Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 5:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ໃນ​ທຳນອງ​ດຽວ​ກັນ, ພຣະຄຣິດເຈົ້າ​ບໍ່​ໄດ້​ຍົກ​ພຣະອົງ​ເອງ​ຂຶ້ນ​ຮັບ​ກຽດ​ແຫ່ງ​ການ​ເປັນ​ມະຫາ​ປະໂລຫິດ. ແຕ່​ພຣະເຈົ້າ​ກ່າວ​ກັບ​ພຣະອົງ​ວ່າ, “ທ່ານ​ເປັນ​ບຸດ​ຂອງ​ເຮົາ, ວັນນີ້​ເຮົາ​ໄດ້​ກາຍເປັນ​ບິດາ​ຂອງ​ທ່ານ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ໃນທຳນອງ​ດຽວກັນ ພຣະຄຣິດ​ກໍ​ບໍ່ໄດ້​ຊົງ​ຍົກຍໍ​ພຣະອົງ​ເອງ​ຂຶ້ນ​ເປັນ​ມະຫາ​ປະໂຣຫິດ ແຕ່​ຊົງ​ຮັບ​ພຣະ​ກຽດ​ນີ້​ຈາກ​ພຣະເຈົ້າ​ຜູ້​ຊົງ​ກ່າວ​ກັບ​ພຣະອົງ​ວ່າ, “ທ່ານ​ນັ້ນ​ແຫຼະ ເປັນ​ບຸດ​ຂອງເຮົາ ຝ່າຍ​ເຮົາ ເຮົາ​ໃຫ້​ກຳເນີດ​ທ່ານ​ໃນວັນນີ້.”

Uka jalj uñjjattʼäta Copia luraña




ເຮັບເຣີ 5:5
12 Jak'a apnaqawi uñst'ayäwi  

ເພາະ​ພຣະເຈົ້າ​ຮັກ​ໂລກ​ຈົນ​ໄດ້​ມອບ​ພຣະບຸດ​ອົງ​ດຽວ​ຂອງ​ພຣະອົງ ເພື່ອ​ທຸກຄົນ​ທີ່​ເຊື່ອ​ໃນ​ພຣະບຸດ​ນັ້ນ​ຈະ​ບໍ່​ຈິບຫາຍ ແຕ່​ມີ​ຊີວິດ​ອັນ​ຕະຫລອດໄປ​ເປັນນິດ.


ຜູ້ໃດ​ກໍ​ຕາມ​ທີ່​ເວົ້າ​ເອົາ​ເອງ​ກໍ​ເວົ້າ​ເພື່ອ​ຫາ​ກຽດ​ໃສ່​ຕົນເອງ ແຕ່​ຜູ້​ທີ່​ສະແຫວງຫາ​ກຽດ​ຂອງ​ພຣະອົງ​ຜູ້​ໃຊ້​ຕົນ​ມາ​ກໍ​ເປັນ​ຄົນ​ຂອງ​ຄວາມ​ຈິງ; ໃນ​ໂຕ​ຜູ້​ນັ້ນ​ບໍ່​ມີ​ຄວາມຕົວະ​ເລີຍ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ຖ້າ​ເຮົາ​ຍົກຍ້ອງ​ໃຫ້​ກຽດ​ແກ່​ເຮົາ​ເອງ, ກຽດ​ຂອງ​ເຮົາ​ກໍ​ບໍ່​ມີ​ຄວາມໝາຍ. ພຣະບິດາເຈົ້າ​ຂອງ​ເຮົາ​ຄື​ຜູ້​ທີ່​ພວກເຈົ້າ​ບອກ​ວ່າ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ ເປັນ​ຜູ້​ທີ່​ຍົກຍ້ອງ​ໃຫ້​ກຽດ​ເຮົາ.


ພຣະເຈົ້າ​ໄດ້​ເຮັດ​ແລ້ວ​ເພື່ອ​ພວກເຮົາ​ທີ່​ເປັນ​ລູກຫລານ​ຂອງ​ພວກເຂົາ, ໂດຍ​ໄດ້​ໃຫ້​ພຣະເຢຊູເຈົ້າ​ເປັນຄືນມາ, ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະທຳ​ເພງສັນລະເສີນ​ບົດທີ​ສອງ​ວ່າ: “‘ທ່ານ​ເປັນ​ບຸດ​ຂອງ​ເຮົາ; ວັນ​ນີ້​ເຮົາ​ໄດ້​ເປັນ​ບິດາ​ຂອງ​ທ່ານ’.


ເພາະ​ສິ່ງ​ທີ່​ກົດບັນຍັດ​ເຮັດ​ບໍ່​ໄດ້ ເນື່ອງ​ຈາກ​ເນື້ອໜັງ​ເຮັດ​ໃຫ້​ອ່ອນແອ​ນັ້ນ​ພຣະເຈົ້າ​ກໍ​ໄດ້​ເຮັດ​ແລ້ວ ໂດຍ​ສົ່ງ​ພຣະບຸດ​ຂອງ​ພຣະອົງ​ເອງ​ມາ​ໃນ​ສະພາບ​ເໝືອນ​ກັບ​ມະນຸດ​ທີ່​ເປັນ​ຄົນບາບ ເພື່ອ​ເປັນ​ເຄື່ອງບູຊາ​ໄຖ່​ຄວາມບາບ ແລະ ດັ່ງນັ້ນ​ພຣະອົງ​ໄດ້​ຕັດສິນ​ລົງໂທດ​ຄວາມບາບ​ໃນ​ມະນຸດ​ທີ່​ເປັນ​ຄົນບາບ,


ໃນ​ອະດີດ​ພຣະເຈົ້າ​ໄດ້​ກ່າວ​ກັບ​ບັນພະບຸລຸດ​ຂອງ​ພວກເຮົາ​ຜ່ານທາງ​ຜູ້ທຳນວາຍ​ຫລາຍ​ເທື່ອ ແລະ ໂດຍ​ວິທີການ​ຕ່າງໆ,


ເພາະ​ພຣະເຈົ້າ​ເຄີຍ​ກ່າວ​ກັບ​ເທວະດາ​ຕົນ​ໃດ​ວ່າ, “ທ່ານ​ເປັນ​ບຸດ​ຂອງ​ເຮົາ, ວັນນີ້ ເຮົາ​ໄດ້​ກາຍເປັນ​ບິດາ​ຂອງ​ທ່ານ”? ຫລື ອີກ​ຄັ້ງ​ໜຶ່ງ, “ເຮົາ​ຈະ​ເປັນ​ບິດາ​ຂອງ​ລາວ, ແລະ ລາວ​ຈະ​ເປັນ​ບຸດ​ຂອງ​ເຮົາ”?


ດ້ວຍ​ເຫດ​ນີ້ ພຣະອົງ​ຈຶ່ງ​ຕ້ອງ​ເປັນ​ເໝືອນ​ກັບ​ພວກເຂົາ, ເປັນ​ມະນຸດ​ໂດຍ​ສົມບູນ​ໃນ​ທຸກ​ດ້ານ ເພື່ອ​ພຣະອົງ​ຈະ​ໄດ້​ກາຍເປັນ​ມະຫາ​ປະໂລຫິດ​ຜູ້​ເຕັມ​ດ້ວຍ​ຄວາມ​ເມດຕາ ແລະ ຄວາມ​ສັດຊື່​ໃນ​ການຮັບໃຊ້​ພຣະເຈົ້າ ແລະ ເພື່ອ​ພຣະອົງ​ຈະ​ໄດ້​ຊົດໃຊ້​ຄວາມບາບ​ຂອງ​ຄົນ​ທັງຫລາຍ.


ເຫດສະນັ້ນ ພີ່ນ້ອງ​ຜູ້​ບໍລິສຸດ​ທັງຫລາຍ, ຜູ້​ຮ່ວມ​ໃນ​ການ​ເອີ້ນ​ຈາກ​ສະຫວັນ, ຈົ່ງ​ໃຫ້​ຄວາມຄິດ​ຂອງ​ພວກເຈົ້າ​ຈົດຈໍ່​ຢູ່​ທີ່​ພຣະເຢຊູເຈົ້າ, ຜູ້​ທີ່​ພວກເຮົາ​ຍອມຮັບ​ວ່າ​ເປັນ​ອັກຄະສາວົກ ແລະ ເປັນ​ມະຫາ​ປະໂລຫິດ​ຂອງ​ພວກເຮົາ.


ແລະ ພຣະເຈົ້າ​ແຕ່ງຕັ້ງ​ພຣະອົງ​ເປັນ​ມະຫາ​ປະໂລຫິດ​ໃນ​ລຳດັບ​ດຽວ​ກັນ​ກັບ​ເມຄີເຊເດັກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka