Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 7:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ເພາະວ່າ​ເມື່ອ​ເມຄີເຊເດັກ​ໄດ້​ພົບ​ກັບ​ອັບຣາຮາມ​ນັ້ນ ເລວີ​ຍັງ​ຢູ່​ໃນ​ກາຍ​ຂອງ​ບັນພະບຸລຸດ​ຂອງ​ເພິ່ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ເພາະວ່າ​ໃນ​ຂະນະທີ່​ເມຄີເຊເດັກ​ໄດ້​ພົບ​ກັບ​ອັບຣາຮາມ ເລວີ​ຍັງ​ຢູ່​ໃນ​ສາຍ​ເລືອດ​ຂອງ​ບັນພະບຸລຸດ ຄື​ອັບຣາຮາມ.

Uka jalj uñjjattʼäta Copia luraña




ເຮັບເຣີ 7:10
7 Jak'a apnaqawi uñst'ayäwi  

ແລະ ພຣະອົງ​ກ່າວ​ໄວ້​ໃນ​ອີກ​ຕອນ​ໜຶ່ງ​ວ່າ, “ທ່ານ​ເປັນ​ປະໂລຫິດ​ຕະຫລອດໄປ, ໃນ​ລຳດັບ​ດຽວ​ກັນ​ກັບ​ເມຄີເຊເດັກ”.


ຖ້າ​ຫາກ​ມະນຸດ​ມາ​ເຖິງ​ຄວາມບໍລິບູນ​ຄົບຖ້ວນ​ໃນ​ພຣະເຈົ້າ​ໄດ້​ໂດຍ​ທາງ​ລະບົບ​ປະໂລຫິດ​ຕາມ​ແບບ​ຂອງ​ເລວີ​ແລ້ວ ແລະ ເພາະ​ໂດຍ​ພື້ນຖານ​ຂອງ​ລະບົບ​ປະໂລຫິດ​ນີ້​ກົດບັນຍັດ​ຈຶ່ງ​ມີ​ມາ​ເຖິງ​ບັນດາ​ປະຊາຊົນ ເປັນຫຍັງ​ຍັງ​ຕ້ອງ​ມີ​ປະໂລຫິດ​ອີກ​ຄົນ​ໜຶ່ງ ເຊິ່ງ​ເປັນ​ປະໂລຫິດ​ໃນ​ລຳດັບ​ດຽວ​ກັນ​ກັບ​ເມຄີເຊເດັກ, ບໍ່​ແມ່ນ​ໃນ​ລຳດັບ​ດຽວ​ກັນ​ກັບ​ອາໂຣນ?


ກົດບັນຍັດ​ໄດ້​ຮຽກຮ້ອງ​ໃຫ້​ເຊື້ອສາຍ​ຂອງ​ເລວີ​ຜູ້​ເປັນ​ປະໂລຫິດ​ນັ້ນ​ຮັບ​ໜຶ່ງສ່ວນສິບ​ຈາກ​ປະຊາຊົນ ຄື​ຈາກ​ພີ່ນ້ອງ​ຊາວ​ອິດສະຣາເອນ​ຂອງ​ຕົນ​ເຖິງແມ່ນວ່າ​ພວກເຂົາ​ຈະ​ສືບເຊື້ອສາຍ​ມາ​ຈາກ​ອັບຣາຮາມ​ກໍ​ຕາມ.


ເວົ້າ​ໄດ້​ອີກ​ຢ່າງ​ໜຶ່ງ​ວ່າ​ເລວີ​ຜູ້​ທີ່​ຮັບ​ໜຶ່ງສ່ວນສິບ​ນັ້ນ​ໄດ້​ຖວາຍ​ໜຶ່ງສ່ວນສິບ​ຜ່ານ​ທາງ​ອັບຣາຮາມ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka