Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 4:16 - ພຣະຄຳພີລາວສະບັບສະໄໝໃໝ່

16 ດັ່ງນັ້ນ ຂໍ​ໃຫ້​ພວກເຮົາ​ເຂົ້າ​ມາ​ໃກ້​ບັນລັງ​ແຫ່ງ​ພຣະຄຸນ​ດ້ວຍ​ຄວາມໝັ້ນໃຈ, ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ຮັບ​ຄວາມ​ເມດຕາ ແລະ ພົບ​ພຣະຄຸນ​ທີ່​ຈະ​ຊ່ວຍ​ພວກເຮົາ​ເມື່ອ​ເຖິງ​ເວລາ​ທີ່​ຕ້ອງການ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

16 ດ້ວຍເຫດນັ້ນ ຈົ່ງ​ໃຫ້​ເຮົາ​ທັງຫລາຍ​ມີ​ໃຈ​ກ້າ​ເຂົ້າ​ໄປ​ເຖິງ​ພຣະ​ທີ່​ນັ່ງ​ແຫ່ງ​ພຣະຄຸນ ເພື່ອ​ພວກເຮົາ​ຈະ​ໄດ້​ຮັບ​ພຣະ​ເມດຕາ ແລະ​ພົບ​ພຣະຄຸນ​ທີ່​ຈະ​ຊ່ວຍ​ເຮົາ​ໃນ​ເວລາ​ທີ່​ຕ້ອງການ.

Uka jalj uñjjattʼäta Copia luraña




ເຮັບເຣີ 4:16
18 Jak'a apnaqawi uñst'ayäwi  

ເພາະ​ໂດຍ​ທາງ​ພຣະອົງ​ພວກເຮົາ​ທັງສອງ​ຈຶ່ງ​ໄດ້​ເຂົ້າ​ເຖິງ​ພຣະບິດາເຈົ້າ​ໂດຍ​ພຣະວິນຍານ​ອົງ​ດຽວກັນ.


ໃນ​ພຣະອົງ ແລະ ໂດຍ​ຄວາມເຊື່ອ​ໃນ​ພຣະອົງ ພວກເຮົາ​ຈຶ່ງ​ຈະ​ເຂົ້າໃກ້​ພຣະເຈົ້າ​ໄດ້​ດ້ວຍ​ເສລີພາບ ແລະ ຄວາມໝັ້ນໃຈ.


ດັ່ງນັ້ນ ພວກເຮົາ​ຈຶ່ງ​ກ່າວ​ໄດ້​ຢ່າງ​ໝັ້ນໃຈ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເປັນ​ຜູ້ຊ່ວຍເຫລືອ​ຂອງ​ຂ້ານ້ອຍ, ຂ້ານ້ອຍ​ຈະ​ບໍ່​ຢ້ານກົວ. ມະນຸດ​ຈະ​ເຮັດຫຍັງ​ໃຫ້​ຂ້ານ້ອຍ​ໄດ້?”


ສ່ວນ​ພຣະຄຣິດເຈົ້າ​ສັດຊື່​ໃນ​ຖານະ​ພຣະບຸດ​ຜູ້​ຄອບຄອງ​ຄົວເຮືອນ​ຂອງ​ພຣະເຈົ້າ. ແລະ ພວກເຮົາ​ທັງຫລາຍ​ກໍ​ຄື​ເຮືອນ​ຂອງ​ພຣະອົງ ຖ້າ​ຫາກ​ພວກເຮົາ​ຢຶດໝັ້ນ​ໃນ​ຄວາມໝັ້ນໃຈ ແລະ ຄວາມຫວັງ​ທີ່​ພວກເຮົາ​ພາກພູມໃຈ​ຢູ່​ນັ້ນ.


(ເພາະ​ກົດບັນຍັດ​ບໍ່​ໄດ້​ເຮັດ​ໃຫ້​ສິ່ງໃດ​ຄົບຖ້ວນ​ສົມບູນ​ໄດ້​ເລີຍ), ແລະ ມີ​ຄວາມຫວັງ​ອັນ​ດີ​ກວ່າ​ກໍ​ເຂົ້າ​ມາ, ໂດຍ​ຄວາມຫວັງ​ນັ້ນ​ພວກເຮົາ​ຈຶ່ງ​ເຂົ້າ​ໃກ້​ພຣະເຈົ້າ​ໄດ້.


ເຫດສະນັ້ນ ພຣະອົງ​ຈຶ່ງ​ສາມາດ​ຊ່ວຍ​ບັນດາ​ຜູ້​ທີ່​ມາ​ຫາ​ພຣະເຈົ້າ​ໂດຍ​ທາງ​ພຣະອົງ​ໄດ້​ຢ່າງ​ສົມບູນ ເພາະ​ພຣະອົງ​ມີຊີວິດ​ຢູ່​ເພື່ອ​ຈະ​ອ້ອນວອນ​ເພື່ອ​ພວກເຂົາ​ສະເໝີ.


ຢູ່​ເທິງ​ຫີບ​ນັ້ນ​ມີ​ຮູບ​ເຄຣຸບ​ແຫ່ງ​ສະຫງ່າລາສີ ກາງປີກ​ປົກຄຸມ​ຝາອັດຫີບ. ແຕ່​ພວກເຮົາ​ບໍ່​ສາມາດ​ກ່າວ​ເຖິງ​ລາຍລະອຽດ​ຂອງ​ສິ່ງ​ຕ່າງໆ​ເຫລົ່ານີ້​ໃນ​ເວລາ​ນີ້.


ເມື່ອກ່ອນ​ນັ້ນ ພວກເຈົ້າ​ບໍ່​ໄດ້​ເປັນ​ຄົນ​ຂອງ​ພຣະເຈົ້າ ແຕ່​ບັດນີ້​ພວກເຈົ້າ​ເປັນ​ຄົນ​ຂອງ​ພຣະອົງ, ເມື່ອກ່ອນ​ນັ້ນ ພວກເຈົ້າ​ບໍ່​ໄດ້​ຮັບ​ຄວາມເມດຕາ ແຕ່​ບັດນີ້ ພວກເຈົ້າ​ໄດ້​ຮັບ​ຄວາມເມດຕາ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka