Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 7:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ເມຄີເຊເດັກ​ຜູ້​ນີ້​ເປັນ​ກະສັດ​ເມືອງ​ຊາເລັມ ແລະ ເປັນ​ປະໂລຫິດ​ຂອງ​ພຣະເຈົ້າ​ຜູ້​ສູງສຸດ. ເມຄີເຊເດັກ​ໄດ້​ພົບ​ອັບຣາຮາມ ແລະ ອວຍພອນ​ເພິ່ນ​ຫລັງຈາກ​ທີ່​ເພິ່ນ​ກັບ​ມາ​ຈາກ​ການ​ຮົບ​ຊະນະ​ບັນດາ​ກະສັດ​ທັງຫລາຍ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ສ່ວນ​ເມຄີເຊເດັກ​ຜູ້​ນີ້ ຄື​ກະສັດ​ແຫ່ງ​ເມືອງ​ຊາເລັມ ເປັນ​ປະໂຣຫິດ​ຂອງ​ພຣະເຈົ້າ​ຜູ້​ສູງສຸດ ໄດ້​ພົບ​ອັບຣາຮາມ ຂະນະທີ່​ອັບຣາຮາມ​ກຳລັງ​ກັບ​ມາ​ຈາກ​ການ​ຮົບ​ກັບ​ກະສັດ​ທັງຫລາຍ​ດ້ວຍ​ໄຊຊະນະ ແລະ​ໄດ້​ຊົງ​ອວຍພອນ​ແກ່​ເພິ່ນ.

Uka jalj uñjjattʼäta Copia luraña




ເຮັບເຣີ 7:1
17 Jak'a apnaqawi uñst'ayäwi  

ລາວ​ຮ້ອງ​ດ້ວຍ​ສຸດສຽງ​ຂອງ​ລາວ​ວ່າ, “ພຣະເຢຊູ ພຣະບຸດ​ຂອງ​ພຣະເຈົ້າ​ອົງ​ສູງສຸດ​ເອີຍ, ທ່ານ​ຕ້ອງການ​ສິ່ງໃດ​ຈາກ​ຂ້ານ້ອຍ? ຂໍ​ໃຫ້​ທ່ານ​ສັນຍາ​ໃນ​ນາມ​ພຣະເຈົ້າ​ວ່າ​ຈະ​ບໍ່​ທໍລະມານ​ຂ້ານ້ອຍ!”


ນາງ​ໄດ້​ຕິດຕາມ​ໂປໂລ​ກັບ​ພວກເຮົາ​ມາ ແລະ ຮ້ອງ​ຂຶ້ນ​ວ່າ, “ຄົນ​ເຫລົ່ານີ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ອົງ​ສູງສຸດ, ພວກເພິ່ນ​ມາ​ບອກ​ເລື່ອງ​ທາງ​ຄວາມພົ້ນ​ໃຫ້​ແກ່​ພວກເຈົ້າ”.


ບ່ອນ​ທີ່​ພຣະເຢຊູເຈົ້າ​ຜູ້​ໄດ້​ນຳໜ້າ​ພວກເຮົາ ໄດ້​ເຂົ້າໄປ​ກ່ອນ​ແລ້ວ​ເພື່ອ​ພວກເຮົາ. ພຣະອົງ​ຈຶ່ງ​ໄດ້​ເປັນ​ມະຫາ​ປະໂລຫິດ​ຕະຫລອດໄປ​ໃນ​ລຳດັບ​ດຽວ​ກັບ​ເມຄີເຊເດັກ.


ແລະ ອັບຣາຮາມ​ໄດ້​ຖວາຍ​ໜຶ່ງສວ່ນສິບ​ຈາກ​ສິ່ງຂອງ​ທັງໝົດ​ໃຫ້​ແກ່​ເພິ່ນ. ປະການ​ທຳອິດ, ເມຄີເຊເດັກ​ມີ​ຄວາມຫມາຍ​ວ່າ “ກະສັດ​ແຫ່ງ​ຄວາມຊອບທຳ” ແລະ ປະການ​ຕໍ່ມາ, “ກະສັດ​ແຫ່ງ​ຊາເລັມ” ກໍ​ໝາຍ​ເຖິງ “ກະສັດ​ແຫ່ງ​ສັນຕິສຸກ”.


ບໍ່​ມີ​ບັນທຶກ​ວ່າ​ຜູ້ໃດ​ເປັນ​ບິດາ ຫລື ມານດາ, ບໍ່​ມີ​ລຳດັບ​ວົງ​ຕະກູນ, ບໍ່​ມີ​ວັນ​ເລີ່ມຕົ້ນ ຫລື ວັນ​ສິ້ນສຸດ​ຊີວິດ, ເໝືອນກັນ​ກັບ​ພຣະບຸດ​ຂອງ​ພຣະເຈົ້າ, ເພິ່ນ​ເປັນ​ປະໂລຫິດ​ຕະຫລອດໄປ.


ເຖິງຢ່າງໃດ​ກໍ​ຕາມ, ເມຄີເຊເດັກ​ບໍ່​ໄດ້​ສືບເຊື້ອສາຍ​ມາ​ຈາກ​ຊາວ​ເລວີ, ແຕ່​ເພິ່ນ​ກໍ​ໄດ້​ຮັບ​ໜຶ່ງສ່ວນສິບ​ຈາກ​ອັບຣາຮາມ ແລະ ໄດ້​ອວຍພອນ​ອັບຣາຮາມ​ຜູ້​ທີ່​ຮັບ​ສັນຍາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka