Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 5:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ແລະ ເມື່ອ​ພຣະເຈົ້າ​ໄດ້​ເຮັດ​ໃຫ້​ພຣະເຢຊູເຈົ້າ​ສົມບູນແບບ​ແລ້ວ ພຣະອົງ​ຈຶ່ງ​ເປັນ​ແຫລ່ງ​ຄວາມພົ້ນ​ນິລັນດອນ​ສຳລັບ​ທຸກຄົນ​ທີ່​ເຊື່ອຟັງ​ພຣະອົງ

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ເມື່ອ​ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ພຣະບຸດ ເຖິງ​ທີ່​ສຳເລັດ​ແລ້ວ ພຣະບຸດ​ນັ້ນ ຈຶ່ງ​ໄດ້​ເກີດ​ເປັນ​ຕົ້ນ​ກຳເນີດ​ແຫ່ງ​ຄວາມ​ລອດພົ້ນ​ອັນ​ຕະຫລອດໄປ​ເປັນນິດ ແກ່​ຄົນ​ທັງປວງ​ທີ່​ເຊື່ອຟັງ​ພຣະອົງ,

Uka jalj uñjjattʼäta Copia luraña




ເຮັບເຣີ 5:9
39 Jak'a apnaqawi uñst'ayäwi  

ຂະນະ​ທີ່​ເປໂຕ​ກຳລັງ​ເວົ້າ​ຢູ່​ນັ້ນ ກໍ​ມີ​ກ້ອນເມກ​ອັນ​ສຸກໃສ​ມາ​ປົກຄຸມ​ພວກເພິ່ນ​ໄວ້ ແລະ ມີ​ສຽງ​ໜຶ່ງ​ດັງ​ອອກ​ມາ​ຈາກ​ກ້ອນເມກ​ນັ້ນ​ວ່າ, “ທ່ານ​ຜູ້​ນີ້​ຄື​ບຸດ​ທີ່​ຮັກ​ຂອງ​ເຮົາ ເຮົາ​ພໍໃຈ​ເພິ່ນ​ຫລາຍ ຈົ່ງ​ເຊື່ອຟັງ​ເພິ່ນ!”


ພຣະອົງ​ຕອບ​ວ່າ, “ໄປ​ບອກ​ໝາຈິ້ງຈອກ​ໂຕ​ນັ້ນ​ວ່າ, ‘ເຮົາ​ຈະ​ຂັບໄລ່​ພວກ​ຜີມານຮ້າຍ ແລະ ຮັກສາ​ຄົນ​ໃຫ້​ດີ​ພະຍາດ​ໃນ​ມື້ນີ້ ແລະ ມື້ອື່ນ ແລະ ໃນ​ວັນ​ທີ​ສາມ​ເຮົາ​ຈະ​ບັນລຸ​ເປົ້າໝາຍ​ຂອງ​ເຮົາ’.


ເມື່ອ​ພຣະອົງ​ຮັບ​ເຫລົ້າອະງຸ່ນສົ້ມ​ນັ້ນ​ແລ້ວ ກໍກ່າວ​ວ່າ, “ສຳເລັດ​ແລ້ວ”. ຈາກ​ນັ້ນ ພຣະອົງ​ກໍ​ກົ້ມຫົວ​ລົງ ແລະ ມອບ​ຈິດວິນຍານ​ໄວ້.


ພວກທ່ານ​ທັງຫລາຍ​ໄດ້​ຂ້າ​ພຣະອົງ​ຜູ້​ທີ່​ໃຫ້​ຊີວິດ, ແຕ່​ພຣະເຈົ້າ​ໄດ້​ບັນດານ​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ, ຝ່າຍ​ພວກເຮົາ​ກໍ​ເປັນ​ພະຍານ​ໃນ​ເລື່ອງ​ນີ້.


ໃນ​ຜູ້​ອື່ນ​ຄວາມ​ລອດພົ້ນ​ບໍ່​ມີ, ເພາະ​ບໍ່​ມີ​ນາມ​ຊື່​ອື່ນ​ໃດ​ທົ່ວ​ໃຕ້​ຟ້າ​ສະຫວັນ​ທີ່​ຈະ​ມອບ​ໃຫ້​ແກ່​ມະນຸດ ເພື່ອ​ເຮັດ​ໃຫ້​ພວກເຮົາ​ທັງຫລາຍ​ຕ້ອງ​ໄດ້​ພົ້ນ”.


ພວກຂ້ານ້ອຍ​ຈຶ່ງ​ເປັນ​ພະຍານ​ເຖິງ​ເລື່ອງ​ເຫລົ່ານີ້ ແລະ ພຣະວິນຍານບໍລິສຸດເຈົ້າ​ທີ່​ພຣະເຈົ້າ​ໄດ້​ໃຫ້​ແກ່​ບັນດາ​ຜູ້​ທີ່​ເຊື່ອຟັງ​ພຣະອົງ​ນັ້ນ ກໍ​ເປັນ​ພະຍານ​ເໝືອນກັນ”.


ພວກເຮົາ​ໄດ້​ຮັບ​ພຣະຄຸນ ແລະ ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ອັກຄະສາວົກ​ໂດຍ​ຜ່ານທາງ​ພຣະອົງ ເພື່ອ​ເອີ້ນ​ເອົາ​ບັນດາ​ຄົນຕ່າງຊາດ​ທັງຫລາຍ​ມາ​ສູ່​ການ​ເຊື່ອຟັງ​ທີ່​ມາ​ທາງ​ຄວາມເຊື່ອ​ເພື່ອ​ນາມ​ຂອງ​ພຣະອົງ.


ແຕ່​ບໍ່ແມ່ນ​ວ່າ​ຄົນ​ອິດສະຣາເອນ​ທຸກຄົນ​ຈະ​ຍອມຮັບ​ຂ່າວປະເສີດ​ນັ້ນ ເພາະ​ເອຊາຢາ​ໄດ້​ກ່າວ​ໄວ້​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຜູ້ໃດ​ແດ່​ທີ່​ໄດ້​ເຊື່ອ​ໃນ​ຖ້ອຍຄຳ​ຂອງ​ພວກເຮົາ?”


ເຮົາ​ບໍ່​ກ້າ​ຈະ​ກ່າວ​ເຖິງ​ສິ່ງ​ໃດ​ນອກຈາກ​ສິ່ງ​ທີ່​ພຣະຄຣິດເຈົ້າ​ໄດ້​ກະທຳ​ຜ່ານທາງ​ເຮົາ ໃນ​ການ​ນຳ​ຄົນຕ່າງຊາດ​ມາ​ເຊື່ອຟັງ​ພຣະເຈົ້າ​ດ້ວຍ​ສິ່ງ​ທີ່​ເຮົາ​ໄດ້​ເວົ້າ ແລະ ໄດ້​ເຮັດ


ແຕ່​ຜູ້​ທີ່​ສະແຫວງຫາ​ຜົນປະໂຫຍດ​ໃສ່​ຕົນເອງ ແລະ ຜູ້​ທີ່​ປະຕິເສດ​ຄວາມຈິງ ແລະ ຕິດຕາມ​ຄວາມ​ຊົ່ວ​ຈະ​ໄດ້​ຮັບ​ຄວາມ​ໂກດຮ້າຍ ແລະ ການ​ລົງໂທດ.


ແຕ່​ຈົ່ງ​ຂອບພຣະຄຸນ​ພຣະເຈົ້າ​ທີ່​ເຖິງແມ່ນວ່າ​ພວກເຈົ້າ​ເຄີຍ​ເປັນ​ຂ້າທາດ​ຂອງ​ຄວາມບາບ ແຕ່​ພວກເຈົ້າ​ກໍ​ໄດ້​ເຊື່ອຟັງ​ຄຳສອນ​ທີ່​ໄດ້​ມອບໝາຍ​ໃຫ້​ແກ່​ພວກເຈົ້າ​ນັ້ນ​ຢ່າງ​ສຸດ​ໃຈ.


ພວກເຮົາ​ທຳລາຍ​ຂໍ້​ໂຕ້ແຍ້ງ ແລະ ທຸກ​ຂໍ້ອ້າງ​ທີ່​ຕັ້ງ​ຕົວ​ຂັດຂວາງ​ຄວາມຮູ້​ຂອງ​ພຣະເຈົ້າ ແລະ ພວກເຮົາ​ປາບ​ທຸກ​ຄວາມຄິດ​ໃຫ້​ຍອມຈຳນົນ​ເຊື່ອຟັງ​ພຣະຄຣິດເຈົ້າ.


ເຫດສະນັ້ນ, ເພື່ອນ​ທີ່​ຮັກ​ທັງຫລາຍ​ຂອງ​ເຮົາ, ເໝືອນດັ່ງ​ທີ່​ພວກເຈົ້າ​ໄດ້​ເຊື່ອຟັງ​ຕະຫລອດ​ມາ ບໍ່​ພຽງ​ແຕ່​ໃນ​ຂະນະ​ທີ່​ເຮົາ​ຢູ່​ນໍາ, ແຕ່​ບັດນີ້ ຈົ່ງ​ເຊື່ອຟັງ​ຫລາຍ​ຂຶ້ນ​ກວ່າ​ເກົ່າ​ອີກ​ໃນ​ຂະນະ​ທີ່​ເຮົາ​ບໍ່​ຢູ່​ນໍາ ຈົ່ງ​ບາກບັ່ນ​ຕໍ່ໄປ​ເພື່ອ​ຄວາມພົ້ນ​ຂອງ​ພວກເຈົ້າ​ດ້ວຍ​ຄວາມ​ຢຳເກງ ແລະ ຕົວສັ່ນ,


ພຣະອົງ​ຈະ​ລົງໂທດ​ບັນດາ​ຜູ້​ທີ່​ບໍ່​ຮູ້ຈັກ​ພຣະເຈົ້າ ແລະ ບໍ່​ເຊື່ອຟັງ​ຂ່າວປະເສີດ​ຂອງ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ຂໍ​ໃຫ້​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ ແລະ ພຣະເຈົ້າ​ພຣະບິດາ​ຂອງ​ພວກເຮົາ ຜູ້​ຮັກ​ພວກເຮົາ ແລະ ໄດ້​ໃຫ້​ການ​ໜູນໃຈ​ນິລັນດອນ ແລະ ຄວາມຫວັງ​ອັນ​ດີ​ແກ່​ພວກເຮົາ​ໂດຍ​ພຣະຄຸນ​ຂອງ​ພຣະອົງ,


ເຫດສະນັ້ນ ເຮົາ​ຈຶ່ງ​ຍອມ​ອົດທົນ​ທຸກຢ່າງ​ເພື່ອ​ເຫັນ​ແກ່​ຜູ້​ທີ່​ເລືອກ​ໄວ້, ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຮັບ​ຄວາມພົ້ນ ເຊິ່ງ​ມີ​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ​ພ້ອມດ້ວຍ​ສະຫງ່າລາສີ​ນິລັນດອນ.


ເທວະດາ​ທັງປວງ​ນັ້ນ​ຄື​ວິນຍານ​ຮັບໃຊ້​ທີ່​ພຣະເຈົ້າ​ໃຊ້​ໄປ​ບົວລະບັດ​ບັນດາ​ຜູ້​ທີ່​ຈະ​ໄດ້​ຮັບ​ຄວາມພົ້ນ​ເປັນ​ມໍລະດົກ​ບໍ່​ແມ່ນ​ບໍ?


ພຣະເຈົ້າ​ວາງແຜນ​ຈັດຕຽມ​ສິ່ງ​ທີ່​ດີ​ກວ່າ​ໄວ້​ສຳລັບ​ພວກເຮົາ ເພື່ອ​ວ່າ​ພວກເພິ່ນ​ຈະ​ໄດ້​ຮັບ​ຄວາມສົມບູນ​ຮ່ວມ​ກັບ​ພວກເຮົາ​ທັງຫລາຍ​ເທົ່ານັ້ນ.


ໂດຍ​ຄວາມເຊື່ອ ເມື່ອ​ອັບຣາຮາມ​ໄດ້​ຮັບ​ການ​ເອີ້ນ​ໃຫ້​ໄປ​ຍັງ​ສະຖານທີ່​ໜຶ່ງ​ທີ່​ເພິ່ນ​ຈະ​ໄດ້​ຮັບ​ເປັນ​ມໍລະດົກ​ຂອງ​ເພິ່ນ​ໃນ​ພາຍຫລັງ, ເພິ່ນ​ໄດ້​ເຊື່ອຟັງ ແລະ ອອກ​ເດີນທາງໄປ​ເຖິງແມ່ນວ່າ​ເພິ່ນ​ບໍ່​ຮູ້​ວ່າ​ຈະ​ໄປ​ບ່ອນ​ໃດ.


ໃຫ້​ພວກເຮົາ​ປັກຕາ​ເບິ່ງ​ທີ່​ພຣະເຢຊູເຈົ້າ, ພຣະອົງ​ເປັນ​ຜູ້​ບຸກເບີກ​ຄວາມເຊື່ອ ແລະ ເປັນ​ຜູ້​ເຮັດໃຫ້​ຄວາມເຊື່ອ​ສົມບູນ. ເພາະ​ເຫັນ​ແກ່​ຄວາມຍິນດີ​ທີ່​ຕັ້ງ​ໄວ້​ຢູ່​ຕໍ່ໜ້າ​ພຣະອົງ ພຣະອົງ​ຈຶ່ງ​ໄດ້​ອົດທົນ​ຕໍ່​ໄມ້ກາງແຂນ ແລະ ບໍ່​ໃສ່ໃຈ​ໃນ​ຄວາມອັບອາຍ​ຂອງ​ໄມ້ກາງແຂນ ແລະ ໄດ້​ນັ່ງ​ລົງ​ທີ່​ເບື້ອງຂວາ​ຂອງ​ບັນລັງ​ຂອງ​ພຣະເຈົ້າ.


ໃນ​ການ​ນຳ​ລູກຊາຍ ແລະ ລູກຍິງ​ຈໍານວນ​ຫລວງຫລາຍ​ມາ​ສູ່​ສະຫງ່າລາສີ​ນັ້ນ ກໍ​ເປັນ​ການ​ເໝາະສົມ​ແລ້ວ​ທີ່​ພຣະເຈົ້າ​ຜູ້​ທີ່​ສັບພະສິ່ງ​ມີ​ຢູ່​ເພື່ອ​ພຣະອົງ ແລະ ໂດຍ​ທາງ​ພຣະອົງ ຈະ​ເຮັດ​ໃຫ້​ຜູ້ບຸກເບີກ​ຄວາມພົ້ນ​ຂອງ​ພວກເຂົາ​ທັງຫລາຍ​ນັ້ນ​ສົມບູນ​ໂດຍ​ການທົນທຸກທໍລະມານ​ຂອງ​ພຣະອົງ.


ແລ້ວ​ພວກເຮົາ​ຈະ​ຫລຸດພົ້ນ​ໄປ​ໄດ້​ຢ່າງໃດ​ຖ້າ​ພວກເຮົາ​ລະເລີຍ​ຄວາມພົ້ນ​ອັນ​ຍິ່ງໃຫຍ່​ເຊັ່ນນີ້? ຄວາມພົ້ນ​ນີ້ ເຊິ່ງ​ໄດ້​ຖືກ​ປະກາດ​ຄັ້ງ​ທຳອິດ​ໂດຍ​ອົງພຣະຜູ້ເປັນເຈົ້າ, ໄດ້​ຮັບ​ການຢືນຢັນ​ໃຫ້​ພວກເຮົາ​ໂດຍ​ບັນດາ​ຜູ້​ທີ່​ໄດ້​ຍິນ​ຈາກ​ພຣະອົງ.


ພຣະອົງ​ບໍ່​ໄດ້​ເຂົ້າໄປ​ດ້ວຍ​ເລືອດ​ແບ້ ແລະ ລູກງົວ, ແຕ່​ພຣະອົງ​ໄດ້​ເຂົ້າ​ໄປ​ສູ່​ສະຖານ​ສັກສິດ​ທີ່ສຸດ​ດ້ວຍ​ເລືອດ​ຂອງ​ພຣະອົງ​ເອງ​ພຽງ​ຄັ້ງ​ດຽວ​ເປັນ​ການສິ້ນສຸດ, ຈຶ່ງ​ໄດ້​ການໄຖ່​ຕະຫລອດໄປ​ເປັນນິດ​ມາ.


ດ້ວຍເຫດ​ນີ້ ພຣະຄຣິດເຈົ້າ​ຈຶ່ງ​ເປັນ​ຜູ້ກາງ​ຂອງ​ພັນທະສັນຍາ​ໃໝ່, ເພື່ອ​ບັນດາ​ຜູ້​ທີ່​ພຣະອົງ​ເອີ້ນ​ນັ້ນ​ຈະ​ໄດ້​ຮັບ​ມໍລະດົກ​ຕະຫລອດໄປ​ເປັນນິດ​ຕາມ​ທີ່​ໄດ້​ສັນຍາ​ໄວ້ ເພາະ​ພຣະຄຣິດ​ໄດ້​ຕາຍ​ເປັນ​ຄ່າ​ໄຖ່​ເພື່ອ​ປົດປ່ອຍ​ພວກເຂົາ​ໃຫ້​ເປັນ​ອິດສະຫລະ​ຈາກ​ບາບ​ທີ່​ໄດ້​ເຮັດ​ພາຍໃຕ້​ພັນທະສັນຍາ​ເດີມ.


ດັ່ງນັ້ນ ພຣະຄຣິດເຈົ້າ​ກໍ​ຖວາຍ​ພຣະອົງ​ເອງ​ຄັ້ງ​ດຽວ​ເພື່ອ​ລຶບລ້າງ​ບາບ​ຂອງ​ປະຊາຊົນ​ເປັນ​ຈຳນວນ​ຫລວງຫລາຍ ແລະ ພຣະອົງ​ຈະ​ມາ​ປາກົດ​ເປັນ​ຄັ້ງ​ທີ​ສອງ ບໍ່ແມ່ນ​ເພື່ອ​ຮັບແບກ​ຄວາມບາບ​ແຕ່​ເພື່ອ​ນຳ​ເອົາ​ຄວາມພົ້ນ​ມາ​ສູ່​ບັນດາ​ຜູ້​ທີ່​ລໍຄອຍ​ພຣະອົງ.


ບັດນີ້ ເມື່ອ​ພວກເຈົ້າ​ໄດ້​ຊຳລະ​ໂຕ​ໃຫ້​ບໍລິສຸດ​ດ້ວຍ​ການ​ເຊື່ອຟັງ​ຄວາມຈິງ ເພື່ອ​ວ່າ​ພວກເຈົ້າ​ຈະ​ຮັກເຊິ່ງກັນແລະກັນ​ດ້ວຍ​ຈິງໃຈ​ແລ້ວ ກໍ​ຈົ່ງ​ຮັກ​ກັນ​ໃຫ້​ເລິກ​ສຸດ​ໃຈ.


ພວກເຮົາ​ກໍ​ຮູ້​ເໝືອນກັນ​ວ່າ​ພຣະບຸດ​ຂອງ​ພຣະເຈົ້າ​ໄດ້​ມາ ແລະ ໄດ້​ໃຫ້​ຄວາມເຂົ້າໃຈ​ແກ່​ພວກເຮົາ, ເພື່ອ​ວ່າ​ພວກເຮົາ​ຈະ​ຮູ້ຈັກ​ພຣະອົງ​ຜູ້​ເປັນ​ອົງ​ທ່ຽງແທ້. ແລະ ພວກເຮົາ​ກໍ​ຢູ່​ໃນ​ພຣະອົງ​ຜູ້​ທ່ຽງແທ້ ຄື​ຢູ່​ໃນ​ພຣະເຢຊູຄຣິດເຈົ້າ​ພຣະບຸດ​ຂອງ​ພຣະອົງ. ພຣະອົງ​ເປັນ​ພຣະເຈົ້າ​ອົງ​ທ່ຽງແທ້ ແລະ ເປັນ​ຊີວິດ​ນິລັນດອນ.


ຈົ່ງ​ຮັກສາ​ຕົນເອງ​ໄວ້​ໃນ​ຄວາມຮັກ​ຂອງ​ພຣະເຈົ້າ​ຂະນະ​ທີ່​ພວກທ່ານ​ລໍຖ້າ​ຄວາມ​ເມດຕາ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ໃຫ້​ນຳ​ພວກທ່ານ​ໄປ​ສູ່​ຊີວິດ​ນິລັນດອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka