Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 7:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ຖ້າ​ຫາກ​ມະນຸດ​ມາ​ເຖິງ​ຄວາມບໍລິບູນ​ຄົບຖ້ວນ​ໃນ​ພຣະເຈົ້າ​ໄດ້​ໂດຍ​ທາງ​ລະບົບ​ປະໂລຫິດ​ຕາມ​ແບບ​ຂອງ​ເລວີ​ແລ້ວ ແລະ ເພາະ​ໂດຍ​ພື້ນຖານ​ຂອງ​ລະບົບ​ປະໂລຫິດ​ນີ້​ກົດບັນຍັດ​ຈຶ່ງ​ມີ​ມາ​ເຖິງ​ບັນດາ​ປະຊາຊົນ ເປັນຫຍັງ​ຍັງ​ຕ້ອງ​ມີ​ປະໂລຫິດ​ອີກ​ຄົນ​ໜຶ່ງ ເຊິ່ງ​ເປັນ​ປະໂລຫິດ​ໃນ​ລຳດັບ​ດຽວ​ກັນ​ກັບ​ເມຄີເຊເດັກ, ບໍ່​ແມ່ນ​ໃນ​ລຳດັບ​ດຽວ​ກັນ​ກັບ​ອາໂຣນ?

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ດັ່ງນັ້ນ ຖ້າ​ຄວາມ​ບໍຣິບູນ​ບັນລຸ​ໄດ້​ທາງ​ລະບົບ​ປະໂຣຫິດ​ເຜົ່າ​ເລວີ (ເພາະວ່າ​ປະຊາຊົນ​ໄດ້​ຮັບ​ກົດບັນຍັດ​ໂດຍ​ວິທີ​ນີ້) ເປັນຫຍັງ​ຈະ​ຕ້ອງ​ມີ​ປະໂຣຫິດ​ອື່ນ​ອີກ​ຕາມ​ແບບຢ່າງ​ຂອງ​ເມຄີເຊເດັກ ບໍ່ແມ່ນ​ຕາມ​ແບບຢ່າງ​ຂອງ​ອາໂຣນ​ບໍ?

Uka jalj uñjjattʼäta Copia luraña




ເຮັບເຣີ 7:11
17 Jak'a apnaqawi uñst'ayäwi  

ເຮົາ​ບໍ່​ໄດ້​ປະຖິ້ມ​ພຣະຄຸນ​ຂອງ​ພຣະເຈົ້າ ເພາະ​ຖ້າ​ຄວາມຊອບທຳ​ສາມາດ​ໄດ້​ມາ​ໂດຍ​ທາງ​ກົດບັນຍັດ ພຣະຄຣິດເຈົ້າ​ກໍ​ຕາຍ​ໂດຍ​ບໍ່​ມີ​ປະໂຫຍດ!”


ເຊັ່ນດຽວ​ກັນ ເມື່ອ​ພວກເຮົາ​ຍັງ​ບໍ່​ເປັນ​ຜູ້ໃຫຍ່ ພວກເຮົາ​ໄດ້​ເປັນ​ຂ້າທາດ​ຢູ່​ໃຕ້​ບັງຄັບ​ຂອງ​ພວກ​ວິນຍານ​ຂອງ​ໂລກ​ນີ້.


ແຕ່​ບັດນີ້ ພວກເຈົ້າ​ຮູ້​ຈັກ​ພຣະເຈົ້າ​ແລ້ວ ຫລື ເວົ້າ​ໃຫ້​ຖືກ​ວ່າ​ພຣະເຈົ້າ​ຮູ້​ຈັກ​ພວກເຈົ້າ​ແລ້ວ ດ້ວຍເຫດໃດ​ພວກເຈົ້າ​ຈຶ່ງ​ຈະ​ກັບຄືນ​ໄປ​ຫາ​ຫລັກການ​ເກົ່າໆ​ເຫລົ່ານັ້ນ ເຊິ່ງ​ອ່ອນແອ ແລະ ບໍ່​ມີ​ປະໂຫຍດ? ພວກເຈົ້າ​ຢາກ​ຕົກ​ເປັນ​ຂ້າທາດ​ໂດຍ​ສິ່ງ​ທັງປວງ​ນີ້​ອີກ​ບໍ?


ແລະ ພຣະເຈົ້າ​ແຕ່ງຕັ້ງ​ພຣະອົງ​ເປັນ​ມະຫາ​ປະໂລຫິດ​ໃນ​ລຳດັບ​ດຽວ​ກັນ​ກັບ​ເມຄີເຊເດັກ.


ແລະ ພຣະອົງ​ກ່າວ​ໄວ້​ໃນ​ອີກ​ຕອນ​ໜຶ່ງ​ວ່າ, “ທ່ານ​ເປັນ​ປະໂລຫິດ​ຕະຫລອດໄປ, ໃນ​ລຳດັບ​ດຽວ​ກັນ​ກັບ​ເມຄີເຊເດັກ”.


ບ່ອນ​ທີ່​ພຣະເຢຊູເຈົ້າ​ຜູ້​ໄດ້​ນຳໜ້າ​ພວກເຮົາ ໄດ້​ເຂົ້າໄປ​ກ່ອນ​ແລ້ວ​ເພື່ອ​ພວກເຮົາ. ພຣະອົງ​ຈຶ່ງ​ໄດ້​ເປັນ​ມະຫາ​ປະໂລຫິດ​ຕະຫລອດໄປ​ໃນ​ລຳດັບ​ດຽວ​ກັບ​ເມຄີເຊເດັກ.


ເພາະວ່າ​ເມື່ອ​ເມຄີເຊເດັກ​ໄດ້​ພົບ​ກັບ​ອັບຣາຮາມ​ນັ້ນ ເລວີ​ຍັງ​ຢູ່​ໃນ​ກາຍ​ຂອງ​ບັນພະບຸລຸດ​ຂອງ​ເພິ່ນ.


ເພາະ​ເມື່ອ​ມີ​ການປ່ຽນແປງ​ລະບົບ​ປະໂລຫິດ​ກໍ​ຈະ​ຕ້ອງ​ມີ​ການ​ປ່ຽນແປງ​ກົດບັນຍັດ​ເໝືອນກັນ.


ພຣະອົງ​ຜູ້​ທີ່​ສິ່ງ​ຕ່າງໆ​ເຫລົ່ານີ້​ໄດ້​ກ່າວ​ເຖິງ​ນັ້ນ​ມາ​ຈາກ​ຕະກູນ​ອື່ນ ແລະ ບໍ່​ມີ​ຜູ້ໃດ​ທີ່​ມາ​ຈາກ​ຕະກູນ​ນັ້ນ​ເຄີຍ​ຮັບໃຊ້​ທີ່​ແທ່ນບູຊາ.


ແລະ ສິ່ງ​ທີ່​ພວກເຮົາ​ໄດ້​ກ່າວ​ນັ້ນ​ຈະ​ເຫັນ​ຈະແຈ້ງ​ຫລາຍ​ຂຶ້ນ​ຖ້າ​ມີ​ປະໂລຫິດ​ອີກ​ຜູ້​ໜຶ່ງ​ເໝືອນ​ເມຄີເຊເດັກ​ປາກົດ​ຂຶ້ນ,


ແຕ່​ພຣະເຢຊູເຈົ້າ​ຂຶ້ນ​ເປັນ​ປະໂລຫິດ​ດ້ວຍ​ຄຳສາບານ​ເມື່ອ​ພຣະເຈົ້າ​ກ່າວ​ກັບ​ພຣະອົງ​ວ່າ: “ອົງພຣະຜູ້ເປັນເຈົ້າ​ໄດ້​ປະຕິຍານ​ແລ້ວ ແລະ ຈະ​ບໍ່​ປ່ຽນ​ໃຈ​ຄື: ‘ທ່ານ​ເປັນ​ປະໂລຫິດ​ຕະຫລອດໄປ’”.


ເພາະ​ຖ້າ​ພັນທະສັນຍາເດີມ​ບໍ່ມີຂໍ້ບົກຜ່ອງ​ກໍ​ບໍ່​ຈຳເປັນ​ຕ້ອງ​ມີ​ພັນທະສັນຍາ​ໃໝ່​ອີກ.


ເມື່ອ​ທຸກສິ່ງ​ໄດ້​ຖືກ​ຈັດ​ຕາມ​ນີ້​ແລ້ວ, ບັນດາ​ປະໂລຫິດ​ກໍ​ເຂົ້າ​ໄປ​ປະຕິບັດ​ຫນ້າທີ່​ໃນ​ຫ້ອງຊັ້ນນອກ​ນັ້ນ​ເປັນ​ປະຈໍາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka