Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 8:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ແລະ ຜູ້​ປະຕິບັດ​ໜ້າທີ່​ໃນ​ສະຖານ​ນະມັດສະການ​ອັນ​ເປັນ​ຫໍເຕັນ​ແທ້​ທີ່​ອົງພຣະຜູ້ເປັນເຈົ້າ​ຕັ້ງ​ຂຶ້ນ ບໍ່​ແມ່ນ​ມະນຸດ​ຕັ້ງ​ຂຶ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ພຣະອົງ​ບົວລະບັດ​ຮັບໃຊ້​ເປັນ​ມະຫາ​ປະໂຣຫິດ​ຢູ່​ໃນ​ສະຖານທີ່​ສັກສິດ​ທີ່ສຸດ ຄື​ຢູ່​ໃນ​ຫໍເຕັນ​ສັກສິດ​ອັນ​ແທ້ຈິງ ຊຶ່ງ​ບໍ່ແມ່ນ​ມະນຸດ​ເປັນ​ຜູ້​ຕັ້ງ​ຂຶ້ນ ແຕ່​ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຊົງ​ຕັ້ງ​ໄວ້.

Uka jalj uñjjattʼäta Copia luraña




ເຮັບເຣີ 8:2
15 Jak'a apnaqawi uñst'ayäwi  

ແລ້ວ​ພຣະອົງ​ກໍ​ໄດ້​ກ່າວ​ກັບ​ພວກເພິ່ນ​ວ່າ, “ນີ້​ຄື​ສິ່ງ​ທີ່​ເຮົາ​ບອກ​ໄວ້​ໃນຂະນະ​ທີ່​ເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ​ຄື: ທຸກສິ່ງ​ຈະ​ຕ້ອງ​ເກີດຂຶ້ນ​ຕາມ​ທີ່​ມີ​ຂຽນ​ໄວ້​ກ່ຽວກັບ​ເຮົາ​ໃນ​ກົດບັນຍັດ​ຂອງ​ໂມເຊ, ຂໍ້​ຂຽນ​ຜູ້ທຳນວາຍ ແລະ ໃນ​ເພງສັນລະເສີນ”.


ດ້ວຍວ່າ ເຮົາ​ຂໍ​ບອກ​ພວກເຈົ້າ​ວ່າ​ພຣະຄຣິດເຈົ້າ​ໄດ້​ກາຍເປັນ​ຜູ້ຮັບໃຊ້​ຂອງ​ພວກ​ຢິວ ທີ່​ເປັນ​ການສະແດງ​ຄວາມຈິງ​ຂອງ​ພຣະເຈົ້າ ເພື່ອ​ຢືນຢັນ​ຄຳ​ສັນຍາ​ທີ່​ໄດ້​ໃຫ້​ໄວ້​ກັບ​ບັນດາ​ບັນພະບຸລຸດ


ເພາະ​ພວກເຮົາ​ຮູ້​ແລ້ວ​ວ່າ ຖ້າ​ຫາກ​ເຕັນ​ຝ່າຍໂລກ​ນີ້​ທີ່​ພວກເຮົາ​ອາໄສ​ຢູ່​ນັ້ນ​ຖືກ​ທຳລາຍ​ລົງ ພວກເຮົາ​ກໍ​ມີ​ອາຄານ​ຈາກ​ພຣະເຈົ້າ ເປັນ​ບ້ານ​ນິລັນດອນ​ໃນ​ສະຫວັນ, ເຊິ່ງ​ບໍ່​ໄດ້​ສ້າງ​ຂຶ້ນ​ດ້ວຍ​ມື​ມະນຸດ.


ໃນ​ພຣະອົງ ພວກເຈົ້າ​ຍັງ​ໄດ້​ຮັບພິທີຕັດ​ແລ້ວ​ດ້ວຍ​ການ​ປະຖິ້ມ​ທຳມະຊາດບາບ ເປັນ​ພິທີຕັດ​ທີ່​ບໍ່​ໄດ້​ເຮັດ​ດ້ວຍ​ມື​ມະນຸດ​ແຕ່​ເຮັດ​ໂດຍ​ພຣະຄຣິດເຈົ້າ,


ແຕ່ລະວັນ​ປະໂລຫິດ​ທຸກຄົນ​ຢືນ​ປະຕິບັດໜ້າທີ່​ທາງ​ສາສະໜາ​ຂອງ​ຕົນ, ທຸກຄັ້ງ​ເພິ່ນ​ກໍ​ໄດ້​ຖວາຍ​ເຄື່ອງບູຊາ​ແບບ​ດຽວ​ກັນ ເຊິ່ງ​ບໍ່​ສາມາດ​ລຶບລ້າງ​ບາບ​ໃຫ້​ຫມົດ​ສິ້ນ​ໄປ​ໄດ້​ເລີຍ.


ແລະ ໃນ​ເມື່ອ​ພວກເຮົາ​ມີ​ມະຫາ​ປະໂລຫິດ​ຍິ່ງໃຫຍ່​ເໜືອ​ຄົວເຮືອນ​ຂອງ​ພຣະເຈົ້າ​ແລ້ວ,


ເພາະ​ເພິ່ນ​ຕັ້ງໃຈ​ລໍຖ້າ​ເມືອງ​ທີ່​ມີ​ຮາກຖານ ເຊິ່ງ​ມີ​ພຣະເຈົ້າ​ເປັນ​ສະຖາປະນິກ ແລະ ເປັນ​ຜູ້ສ້າງ.


ພັນທະສັນຍາເດີມ​ນັ້ນ​ມີ​ກົດລະບຽບ​ກ່ຽວກັບ​ການນະມັດສະການ ແລະ ມີ​ສະຖານ​ນະມັດສະການ​ຂອງ​ໂລກ​ນີ້


ແລະ ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ດັງ​ມາ​ຈາກ​ບັນລັງ​ກ່າວ​ວ່າ, “ເບິ່ງແມ! ບັດນີ້​ທີ່ສະຖິດ​ຂອງ​ພຣະເຈົ້າ​ກໍ​ມາ​ຢູ່​ທ່າມກາງ​ມະນຸດ​ແລ້ວ, ພຣະອົງ​ຈະ​ຢູ່​ກັບ​ພວກເຂົາ. ພວກເຂົາ​ຈະ​ເປັນ​ຄົນ​ຂອງ​ພຣະອົງ ແລະ ພຣະເຈົ້າ​ເອງ​ຈະ​ສະຖິດ​ຢູ່​ກັບ​ພວກເຂົາ ແລະ ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka