Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 4:6 - ພຣະຄຳພີລາວສະບັບສະໄໝໃໝ່

6 ເຫດສະນັ້ນ ກໍ​ຍັງ​ຄົງ​ເປັນ​ຢ່າງ​ນີ້​ຄື​ບາງຄົນ​ຈະ​ໄດ້​ເຂົ້າ​ສູ່​ການ​ພັກສະຫງົບ ແລະ ບັນດາ​ຜູ້​ທີ່​ເຄີຍ​ໄດ້​ຍິນ​ຂ່າວປະເສີດ​ໃນ​ຄັ້ງ​ກ່ອນ​ນັ້ນ ບໍ່​ໄດ້​ເຂົ້າ​ກໍ​ເພາະ​ພວກເຂົາ​ບໍ່ເຊື່ອຟັງ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

6 ທີ່​ຈິງ ຍັງ​ມີ​ບາງຄົນ​ທີ່​ຈະ​ເຂົ້າ​ຮ່ວມ​ບ່ອນ​ນັ້ນ ແຕ່​ຄົນ​ເຫຼົ່ານັ້ນ​ທີ່​ໄດ້ຍິນ​ຂ່າວປະເສີດ​ຄາວ​ກ່ອນ​ບໍ່ໄດ້​ເຂົ້າ ເພາະ​ພວກເຂົາ​ບໍ່​ເຊື່ອຟັງ.

Uka jalj uñjjattʼäta Copia luraña




ເຮັບເຣີ 4:6
14 Jak'a apnaqawi uñst'ayäwi  

“ດັ່ງນັ້ນ ເຮົາ​ຈຶ່ງ​ບອກ​ພວກເຈົ້າ​ວ່າ, ອານາຈັກ​ຂອງ​ພຣະເຈົ້າ​ຈະ​ຖືກ​ຍົກ​ໄປ​ຈາກ​ພວກເຈົ້າ ແລະ ມອບ​ໃຫ້​ແກ່​ບັນດາ​ຊົນຊາດ​ທີ່​ຈະ​ເຮັດ​ໃຫ້​ມັນ​ຜະລິດ​ຜົນ.


“ເຫດສະນັ້ນ ຂ້າພະເຈົ້າ​ຢາກ​ໃຫ້​ທ່ານ​ຮູ້​ວ່າ​ຄວາມພົ້ນ​ຂອງ​ພຣະເຈົ້າ​ໄດ້​ຖືກ​ນຳ​ໄປ​ເຖິງ​ຄົນຕ່າງຊາດ​ແລ້ວ ແລະ ພວກເຂົາ​ຈະ​ຮັບ​ຟັງ!”


ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ໝາຍຄວາມ​ວ່າ ເວລາ​ກໍ​ເຫລືອ​ສັ້ນ​ເຂົ້າ​ມາ​ແລ້ວ. ຕັ້ງແຕ່​ນີ້​ໄປ ບັນດາ​ຄົນ​ທີ່​ມີ​ເມຍ​ແລ້ວ ກໍ​ຄວນ​ດຳເນີນຊີວິດ​ເໝືອນ​ບໍ່​ມີ;


ພຣະຄຳພີ​ໄດ້​ຮູ້​ລ່ວງໜ້າ​ແລ້ວ​ວ່າ​ພຣະເຈົ້າ​ຈະ​ນັບວ່າ​ຄົນຕ່າງຊາດ​ເປັນ​ຜູ້ຊອບທຳ​ໂດຍ​ຄວາມເຊື່ອ ແລະ ໄດ້​ປະກາດຂ່າວປະເສີດ​ລ່ວງໜ້າ​ແກ່​ອັບຣາຮາມ​ແລ້ວ​ວ່າ: “ທຸກ​ຊົນຊາດ​ຈະ​ໄດ້​ຮັບ​ພອນ​ຜ່ານ​ທາງ​ເຈົ້າ”.


ເຫດສະນັ້ນ ໃຫ້​ພວກເຮົາ​ພະຍາຍາມ​ທຸກ​ວິຖີທາງ​ທີ່​ຈະ​ໄດ້​ເຂົ້າ​ສູ່​ການ​ພັກສະຫງົບ​ນັ້ນ. ເພື່ອວ່າ​ຈະ​ບໍ່​ມີ​ຜູ້ໃດ​ຈິບຫາຍ​ໄປ​ເພາະ​ເຮັດຕາມ​ແບບຢ່າງ​ການ​ບໍ່​ເຊື່ອຟັງ​ຂອງ​ພວກເຂົາ.


ເພາະ​ພວກເຮົາ​ທັງຫລາຍ​ກໍ​ໄດ້​ຮັບ​ຂ່າວປະເສີດ​ຢ່າງ​ດຽວກັນ​ກັບ​ຄົນ​ເຫລົ່ານັ້ນ​ເໝືອນກັນ, ແຕ່​ຂໍ້ຄວາມ​ທີ່​ພວກເຂົາ​ໄດ້​ຍິນ​ນັ້ນ​ບໍ່​ເປັນ​ປະໂຫຍດ​ແກ່​ພວກເຂົາ, ເພາະວ່າ​ພວກເຂົາ​ບໍ່​ໄດ້​ຮ່ວມ​ໃນ​ຄວາມເຊື່ອ​ຂອງ​ບັນດາ​ຄົນ​ເຫລົ່ານັ້ນ​ທີ່​ເຊື່ອຟັງ.


ດັ່ງນັ້ນ ວັນຊະບາໂຕ​ແຫ່ງ​ການ​ພັກສະຫງົບ​ສຳລັບ​ຄົນ​ຂອງ​ພຣະເຈົ້າ​ຈຶ່ງ​ຍັງ​ຄົງ​ມີ​ຢູ່,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka