Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 7:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ແລະ ອັບຣາຮາມ​ໄດ້​ຖວາຍ​ໜຶ່ງສວ່ນສິບ​ຈາກ​ສິ່ງຂອງ​ທັງໝົດ​ໃຫ້​ແກ່​ເພິ່ນ. ປະການ​ທຳອິດ, ເມຄີເຊເດັກ​ມີ​ຄວາມຫມາຍ​ວ່າ “ກະສັດ​ແຫ່ງ​ຄວາມຊອບທຳ” ແລະ ປະການ​ຕໍ່ມາ, “ກະສັດ​ແຫ່ງ​ຊາເລັມ” ກໍ​ໝາຍ​ເຖິງ “ກະສັດ​ແຫ່ງ​ສັນຕິສຸກ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ອັບຣາຮາມ​ໄດ້​ແບ່ງ​ສິ່ງ​ຂອງ​ທັງໝົດ​ເປັນ​ສິບ​ສ່ວນ ເອົາ​ສ່ວນ​ໜຶ່ງ​ຖວາຍ​ແກ່​ເມຄີເຊເດັກ ເມຄີເຊເດັກ​ແປ​ຢ່າງ​ໜຶ່ງ​ວ່າ ກະສັດ​ແຫ່ງ​ຄວາມ​ຊອບທຳ​ຕາມ​ຄວາມໝາຍ​ແຫ່ງ​ພຣະນາມ​ຂອງທ່ານ ແລະ​ອີກ​ທັງ​ເປັນ​ກະສັດ​ແຫ່ງ​ສັນຕິສຸກ ຕາມ​ຄວາມໝາຍ​ຂອງ​ຊື່​ເມືອງ​ຊາເລັມ.

Uka jalj uñjjattʼäta Copia luraña




ເຮັບເຣີ 7:2
26 Jak'a apnaqawi uñst'ayäwi  

“ສາວບໍລິສຸດ​ຄົນ​ໜຶ່ງ​ຈະ​ຖືພາ​ແລ້ວ​ເກີດ​ລູກຊາຍ​ຄົນ​ໜຶ່ງ ແລະ ພວກເຂົາ​ຈະ​ເອີ້ນ​ທ່ານ​ວ່າ​ເອມານູເອນ” (ເຊິ່ງ​ມີ​ຄວາມໝາຍ​ວ່າ “ພຣະເຈົ້າ​ຢູ່​ກັບ​ພວກເຮົາ”).


“ຂໍ​ກຽດຕິຍົດ​ຈົ່ງ​ມີ​ແກ່​ພຣະເຈົ້າ​ໃນ​ສະຫວັນ​ສູງສຸດ ແລະ ສັນຕິສຸກ​ຈົ່ງ​ມີ​ແກ່​ຜູ້​ທີ່​ພຣະອົງ​ພໍໃຈ​ເທິງ​ແຜ່ນດິນໂລກ​ນີ້”.


ພຣະອົງ​ໄດ້​ເຮັດ​ຢ່າງ​ນີ້​ກໍ​ເພື່ອ​ສະແດງ​ຄວາມຍຸຕິທຳ​ຂອງ​ພຣະອົງ​ໃນ​ເວລາ​ປັດຈຸບັນ ເພື່ອ​ວ່າ​ພຣະອົງ​ຈະ​ເປັນ​ຜູ້ຊອບທຳ ແລະ ເປັນ​ຜູ້​ທີ່​ເຮັດ​ໃຫ້​ບັນດາ​ຄົນ​ທີ່​ມີ​ຄວາມເຊື່ອ​ໃນ​ພຣະເຢຊູເຈົ້າ​ຖືກ​ນັບ​ວ່າ​ເປັນ​ຜູ້ຊອບທຳ​ດ້ວຍ.


ເມຄີເຊເດັກ​ຜູ້​ນີ້​ເປັນ​ກະສັດ​ເມືອງ​ຊາເລັມ ແລະ ເປັນ​ປະໂລຫິດ​ຂອງ​ພຣະເຈົ້າ​ຜູ້​ສູງສຸດ. ເມຄີເຊເດັກ​ໄດ້​ພົບ​ອັບຣາຮາມ ແລະ ອວຍພອນ​ເພິ່ນ​ຫລັງຈາກ​ທີ່​ເພິ່ນ​ກັບ​ມາ​ຈາກ​ການ​ຮົບ​ຊະນະ​ບັນດາ​ກະສັດ​ທັງຫລາຍ,


ບໍ່​ມີ​ບັນທຶກ​ວ່າ​ຜູ້ໃດ​ເປັນ​ບິດາ ຫລື ມານດາ, ບໍ່​ມີ​ລຳດັບ​ວົງ​ຕະກູນ, ບໍ່​ມີ​ວັນ​ເລີ່ມຕົ້ນ ຫລື ວັນ​ສິ້ນສຸດ​ຊີວິດ, ເໝືອນກັນ​ກັບ​ພຣະບຸດ​ຂອງ​ພຣະເຈົ້າ, ເພິ່ນ​ເປັນ​ປະໂລຫິດ​ຕະຫລອດໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka