Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 8:13 - ພຣະຄຳພີລາວສະບັບສະໄໝໃໝ່

13 ໂດຍ​ການ​ກ່າວ​ເອີ້ນ​ພັນທະສັນຍາ​ນີ້​ວ່າ “ພັນທະສັນຍາ​ໃໝ່” ພຣະອົງ​ເຮັດ​ໃຫ້​ພັນທະສັນຍາເດີມ​ນັ້ນ​ພົ້ນ​ສະໄໝ​ໄປ ສິ່ງ​ທີ່​ພົ້ນ​ສະໄໝ ແລະ ເກົ່າ​ແລ້ວ​ນັ້ນ​ອີກ​ບໍ່​ດົນ​ກໍ​ຈະ​ເສື່ອມສູນ​ໄປ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

13 ເມື່ອ​ພຣະອົງ​ຊົງ​ກ່າວ​ວ່າ, “ພັນທະສັນຍາ​ໃໝ່” ກໍ​ເປັນ​ທີ່​ເຮັດ​ໃຫ້​ພັນທະສັນຍາ​ເດີມ​ນັ້ນ ພົ້ນ​ສະໄໝ​ໄປ​ແລ້ວ ສິ່ງ​ທີ່​ພົ້ນ​ສະໄໝ​ແລະ​ເກົ່າ​ໄປ​ແລ້ວ ກໍ​ກຳລັງ​ຈະ​ເສື່ອມສູນ​ໄປ.

Uka jalj uñjjattʼäta Copia luraña




ເຮັບເຣີ 8:13
15 Jak'a apnaqawi uñst'ayäwi  

ສະຫວັນ ແລະ ແຜ່ນດິນໂລກ​ຈະ​ລ່ວງ​ພົ້ນ​ໄປ, ແຕ່​ຖ້ອຍຄຳ​ຂອງ​ເຮົາ​ຈະ​ບໍ່​ລ່ວງ​ພົ້ນ​ໄປ​ຈັກເທື່ອ.


ຫລັງຈາກ​ກິນ​ອາຫານແລງ​ແລ້ວ ພຣະອົງ​ກໍ​ຈັບ​ເອົາ​ຈອກ​ມາ ແລະ ເຮັດ​ຢ່າງ​ດຽວ​ກັນ ໂດຍ​ກ່າວ​ວ່າ, “ຈອກ​ນີ້​ຄື​ພັນທະສັນຍາ​ໃໝ່​ດ້ວຍ​ເລືອດ​ຂອງ​ເຮົາ ເຊິ່ງ​ຖອກ​ອອກ​ມາ​ເພື່ອ​ພວກເຈົ້າ​ທັງຫລາຍ.


ຄວາມຮັກ​ບໍ່​ມີ​ວັນ​ສູນສິ້ນ​ໄປ ເຖິງ​ວ່າ​ການ​ເຜີຍ​ພຣະຄຳ​ຈະ​ຖືກ​ຍົກເລີກ, ການ​ເວົ້າ​ພາສາ​ແປກໆ​ຈະ​ງຽບ​ໄປ, ຄວາມຮູ້​ຈະ​ສູນ​ຫາຍ​ໄປ.


ພຣະອົງ​ໃຫ້​ພວກເຮົາ​ມີ​ຄວາມສາມາດ​ເປັນ​ຜູ້ຮັບໃຊ້​ແຫ່ງ​ພັນທະສັນຍາ​ໃໝ່ ບໍ່​ແມ່ນ​ດ້ວຍ​ຕົວອັກສອນ ແຕ່​ດ້ວຍ​ພຣະວິນຍານ; ເພາະ​ຕົວອັກສອນ​ເຮັດ​ໃຫ້​ຕາຍ, ແຕ່​ພຣະວິນຍານ​ໃຫ້ຊີວິດ.


ເຫດສະນັ້ນ ຖ້າ​ຜູ້ໃດ​ຢູ່ໃນ​ພຣະຄຣິດເຈົ້າ ການ​ສ້າງ​ໃໝ່​ກໍ​ໄດ້​ມາເຖິງ​ແລ້ວ: ສິ່ງ​ເກົ່າ​ໄດ້​ລ່ວງພົ້ນ​ໄປ ສິ່ງ​ໃໝ່​ກໍ​ຢູ່​ທີ່ນີ້!


ສິ່ງ​ເຫລົ່ານັ້ນ​ຈະ​ສູນຫາຍ​ໄປ ແຕ່​ພຣະອົງ​ດຳລົງ​ຢູ່, ສິ່ງ​ເຫລົ່ານັ້ນ​ທັງໝົດ​ຈະ​ເກົ່າ​ໄປ​ເໝືອນດັ່ງ​ເຄື່ອງນຸ່ງຫົ່ມ.


ມາ​ເຖິງ​ພຣະເຢຊູເຈົ້າ​ຜູ້​ເປັນ​ຜູ້ກາງ​ແຫ່ງ​ພັນທະສັນຍາ​ໃໝ່ ແລະ ມາ​ເຖິງ​ການຊິດເລືອດ ເຊິ່ງ​ກ່າວ​ເຖິງ​ສິ່ງ​ທີ່​ດີ​ກວ່າ​ເລືອດ​ຂອງ​ອາເບັນ.


ເພາະ​ດ້ວຍ​ຄຳສາບານ​ນີ້ ພຣະເຢຊູເຈົ້າ​ຈຶ່ງ​ເປັນ​ຜູ້​ຄ້ຳປະກັນ​ພັນທະສັນຍາ​ອັນ​ດີ​ກວ່າ.


ແຕ່​ຄວາມຈິງ​ແລ້ວ​ພັນທະກິດ​ທີ່​ພຣະເຢຊູເຈົ້າ​ໄດ້ຮັບ​ມອບໝາຍ​ນັ້ນ​ຍິ່ງໃຫຍ່​ກວ່າ​ພັນທະກິດ​ຂອງ​ພວກເຂົາ ເໝືອນດັ່ງ​ພັນທະສັນຍາ​ທີ່​ພຣະອົງ​ເປັນ​ຜູ້ກາງ​ນັ້ນ​ກໍ​ເໜືອ​ກວ່າ​ພັນທະສັນຍາ​ເດີມ ແລະ ຕັ້ງ​ຢູ່​ເທິງ​ສັນຍາ​ຕ່າງໆ​ທີ່​ດີ​ຫລາຍ​ກວ່າ.


ແຕ່​ພຣະເຈົ້າ​ເຫັນ​ຂໍ້ຜິດພາດ​ຂອງ​ບັນດາ​ປະຊາຊົນ ແລະ ກ່າວ​ວ່າ: “ອົງພຣະຜູ້ເປັນເຈົ້າ​ປະກາດ​ວ່າ, ວັນ​ນັ້ນ​ຈະ​ມາ​ເຖິງ, ເມື່ອ​ເຮົາ​ຈະ​ເຮັດ​ພັນທະສັນຍາ​ໃໝ່ ກັບ​ປະຊາຊົນ​ຂອງ​ອິດສະຣາເອນ ແລະ ກັບ​ປະຊາຊົນ​ຂອງ​ຢູດາ.


ດ້ວຍເຫດ​ນີ້ ພຣະຄຣິດເຈົ້າ​ຈຶ່ງ​ເປັນ​ຜູ້ກາງ​ຂອງ​ພັນທະສັນຍາ​ໃໝ່, ເພື່ອ​ບັນດາ​ຜູ້​ທີ່​ພຣະອົງ​ເອີ້ນ​ນັ້ນ​ຈະ​ໄດ້​ຮັບ​ມໍລະດົກ​ຕະຫລອດໄປ​ເປັນນິດ​ຕາມ​ທີ່​ໄດ້​ສັນຍາ​ໄວ້ ເພາະ​ພຣະຄຣິດ​ໄດ້​ຕາຍ​ເປັນ​ຄ່າ​ໄຖ່​ເພື່ອ​ປົດປ່ອຍ​ພວກເຂົາ​ໃຫ້​ເປັນ​ອິດສະຫລະ​ຈາກ​ບາບ​ທີ່​ໄດ້​ເຮັດ​ພາຍໃຕ້​ພັນທະສັນຍາ​ເດີມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka