Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 5:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ມະຫາ​ປະໂລຫິດ​ທຸກຄົນ​ໄດ້​ຖືກ​ເລືອກ​ຈາກ​ມະນຸດ ແລະ ໄດ້​ຮັບ​ການແຕ່ງຕັ້ງ​ໃຫ້​ເຮັດ​ໜ້າທີ່​ແທນ​ມະນຸດ​ໃນ​ສິ່ງ​ສາລະພັດ​ທີ່​ກຽ່ວກັບ​ພຣະເຈົ້າ ຄື​ການຖວາຍ​ເຄື່ອງບູຊາ ແລະ ຂອງ​ຖວາຍ​ສຳລັບ​ການອະໄພ​ບາບ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ຝ່າຍ​ມະຫາ​ປະໂຣຫິດ​ທຸກຄົນ​ນັ້ນ ແມ່ນ​ຜູ້​ຖືກ​ເລືອກ​ໄວ້​ຈາກ​ມະນຸດ ແລະ​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້ຮັບໃຊ້​ພຣະເຈົ້າ​ແທນ​ມະນຸດ ເພື່ອ​ຖວາຍ​ເຄື່ອງ​ບູຊາ ແລະ​ເຄື່ອງ​ຖວາຍ​ເພື່ອ​ລຶບລ້າງ​ບາບ.

Uka jalj uñjjattʼäta Copia luraña




ເຮັບເຣີ 5:1
17 Jak'a apnaqawi uñst'ayäwi  

ເຫດສະນັ້ນ, ໃນ​ພຣະເຢຊູຄຣິດເຈົ້າ ເຮົາ​ພູມໃຈ​ໃນ​ສິ່ງ​ຕ່າງໆ​ທີ່​ໄດ້​ເຮັດໃຫ້​ແກ່​ພຣະເຈົ້າ.


ເພາະ​ເລື່ອງ​ທີ່​ເຮົາ​ໄດ້ຮັບ​ໄວ້​ແລ້ວ​ນັ້ນ ເຮົາ​ໄດ້​ຖ່າຍ​ທອດ​ໃຫ້​ແກ່​ພວກເຈົ້າ​ນັ້ນ​ເປັນ​ເລື່ອງ​ທີ່​ສຳຄັນ​ທີ່ສຸດ​ຄື: ພຣະຄຣິດເຈົ້າ​ໄດ້​ຕາຍ​ເພື່ອ​ຄວາມຜິດບາບ​ຂອງ​ພວກເຮົາ​ທັງຫລາຍ​ຕາມ​ທີ່​ໄດ້​ຂຽນ​ໄວ້​ໃນ​ພຣະຄຳພີ,


ແຕ່ລະວັນ​ປະໂລຫິດ​ທຸກຄົນ​ຢືນ​ປະຕິບັດໜ້າທີ່​ທາງ​ສາສະໜາ​ຂອງ​ຕົນ, ທຸກຄັ້ງ​ເພິ່ນ​ກໍ​ໄດ້​ຖວາຍ​ເຄື່ອງບູຊາ​ແບບ​ດຽວ​ກັນ ເຊິ່ງ​ບໍ່​ສາມາດ​ລຶບລ້າງ​ບາບ​ໃຫ້​ຫມົດ​ສິ້ນ​ໄປ​ໄດ້​ເລີຍ.


ແຕ່​ເມື່ອ​ປະໂລຫິດ​ອົງ​ນີ້​ຖວາຍ​ເຄື່ອງບູຊາ​ລຶບລ້າງ​ບາບ​ຄັ້ງ​ດຽວ​ສຳລັບ​ຕະຫລອດໄປ​ແລ້ວ, ພຣະອົງ​ກໍ​ໄດ້​ນັ່ງ​ທີ່​ເບື້ອງຂວາ​ມື​ຂອງ​ພຣະເຈົ້າ,


ໂດຍ​ຄວາມເຊື່ອ​ອາເບັນ​ໄດ້​ນຳ​ເອົາ​ເຄື່ອງບູຊາ​ທີ່​ດີ​ກວ່າ​ຂອງ​ກາອິນ​ມາ​ຖວາຍ​ແກ່​ພຣະເຈົ້າ. ໂດຍ​ຄວາມເຊື່ອ​ອາເບັນ​ໄດ້​ຮັບ​ການຍົກຍ້ອງ​ວ່າ​ເປັນ​ຜູ້ຊອບທຳ​ເມື່ອ​ພຣະເຈົ້າ​ຊົມເຊີຍ​ເຄື່ອງຖວາຍ​ຂອງ​ເພິ່ນ. ແລະ ໂດຍ​ຄວາມເຊື່ອ​ອາເບັນ​ຈຶ່ງ​ຍັງ​ຖືກ​ເວົ້າ​ເຖິງ​ຢູ່, ເຖິງແມ່ນວ່າ​ເພິ່ນ​ໄດ້​ຕາຍ​ແລ້ວ.


ດ້ວຍ​ເຫດ​ນີ້ ພຣະອົງ​ຈຶ່ງ​ຕ້ອງ​ເປັນ​ເໝືອນ​ກັບ​ພວກເຂົາ, ເປັນ​ມະນຸດ​ໂດຍ​ສົມບູນ​ໃນ​ທຸກ​ດ້ານ ເພື່ອ​ພຣະອົງ​ຈະ​ໄດ້​ກາຍເປັນ​ມະຫາ​ປະໂລຫິດ​ຜູ້​ເຕັມ​ດ້ວຍ​ຄວາມ​ເມດຕາ ແລະ ຄວາມ​ສັດຊື່​ໃນ​ການຮັບໃຊ້​ພຣະເຈົ້າ ແລະ ເພື່ອ​ພຣະອົງ​ຈະ​ໄດ້​ຊົດໃຊ້​ຄວາມບາບ​ຂອງ​ຄົນ​ທັງຫລາຍ.


ພຣະເຢຊູເຈົ້າ​ບໍ່​ຈຳເປັນ​ຕ້ອງ​ຖວາຍ​ເຄື່ອງບູຊາ​ທຸກໆ​ວັນ​ເໝືອນ​ກັບ​ມະຫາ​ປະໂລຫິດ​ອື່ນໆ, ເຊິ່ງ​ຕ້ອງ​ໄດ້​ຖວາຍ​ເຄື່ອງບູຊາ​ສຳລັບ​ຄວາມບາບ​ຂອງ​ຕົນ​ເອງ​ກ່ອນ ແລະ ຫລັງຈາກ​ນັ້ນ​ຈຶ່ງ​ຖວາຍ​ເຄື່ອງບູຊາ​ສຳລັບ​ຄວາມບາບ​ຂອງ​ປະຊາຊົນ. ພຣະເຢຊູເຈົ້າ​ຖວາຍ​ພຣະອົງ​ເອງ​ເປັນ​ເຄື່ອງບູຊາ​ສຳລັບ​ຄວາມບາບ​ຂອງ​ພວກເຂົາ​ທັງຫລາຍ​ພຽງ​ຄັ້ງ​ດຽວ​ເປັນ​ການສິ້ນສຸດ.


ມະຫາ​ປະໂລຫິດ​ທຸກຄົນ​ໄດ້​ຮັບ​ການແຕ່ງຕັ້ງ​ໃຫ້​ຖວາຍ​ທັງ​ເຄື່ອງບູຊາ ແລະ ຂອງຖວາຍ, ດັ່ງນັ້ນ​ມະຫາ​ປະໂລຫິດ​ອົງ​ນີ້​ຈຳເປັນ​ຕ້ອງ​ມີ​ບາງ​ສິ່ງ​ທີ່​ຈະ​ຖວາຍ​ເໝືອນກັນ.


ຖ້າ​ພຣະອົງ​ຢູ່​ໃນ​ໂລກ, ພຣະອົງ​ຈະ​ບໍ່​ໄດ້​ເປັນ​ປະໂລຫິດ ເພາະ​ມີ​ຄົນ​ທີ່​ຈະ​ຖວາຍ​ຂອງຖວາຍ​ຕ່າງໆ​ຕາມ​ທີ່​ກົດບັນຍັດ​ກຳນົດ​ຢູ່​ແລ້ວ.


ນີ້​ເປັນ​ພາບ​ສຳລັບ​ຍຸກ​ປັດຈຸບັນ, ຊີ້ບອກ​ວ່າ​ຂອງຖວາຍ ແລະ ເຄື່ອງບູຊາ​ເຫລົ່ານັ້ນ​ບໍ່​ສາມາດ​ຊຳລະ​ຈິດສຳນຶກ​ຂອງ​ຜູ້​ນະມັດສະການ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka