Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 6:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ເພື່ອນ​ທີ່​ຮັກ​ເອີຍ, ເຖິງແມ່ນວ່າ​ເຮົາ​ເວົ້າ​ຢ່າງ​ນີ້​ກໍ​ຕາມ, ພວກເຮົາ​ກໍ​ຍັງ​ໝັ້ນໃຈ​ວ່າ​ໃນ​ກໍລະນີ​ຂອງ​ພວກເຈົ້າ​ຍັງ​ມີ​ສິ່ງ​ທີ່​ດີກວ່າ ຄື​ສິ່ງ​ຕ່າງໆ​ທີ່​ມາ​ພ້ອມ​ກັບ​ຄວາມພົ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ແຕ່​ພວກ​ພີ່ນ້ອງ​ເອີຍ, ເຖິງ​ແມ່ນ​ວ່າ​ເຮົາ​ເວົ້າ​ດັ່ງນັ້ນ ເຮົາ​ກໍ​ຍັງ​ເຊື່ອ​ແນ່​ວ່າ​ທ່າທີ​ຂອງ​ພວກເຈົ້າ ມີ​ສິ່ງ​ດີກວ່າ​ທີ່​ໄດ້​ກ່າວ​ມາ​ນັ້ນ ກໍ​ຄື​ສິ່ງ​ທີ່​ກ່ຽວກັບ​ຄວາມ​ພົ້ນ.

Uka jalj uñjjattʼäta Copia luraña




ເຮັບເຣີ 6:9
24 Jak'a apnaqawi uñst'ayäwi  

ຜູ້ໃດ​ກໍ​ຕາມ​ທີ່​ເຊື່ອ ແລະ ຮັບ​ບັບຕິສະມາ​ກໍ​ຈະ​ໄດ້​ພົ້ນ, ແຕ່​ຜູ້ໃດ​ກໍ​ຕາມ​ທີ່​ບໍ່ເຊື່ອ​ກໍ​ຈະ​ຖືກ​ຕັດສິນ​ລົງໂທດ.


ເມື່ອ​ພວກເຂົາ​ໄດ້​ຍິນ​ຢ່າງນີ້​ແລ້ວ, ພວກເຂົາ​ກໍ​ບໍ່​ມີ​ຂໍ້​ຄັດຄ້ານ​ອັນ​ໃດ​ອີກ ແລະ ພາກັນ​ສັນລະເສີນ​ພຣະເຈົ້າ​ວ່າ, ໂດຍ​ກ່າວ​ວ່າ, “ຖ້າ​ເປັນ​ດັ່ງນັ້ນ​ແລ້ວ, ແມ່ນແຕ່​ຄົນຕ່າງຊາດ​ພຣະເຈົ້າ​ກໍ​ຍັງ​ອະນຸຍາດ​ໃຫ້​ກັບໃຈໃໝ່​ເຂົ້າ​ສູ່​ຊີວິດ​ດ້ວຍ”.


ຂ້າພະເຈົ້າ​ໄດ້​ປະກາດ​ແກ່​ຄົນ​ຢິວ ແລະ ຄົນ​ກຣີກ​ວ່າ ພວກເຂົາ​ຕ້ອງ​ຖິ້ມໃຈເກົ່າເອົາໃຈໃໝ່​ກັບ​ຄືນ​ມາ​ຫາ​ພຣະເຈົ້າ ແລະ ເຊື່ອ​ໃນ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ເຫດສະນັ້ນ ເພື່ອນ​ທີ່​ຮັກ​ຂອງ​ເຮົາ​ເອີຍ, ຈົ່ງ​ຫລີກໜີ​ຈາກ​ການຂາບໄຫວ້​ຮູບເຄົາລົບ.


ພວກເຈົ້າ​ຄິດ​ມາ​ຕະຫລອດ​ວ່າ​ພວກເຮົາ​ກຳລັງ​ປົກປ້ອງ​ພວກເຮົາ​ເອງ​ຕໍ່​ພວກເຈົ້າ​ແມ່ນ​ບໍ? ພວກເຮົາ​ເວົ້າ​ໃນ​ສາຍຕາ​ຂອງ​ພຣະເຈົ້າ​ຢ່າງ​ຄົນ​ທີ່​ຢູ່​ໃນ​ພຣະຄຣິດເຈົ້າ, ເພື່ອນ​ທີ່​ຮັກ, ທຸກສິ່ງ​ທີ່​ພວກເຮົາ​ເຮັດ​ກໍ​ເຮັດ​ເພື່ອ​ເສີມກຳລັງ​ຂອງ​ພວກເຈົ້າ.


ເຫດສະນັ້ນ ບັນດາ​ເພື່ອນ​ທີ່​ຮັກ​ເອີຍ, ເມື່ອ​ພວກເຮົາ​ມີ​ຄຳ​ສັນຍາ​ເຫລົ່ານີ້​ແລ້ວ ກໍ​ຂໍ​ໃຫ້​ພວກເຮົາ​ຊຳລະ​ຕົນເອງ​ຈາກ​ທຸກສິ່ງ​ທີ່​ເຮັດ​ໃຫ້​ຮ່າງກາຍ ແລະ ຈິດວິນຍານ​ເປື້ອນເປິ, ຈົ່ງ​ເຮັດ​ໃຫ້​ຄວາມບໍລິສຸດ​ສົມບູນ​ປາກົດ​ອອກມາ​ຈາກ​ຄວາມ​ຢຳເກງ​ພຣະເຈົ້າ.


ຄວາມທຸກໃຈ​ໃນ​ທາງ​ຂອງ​ພຣະເຈົ້າ​ນັ້ນ ນໍາ​ເອົາ​ການ​ກັບໃຈໃໝ່​ທີ່​ນຳ​ໄປ​ສູ່​ຄວາມພົ້ນ ແລະ ບໍ່​ມີ​ຄວາມເສຍໃຈ​ເຫລືອ​ຢູ່, ແຕ່​ຄວາມທຸກໃຈ​ໃນ​ທາງ​ຂອງ​ໂລກ​ນັ້ນ ນຳໄປ​ສູ່​ຄວາມຕາຍ.


ເພາະວ່າ​ໃນ​ພຣະຄຣິດເຈົ້າເຢຊູ​ການ​ຮັບ​ພິທີຕັດ ຫລື ບໍ່​ຮັບ​ພິທີຕັດ​ນັ້ນ​ກໍ​ບໍ່​ມີຄ່າ​ອັນໃດ. ສິ່ງ​ດຽວ​ທີ່​ສຳຄັນ​ຄື​ຄວາມເຊື່ອ​ທີ່​ສະແດງ​ອອກ​ດ້ວຍ​ຄວາມຮັກ.


ພວກເຈົ້າ​ທົນທຸກ​ກັບ​ບັນດາ​ຜູ້​ທີ່​ຢູ່​ໃນ​ຄຸກ ແລະ ເມື່ອ​ຖືກ​ຢຶດ​ຊັບສິນ​ພວກເຈົ້າ​ກໍ​ຍອມຮັບ​ດ້ວຍ​ຄວາມຍິນດີ ເພາະ​ພວກເຈົ້າ​ຮູ້​ວ່າ​ພວກເຈົ້າ​ເອງ​ມີ​ຊັບສິນ​ທີ່​ດີ​ກວ່າ ແລະ ຍືນຍົງ​ກວ່າ.


ສ່ວນ​ພວກເຮົາ​ບໍ່​ໄດ້​ຢູ່​ຝ່າຍ​ຄົນ​ທີ່​ຫລົບຖອຍຫລັງ ແລະ ຖືກ​ທຳລາຍ, ແຕ່​ຢູ່​ຝ່າຍ​ຄົນ​ທີ່​ມີ​ຄວາມເຊື່ອ ແລະ ໄດ້​ຮັບ​ການຊ່ວຍ​ໃຫ້​ພົ້ນ.


ແລ້ວ​ພວກເຮົາ​ຈະ​ຫລຸດພົ້ນ​ໄປ​ໄດ້​ຢ່າງໃດ​ຖ້າ​ພວກເຮົາ​ລະເລີຍ​ຄວາມພົ້ນ​ອັນ​ຍິ່ງໃຫຍ່​ເຊັ່ນນີ້? ຄວາມພົ້ນ​ນີ້ ເຊິ່ງ​ໄດ້​ຖືກ​ປະກາດ​ຄັ້ງ​ທຳອິດ​ໂດຍ​ອົງພຣະຜູ້ເປັນເຈົ້າ, ໄດ້​ຮັບ​ການຢືນຢັນ​ໃຫ້​ພວກເຮົາ​ໂດຍ​ບັນດາ​ຜູ້​ທີ່​ໄດ້​ຍິນ​ຈາກ​ພຣະອົງ.


ແລະ ເມື່ອ​ພຣະເຈົ້າ​ໄດ້​ເຮັດ​ໃຫ້​ພຣະເຢຊູເຈົ້າ​ສົມບູນແບບ​ແລ້ວ ພຣະອົງ​ຈຶ່ງ​ເປັນ​ແຫລ່ງ​ຄວາມພົ້ນ​ນິລັນດອນ​ສຳລັບ​ທຸກຄົນ​ທີ່​ເຊື່ອຟັງ​ພຣະອົງ


ພຣະເຈົ້າ​ຍຸຕິທຳ, ພຣະອົງ​ຈະ​ບໍ່​ລືມ​ການງານ​ທີ່​ພວກເຈົ້າ​ເຮັດ ແລະ ຄວາມຮັກ​ທີ່​ພວກເຈົ້າ​ໄດ້​ສະແດງ​ອອກ​ໃຫ້​ພຣະອົງ​ເຫັນ ຄື​ການ​ທີ່​ພວກເຈົ້າ​ຊ່ວຍເຫລືອ​ຄົນ​ຂອງ​ພຣະອົງ ແລະ ຍັງ​ຊ່ວຍເຫລືອ​ພວກເຂົາ​ຕໍ່ໄປ


ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ເຮົາ​ຂໍຮ້ອງ​ພວກເຈົ້າ​ໃນ​ຖານະ​ທີ່​ເປັນ​ຄົນຕ່າງດ້າວ ແລະ ເປັນ​ຄົນຕ່າງຖິ່ນ, ຈົ່ງ​ລະເວັ້ນ​ຈາກ​ຄວາມປາຖະໜາ​ຊົ່ວ ເຊິ່ງ​ຕໍ່ສູ້​ກັບ​ຈິດວິນຍານ​ຂອງ​ພວກເຈົ້າ


ເພື່ອນ​ທີ່​ຮັກ​ທັງຫລາຍ​ເອີຍ, ນີ້​ເປັນ​ຈົດໝາຍ​ສະບັບ​ທີ​ສອງ​ຂອງ​ເຮົາ​ເຖິງ​ພວກເຈົ້າ. ເຮົາ​ໄດ້​ຂຽນ​ມາ​ທັງ​ສອງ​ສະບັບ​ເປັນ​ເຄື່ອງເຕືອນໃຈ​ເພື່ອ​ກະຕຸ້ນ​ພວກເຈົ້າ​ໃຫ້​ມີ​ຄວາມຄິດ​ໃນ​ທາງ​ທີ່​ບໍລິສຸດ


ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ເຮົາ​ບໍ່​ໄດ້​ຂຽນ​ຄຳສັ່ງ​ຂໍ້​ໃໝ່​ມາ​ເຖິງ​ພວກເຈົ້າ ແຕ່​ນີ້​ເປັນ​ຄຳສັ່ງ​ເກົ່າ​ທີ່​ພວກເຈົ້າ​ມີ​ມາ​ຕັ້ງແຕ່​ເລີ່ມຕົ້ນ​ແລ້ວ. ຄຳສັ່ງ​ເກົ່າ​ນີ້​ແມ່ນ​ຂໍ້ຄວາມ​ທີ່​ພວກເຈົ້າ​ເຄີຍ​ໄດ້​ຍິນ​ມາ​ແລ້ວ.


ເພື່ອນ​ທີ່ຮັກ​ທັງຫລາຍ ເຖິງແມ່ນວ່າ​ເຮົາ​ກະຕືລືລົ້ນ​ຫລາຍ​ທີ່​ຈະ​ຂຽນ​ເຖິງ​ພວກເຈົ້າ​ກ່ຽວກັບ​ຄວາມພົ້ນ​ທີ່​ພວກເຮົາ​ມີ​ຮ່ວມກັນ, ເຮົາ​ກໍ​ຮູ້ສຶກ​ວ່າ​ຈຳເປັນ​ຕ້ອງ​ຂຽນ​ມາ​ໃຫ້​ກຳລັງໃຈ​ພວກເຈົ້າ​ໃຫ້​ຕໍ່ສູ້​ເພື່ອ​ຄວາມເຊື່ອ ເຊິ່ງ​ໄດ້​ມອບໝາຍ​ໃຫ້​ແກ່​ຄົນ​ບໍລິສຸດ​ຂອງ​ພຣະເຈົ້າ​ເທື່ອ​ດຽວ​ສຳລັບ​ຕະຫລອດ​ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka