Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 9:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ແຕ່​ເມື່ອ​ພຣະຄຣິດເຈົ້າ​ມາ​ໃນ​ຖານະ​ມະຫາ​ປະໂລຫິດ​ຂອງ​ສິ່ງ​ປະເສີດ​ຕ່າງໆ ເຊິ່ງ​ບັດນີ້​ໄດ້​ມາ​ເຖິງ​ແລ້ວ, ພຣະອົງ​ຜ່ານ​ເຂົ້າ​ສູ່​ຫໍເຕັນ​ທີ່​ຍິ່ງໃຫຍ່​ກວ່າ ແລະ ສົມບູນ​ກວ່າ ເຊິ່ງ​ບໍ່​ໄດ້​ສ້າງ​ຂຶ້ນ​ດ້ວຍ​ມື​ມະນຸດ, ຄື​ບໍ່​ໄດ້​ເປັນ​ສ່ວນໜຶ່ງ​ຂອງ​ສິ່ງ​ທີ່​ສ້າງ​ນີ້.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ເມື່ອ​ພຣະຄຣິດ​ໄດ້​ສະເດັດ​ມາ​ເປັນ​ພຣະ​ມະຫາ​ປະໂຣຫິດ​ສຳລັບ​ສິ່ງ​ປະເສີດ ຊຶ່ງ​ມາ​ເຖິງ​ແລ້ວ. ພຣະອົງ​ກໍໄດ້​ສະເດັດ​ເຂົ້າ​ໄປ​ໃນ​ສະຖານທີ່​ສັກສິດ​ທີ່ສຸດ ແລະ​ປະເສີດ​ກວ່າ​ແຕ່​ກ່ອນ (ທີ່​ບໍ່ໄດ້​ສ້າງ​ຂຶ້ນ​ດ້ວຍ​ມື​ມະນຸດ ຄື​ບໍ່ແມ່ນ​ສິ່ງຂອງ​ທີ່​ສ້າງ​ຂຶ້ນ​ໃນ​ໂລກນີ້).

Uka jalj uñjjattʼäta Copia luraña




ເຮັບເຣີ 9:11
30 Jak'a apnaqawi uñst'ayäwi  

ຖາມ​ພຣະອົງ​ວ່າ, “ທ່ານ​ແມ່ນ​ຜູ້​ທີ່​ຈະ​ມາ​ນັ້ນ​ບໍ, ຫລື ພວກຂ້ານ້ອຍ​ຈະ​ຕ້ອງ​ຄອຍຖ້າ​ຜູ້​ອື່ນ​ອີກ?”


“‘ສ່ວນ​ເຈົ້າ ເບັດເລເຮັມ​ໃນ​ດິນແດນ​ຢູດາຍ​ເອີຍ, ເຈົ້າ​ບໍ່​ແມ່ນ​ຜູ້​ເລັກນ້ອຍ​ທີ່ສຸດ​ໃນ​ທ່າມກາງ​ບັນດາ​ຜູ້ປົກຄອງ​ຂອງ​ຢູດາຍ, ເພາະ​ຈະ​ມີ​ຜູ້ປົກຄອງ​ຜູ້​ໜຶ່ງ​ອອກ​ມາ​ຈາກ​ເຈົ້າ ຜູ້​ທີ່​ຈະ​ເປັນ​ຜູ້ລ້ຽງ​ປະຊາຊົນ​ຊາວ​ອິດສະຣາເອນ​ຂອງ​ເຮົາ’”.


“ພວກເຮົາ​ໄດ້​ຍິນ​ລາວ​ກ່າວ​ວ່າ, ‘ເຮົາ​ຈະ​ມ້າງ​ວິຫານ​ຫລັງ​ນີ້​ທີ່​ສ້າງຂຶ້ນ​ດ້ວຍ​ມື​ມະນຸດ ແລະ ໃນ​ສາມ​ວັນ​ເຮົາ​ຈະ​ສ້າງຂຶ້ນ​ໃໝ່ ເຊິ່ງ​ບໍ່​ໄດ້​ສ້າງ​ດ້ວຍ​ມື​ມະນຸດ’”.


ພຣະທຳ​ໄດ້​ມາ​ບັງເກີດ​ເປັນ​ມະນຸດ ແລະ ສະຖິດ​ຢູ່​ທ່າມກາງ​ພວກເຮົາ​ທັງຫລາຍ. ພວກເຮົາ​ໄດ້​ເຫັນ​ສະຫງ່າລາສີ​ຂອງ​ພຣະອົງ ຄື​ສະຫງ່າລາສີ​ຂອງ​ພຣະບຸດ​ອົງ​ດຽວ, ຜູ້​ທີ່​ມາ​ຈາກ​ພຣະບິດາເຈົ້າ, ພຣະອົງ​ຜູ້​ເຕັມ​ດ້ວຍ​ພຣະຄຸນ ແລະ ຄວາມຈິງ.


ນາງ​ໄດ້​ເວົ້າ​ກັບ​ພຣະອົງ​ວ່າ, “ຂ້ານ້ອຍ​ຮູ້​ວ່າ​ພຣະເມຊີອາ (ທີ່​ເອີ້ນວ່າ​ພຣະຄຣິດເຈົ້າ) ກຳລັງ​ມາ. ເມື່ອ​ພຣະອົງ​ມາ​ແລ້ວ ພຣະອົງ​ຈະ​ອະທິບາຍ​ທຸກສິ່ງ​ແກ່​ພວກຂ້ານ້ອຍ”.


“ເຖິງ​ຢ່າງໃດ​ກໍ​ຕາມ, ອົງ​ຜູ້​ສູງສຸດ​ກໍ​ບໍ່​ໄດ້​ສະຖິດ​ຢູ່​ໃນ​ບ່ອນ​ທີ່​ມື​ມະນຸດ​ສ້າງ​ຂຶ້ນ. ຕາມ​ທີ່​ຜູ້ທຳນວາຍ​ໄດ້​ກ່າວ​ໄວ້​ວ່າ:


ດັ່ງນັ້ນ ພວກເຮົາ​ຈຶ່ງ​ບໍ່​ໄດ້​ຈ້ອງຕາ​ເບິ່ງ​ສິ່ງ​ທີ່​ເບິ່ງເຫັນ, ແຕ່​ຈ້ອງຕາ​ເບິ່ງ​ສິ່ງ​ທີ່​ເບິ່ງ​ບໍ່ເຫັນ, ດ້ວຍວ່າ​ສິ່ງ​ທີ່​ເບິ່ງເຫັນ​ນັ້ນ​ກໍ​ເປັນ​ພຽງ​ຊົ່ວຄາວ, ແຕ່​ສິ່ງ​ທີ່​ເບິ່ງ​ບໍ່ເຫັນ​ກໍ​ຖາວອນ.


ເພາະ​ພວກເຮົາ​ຮູ້​ແລ້ວ​ວ່າ ຖ້າ​ຫາກ​ເຕັນ​ຝ່າຍໂລກ​ນີ້​ທີ່​ພວກເຮົາ​ອາໄສ​ຢູ່​ນັ້ນ​ຖືກ​ທຳລາຍ​ລົງ ພວກເຮົາ​ກໍ​ມີ​ອາຄານ​ຈາກ​ພຣະເຈົ້າ ເປັນ​ບ້ານ​ນິລັນດອນ​ໃນ​ສະຫວັນ, ເຊິ່ງ​ບໍ່​ໄດ້​ສ້າງ​ຂຶ້ນ​ດ້ວຍ​ມື​ມະນຸດ.


ໃນ​ພຣະອົງ ພວກເຈົ້າ​ຍັງ​ໄດ້​ຮັບພິທີຕັດ​ແລ້ວ​ດ້ວຍ​ການ​ປະຖິ້ມ​ທຳມະຊາດບາບ ເປັນ​ພິທີຕັດ​ທີ່​ບໍ່​ໄດ້​ເຮັດ​ດ້ວຍ​ມື​ມະນຸດ​ແຕ່​ເຮັດ​ໂດຍ​ພຣະຄຣິດເຈົ້າ,


ກົດບັນຍັດ​ເປັນ​ພຽງແຕ່​ເງົາ​ຂອງ​ສິ່ງ​ປະເສີດ​ທັງຫລາຍ​ທີ່​ກຳລັງ​ຈະ​ມາ​ເຖິງ ບໍ່ແມ່ນ​ຕົວຈິງ​ຂອງ​ສິ່ງ​ເຫລົ່ານັ້ນ. ດ້ວຍ​ເຫດ​ນີ້ ຈຶ່ງ​ບໍ່​ສາມາດ​ເຮັດ​ໃຫ້​ຜູ້​ທີ່​ເຂົ້າ​ເຝົ້າ​ນະມັດສະການ​ນັ້ນ​ສົມບູນ​ຄົບຖ້ວນ​ດ້ວຍ​ເຄື່ອງຖວາຍ​ບູຊາ​ແບບ​ເດີມ​ຊ້ຳກັນ ເຊິ່ງ​ຖວາຍແລ້ວ​ຖວາຍອີກ​ທຸກໆ​ປີ​ບໍ່​ສິ້ນສຸດ​ຈັກເທື່ອ.


ຄຳ​ວ່າ “ອີກ​ຄັ້ງໜຶ່ງ” ບົ່ງ​ບອກ​ວ່າ​ສິ່ງ​ທີ່​ສາມາດ​ສັ່ນສະເທືອນ​ໄດ້​ຄື​ສິ່ງ​ທີ່​ສ້າງຂຶ້ນ​ນັ້ນ​ຈະ​ຖືກ​ກຳຈັດ​ຖິ້ມ ເພື່ອ​ໃຫ້​ເຫລືອ​ຢູ່​ແຕ່​ສິ່ງ​ທີ່​ບໍ່​ສາມາດ​ສັ່ນສະເທືອນ.


ເພາະ​ຢູ່​ທີ່​ນີ້​ພວກເຮົາ​ບໍ່​ມີ​ບ້ານເມືອງ​ອັນ​ຖາວອນ, ແຕ່​ພວກເຮົາ​ກຳລັງ​ສະແຫວງຫາ​ບ້ານເມືອງ​ທີ່​ຈະ​ມາ​ເຖິງ.


ດ້ວຍ​ເຫດ​ນີ້ ພຣະອົງ​ຈຶ່ງ​ຕ້ອງ​ເປັນ​ເໝືອນ​ກັບ​ພວກເຂົາ, ເປັນ​ມະນຸດ​ໂດຍ​ສົມບູນ​ໃນ​ທຸກ​ດ້ານ ເພື່ອ​ພຣະອົງ​ຈະ​ໄດ້​ກາຍເປັນ​ມະຫາ​ປະໂລຫິດ​ຜູ້​ເຕັມ​ດ້ວຍ​ຄວາມ​ເມດຕາ ແລະ ຄວາມ​ສັດຊື່​ໃນ​ການຮັບໃຊ້​ພຣະເຈົ້າ ແລະ ເພື່ອ​ພຣະອົງ​ຈະ​ໄດ້​ຊົດໃຊ້​ຄວາມບາບ​ຂອງ​ຄົນ​ທັງຫລາຍ.


ເຫດສະນັ້ນ ພີ່ນ້ອງ​ຜູ້​ບໍລິສຸດ​ທັງຫລາຍ, ຜູ້​ຮ່ວມ​ໃນ​ການ​ເອີ້ນ​ຈາກ​ສະຫວັນ, ຈົ່ງ​ໃຫ້​ຄວາມຄິດ​ຂອງ​ພວກເຈົ້າ​ຈົດຈໍ່​ຢູ່​ທີ່​ພຣະເຢຊູເຈົ້າ, ຜູ້​ທີ່​ພວກເຮົາ​ຍອມຮັບ​ວ່າ​ເປັນ​ອັກຄະສາວົກ ແລະ ເປັນ​ມະຫາ​ປະໂລຫິດ​ຂອງ​ພວກເຮົາ.


ເພາະ​ພວກເຮົາ​ບໍ່​ໄດ້​ມີ​ມະຫາ​ປະໂລຫິດ​ທີ່​ບໍ່​ສາມາດ​ຈະ​ເຫັນອົກເຫັນໃຈ​ໃນ​ຄວາມອ່ອນແອ​ທັງ​ຫລາຍ​ຂອງ​ພວກເຮົາ, ແຕ່​ພວກເຮົາ​ມີ​ພຣະອົງ​ຜູ້​ທີ່​ຖືກ​ທົດລອງ​ໃນ​ທຸກ​ທາງ​ເໝືອນ​ຢ່າງ​ພວກເຮົາ, ເຖິງປານນັ້ນ​ພຣະອົງ​ກໍ​ຍັງ​ບໍ່​ໄດ້​ເຮັດ​ບາບ.


ເມຄີເຊເດັກ​ຜູ້​ນີ້​ເປັນ​ກະສັດ​ເມືອງ​ຊາເລັມ ແລະ ເປັນ​ປະໂລຫິດ​ຂອງ​ພຣະເຈົ້າ​ຜູ້​ສູງສຸດ. ເມຄີເຊເດັກ​ໄດ້​ພົບ​ອັບຣາຮາມ ແລະ ອວຍພອນ​ເພິ່ນ​ຫລັງຈາກ​ທີ່​ເພິ່ນ​ກັບ​ມາ​ຈາກ​ການ​ຮົບ​ຊະນະ​ບັນດາ​ກະສັດ​ທັງຫລາຍ,


ພວກເຮົາ​ກໍ​ຮູ້​ເໝືອນກັນ​ວ່າ​ພຣະບຸດ​ຂອງ​ພຣະເຈົ້າ​ໄດ້​ມາ ແລະ ໄດ້​ໃຫ້​ຄວາມເຂົ້າໃຈ​ແກ່​ພວກເຮົາ, ເພື່ອ​ວ່າ​ພວກເຮົາ​ຈະ​ຮູ້ຈັກ​ພຣະອົງ​ຜູ້​ເປັນ​ອົງ​ທ່ຽງແທ້. ແລະ ພວກເຮົາ​ກໍ​ຢູ່​ໃນ​ພຣະອົງ​ຜູ້​ທ່ຽງແທ້ ຄື​ຢູ່​ໃນ​ພຣະເຢຊູຄຣິດເຈົ້າ​ພຣະບຸດ​ຂອງ​ພຣະອົງ. ພຣະອົງ​ເປັນ​ພຣະເຈົ້າ​ອົງ​ທ່ຽງແທ້ ແລະ ເປັນ​ຊີວິດ​ນິລັນດອນ.


ເຮົາ​ກ່າວ​ຢ່າງ​ນີ້​ກໍ​ເພາະວ່າ​ມີ​ຜູ້​ຫລອກລວງ​ຫລາຍ​ຄົນ​ອອກ​ໄປ​ໃນ​ໂລກ ພວກເຂົາ​ບໍ່​ຍອມຮັບ​ວ່າ​ພຣະເຢຊູຄຣິດເຈົ້າ​ໄດ້​ມາ​ເກີດ​ເປັນ​ມະນຸດ. ຄົນ​ຢ່າງ​ນີ້​ເປັນ​ຜູ້ຫລອກລວງ ແລະ ເປັນ​ສັດຕູ​ຂອງ​ພຣະຄຣິດເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka