Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 6:6 - ພຣະຄຳພີລາວສະບັບສະໄໝໃໝ່

6 ແລະ ຜູ້​ທີ່​ຫລົງທາງ​ໄປ​ແລ້ວ​ກໍ​ເຫລືອ​ວິໄສ​ທີ່​ຈະ​ນຳ​ພວກເຂົາ​ມາ​ສູ່​ການ​ກັບໃຈ​ໄດ້​ອີກ. ເພາະ​ການຫລົງໄປ​ຂອງ​ພວກເຂົາ​ໄດ້​ຄຶງ​ພຣະບຸດ​ຂອງ​ພຣະເຈົ້າ​ເທິງ​ໄມ້ກາງແຂນ​ອີກ ແລະ ເຮັດ​ໃຫ້​ພຣະອົງ​ໄດ້​ຮັບ​ຄວາມອັບອາຍ​ຕໍ່ໜ້າ​ຄົນ​ຈຳນວນ​ຫລາຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

6 ຖ້າ​ພວກເຂົາ​ເຫຼົ່ານັ້ນ​ໄດ້​ຕົກ​ເສຍ​ໄປ​ແລ້ວ ກໍ​ເຫຼືອ​ວິໄສ​ທີ່​ຈະ​ນຳ​ພວກເຂົາ​ມາ​ສູ່​ການ​ກັບໃຈ​ອີກ​ໄດ້ ເພາະ​ພວກເຂົາ​ເອງ​ຄຶງ​ພຣະບຸດ​ຂອງ​ພຣະເຈົ້າ​ເສຍ ແລະ​ເຮັດ​ໃຫ້​ພຣະອົງ​ຊົງ​ໄດ້​ຮັບ​ການ​ປະຈານ​ຂາຍໜ້າ.

Uka jalj uñjjattʼäta Copia luraña




ເຮັບເຣີ 6:6
17 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ແນມເບິ່ງ​ພວກເພິ່ນ ແລະ ກ່າວ​ວ່າ, “ສຳລັບ​ມະນຸດ​ກໍ​ເປັນ​ໄປ​ບໍ່​ໄດ້, ແຕ່​ສຳລັບ​ພຣະເຈົ້າ​ທຸກສິ່ງ​ເປັນ​ໄປ​ໄດ້”.


ດັ່ງນັ້ນ ພວກເຈົ້າ​ຈຶ່ງ​ເປັນພະຍານ​ໄດ້​ວ່າ​ພວກເຈົ້າ​ເຫັນພ້ອມ​ກັບ​ສິ່ງ​ທີ່​ບັນພະບຸລຸດ​ຂອງ​ຕົນ​ໄດ້​ເຮັດ​ໄວ້. ພວກເຂົາ​ໄດ້​ຂ້າ​ພວກຜູ້ທຳນວາຍ, ສ່ວນ​ພວກເຈົ້າ​ກໍ​ເປັນ​ຜູ້​ສ້າງ​ຂຸມຝັງສົບ​ໃຫ້​ພວກເຂົາ.


ບັນດາ​ຜູ້​ທີ່​ຕໍ່ຕ້ານ​ຈະ​ຕ້ອງ​ໄດ້​ຮັບ​ການແນະນຳ​ຢ່າງ​ສຸພາບ, ໂດຍ​ຫວັງ​ວ່າ​ພຣະເຈົ້າ​ຈະ​ໃຫ້​ພວກເຂົາ​ກັບໃຈໃໝ່ ເພື່ອ​ຈະ​ນຳພາ​ພວກເຂົາ​ໃຫ້​ຮູ້ຈັກ​ຄວາມຈິງ


ຫລັງຈາກ​ທີ່​ພວກເຮົາ​ໄດ້​ຮູ້​ຄວາມຈິງ​ແລ້ວ ຖ້າ​ພວກເຮົາ​ຍັງ​ເຈດຕະນາ​ເຮັດ​ບາບ​ຕໍ່ໄປ​ກໍ​ຈະ​ບໍ່​ເຫລືອ​ເຄື່ອງບູຊາ​ລຶບລ້າງ​ບາບ​ໃດໆ,


ພວກເຈົ້າ​ຄິດ​ວ່າ​ຜູ້​ທີ່​ຢຽບຢ່ຳ​ພຣະບຸດ​ຂອງ​ພຣະເຈົ້າ, ຜູ້​ທີ່​ປະຕິບັດ​ຕໍ່​ໂລຫິດ​ແຫ່ງ​ພັນທະສັນຍາ​ທີ່​ຊຳລະ​ພວກເຂົາ​ໃຫ້​ບໍລິສຸດ​ນັ້ນ​ເໝືອນ​ບໍ່​ແມ່ນ​ສິ່ງ​ສັກສິດ ແລະ ຜູ້​ທີ່​ດູຖູກ​ພຣະວິນຍານ​ແຫ່ງ​ພຣະຄຸນ​ສົມຄວນ​ໄດ້​ຮັບ​ໂທດ​ໜັກ​ຫລາຍກວ່າ​ນັ້ນ​ຈັກ​ເທົ່າ​ໃດ?


ໃຫ້​ພວກເຮົາ​ປັກຕາ​ເບິ່ງ​ທີ່​ພຣະເຢຊູເຈົ້າ, ພຣະອົງ​ເປັນ​ຜູ້​ບຸກເບີກ​ຄວາມເຊື່ອ ແລະ ເປັນ​ຜູ້​ເຮັດໃຫ້​ຄວາມເຊື່ອ​ສົມບູນ. ເພາະ​ເຫັນ​ແກ່​ຄວາມຍິນດີ​ທີ່​ຕັ້ງ​ໄວ້​ຢູ່​ຕໍ່ໜ້າ​ພຣະອົງ ພຣະອົງ​ຈຶ່ງ​ໄດ້​ອົດທົນ​ຕໍ່​ໄມ້ກາງແຂນ ແລະ ບໍ່​ໃສ່ໃຈ​ໃນ​ຄວາມອັບອາຍ​ຂອງ​ໄມ້ກາງແຂນ ແລະ ໄດ້​ນັ່ງ​ລົງ​ທີ່​ເບື້ອງຂວາ​ຂອງ​ບັນລັງ​ຂອງ​ພຣະເຈົ້າ.


ເຫດສະນັ້ນ, ໃນ​ເມື່ອ​ພວກເຮົາ​ມີ​ມະຫາ​ປະໂລຫິດ​ຜູ້​ຍິ່ງໃຫຍ່​ຜູ້​ທີ່​ໄດ້​ຂຶ້ນ​ສູ່​ສະຫວັນ ຄື​ພຣະເຢຊູເຈົ້າ​ພຣະບຸດ​ຂອງ​ພຣະເຈົ້າ ກໍ​ໃຫ້​ພວກເຮົາ​ຢຶດໝັ້ນ​ໃນ​ຄວາມເຊື່ອ​ທີ່​ພວກເຮົາ​ໄດ້​ປະກາດ​ແລ້ວ​ນັ້ນ.


ເປັນ​ໄປ​ບໍ່​ໄດ້​ສຳລັບ​ຜູ້​ທີ່​ເຄີຍ​ເຫັນ​ຈະແຈ້ງ​ມາ​ແລ້ວ, ຜູ້​ທີ່​ເຄີຍ​ຊີມ​ລົດ​ຂອງປະທານ​ຈາກ​ສະຫວັນ, ຜູ້​ທີ່​ເຄີຍ​ມີ​ສ່ວນຮ່ວມ​ໃນ​ພຣະວິນຍານບໍລິສຸດເຈົ້າ,


ເພາະ​ຖ້າ​ພວກເຂົາ​ບໍ່​ຮູ້​ຈັກ​ທາງ​ແຫ່ງ​ຄວາມຊອບທຳ​ນັ້ນ​ກໍ​ຍັງ​ດີ​ກວ່າ​ໄດ້​ຮູ້ຈັກ​ແລ້ວ​ຫັນຫລັງ​ໃຫ້​ກັບ​ກົດບັນຍັດ​ອັນ​ສັກສິດ ເຊິ່ງ​ສືບທອດ​ມາ​ເຖິງ​ພວກເຂົາ.


ຖ້າ​ພວກເຈົ້າ​ເຫັນ​ພີ່ນ້ອງ​ຂອງ​ຕົນ​ເຮັດ​ບາບ​ທີ່​ບໍ່​ນຳ​ໄປ​ສູ່​ຄວາມຕາຍ, ພວກເຈົ້າ​ຄວນ​ອະທິຖານ​ຂໍ ແລະ ພຣະເຈົ້າ​ຈະ​ໃຫ້​ຊີວິດ​ແກ່​ພວກເຂົາ. ເຮົາ​ໝາຍ​ເຖິງ​ບັນດາ​ຄົນ​ທີ່​ເຮັດ​ບາບ​ທີ່​ບໍ່​ນຳ​ໄປ​ສູ່​ຄວາມຕາຍ. ບາບ​ທີ່​ນຳ​ໄປ​ສູ່​ຄວາມຕາຍ​ກໍ​ມີ. ເຮົາ​ບໍ່​ໄດ້​ກ່າວ​ວ່າ​ພວກເຈົ້າ​ຄວນ​ອະທິຖານ​ຂໍ​ສຳລັບ​ຄົນ​ທີ່​ເຮັດ​ບາບ​ຢ່າງ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka