Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 4:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ເຫດສະນັ້ນ ໃຫ້​ພວກເຮົາ​ພະຍາຍາມ​ທຸກ​ວິຖີທາງ​ທີ່​ຈະ​ໄດ້​ເຂົ້າ​ສູ່​ການ​ພັກສະຫງົບ​ນັ້ນ. ເພື່ອວ່າ​ຈະ​ບໍ່​ມີ​ຜູ້ໃດ​ຈິບຫາຍ​ໄປ​ເພາະ​ເຮັດຕາມ​ແບບຢ່າງ​ການ​ບໍ່​ເຊື່ອຟັງ​ຂອງ​ພວກເຂົາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ດ້ວຍເຫດນັ້ນ ຈົ່ງ​ໃຫ້​ພວກເຮົາ​ອົດສາ​ພະຍາຍາມ ໃຫ້​ໄດ້​ເຂົ້າ​ສູ່​ບ່ອນ​ພັກຜ່ອນ​ນັ້ນ ເພື່ອ​ຈະ​ບໍ່​ໃຫ້​ຜູ້ໜຶ່ງ​ຜູ້ໃດ​ຕ້ອງ​ເສຍ​ໄປ ເໝືອນ​ດັ່ງ​ຄົນ​ບໍ່​ເຊື່ອຟັງ​ເຫຼົ່ານັ້ນ.

Uka jalj uñjjattʼäta Copia luraña




ເຮັບເຣີ 4:11
22 Jak'a apnaqawi uñst'ayäwi  

ຕັ້ງ​ແຕ່​ສະໄໝ​ໂຢຮັນ​ບັບຕິສະໂຕ ຈົນເຖິງ​ທຸກ​ວັນ​ນີ້, ອານາຈັກ​ສະຫວັນ​ກໍ​ກຳລັງ​ຖືກ​ຍາດຊີງ​ເອົາ​ຢ່າງ​ຮຸນແຮງ ແລະ ຄົນ​ທີ່​ມີ​ໃຈຮຸນແຮງ​ກໍ​ເປັນ​ຜູ້​ຍາດຊີງ​ເອົາ​ໄດ້.


“ຈົ່ງ​ເຂົ້າໄປ​ທາງ​ປະຕູ​ແຄບ, ເພາະວ່າ​ປະຕູ​ກວ້າງ ແລະ ທາງ​ກວ້າງ​ກໍ​ນຳ​ໄປ​ສູ່​ຄວາມຈິບຫາຍ ແລະ ຄົນ​ເປັນ​ຈຳນວນ​ຫລາຍ​ກໍ​ເຂົ້າ​ໄປ​ທາງ​ນັ້ນ.


“ຈົ່ງ​ພະຍາຍາມ​ໃຫ້​ສຸດ​ຄວາມສາມາດ​ທີ່​ຈະ​ເຂົ້າ​ໄປ​ທາງ​ປະຕູ​ຄັບແຄບ, ເພາະ​ເຮົາ​ບອກ​ພວກເຈົ້າ​ວ່າ, ມີ​ຫລາຍ​ຄົນ​ພະຍາຍາມ​ຈະ​ເຂົ້າ​ໄປ ແຕ່​ຈະ​ບໍ່​ສາມາດ​ເຂົ້າ​ໄປ​ໄດ້.


“ກົດບັນຍັດ ແລະ ຄຳສອນ​ຂອງ​ຜູ້ທຳນວາຍ​ໄດ້​ຮັບ​ການ​ປະກາດ​ຕະຫລອດ​ມາ​ຈົນ​ເຖິງ​ສະໄໝ​ຂອງ​ໂຢຮັນ. ຕັ້ງແຕ່​ເວລາ​ນັ້ນ​ມາ ຂ່າວປະເສີດ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ​ກໍ​ໄດ້​ຖືກ​ປະກາດ​ໄປ ແລະ ທຸກຄົນ​ກໍ​ກຳລັງ​ຍາດ​ກັນ​ເຂົ້າ​ໄປ​ໃນ​ອານາຈັກ​ນັ້ນ.


ຢ່າ​ສະແຫວງຫາ​ອາຫານ​ທີ່​ເສຍ​ໄປ ແຕ່​ຈົ່ງ​ສະແຫວງຫາ​ອາຫານ​ທີ່​ຕັ້ງໝັ້ນຄົງ​ຢູ່​ເຖິງ​ຊີວິດ​ນິລັນດອນ ເຊິ່ງ​ບຸດມະນຸດ​ຈະ​ໃຫ້​ແກ່​ພວກເຈົ້າ. ເພາະ​ແມ່ນ​ພຣະອົງ​ນີ້​ແຫລະ​ທີ່​ພຣະເຈົ້າ​ພຣະບິດາເຈົ້າ​ໄດ້​ປະທັບຕາ​ໝາຍ​ຮັບຮອງ​ພຣະອົງ​ໄວ້​ແລ້ວ”.


“ຫລັງຈາກນັ້ນ ຂ້າແດ່​ກະສັດ​ອັກຄຣີປາ ຂ້ານ້ອຍ​ຈຶ່ງ​ບໍ່​ຂັດຂືນ​ຕໍ່​ນິມິດ​ຈາກ​ສະຫວັນ​ນັ້ນ.


ເຊິ່ງ​ພວກເຈົ້າ​ເຄີຍ​ດຳເນີນຊີວິດ​ເມື່ອ​ພວກເຈົ້າ​ໄດ້​ຕິດຕາມ​ທາງ​ຂອງ​ໂລກ​ນີ້ ແລະ ວິຖີ​ຂອງ​ຜູ້ມີອຳນາດ​ແຫ່ງ​ຍ່ານ​ຟ້າ​ອາກາດ, ເຊິ່ງ​ເປັນ​ວິນຍານ​ທີ່​ເວລາ​ນີ້​ທຳງານ​ຢູ່​ໃນ​ບັນດາ​ຜູ້​ທີ່​ບໍ່ເຊື່ອຟັງ.


ຢ່າ​ໃຫ້​ຜູ້ໃດ​ລໍ້ລວງ​ພວກເຈົ້າ​ດ້ວຍ​ຄຳເວົ້າ​ອັນ​ໄຮ້ປະໂຫຍດ ເພາະ​ຍ້ອນ​ສິ່ງ​ດັ່ງກ່າວ​ນັ້ນ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ຈຶ່ງ​ມາ​ເຖິງ​ບັນດາ​ຜູ້​ທີ່​ບໍ່ເຊື່ອຟັງ.


ເຫດສະນັ້ນ, ເພື່ອນ​ທີ່​ຮັກ​ທັງຫລາຍ​ຂອງ​ເຮົາ, ເໝືອນດັ່ງ​ທີ່​ພວກເຈົ້າ​ໄດ້​ເຊື່ອຟັງ​ຕະຫລອດ​ມາ ບໍ່​ພຽງ​ແຕ່​ໃນ​ຂະນະ​ທີ່​ເຮົາ​ຢູ່​ນໍາ, ແຕ່​ບັດນີ້ ຈົ່ງ​ເຊື່ອຟັງ​ຫລາຍ​ຂຶ້ນ​ກວ່າ​ເກົ່າ​ອີກ​ໃນ​ຂະນະ​ທີ່​ເຮົາ​ບໍ່​ຢູ່​ນໍາ ຈົ່ງ​ບາກບັ່ນ​ຕໍ່ໄປ​ເພື່ອ​ຄວາມພົ້ນ​ຂອງ​ພວກເຈົ້າ​ດ້ວຍ​ຄວາມ​ຢຳເກງ ແລະ ຕົວສັ່ນ,


ເພາະ​ສິ່ງ​ເຫລົ່ານີ້ ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ກຳລັງ​ຈະ​ມາ​ເຖິງ.


ພວກເຂົາ​ປະກາດ​ວ່າ​ຮູ້ຈັກ​ພຣະເຈົ້າ ແຕ່​ການກະທຳ​ຂອງ​ພວກເຂົາ​ກັບ​ປະຕິເສດ​ພຣະອົງ. ພວກເຂົາ​ເປັນ​ທີ່​ໜ້າກຽດຊັງ, ບໍ່​ເຊື່ອຟັງ ແລະບໍ່​ເໝາະສົມ​ສຳລັບ​ການ​ເຮັດ​ດີ​ໃດໆ.


ຄັ້ງ​ໜຶ່ງ​ພວກເຮົາ​ເອງ​ກໍ​ເປັນ​ຄົນ​ໂງ່ຈ້າ, ບໍ່​ເຊື່ອຟັງ, ຫລອກລວງ ແລະ ຕົກ​ເປັນ​ຂ້າທາດ​ຂອງ​ກິເລດຕັນຫາ ແລະ ຄວາມສະໜຸກ​ສະໜານ​ທຸກ​ຊະນິດ. ພວກເຮົາ​ເຄີຍ​ໃຊ້​ຊີວິດ​ໃນ​ຄວາມ​ຊົ່ວຮ້າຍ ແລະ ອິດສາ, ຖືກ​ກຽດຊັງ ແລະ ກຽດຊັງ​ເຊິ່ງກັນແລະກັນ.


ພີ່ນ້ອງ​ທັງຫລາຍ​ຈົ່ງ​ລະວັງ​ໃຫ້​ດີ, ເພື່ອ​ຈະ​ບໍ່​ມີ​ຈັກ​ຄົນ​ໃນ​ພວກເຈົ້າ​ມີ​ໃຈ​ບາບ ບໍ່ເຊື່ອ​ແລ້ວ​ຫັນໜີ​ໄປ​ຈາກ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່.


ແລະ ຜູ້ໃດ​ທີ່​ພຣະເຈົ້າ​ສາບານ​ວ່າ​ພວກເຂົາ​ຈະ​ບໍ່​ມີ​ວັນ​ໄດ້​ເຂົ້າ​ສູ່​ການ​ພັກສະຫງົບ​ຂອງ​ພຣະອົງ​ຖ້າ​ບໍ່​ແມ່ນ​ບັນດາ​ຄົນ​ທີ່​ບໍ່ເຊື່ອຟັງ?


ເຫດສະນັ້ນ ກໍ​ຍັງ​ຄົງ​ເປັນ​ຢ່າງ​ນີ້​ຄື​ບາງຄົນ​ຈະ​ໄດ້​ເຂົ້າ​ສູ່​ການ​ພັກສະຫງົບ ແລະ ບັນດາ​ຜູ້​ທີ່​ເຄີຍ​ໄດ້​ຍິນ​ຂ່າວປະເສີດ​ໃນ​ຄັ້ງ​ກ່ອນ​ນັ້ນ ບໍ່​ໄດ້​ເຂົ້າ​ກໍ​ເພາະ​ພວກເຂົາ​ບໍ່ເຊື່ອຟັງ,


ພວກເຮົາ​ຢາກ​ໃຫ້​ພວກເຈົ້າ​ແຕ່ລະຄົນ​ສະແດງ​ຄວາມພາກພຽນ​ອັນ​ດຽວ​ກັນ​ນີ້​ຈົນ​ເຖິງ​ທີ່ສຸດ, ເພື່ອ​ໃຫ້​ແນ່ໃຈ​ວ່າ​ສິ່ງ​ທີ່​ພວກເຈົ້າ​ຫວັງ​ໄວ້​ຈະ​ເປັນ​ຈິງ​ຢ່າງ​ຄົບຖ້ວນ.


ຖ້າ​ພຣະເຈົ້າ​ໄດ້​ລົງໂທດ​ເມືອງ​ໂຊໂດມ ແລະ ເມືອງ​ໂກໂມຣາ​ໂດຍ​ເຜົາ​ໃຫ້​ເປັນ​ຂີ້ເຖົ່າ ເພື່ອ​ເປັນ​ຕົວຢ່າງ​ໃນ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ແກ່​ຄົນອະທຳ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka