Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 6:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ຄຳສອນ​ເລື່ອງ​ບັບຕິສະມາ, ເລື່ອງ​ການວາງມື, ເລື່ອງ​ການເປັນຄືນມາຈາກຕາຍ ແລະ ເລື່ອງ​ການພິພາກສາ​ລົງໂທດ​ເປັນນິດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ແລະ​ຄຳສັ່ງສອນ​ເຖິງ​ເລື່ອງ​ບັບຕິສະມາ ພິທີ​ວາງ​ມື, ການ​ເປັນ​ຄືນ​ມາ​ຈາກ​ຕາຍ ແລະ​ການ​ພິພາກສາ​ລົງໂທດ​ເປັນນິດ.

Uka jalj uñjjattʼäta Copia luraña




ເຮັບເຣີ 6:2
57 Jak'a apnaqawi uñst'ayäwi  

ເຫດສະນັ້ນ ຈົ່ງ​ໄປ ແລະ ເຮັດ​ໃຫ້​ຄົນ​ທຸກ​ຊາດ​ເປັນ​ລູກສິດ, ໃຫ້​ພວກເຂົາ​ຮັບ​ບັບຕິສະມາ​ໃນ​ນາມ​ແຫ່ງ​ພຣະບິດາ ພຣະບຸດ ແລະ ພຣະວິນຍານບໍລິສຸດເຈົ້າ,


ແຕ່​ໂຢຮັນ​ພະຍາຍາມ​ຂັດຂວາງ​ພຣະອົງ​ໂດຍ​ກ່າວ​ວ່າ, “ຂ້ານ້ອຍ​ຄວນ​ຈະ​ຂໍ​ຮັບ​ບັບຕິສະມາ​ຈາກ​ພຣະອົງ ແລະ ເປັນ​ການ​ສົມຄວນ​ບໍ​ທີ່​ພຣະອົງ​ມາ​ຫາ​ຂ້ານ້ອຍ?”


ຜູ້ໃດ​ກໍ​ຕາມ​ທີ່​ເຊື່ອ ແລະ ຮັບ​ບັບຕິສະມາ​ກໍ​ຈະ​ໄດ້​ພົ້ນ, ແຕ່​ຜູ້ໃດ​ກໍ​ຕາມ​ທີ່​ບໍ່ເຊື່ອ​ກໍ​ຈະ​ຖືກ​ຕັດສິນ​ລົງໂທດ.


ເມື່ອ​ພວກເຂົາ​ກັບ​ມາ​ຈາກ​ຕະຫລາດ​ຖ້າ​ບໍ່​ໄດ້​ຊຳລະ​ໂຕ​ກ່ອນ ພວກເຂົາ​ກໍ​ຈະ​ບໍ່​ຍອມ​ກິນ ແລະ ຍັງ​ມີ​ທຳນຽມ​ອື່ນໆ​ອີກ​ຫລາຍ​ຢ່າງ​ເຊັ່ນ​ວ່າ: ການ​ລ້າງ​ຈອກ, ໝໍ້ ແລະ ພາຊະນະ​ຕ່າງໆ.)


ພວກເຈົ້າ​ໄດ້​ປະຖິ້ມ​ຂໍ້​ຄຳສັ່ງ​ຂອງ​ພຣະເຈົ້າ ແລະ ໄປ​ຢຶດຖື​ຄຳສັ່ງສອນ​ຂອງ​ມະນຸດ”.


ແຕ່​ຄົນ​ຟາຣີຊາຍ​ຜູ້​ນັ້ນ​ກໍ​ແປກໃຈ​ເມື່ອ​ສັງເກດ​ເຫັນ​ວ່າ​ພຣະອົງ​ບໍ່​ໄດ້​ລ້າງ​ມື​ກ່ອນ​ກິນ​ອາຫານ.


ແຕ່​ເຮົາ​ຈະ​ຕ້ອງ​ຜ່ານ​ບັບຕິສະມາ​ຢ່າງ​ໜຶ່ງ ແລະ ເຮົາ​ກໍ​ເປັນ​ທຸກໃຈ​ຫລາຍ​ຈົນ​ກວ່າ​ບັບຕິສະມາ​ນັ້ນ​ຈະ​ສຳເລັດ​ຄົບຖ້ວນ!


ແລ້ວ​ເຈົ້າ​ກໍ​ຈະ​ໄດ້​ຮັບ​ພຣະພອນ. ເຖິງ​ແມ່ນ​ວ່າ​ພວກເຂົາ​ບໍ່​ສາມາດ​ຕອບແທນ​ເຈົ້າ​ໄດ້, ແຕ່​ເຈົ້າ​ຈະ​ໄດ້​ຮັບ​ຜົນ​ຕອບແທນ​ເມື່ອ​ຜູ້ຊອບທຳ​ເປັນຄືນມາຈາກຕາຍ”.


ໂຢຮັນ​ຕອບ​ພວກເຂົາ​ທັງໝົດ​ວ່າ, “ເຮົາ​ໃຫ້​ພວກເຈົ້າ​ຮັບ​ບັບຕິສະມາ​ດ້ວຍ​ນ້ຳ. ແຕ່​ມີ​ຜູ້​ໜຶ່ງ​ທີ່​ມີ​ລິດອຳນາດ​ໃຫຍ່​ກວ່າ​ເຮົາ​ຈະ​ມາ ເຮົາ​ບໍ່​ສົມຄວນ​ແມ່ນ​ແຕ່​ຈະ​ແກ້​ສາຍຮັດ​ເກີບ​ໃຫ້​ເພິ່ນ. ພຣະອົງ​ຈະ​ໃຫ້​ພວກເຈົ້າ​ຮັບ​ບັບຕິສະມາ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ດ້ວຍ​ໄຟ.


ແລະ ເຮົາ​ເອງ​ກໍ​ບໍ່​ຮູ້​ວ່າ​ພຣະອົງ​ເປັນ​ຜູ້ໃດ, ແຕ່​ຜູ້​ທີ່​ໃຊ້​ເຮົາ​ມາ​ໃຫ້​ບັບຕິສະມາ​ດ້ວຍ​ນ້ຳ​ໄດ້​ກ່າວ​ກັບ​ເຮົາ​ໄວ້​ວ່າ, ‘ເຈົ້າ​ເຫັນ​ພຣະວິນຍານ​ລົງມາ​ສະຖິດ​ຢູ່​ເທິງ​ຜູ້ໃດ ຜູ້​ນັ້ນ​ແຫລະ​ເປັນ​ຜູ້​ທີ່​ຈະ​ໃຫ້​ບັບຕິສະມາ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ’.


ແລະ ຈະ​ໄດ້​ອອກມາ, ບັນດາ​ຜູ້​ທີ່​ເຮັດ​ດີ​ກໍ​ຈະ​ເປັນຄືນມາ​ສູ່​ຊີວິດ ແລະ ຜູ້​ທີ່​ເຮັດ​ຊົ່ວ​ກໍ​ຈະ​ເປັນຄືນມາ​ເພື່ອ​ຮັບ​ການ​ລົງໂທດ.


“ບໍ່​ມີ​ຜູ້ໃດ​ຈະ​ຫ້າມ​ຄົນ​ເຫລົ່ານີ້​ບໍ່​ໃຫ້​ຮັບ​ບັບຕິສະມາ​ດ້ວຍ​ນ້ຳ​ຢ່າງ​ແນ່ນອນ. ໃນ​ເມື່ອ​ພວກເຂົາ​ໄດ້​ຮັບ​ພຣະວິນຍານບໍລິສຸດເຈົ້າ​ເໝືອນ​ດັ່ງ​ພວກເຮົາ​ແລ້ວ”.


ດັ່ງນັ້ນ ຫລັງຈາກ​ທີ່​ພວກເຂົາ​ໄດ້​ຖືສິນ​ອົດອາຫານ ແລະ ອະທິຖານ​ແລ້ວ, ພວກເຂົາ​ກໍ​ໄດ້​ວາງ​ມື​ໃສ່​ພວກເພິ່ນ​ທັງ​ສອງ​ແລ້ວ​ສົ່ງ​ພວກເພິ່ນ​ອອກໄປ.


ເມື່ອ​ນາງ​ກັບ​ສະມາຊິກ​ໃນ​ຄົວເຮືອນ​ຂອງ​ນາງ​ໄດ້​ຮັບ​ບັບຕິສະມາ​ແລ້ວ, ນາງ​ໄດ້​ເຊີນ​ພວກເຮົາ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ນາງ. ນາງ​ເວົ້າ​ວ່າ, “ຖ້າ​ທ່ານ​ເຫັນ​ວ່າ​ຂ້ານ້ອຍ​ເປັນ​ຜູ້ທີ່ເຊື່ອ​ໃນ​ອົງພຣະຜູ້ເປັນເຈົ້າ, ຂໍ​ເຊີນ​ມາ​ພັກ​ທີ່​ເຮືອນ​ຂອງ​ຂ້ານ້ອຍ​ດ້ວຍ”. ນາງ​ໄດ້​ຊັກຊວນ​ຈົນ​ພວກເຮົາ​ຂັດ​ບໍ່​ໄດ້.


ຕອນ​ກາງຄືນ​ໃນ​ຊົ່ວໂມງ​ດຽວ​ກັນ​ນັ້ນ ຜູ້​ຮັກສາ​ຄຸກ​ກໍ​ພາ​ພວກເພິ່ນ​ໄປ​ລ້າງ​ບາດແຜ; ແລ້ວ​ຜູ້​ຮັກສາ​ຄຸກ​ກັບ​ຄອບຄົວ​ຂອງ​ລາວ​ທັງໝົດ​ກໍ​ຮັບ​ບັບຕິສະມາ​ທັນທີ.


ມີ​ນັກປັດຊະຍາ​ຂອງ​ພວກ​ເອປີກູຣຽວ ແລະ ພວກ​ຊະໂຕອິກ​ກຸ່ມ​ໜຶ່ງ​ມາ​ໂຕ້ຕອບ​ກັບ​ໂປໂລ​ດ້ວຍ. ບາງຄົນ​ໃນ​ພວກເຂົາ​ຖາມ​ວ່າ, “ນັກເວົ້າ​ຄົນ​ນີ້​ພະຍາຍາມ​ຈະ​ເວົ້າ​ຫຍັງ?” ຄົນ​ອື່ນໆ​ເວົ້າ​ວ່າ, “ເບິ່ງ​ຄື​ລາວ​ຈະ​ນຳ​ພະ​ຕ່າງດ້າວ​ມາ​ເຜີຍແຜ່”. ທີ່​ພວກເຂົາ​ເວົ້າ​ຢ່າງ​ນີ້​ກໍ​ເພາະ​ໂປໂລ​ປະກາດ​ຂ່າວປະເສີດ​ເລື່ອງ​ພຣະເຢຊູເຈົ້າ ແລະ ການ​ເປັນຄືນມາຈາກຕາຍ.


ເປໂຕ​ຕອບ​ວ່າ, “ພວກທ່ານ​ທຸກຄົນ​ຈົ່ງ​ຖິ້ມໃຈເກົ່າເອົາໃຈໃໝ່ ແລະ ຮັບ​ບັບຕິສະມາ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ ເພື່ອ​ບາບ​ຂອງ​ພວກທ່ານ​ຈະ​ໄດ້​ຮັບ​ການອະໄພ ແລະ ພວກທ່ານ​ກໍ​ຈະ​ໄດ້​ຮັບ​ຂອງປະທານ​ຄື​ພຣະວິນຍານບໍລິສຸດເຈົ້າ.


ບັນດາ​ຜູ້​ທີ່​ຍອມຮັບ​ຖ້ອຍຄຳ​ຂອງ​ເປໂຕ​ກໍ​ໄດ້​ຮັບ​ບັບຕິສະມາ ແລະ ໃນ​ວັນ​ນັ້ນ ມີ​ສາວົກ​ເພີ່ມ​ຂຶ້ນ​ອີກ​ປະມານ​ສາມພັນ​ຄົນ.


ເມື່ອ​ໂປໂລ​ຮູ້​ວ່າ​ບາງຄົນ​ໃນ​ພວກເຂົາ​ເປັນ​ພວກ​ຊາດູກາຍ ແລະ ບາງຄົນ​ກໍ​ເປັນ​ຟາຣີຊາຍ, ເພິ່ນ​ຈຶ່ງ​ຮ້ອງ​ຂຶ້ນ​ຕໍ່ໜ້າ​ສະພາ​ແຊນເຮດຣິນ​ວ່າ, “ພີ່ນ້ອງ​ທັງຫລາຍ, ຂ້າພະເຈົ້າ​ເປັນ​ຄົນຟາຣີຊາຍ, ສືບເຊື້ອສາຍ​ມາ​ຈາກ​ຟາຣີຊາຍ. ຂ້າພະເຈົ້າ​ຖືກ​ພິຈາລະນາ​ຄະດີ​ກໍ​ເພາະ​ຂ້າພະເຈົ້າ​ມີ​ຄວາມຫວັງ​ໃນ​ການ​ເປັນຄືນມາຈາກຕາຍ”.


ແລະ ຂ້າພະເຈົ້າ​ມີ​ຄວາມຫວັງ​ໃນ​ພຣະເຈົ້າ​ເໝືອນ​ກັບ​ຄົນ​ເຫລົ່ານີ້​ວ່າ ຈະ​ມີ​ການ​ເປັນຄືນມາຈາກຕາຍ​ທັງ​ຂອງ​ຄົນຊອບທຳ ແລະ ຄົນຊົ່ວ.


ນອກຈາກ​ເລື່ອງ​ນີ້​ເລື່ອງ​ດຽວ​ທີ່​ຂ້າພະເຈົ້າ​ໄດ້​ຮ້ອງ​ຂຶ້ນ​ຂະນະ​ຢືນ​ຢູ່​ຕໍ່ໜ້າ​ພວກເຂົາ​ວ່າ: ‘ທີ່​ຂ້າພະເຈົ້າ​ຕ້ອງ​ຖືກ​ດຳເນີນ​ຄະດີ​ຕໍ່ໜ້າ​ທ່ານ​ໃນ​ວັນ​ນີ້ ກໍ​ເພາະ​ຂ້າພະເຈົ້າ​ເຊື່ອ​ໃນ​ການ​ເປັນຄືນມາຈາກຕາຍ’”.


ຂະນະ​ທີ່​ໂປໂລ​ເວົ້າ​ເຖິງ​ຄວາມຊອບທຳ, ການ​ຄວບຄຸມ​ຕົນເອງ ແລະ ການ​ພິພາກສາ​ທີ່​ຈະ​ມາ​ເຖິງ, ເຟລິກ​ກໍ​ຢ້ານ ແລະ ບອກ​ວ່າ, “ພໍ​ເທົ່າ​ນີ້​ກ່ອນ​ສຳລັບ​ວັນ​ນີ້! ເຈົ້າ​ໄປ​ໄດ້. ເອົາ​ໄວ້​ມີ​ໂອກາດ​ແລ້ວ​ຂ້ອຍ​ຈະ​ເອີ້ນ​ເຈົ້າ​ມາ​ອີກ”.


ດ້ວຍເຫດໃດ ພວກທ່ານ​ຈຶ່ງ​ເຫັນວ່າ​ເປັນ​ໄປ​ບໍ່ໄດ້​ທີ່​ພຣະເຈົ້າ​ຈະ​ເຮັດ​ໃຫ້​ຄົນຕາຍ​ເປັນຄືນມາຈາກຕາຍ?


ພວກເຂົາ​ຂັດເຄືອງໃຈ​ຫລາຍ​ເພາະ​ພວກ​ອັກຄະສາວົກ​ໄດ້​ສັ່ງສອນ ແລະ ໄດ້​ປະກາດ​ແກ່​ຄົນ​ທັງຫລາຍ​ເຖິງ​ເລື່ອງ​ການ​ເປັນຄືນມາ​ຈາກຕາຍ​ໂດຍ​ອ້າງ​ວ່າ​ພຣະເຢຊູຄຣິດເຈົ້າ​ເປັນຄືນມາ​ຈາກ​ຕາຍ​ແລ້ວ.


ພວກເຂົາ​ໄດ້​ນຳ​ທັງ​ເຈັດ​ຄົນ​ນີ້​ມາ​ຫາ​ພວກ​ອັກຄະສາວົກ ແລະ ພວກ​ອັກຄະສາວົກ​ກໍ​ໄດ້​ອະທິຖານ ແລະ ວາງມື​ໃສ່​ພວກເຂົາ.


ສິ່ງ​ນີ້​ຈະ​ເກີດຂຶ້ນ​ໃນ​ວັນ​ທີ່​ພຣະເຈົ້າ​ຈະ​ໃຫ້​ພຣະເຢຊູຄຣິດເຈົ້າ ພິພາກສາ​ຄວາມລັບ​ຂອງ​ມະນຸດ ຕາມ​ທີ່​ລະບຸ​ໄວ້​ໃນ​ຂ່າວປະເສີດ​ທີ່​ເຮົາ​ໄດ້​ປະກາດ​ແລ້ວ​ນັ້ນ.


ພວກເພິ່ນ​ທຸກຄົນ​ໄດ້ຮັບ​ບັບຕິສະມາ​ເຂົ້າ​ສ່ວນ​ໃນ​ໂມເຊ ໃນ​ເມກ ແລະ ໃນ​ທະເລ.


ເພາະ​ພວກເຮົາ​ທັງໝົດ​ໄດ້​ຮັບ​ບັບຕິສະມາ​ໂດຍ​ພຣະວິນຍານ​ອົງ​ດຽວ​ເຂົ້າ​ເປັນ​ກາຍ​ດຽວ​ກັນ ບໍ່​ວ່າ​ພວກເຮົາ​ຈະ​ເປັນ​ຄົນຢິວ ຫລື ຄົນຕ່າງຊາດ, ຂ້າທາດ ຫລື ອິດສະຫລະ ແລະ ພວກເຮົາ​ທັງໝົດ​ກໍ​ໄດ້​ຮັບ​ພຣະວິນຍານ​ອົງ​ດຽວ​ກັນ.


ເພາະວ່າ ພວກເຮົາ​ທຸກຄົນ​ຕ້ອງ​ປາກົດຕົວ​ຕໍ່ໜ້າ​ບັນລັງ​ພິພາກສາ​ຂອງ​ພຣະຄຣິດເຈົ້າ, ເພື່ອ​ວ່າ​ພວກເຮົາ​ແຕ່ລະຄົນ​ຈະ​ໄດ້​ຮັບ​ສົມ​ກັບ​ສິ່ງ​ທີ່​ພວກເຮົາ​ໄດ້​ເຮັດ​ໃນຂະນະ​ທີ່​ຢູ່​ໃນ​ກາຍ​ນີ້, ບໍ່​ວ່າ​ດີ ຫລື ຊົ່ວ.


ພຣະອົງ​ຈະ​ປ່ຽນແປງ​ຮ່າງກາຍ​ອັນ​ຕ່ຳຕ້ອຍ​ຂອງ​ພວກເຮົາ​ໃຫ້​ເປັນເໝືອນ​ກາຍ​ອັນ​ສະຫງ່າລາສີ​ຂອງ​ພຣະອົງ ໂດຍ​ລິດອຳນາດ​ທີ່​ປາບ​ທຸກສິ່ງ​ໄວ້​ໃຕ້​ການບັງຄັບ​ຂອງ​ພຣະອົງ.


ພວກເຈົ້າ​ຖືກ​ຝັງ​ໄວ້​ກັບ​ພຣະອົງ​ໃນ​ພິທີບັບຕິສະມາ ແລະ ໃຫ້​ພວກເຈົ້າ​ເປັນຄືນມາຈາກຕາຍ​ດ້ວຍ​ກັນ​ກັບ​ພຣະອົງ​ຜ່ານ​ທາງ​ຄວາມເຊື່ອ​ຂອງ​ພວກເຈົ້າ​ໃນ​ການທຳງານ​ຂອງ​ພຣະເຈົ້າ​ຜູ້​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ.


ເຊິ່ງ​ເປັນ​ຜູ້​ທີ່​ໄດ້​ຫລົງ​ໄປ​ຈາກ​ຄວາມຈິງ​ແລ້ວ. ພວກເຂົາ​ເວົ້າ​ວ່າ​ການເປັນຄືນມາຈາກຕາຍ​ໄດ້​ຜ່ານພົ້ນ​ໄປ​ແລ້ວ ແລະ ໄດ້​ທຳລາຍ​ຄວາມເຊື່ອ​ຂອງ​ບາງຄົນ​ລົງ.


ພວກ​ຜູ້ຍິງ​ໄດ້​ຮັບ​ຄົນ​ຂອງ​ພວກເພິ່ນ​ທີ່​ເປັນຄືນມາ​ມີຊີວິດ​ອີກ. ມີ​ຄົນ​ອື່ນ​ອີກ​ທີ່​ຖືກ​ທໍລະມານ ແລະ ບໍ່​ຍອມຮັບ​ການປົດປ່ອຍ​ເພື່ອ​ວ່າ​ພວກເພິ່ນ​ຈະ​ໄດ້​ຮັບ​ການເປັນຄືນມາຈາກຕາຍ​ທີ່​ດີ​ກວ່າ.


ສິ່ງ​ເຫລົ່ານີ້​ເປັນ​ພຽງ​ເລື່ອງ​ຂອງ​ອາຫານ ແລະ ເຄື່ອງດື່ມ ແລະ ການຊຳລະ​ຕ່າງໆ​ຕາມ​ລະບຽບ​ພິທີ ເຊິ່ງ​ເປັນ​ຂໍ້ປະຕິບັດ​ພາຍນອກ​ຈົນ​ກວ່າ​ຈະ​ເຖິງ​ເວລາ​ຂອງ​ລະບົບ​ໃໝ່.


ໂດຍ​ພຣະຄຳ​ອັນ​ດຽວ​ກັນ​ນີ້ ຟ້າສະຫວັນ ແລະ ແຜ່ນດິນໂລກ​ປັດຈຸບັນ​ກໍ​ຖືກ​ສະຫງວນໄວ້​ໃຫ້​ໄຟ​ເຜົາຜານ ຖືກ​ເກັບ​ໄວ້​ເພື່ອ​ວັນ​ແຫ່ງ​ການພິພາກສາ ແລະ ຈິບຫາຍ​ຂອງ​ຄົນອະທຳ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka