ເຮັບເຣີ 4:9 - ພຣະຄຳພີລາວສະບັບສະໄໝໃໝ່9 ດັ່ງນັ້ນ ວັນຊະບາໂຕແຫ່ງການພັກສະຫງົບສຳລັບຄົນຂອງພຣະເຈົ້າຈຶ່ງຍັງຄົງມີຢູ່, Uka jalj uñjjattʼätaພຣະຄຳພີສັກສິ9 ເຖິງຢ່າງໃດກໍດີ ການພັກຜ່ອນໃນວັນຊະບາໂຕ ຍັງມີສຳລັບໄພ່ພົນຂອງພຣະເຈົ້າ. Uka jalj uñjjattʼäta |
ບັດນີ້ ພວກເຮົາຜູ້ທີ່ເຊື່ອກໍໄດ້ເຂົ້າສູ່ການພັກສະຫງົບຕາມທີ່ພຣະເຈົ້າໄດ້ກ່າວໄວ້ວ່າ, “ດັ່ງນັ້ນ ເຮົາຈຶ່ງໄດ້ປະກາດຕາມຄຳສາບານດ້ວຍຄວາມໂກດຮ້າຍຂອງເຮົາວ່າ, ‘ພວກເຂົາຈະບໍ່ມີວັນໄດ້ເຂົ້າສູ່ການພັກສະຫງົບຂອງເຮົາ’”. ແລະ ເຖິງແມ່ນວ່າງານຂອງພຣະອົງສຳເລັດແລ້ວຕັ້ງແຕ່ການສ້າງໂລກກໍຕາມ.
ຫລັງຈາກນັ້ນ ຂ້າພະເຈົ້າໄດ້ຍິນສຽງໜຶ່ງຈາກສະຫວັນກ່າວວ່າ, “ຈົ່ງຂຽນດັ່ງນີ້: ນັບແຕ່ນີ້ໄປຄວາມສຸກມີແກ່ບັນດາຜູ້ທີ່ຕາຍແລ້ວຄືຜູ້ທີ່ຕາຍໃນອົງພຣະຜູ້ເປັນເຈົ້າ”. ພຣະວິນຍານບໍລິສຸດເຈົ້າກ່າວວ່າ, “ແມ່ນແລ້ວ, ພວກເຂົາຈະພັກຜ່ອນຈາກການເຮັດວຽກຂອງຕົນ ເພາະຜົນງານຂອງພວກເຂົາຈະຕິດຕາມພວກເຂົາໄປ”.