ເຮັບເຣີ 5:7 - ພຣະຄຳພີລາວສະບັບສະໄໝໃໝ່7 ໃນລະຫວ່າງວັນທີ່ພຣະເຢຊູເຈົ້າຢູ່ໃນໂລກ, ພຣະອົງໄດ້ຖວາຍຄຳອະທິຖານ ແລະ ຄຳອ້ອນວອນດ້ວຍການຮ້ອງໄຫ້ຢ່າງໜັກ ແລະ ນໍ້າຕາໄຫລຕໍ່ພຣະເຈົ້າຜູ້ສາມາດຊ່ວຍພຣະອົງໃຫ້ພົ້ນຈາກຄວາມຕາຍ ແລະ ພຣະເຈົ້າຮັບຟັງເພາະພຣະເຢຊູເຈົ້າຍອມເຊື່ອຟັງ. Uka jalj uñjjattʼätaພຣະຄຳພີສັກສິ7 ຝ່າຍພຣະບຸດນັ້ນ ຂະນະເມື່ອຊົງເປັນມະນຸດຢູ່ ພຣະອົງໄດ້ຊົງຖວາຍຄຳພາວັນນາອະທິຖານ ແລະໄຫວ້ວອນດ້ວຍການຮ້ອງໄຫ້ຢ່າງໜັກ ແລະມີນໍ້າຕາໄຫລຮ້ອງຂໍຕໍ່ພຣະເຈົ້າ ຜູ້ຊົງສາມາດໂຜດໃຫ້ພຣະອົງພົ້ນຈາກຕາຍໄດ້ ແລະຊົງນ້ອມຮັບຟັງ ເນື່ອງດ້ວຍຄວາມຢຳເກງຂອງພຣະອົງ. Uka jalj uñjjattʼäta |
ໂດຍຄວາມເຊື່ອ ເມື່ອໂນອາໄດ້ຮັບຄຳເຕືອນເຖິງສິ່ງຕ່າງໆທີ່ຍັງເບິ່ງບໍ່ເຫັນ, ດ້ວຍຄວາມຢ້ານກົວພຣະເຈົ້າເພິ່ນຈຶ່ງໄດ້ສ້າງເຮືອໃຫຍ່ເພື່ອຊ່ວຍຄອບຄົວຂອງເພິ່ນໃຫ້ພົ້ນ. ໂດຍຄວາມເຊື່ອຂອງເພິ່ນ ເພິ່ນຈຶ່ງໄດ້ຕັດສິນລົງໂທດໂລກ ແລະ ໄດ້ກາຍເປັນຜູ້ສືບທອດມໍລະດົກແຫ່ງຄວາມຊອບທຳທີ່ມີມາໂດຍຄວາມເຊື່ອ.