມາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 ພຣະອົງ​ໄດ້​ສະເດັດ​ເຂົ້າ​ໄປ​ໃນ​ສະຖານທີ່​ສັກສິດ​ທີ່ສຸດ​ພຽງ​ເທື່ອ​ດຽວ​ເປັນ​ການ​ສິ້ນສຸດ ແລະ​ພຣະອົງ​ບໍ່ໄດ້​ຊົງ​ນຳ​ເລືອດ​ແບ້ ຫລື​ເລືອດ​ລູກ​ງົວ​ເຂົ້າ​ໄປ ແຕ່​ຊົງ​ນຳ​ພຣະ​ໂລຫິດ​ຂອງ​ພຣະອົງ​ເອງ​ເຂົ້າ​ໄປ ແລະ​ຊົງ​ສຳເລັດ​ການ​ໄຖ່​ບາບ​ອັນ​ຕະຫລອດໄປ.

Uka jalj uñjjattʼäta Copia luraña




ເຮັບເຣີ 9:12
32 Jak'a apnaqawi uñst'ayäwi  

ແຕ່​ຜູ້ໃດ​ກໍ​ຕາມ​ທີ່​ໝິ່ນປະໝາດ​ຕໍ່ສູ້​ພຣະວິນຍານບໍລິສຸດເຈົ້າ​ຈະ​ບໍ່​ໄດ້​ຮັບ​ການ​ອະໄພ​ຈັກເທື່ອ, ພວກເຂົາ​ໄດ້​ເຮັດ​ຄວາມຜິດ​ອັນ​ເປັນ​ບາບ​ຕິດ​ໂຕ​ຕະຫລອດໄປ”.


ສັນລະເສີນ​ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ​ຂອງ​ອິດສະຣາເອນ, ເພາະ​ພຣະອົງ​ມາ​ຢ້ຽມຢາມ​ບັນດາ​ຄົນ​ຂອງ​ພຣະອົງ ແລະ ໄຖ່​ພວກເຂົາ.


ຈົ່ງ​ລະວັງ​ທັງ​ພວກທ່ານ​ເອງ ແລະ ຝູງ​ແກະ​ທີ່​ພຣະວິນຍານບໍລິສຸດເຈົ້າ​ຕັ້ງ​ພວກທ່ານ​ໃຫ້​ເປັນ​ຜູ້ປົກຄອງ. ຈົ່ງ​ເປັນ​ຜູ້​ລ້ຽງແກະ​ສຳລັບ​ຄຣິສຕະຈັກ​ຂອງ​ພຣະເຈົ້າ ເຊິ່ງ​ໄຖ່​ມາ​ດ້ວຍ​ເລືອດ​ຂອງ​ພຣະອົງ​ເອງ.


ໃນ​ພຣະອົງ​ນັ້ນ ພວກເຮົາ​ໄດ້​ຮັບ​ການ​ໄຖ່​ດ້ວຍ​ໂລຫິດ​ຂອງ​ພຣະອົງ, ຄື​ໄດ້​ຮັບ​ການ​ອະໄພ​ໂທດ​ບາບ​ຕາມ​ພຣະຄຸນ​ອັນ​ອຸດົມ​ຂອງ​ພຣະເຈົ້າ


ໃນ​ພຣະບຸດ​ນີ້​ພວກເຮົາ​ໄດ້​ຮັບ​ການ​ໄຖ່, ຄື​ໄດ້​ຮັບ​ການ​ອະໄພ​ໂທດ​ບາບ.


ແລະ ຄອຍຖ້າ​ພຣະບຸດ​ຂອງ​ພຣະອົງ​ທີ່​ຈະ​ມາ​ຈາກ​ສະຫວັນ, ຜູ້​ທີ່​ພຣະອົງ​ໄດ້​ໃຫ້​ເປັນຄືນມາຈາກຕາຍ ຄື​ພຣະເຢຊູຄຣິດເຈົ້າ, ຜູ້​ທີ່​ກອບກູ້​ເອົາ​ພວກເຮົາ​ທັງຫລາຍ​ໃຫ້​ພົ້ນ​ຈາກ​ຄວາມໂກດຮ້າຍ​ທີ່​ກຳລັງ​ຈະ​ມາ​ເຖິງ.


ຜູ້​ໄດ້​ສະຫລະ​ພຣະອົງ​ເອງ​ເພື່ອ​ພວກເຮົາ​ທັງຫລາຍ ເພື່ອ​ໄຖ່​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ຊົ່ວຮ້າຍ​ທັງໝົດ ແລະ ເພື່ອ​ຊຳລະ​ພວກເຮົາ​ໃຫ້​ບໍລິສຸດ​ໄວ້​ສຳລັບ​ພຣະອົງ ເພື່ອ​ເປັນ​ຄົນ​ຂອງ​ພຣະອົງ​ພຽງ​ຜູ້​ດຽວ ແລະ ເປັນ​ຜູ້​ກະຕືລືລົ້ນ​ທີ່​ຈະ​ເຮັດ​ສິ່ງ​ດີ.


ພຣະບຸດ​ເປັນ​ແສງສະທ້ອນ​ແຫ່ງ​ສະຫງ່າລາສີ​ຂອງ​ພຣະເຈົ້າ ແລະ ເປັນ​ເໝືອນ​ພຣະເຈົ້າ​ທຸກ​ປະການ ແລະ ໄດ້​ຄ້ຳຊູ​ສັບພະສິ່ງ​ໄວ້​ດ້ວຍ​ຖ້ອຍຄຳ​ທີ່​ມີ​ລິດອຳນາດ​ຂອງ​ພຣະອົງ. ຫລັງ​ຈາກ​ທີ່​ພຣະອົງ​ໄດ້​ຊຳລະ​ບາບ​ແລ້ວ, ພຣະອົງ​ຈຶ່ງ​ໄດ້​ນັ່ງ​ລົງ​ທີ່​ເບື້ອງຂວາ​ມື​ຂອງ​ອົງ​ຜູ້​ມີ​ບາລະມີ​ໃນ​ສະຫວັນ


ເຫດສະນັ້ນ, ພີ່ນ້ອງ​ທັງຫລາຍ​ເອີຍ, ໃນ​ເມື່ອ​ພວກເຮົາ​ໝັ້ນໃຈ​ທີ່​ຈະ​ເຂົ້າ​ສູ່​ສະຖານທີ່ສັກສິດ​ທີ່ສຸດ​ໂດຍ​ໂລຫິດ​ຂອງ​ພຣະເຢຊູເຈົ້າ​ແລ້ວ,


ເພາະ​ເລືອດ​ແບ້ ແລະ ເລືອດ​ງົວ​ບໍ່​ສາມາດ​ລຶບລ້າງ​ບາບ​ໃຫ້​ຫມົດ​ໄປ​ໄດ້.


ແລະ ພຣະເຢຊູຄຣິດເຈົ້າ​ກໍ​ເໝືອນ​ກັນ ພຣະອົງ​ທົນທຸກ​ຢູ່​ນອກ​ປະຕູ​ເມືອງ​ເພື່ອ​ຊຳລະ​ຄົນ​ຂອງ​ພຣະເຈົ້າ​ໃຫ້​ບໍລິສຸດ​ດ້ວຍ​ເລືອດ​ຂອງ​ພຣະອົງ​ເອງ.


ແລະ ເມື່ອ​ພຣະເຈົ້າ​ໄດ້​ເຮັດ​ໃຫ້​ພຣະເຢຊູເຈົ້າ​ສົມບູນແບບ​ແລ້ວ ພຣະອົງ​ຈຶ່ງ​ເປັນ​ແຫລ່ງ​ຄວາມພົ້ນ​ນິລັນດອນ​ສຳລັບ​ທຸກຄົນ​ທີ່​ເຊື່ອຟັງ​ພຣະອົງ


ພຣະເຢຊູເຈົ້າ​ບໍ່​ຈຳເປັນ​ຕ້ອງ​ຖວາຍ​ເຄື່ອງບູຊາ​ທຸກໆ​ວັນ​ເໝືອນ​ກັບ​ມະຫາ​ປະໂລຫິດ​ອື່ນໆ, ເຊິ່ງ​ຕ້ອງ​ໄດ້​ຖວາຍ​ເຄື່ອງບູຊາ​ສຳລັບ​ຄວາມບາບ​ຂອງ​ຕົນ​ເອງ​ກ່ອນ ແລະ ຫລັງຈາກ​ນັ້ນ​ຈຶ່ງ​ຖວາຍ​ເຄື່ອງບູຊາ​ສຳລັບ​ຄວາມບາບ​ຂອງ​ປະຊາຊົນ. ພຣະເຢຊູເຈົ້າ​ຖວາຍ​ພຣະອົງ​ເອງ​ເປັນ​ເຄື່ອງບູຊາ​ສຳລັບ​ຄວາມບາບ​ຂອງ​ພວກເຂົາ​ທັງຫລາຍ​ພຽງ​ຄັ້ງ​ດຽວ​ເປັນ​ການສິ້ນສຸດ.


ເລືອດ​ແບ້ ແລະ ເລືອດ​ງົວ ຫລື ຂີ້ເຖົ່າ​ຈາກ​ງົວແມ່​ທີ່​ໂຮຍ​ລົງ​ເທິງ​ບັນດາ​ຜູ້​ມີ​ມົນທິນ​ຕາມ​ລະບຽບ​ພິທີ​ຍັງ​ຊຳລະ​ພວກເຂົາ​ເພື່ອ​ພວກເຂົາ​ຈະ​ສະອາດ​ພາຍນອກ.


ແລ້ວ​ຫລາຍກວ່ານັ້ນ​ຈັກ​ເທົ່າໃດ, ໂລຫິດ​ຂອງ​ພຣະຄຣິດເຈົ້າ​ຜູ້​ໄດ້​ຖວາຍ​ພຣະອົງ​ເອງ​ຢ່າງ​ບໍ່ມີຕຳໜິ​ແກ່​ພຣະເຈົ້າ ໂດຍ​ທາງ​ພຣະວິນຍານ​ຕະຫລອດໄປ​ເປັນນິດ ກໍ​ຈະ​ຊຳລະ​ຈິດສຳນຶກ​ຂອງ​ພວກເຮົາ​ຈາກ​ການກະທຳ​ອັນ​ນຳ​ໄປ​ສູ່​ຄວາມຕາຍ, ເພື່ອ​ພວກເຮົາ​ຈະ​ໄດ້​ຮັບໃຊ້​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່!


ດ້ວຍເຫດ​ນີ້ ພຣະຄຣິດເຈົ້າ​ຈຶ່ງ​ເປັນ​ຜູ້ກາງ​ຂອງ​ພັນທະສັນຍາ​ໃໝ່, ເພື່ອ​ບັນດາ​ຜູ້​ທີ່​ພຣະອົງ​ເອີ້ນ​ນັ້ນ​ຈະ​ໄດ້​ຮັບ​ມໍລະດົກ​ຕະຫລອດໄປ​ເປັນນິດ​ຕາມ​ທີ່​ໄດ້​ສັນຍາ​ໄວ້ ເພາະ​ພຣະຄຣິດ​ໄດ້​ຕາຍ​ເປັນ​ຄ່າ​ໄຖ່​ເພື່ອ​ປົດປ່ອຍ​ພວກເຂົາ​ໃຫ້​ເປັນ​ອິດສະຫລະ​ຈາກ​ບາບ​ທີ່​ໄດ້​ເຮັດ​ພາຍໃຕ້​ພັນທະສັນຍາ​ເດີມ.


ເມື່ອ​ໂມເຊ​ປະກາດ​ກົດບັນຍັດ​ທຸກ​ຂໍ້​ແກ່​ປະຊາຊົນ​ທັງໝົດ​ແລ້ວ, ເພິ່ນ​ກໍ​ໄດ້​ເອົາ​ເລືອດ​ລູກງົວ​ພ້ອມ​ດ້ວຍ​ນ້ຳ, ຂົນແກະ​ສີແດງເຂັ້ມ ແລະ ກິ່ງ​ຫູສົບ​ມາ ແລ້ວ​ຊິດ​ໃສ່​ໜັງສືມ້ວນ​ນັ້ນ ແລະ ຊິດ​ໃສ່​ຄົນ​ທັງໝົດ.


ດັ່ງນັ້ນ ພຣະຄຣິດເຈົ້າ​ກໍ​ຖວາຍ​ພຣະອົງ​ເອງ​ຄັ້ງ​ດຽວ​ເພື່ອ​ລຶບລ້າງ​ບາບ​ຂອງ​ປະຊາຊົນ​ເປັນ​ຈຳນວນ​ຫລວງຫລາຍ ແລະ ພຣະອົງ​ຈະ​ມາ​ປາກົດ​ເປັນ​ຄັ້ງ​ທີ​ສອງ ບໍ່ແມ່ນ​ເພື່ອ​ຮັບແບກ​ຄວາມບາບ​ແຕ່​ເພື່ອ​ນຳ​ເອົາ​ຄວາມພົ້ນ​ມາ​ສູ່​ບັນດາ​ຜູ້​ທີ່​ລໍຄອຍ​ພຣະອົງ.


ແຕ່​ມີ​ພຽງ​ມະຫາ​ປະໂລຫິດ​ຜູ້ດຽວ​ເທົ່ານັ້ນ​ທີ່​ເຂົ້າ​ໄປ​ຫ້ອງຊັ້ນໃນ​ໄດ້​ປີ​ລະ​ເທື່ອ ແລະ ຕ້ອງ​ນຳ​ເລືອດ​ສັດ​ເຂົ້າ​ໄປ​ຖວາຍ​ເພື່ອ​ຕົນເອງ ແລະ ເພື່ອ​ຄວາມບາບ​ຂອງ​ປະຊາຊົນ​ທີ່​ໄດ້​ເຮັດ​ໂດຍ​ບໍ່​ເຈດຕະນາ.


ແລະ ຈາກ​ພຣະເຢຊູຄຣິດເຈົ້າ​ຜູ້​ເປັນ​ພະຍານ​ທີ່​ສັດຊື່, ຜູ້​ເປັນ​ບຸດກົກ​ຈາກ​ບັນດາ​ຄົນຕາຍ ແລະ ເປັນ​ຜູ້ປົກຄອງ​ເໜືອ​ກະສັດ​ທັງຫລາຍ​ຂອງ​ໂລກ. ແດ່​ພຣະອົງ​ຜູ້​ຮັກ​ພວກເຮົາ​ທັງຫລາຍ ແລະ ໄດ້​ປົດປ່ອຍ​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມບາບ​ຂອງ​ພວກເຮົາ​ໂດຍ​ໂລຫິດ​ຂອງ​ພຣະອົງ,


ແລະ ພວກເພິ່ນ​ໄດ້​ຮ້ອງເພງ​ບົດ​ໃໝ່​ວ່າ: “ພຣະອົງ​ສົມຄວນ​ທີ່​ຈະ​ຮັບ​ໜັງສືມ້ວນ ແລະ ເປີດ​ຕາປະທັບ​ຂອງ​ໜັງສືມ້ວນ​ອອກ, ເພາະ​ພຣະອົງ​ຖືກ​ຂ້າ​ແລ້ວ, ແລະ ດ້ວຍ​ເລືອດ​ຂອງ​ພຣະອົງ​ນັ້ນ​ພຣະອົງ​ໄດ້​ຊື້​ມະນຸດ​ທັງຫລາຍ​ຖວາຍ​ແກ່​ພຣະເຈົ້າ ຈາກ​ທຸກ​ຊົນເຜົ່າ ແລະ ທຸກ​ພາສາ, ທຸກຄົນ ແລະ ທຸກ​ຊົນຊາດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka