Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 5:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ແທ້ຈິງແລ້ວ, ເຖິງ​ແມ່ນ​ວ່າ​ຂະນະ​ນີ້​ພວກເຈົ້າ​ສົມຄວນ​ຈະ​ເປັນ​ຄູ​ໄດ້​ແລ້ວ, ແຕ່​ພວກເຈົ້າ​ຍັງ​ຕ້ອງ​ໃຫ້​ຄົນ​ອື່ນ​ມາ​ສອນ​ຫລັກ​ຄວາມຈິງ​ເບື້ອງຕົ້ນ​ຂອງ​ພຣະຄຳ​ຂອງ​ພຣະເຈົ້າ​ທັງໝົດ​ອີກ​ຢູ່. ພວກເຈົ້າ​ຍັງ​ຕ້ອງການ​ນ້ຳນົມ ບໍ່ແມ່ນ​ອາຫານ​ແຂງ!

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 ເຖິງ​ແມ່ນ​ວ່າ​ຂະນະ​ນີ້ ເຈົ້າ​ທັງຫລາຍ​ຄວນ​ຈະ​ເປັນ​ຄູ​ໄດ້​ແຕ່​ດົນ​ແລ້ວ​ກໍດີ ແຕ່​ພວກເຈົ້າ​ກໍ​ຍັງ​ຕ້ອງການ​ໃຫ້​ຄົນອື່ນ​ສອນ​ຫລັກ​ທຳ​ເບື້ອງ​ຕົ້ນ ແຫ່ງ​ພຣະທຳ​ຂອງ​ພຣະເຈົ້າ​ແກ່​ພວກເຈົ້າ​ອີກ. ເຈົ້າ​ທັງຫລາຍ​ກັບ​ກາຍເປັນ​ຄົນ​ຕ້ອງການ​ນໍ້ານົມ​ບໍ່ແມ່ນ​ອາຫານ​ແຂງ.

Uka jalj uñjjattʼäta Copia luraña




ເຮັບເຣີ 5:12
23 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ຕອບ​ວ່າ, “ຄົນ​ໃນ​ສະໄໝ​ທີ່​ຂາດ​ຄວາມເຊື່ອ ແລະ ຊົ່ວຊ້າ​ເອີຍ, ເຮົາ​ຈະ​ຢູ່​ກັບ​ພວກເຈົ້າ​ອີກ​ດົນ​ປານໃດ? ເຮົາ​ຈະ​ຕ້ອງ​ອົດທົນ​ກັບ​ພວກເຈົ້າ​ອີກ​ດົນ​ປານໃດ? ຈົ່ງ​ພາ​ເດັກຊາຍ​ນັ້ນ​ມາ​ຫາ​ເຮົາ​ຢູ່​ທີ່​ນີ້”.


ພຣະເຢຊູເຈົ້າ​ຕອບ​ວ່າ, “ຄົນ​ໃນ​ສະໄໝ​ທີ່​ຂາດ​ຄວາມເຊື່ອ​ເອີຍ, ເຮົາ​ຈະ​ຕ້ອງ​ຢູ່​ກັບ​ພວກເຈົ້າ​ອີກ​ດົນ​ປານໃດ? ເຮົາ​ຈະ​ອົດທົນ​ກັບ​ພວກເຈົ້າ​ອີກ​ດົນ​ປານໃດ? ຈົ່ງ​ພາ​ເດັກຊາຍ​ນັ້ນ​ມາ​ຫາ​ເຮົາ”.


ເພິ່ນ​ໄດ້​ຢູ່​ກັບ​ຊຸມຊົນ​ໃນ​ຖິ່ນແຫ້ງແລ້ງກັນດານ, ຢູ່​ກັບ​ເທວະດາ​ຜູ້​ທີ່​ກ່າວ​ກັບ​ເພິ່ນ​ເທິງ​ພູເຂົາ​ຊີນາຍ ແລະ ກັບ​ບັນພະບຸລຸດ​ຂອງ​ພວກເຮົາ​ທັງຫລາຍ; ແລະ ເພິ່ນ​ໄດ້​ຮັບ​ຖ້ອຍຄຳ​ທີ່ໃຫ້​ຊີວິດ ເຊິ່ງ​ສຶບທອດ​ມາ​ເຖິງ​ພວກເຮົາ.


ກໍ​ມີ​ປະໂຫຍດ​ຫລາຍ​ໃນ​ທຸກດ້ານ! ປະການ​ທຳອິດ ພວກເຂົາ​ໄດ້​ຮັບ​ມອບໝາຍ​ໃຫ້​ຮັກສາ​ທຸກ​ຖ້ອຍຄຳ​ຂອງ​ພຣະເຈົ້າ.


ແຕ່​ຢູ່​ໃນ​ຄຣິສຕະຈັກ ເຮົາ​ຂໍ​ເວົ້າ​ຫ້າ​ຄຳ​ທີ່​ຄົນ​ຟັງ​ເຂົ້າໃຈ ເພື່ອ​ສັ່ງສອນ​ຄົນ​ອື່ນ​ຫລາຍ​ກວ່າ​ຈະ​ເວົ້າ​ໝື່ນ​ຄຳ​ເປັນ​ພາສາ​ແປກໆ.


ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ຢຸດ​ຄິດ​ເໝືອນ​ຢ່າງ​ເດັກນ້ອຍ. ໃນ​ເລື່ອງ​ຄວາມຊົ່ວ​ຈົ່ງ​ເປັນ​ເໝືອນດັ່ງ​ເດັກອ່ອນ ແຕ່​ໃນ​ດ້ານ​ຄວາມຄິດ​ຈົ່ງ​ເປັນ​ເໝືອນ​ຜູ້ໃຫຍ່.


ເຊັ່ນດຽວ​ກັນ ເມື່ອ​ພວກເຮົາ​ຍັງ​ບໍ່​ເປັນ​ຜູ້ໃຫຍ່ ພວກເຮົາ​ໄດ້​ເປັນ​ຂ້າທາດ​ຢູ່​ໃຕ້​ບັງຄັບ​ຂອງ​ພວກ​ວິນຍານ​ຂອງ​ໂລກ​ນີ້.


ນອກຈາກ​ນີ້, ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ຈົ່ງ​ຊື່ນຊົມຍິນດີ​ໃນ​ອົງພຣະຜູ້ເປັນເຈົ້າ! ບໍ່​ເປັນ​ການ​ລຳບາກ​ສຳລັບ​ເຮົາ​ເລີຍ​ທີ່​ຈະ​ຂຽນ​ເລື່ອງ​ດຽວ​ກັນ​ເຖິງ​ພວກເຈົ້າ​ອີກ ແລະ ເລື່ອງ​ນີ້​ກໍ​ເປັນ​ການ​ປ້ອງກັນ​ພວກເຈົ້າ​ດ້ວຍ.


ຈົ່ງ​ໃຫ້​ພຣະຄຳ​ຂອງ​ພຣະຄຣິດເຈົ້າ​ສະຖິດ​ຢູ່​ທ່າມກາງ​ພວກເຈົ້າ​ຢ່າງ​ບໍລິບູນ​ຂະນະ​ທີ່​ພວກເຈົ້າ​ສັ່ງສອນ ແລະ ເຕືອນສະຕິ​ກັນແລະກັນ​ດ້ວຍ​ປັນຍາ​ທຸກຢ່າງ, ຈົ່ງ​ຮ້ອງເພງ​ດ້ວຍ​ເພງ​ສັນລະເສີນ, ເພງ​ນະມັດສະການ ແລະ ບົດເພງ​ຈາກ​ພຣະວິນຍານ, ຈົ່ງ​ຮ້ອງເພງ​ຖວາຍ​ແກ່​ພຣະເຈົ້າ​ດ້ວຍ​ໃຈ​ກະຕັນຍູ​ຕໍ່​ພຣະເຈົ້າ.


ຈົ່ງ​ລະນຶກ​ເຖິງ​ວັນ​ກ່ອນໜ້າ​ນັ້ນ​ຫລັງຈາກ​ທີ່​ພວກເຈົ້າ​ໄດ້​ຮັບ​ຄວາມສະຫວ່າງ, ເມື່ອ​ພວກເຈົ້າ​ອົດທົນ​ໃນ​ຍາມ​ທີ່​ຖືກ​ຕໍ່ຕ້ານ​ຢ່າງໜັກ​ທີ່​ເຕັມ​ໄປ​ດ້ວຍ​ຄວາມທຸກຍາກລໍາບາກ.


ພວກເຮົາ​ຍັງ​ມີ​ອີກ​ຫລາຍ​ຢ່າງ​ທີ່​ຈະ​ກ່າວ​ກ່ຽວກັບ​ເລື່ອງ​ນີ້, ແຕ່​ກໍ​ຍາກ​ທີ່​ຈະ​ອະທິບາຍ​ໃຫ້​ຈະແຈ້ງ​ແກ່​ພວກເຈົ້າ ເພາະວ່າ​ພວກເຈົ້າ​ບໍ່​ໄດ້​ພະຍາຍາມ​ທີ່​ຈະ​ເຂົ້າໃຈ.


ຜູ້ໃດ​ທີ່​ຍັງ​ກິນນົມ​ຢູ່, ກໍ​ຍັງ​ເປັນ​ເດັກນ້ອຍ ແລະ ບໍ່​ຄຸ້ນເຄີຍ​ກັບ​ຄຳສອນ​ເລື່ອງ​ຄວາມຊອບທຳ.


ເຫດສະນັ້ນ ໃຫ້​ພວກເຮົາ​ຜ່ານ​ຫລັກຄຳສອນ​ເບື້ອງຕົ້ນ​ກ່ຽວກັບ​ພຣະຄຣິດເຈົ້າ ແລະ ຈົ່ງ​ກ້າວໄປ​ສູ່​ຄວາມ​ເປັນ​ຜູ້ໃຫຍ່, ຢ່າ​ວາງ​ພື້ນຖານ​ຂອງ​ການ​ກັບໃຈ​ຊ້ຳ​ອີກ​ຈາກ​ການກະທຳ​ອັນ​ນຳ​ໄປ​ສູ່​ຄວາມຕາຍ ແລະ ໃນ​ເລື່ອງ​ຄວາມເຊື່ອ​ໃນ​ພຣະເຈົ້າ,


ຈົ່ງ​ເປັນ​ເໝືອນດັ່ງ​ເດັກນ້ອຍເກີດໃໝ່​ທີ່​ກະຫາຍຫາ​ນ້ຳນົມ​ອັນ​ບໍລິສຸດ​ຝ່າຍ​ວິນຍານ, ເພື່ອ​ວ່າ​ສິ່ງ​ນີ້​ຈະ​ຊ່ວຍ​ໃຫ້​ພວກເຈົ້າ​ໃຫຍ່​ຂຶ້ນ​ໃນ​ຄວາມພົ້ນ​ຂອງ​ພວກເຈົ້າ,


ຖ້າ​ຜູ້ໃດ​ຈະ​ກ່າວ, ພວກເຂົາ​ກໍ​ຄວນ​ເຮັດ​ເໝືອນ​ເປັນ​ຜູ້​ກ່າວ​ພຣະຄຳ​ຂອງ​ພຣະເຈົ້າ. ຖ້າ​ຜູ້ໃດ​ຈະ​ຮັບໃຊ້, ພວກເຂົາ​ກໍ​ຄວນ​ເຮັດ​ດ້ວຍ​ກຳລັງ​ທີ່​ພຣະເຈົ້າ​ໃຫ້, ເພື່ອ​ວ່າ​ພຣະເຈົ້າ​ຈະ​ໄດ້​ຮັບ​ການ​ສັນລະເສີນ​ໃນ​ທຸກສິ່ງ​ໂດຍ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ. ຂໍ​ໃຫ້​ສະຫງ່າລາສີ ແລະ ລິດອຳນາດ​ຈົ່ງ​ມີ​ແກ່​ພຣະອົງ​ຕະຫລອດໄປ​ເປັນນິດ. ອາແມນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka