Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 8:6 - ພຣະຄຳພີລາວສະບັບສະໄໝໃໝ່

6 ແຕ່​ຄວາມຈິງ​ແລ້ວ​ພັນທະກິດ​ທີ່​ພຣະເຢຊູເຈົ້າ​ໄດ້ຮັບ​ມອບໝາຍ​ນັ້ນ​ຍິ່ງໃຫຍ່​ກວ່າ​ພັນທະກິດ​ຂອງ​ພວກເຂົາ ເໝືອນດັ່ງ​ພັນທະສັນຍາ​ທີ່​ພຣະອົງ​ເປັນ​ຜູ້ກາງ​ນັ້ນ​ກໍ​ເໜືອ​ກວ່າ​ພັນທະສັນຍາ​ເດີມ ແລະ ຕັ້ງ​ຢູ່​ເທິງ​ສັນຍາ​ຕ່າງໆ​ທີ່​ດີ​ຫລາຍ​ກວ່າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

6 ແຕ່​ພຣະເຢຊູເຈົ້າ​ໄດ້​ຊົງ​ຮັບ​ພາລະກິດ ຊຶ່ງ​ປະເສີດ​ກວ່າ​ຂອງ​ປະໂຣຫິດ​ເຫຼົ່ານັ້ນ ເໝືອນ​ດັ່ງ​ພັນທະສັນຍາ ຊຶ່ງ​ພຣະອົງ​ຊົງ​ເປັນ​ຜູ້​ກາງ​ນັ້ນ ກໍ​ປະເສີດ​ກວ່າ​ພັນທະສັນຍາ​ເດີມ ເພາະວ່າ​ໄດ້​ຊົງ​ຕັ້ງ​ຂຶ້ນ​ໂດຍ​ພຣະສັນຍາ​ທັງຫລາຍ​ອັນ​ປະເສີດ​ກວ່າ​ເກົ່າ.

Uka jalj uñjjattʼäta Copia luraña




ເຮັບເຣີ 8:6
13 Jak'a apnaqawi uñst'ayäwi  

ຫລັງຈາກ​ກິນ​ອາຫານແລງ​ແລ້ວ ພຣະອົງ​ກໍ​ຈັບ​ເອົາ​ຈອກ​ມາ ແລະ ເຮັດ​ຢ່າງ​ດຽວ​ກັນ ໂດຍ​ກ່າວ​ວ່າ, “ຈອກ​ນີ້​ຄື​ພັນທະສັນຍາ​ໃໝ່​ດ້ວຍ​ເລືອດ​ຂອງ​ເຮົາ ເຊິ່ງ​ຖອກ​ອອກ​ມາ​ເພື່ອ​ພວກເຈົ້າ​ທັງຫລາຍ.


ຄື​ປະຊາຊົນ​ອິດສະຣາເອນ. ພວກເຂົາ​ໄດ້​ຖືກ​ຮັບ​ມາ​ເປັນ​ບຸດ​ຂອງ​ພຣະເຈົ້າ, ໄດ້ຮັບ​ສະຫງ່າລາສີ​ຂອງ​ພຣະເຈົ້າ, ໄດ້​ຮັບ​ບັນດາ​ພັນທະສັນຍາ, ໄດ້​ຮັບ​ກົດບັນຍັດ, ພິທີ​ນະມັດສະການ​ໃນ​ວິຫານ ແລະ ສັນຍາ​ຕ່າງໆ.


ຈົ່ງ​ລະນຶກ​ວ່າ​ໃນ​ເວລາ​ນັ້ນ​ພວກເຈົ້າ​ໄດ້​ແຍກອອກ​ຈາກ​ພຣະຄຣິດເຈົ້າ, ບໍ່​ໄດ້​ເປັນ​ພົນລະເມືອງ​ຂອງ​ອິດສະຣາເອນ ແລະ ເປັນ​ຄົນຕ່າງດ້າວ​ຢູ່​ນອກ​ບັນດາ​ພັນທະສັນຍາ​ທີ່​ສັນຍາ​ໄວ້, ບໍ່​ມີ​ຄວາມຫວັງ ແລະ ຢູ່​ໃນ​ໂລກ​ນີ້​ໂດຍ​ບໍ່ມີພຣະເຈົ້າ.


ດ້ວຍວ່າ ມີ​ພຣະເຈົ້າ​ອົງ​ດຽວ ແລະ ມີ​ຜູ້ກາງ​ແຕ່​ຜູ້​ດຽວ​ລະຫວ່າງ​ພຣະເຈົ້າ​ກັບ​ມະນຸດ, ຄື​ພຣະຄຣິດເຈົ້າເຢຊູ​ຜູ້​ເປັນ​ມະນຸດ,


ດ້ວຍ​ຫວັງ​ວ່າ​ຈະ​ໄດ້​ຊີວິດ​ນິລັນດອນ ເຊິ່ງ​ພຣະເຈົ້າ​ຜູ້​ບໍ່​ກ່າວ​ຕົວະ​ໄດ້​ສັນຍາ​ໄວ້​ຕັ້ງແຕ່​ກ່ອນ​ຈຸດເລີ່ມຕົ້ນ​ຂອງ​ເວລາ


ມາ​ເຖິງ​ພຣະເຢຊູເຈົ້າ​ຜູ້​ເປັນ​ຜູ້ກາງ​ແຫ່ງ​ພັນທະສັນຍາ​ໃໝ່ ແລະ ມາ​ເຖິງ​ການຊິດເລືອດ ເຊິ່ງ​ກ່າວ​ເຖິງ​ສິ່ງ​ທີ່​ດີ​ກວ່າ​ເລືອດ​ຂອງ​ອາເບັນ.


ເພາະ​ດ້ວຍ​ຄຳສາບານ​ນີ້ ພຣະເຢຊູເຈົ້າ​ຈຶ່ງ​ເປັນ​ຜູ້​ຄ້ຳປະກັນ​ພັນທະສັນຍາ​ອັນ​ດີ​ກວ່າ.


ໂດຍ​ຜ່ານທາງ​ສິ່ງ​ເຫລົ່ານີ້​ພຣະອົງ​ໄດ້​ໃຫ້​ສັນຍາ​ອັນ​ຍິ່ງໃຫຍ່ ແລະ ລ້ຳຄ່າ​ຂອງ​ພຣະອົງ​ແກ່​ພວກເຮົາ. ເພື່ອ​ວ່າ​ໂດຍ​ຜ່ານທາງ​ສັນຍາ​ເຫລົ່ານີ້​ພວກເຈົ້າ​ຈະ​ໄດ້​ເຂົ້າ​ສ່ວນ​ໃນ​ລັກສະນະ​ຂອງ​ພຣະເຈົ້າ ແລະ ພົ້ນ​ຈາກ​ຄວາມເສື່ອມຊາມ​ໃນ​ໂລກ​ທີ່​ເກີດ​ຈາກ​ຄວາມປາຖະໜາ​ຊົ່ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka