ເຮັບເຣີ 4:2 - ພຣະຄຳພີລາວສະບັບສະໄໝໃໝ່2 ເພາະພວກເຮົາທັງຫລາຍກໍໄດ້ຮັບຂ່າວປະເສີດຢ່າງດຽວກັນກັບຄົນເຫລົ່ານັ້ນເໝືອນກັນ, ແຕ່ຂໍ້ຄວາມທີ່ພວກເຂົາໄດ້ຍິນນັ້ນບໍ່ເປັນປະໂຫຍດແກ່ພວກເຂົາ, ເພາະວ່າພວກເຂົາບໍ່ໄດ້ຮ່ວມໃນຄວາມເຊື່ອຂອງບັນດາຄົນເຫລົ່ານັ້ນທີ່ເຊື່ອຟັງ. Uka jalj uñjjattʼätaພຣະຄຳພີສັກສິ2 ເພາະວ່າພວກເຮົາໄດ້ຍິນຂ່າວປະເສີດຢ່າງດຽວກັນກັບພວກເຂົາ ແຕ່ວ່າພວກເຂົາບໍ່ໄດ້ຮັບປະໂຫຍດຈາກຂ່າວປະເສີດນັ້ນ ເພາະພວກເຂົາບໍ່ໄດ້ຮັບດ້ວຍຄວາມເຊື່ອ. Uka jalj uñjjattʼäta |
ແລະ ພວກເຮົາໄດ້ຂອບພຣະຄຸນພຣະເຈົ້າຢູ່ສະເໝີ ເພາະເມື່ອພວກເຈົ້າໄດ້ຮັບເອົາພຣະຄຳຂອງພຣະເຈົ້າ ເຊິ່ງພວກເຈົ້າໄດ້ຍິນຈາກພວກເຮົານັ້ນ ພວກເຈົ້າບໍ່ໄດ້ຮັບໄວ້ເໝືອນດັ່ງເປັນຖ້ອຍຄຳຂອງມະນຸດຜູ້ໜຶ່ງ ແຕ່ໄດ້ຮັບໄວ້ຕາມທີ່ເປັນຈິງຄື ເປັນພຣະຄຳຂອງພຣະເຈົ້າທີ່ກຳລັງທຳງານຢູ່ພາຍໃນພວກເຈົ້າທັງຫລາຍທີ່ເຊື່ອ.
ພວກເພິ່ນໄດ້ຮັບການເປີດເຜີຍວ່າສິ່ງຕ່າງໆທີ່ໄດ້ທຳນວາຍເຖິງນັ້ນ ບໍ່ແມ່ນເພື່ອເປັນການຮັບໃຊ້ພວກເພິ່ນເອງແຕ່ເພື່ອພວກເຈົ້າ, ບັດນີ້ ບັນດາຜູ້ປະກາດຂ່າວປະເສີດໄດ້ກ່າວເຖິງສິ່ງຕ່າງໆເຫລົ່ານີ້ແກ່ພວກເຈົ້າແລ້ວໂດຍທາງພຣະວິນຍານບໍລິສຸດເຈົ້າທີ່ໄດ້ສົ່ງມາຈາກສະຫວັນ. ແມ່ນແຕ່ພວກເທວະດາກໍຍັງປາຖະໜາຈະເຂົ້າໃຈສິ່ງເຫລົ່ານີ້.