ເຮັບເຣີ 4:13 - ພຣະຄຳພີລາວສະບັບສະໄໝໃໝ່13 ບໍ່ມີສິ່ງໃດໃນສັບພະສິ່ງທີ່ຖືກສ້າງຈະຖືກເຊື່ອງໄວ້ຈາກສາຍຕາຂອງພຣະເຈົ້າໄດ້. ທຸກສິ່ງຖືກເປີດເຜີຍ ແລະ ຈະປາກົດຕໍ່ສາຍຕາຂອງພຣະອົງຜູ້ທີ່ພວກເຮົາທັງຫລາຍຈະຕ້ອງໃຫ້ການ. Uka jalj uñjjattʼätaພຣະຄຳພີສັກສິ13 ແລະໃນທຸກສິ່ງທີ່ໄດ້ຖືກສ້າງຂຶ້ນນັ້ນ ບໍ່ມີສິ່ງໃດຖືກບັງລັບໄວ້ຈາກພຣະພັກພຣະອົງໄດ້ ແຕ່ທຸກສິ່ງໄດ້ປາກົດແຈ້ງຕໍ່ສາຍຕາຂອງພຣະອົງ ຜູ້ທີ່ເຮົາຈະຕ້ອງໃຫ້ການນັ້ນ. Uka jalj uñjjattʼäta |
ພຣະອົງກ່າວກັບລາວເປັນຄັ້ງທີສາມວ່າ, “ຊີໂມນລູກໂຢຮັນເອີຍ, ເຈົ້າຮັກເຮົາບໍ?” ເປໂຕຮູ້ສຶກເຈັບປວດໃຈ ເພາະພຣະເຢຊູເຈົ້າໄດ້ຖາມຕົນເປັນເທື່ອທີສາມວ່າ, “ເຈົ້າຮັກເຮົາບໍ?” ເປໂຕຈຶ່ງຕອບພຣະອົງວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະອົງຮູ້ຈັກທຸກສິ່ງ ພຣະອົງຮູ້ຈັກວ່າຂ້ານ້ອຍຮັກພຣະອົງ”. ພຣະເຢຊູເຈົ້າສັ່ງເປໂຕວ່າ, “ຈົ່ງລ້ຽງແກະທັງຫລາຍຂອງເຮົາເດີ.