Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 3:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ເຫດສະນັ້ນ ພີ່ນ້ອງ​ຜູ້​ບໍລິສຸດ​ທັງຫລາຍ, ຜູ້​ຮ່ວມ​ໃນ​ການ​ເອີ້ນ​ຈາກ​ສະຫວັນ, ຈົ່ງ​ໃຫ້​ຄວາມຄິດ​ຂອງ​ພວກເຈົ້າ​ຈົດຈໍ່​ຢູ່​ທີ່​ພຣະເຢຊູເຈົ້າ, ຜູ້​ທີ່​ພວກເຮົາ​ຍອມຮັບ​ວ່າ​ເປັນ​ອັກຄະສາວົກ ແລະ ເປັນ​ມະຫາ​ປະໂລຫິດ​ຂອງ​ພວກເຮົາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ດັ່ງນັ້ນ ພີ່ນ້ອງ​ຊາຍ​ຍິງ​ຜູ້​ບໍຣິສຸດ​ທັງຫລາຍ ທີ່​ພຣະເຈົ້າ​ເອີ້ນ​ມາ​ດ້ວຍ​ກັນ​ກັບ​ເຮົາ​ເອີຍ ຈົ່ງ​ພິຈາລະນາ​ເບິ່ງ​ອັກຄະສາວົກ ແລະ​ມະຫາ​ປະໂຣຫິດ​ແຫ່ງ​ຄວາມເຊື່ອ​ຂອງ​ພວກເຮົາ ຄື​ພຣະເຢຊູເຈົ້າ.

Uka jalj uñjjattʼäta Copia luraña




ເຮັບເຣີ 3:1
63 Jak'a apnaqawi uñst'ayäwi  

ນີ້​ແຫລະ​ແມ່ນ​ຊີວິດ​ນິລັນດອນ​ຄື: ຊີວິດ​ທີ່​ພວກເຂົາ​ຮູ້ຈັກ​ພຣະອົງ​ຜູ້​ເປັນ​ພຣະເຈົ້າ​ທ່ຽງແທ້​ແຕ່​ອົງ​ດຽວ ແລະ ຮູ້ຈັກ​ພຣະເຢຊູຄຣິດເຈົ້າ​ຜູ້​ທີ່​ພຣະອົງໃຊ້​ມາ.


ພຣະເຢຊູເຈົ້າ​ກ່າວ​ອີກ​ວ່າ, “ສັນຕິສຸກ​ຈົ່ງ​ຢູ່​ກັບ​ເຈົ້າ​ທັງຫລາຍ! ພຣະບິດາເຈົ້າ​ໄດ້​ໃຊ້​ເຮົາ​ມາ​ຢ່າງໃດ ເຮົາ​ກໍ​ໃຊ້​ພວກເຈົ້າ​ໄປ​ຢ່າງນັ້ນ”.


ຫລັງຈາກນັ້ນ ພຣະອົງກ່າວ​ກັບ​ໂທມາ​ວ່າ, “ຈົ່ງ​ເອົາ​ນິ້ວມື​ຂອງ​ເຈົ້າ​ມາ​ວາງ​ໃສ່​ບ່ອນນີ້ ຈົ່ງ​ເບິ່ງ​ມື​ຂອງ​ເຮົາ ແລະ ເອົາ​ມື​ຂອງ​ເຈົ້າ​ມາ​ວາງ​ໃສ່​ທີ່​ຂ້າງ​ຂອງ​ເຮົາ. ຈົ່ງ​ເຊົາ​ສົງໄສ ແລະ ຈົ່ງ​ເຊື່ອ”.


ໃນ​ວັນ​ນັ້ນ ເປໂຕ​ໄດ້​ຢືນ​ຂຶ້ນ​ທ່າມກາງ​ບັນດາ​ຜູ້ທີ່ເຊື່ອ (ໂດຍ​ມີ​ປະມານ​ຮ້ອຍຊາວ​ຄົນ)


ຖ້າ​ກິ່ງກ້ານ​ບາງ​ສ່ວນ​ຖືກ​ຫັກ​ອອກ​ໄປ ແລະ ເຖິງແມ່ນ​ເຈົ້າ​ຈະ​ເປັນ​ໜໍ່​ຂອງ​ຕົ້ນໝາກກອກ​ປ່າ ເຈົ້າ​ກໍ​ຖືກ​ນຳມາ​ຕໍ່ເຂົ້າ​ໃນ​ທ່າມກາງ​ກິ່ງ​ອື່ນໆ, ແລະ ບັດນີ້ ເຈົ້າ​ກໍ​ໄດ້​ຮັບ​ນ້ຳ​ຫລໍ່ລ້ຽງ​ຈາກ​ຮາກ​ຕົ້ນໝາກກອກເທດ​ນັ້ນ,


ພວກເຂົາ​ຍິນດີ​ທີ່​ຈະ​ເຮັດ​ຢ່າງ​ນັ້ນ ແລະ ຄວາມຈິງ​ແລ້ວ​ພວກເຂົາ​ກໍ​ເປັນ​ໜີ້​ພີ່ນ້ອງ​ເຫລົ່ານັ້ນ​ດ້ວຍ ເພາະວ່າ​ຖ້າ​ຄົນຕ່າງຊາດ​ມີ​ສ່ວນຮ່ວມ​ໃນ​ພອນ​ຝ່າຍ​ຈິດວິນຍານ​ຂອງ​ຊາວ​ຢິວ ພວກເຂົາ​ກໍ​ເປັນ​ໜີ້​ພີ່ນ້ອງ​ຊາວ​ຢິວ ກໍ​ສົມຄວນ​ທີ່​ຈະ​ແບ່ງປັນ​ພອນ​ຝ່າຍ​ວັດຖຸ​ໃຫ້​ແກ່​ພີ່ນ້ອງ​ເຫລົ່ານັ້ນ.


ດ້ວຍວ່າ ເຮົາ​ຂໍ​ບອກ​ພວກເຈົ້າ​ວ່າ​ພຣະຄຣິດເຈົ້າ​ໄດ້​ກາຍເປັນ​ຜູ້ຮັບໃຊ້​ຂອງ​ພວກ​ຢິວ ທີ່​ເປັນ​ການສະແດງ​ຄວາມຈິງ​ຂອງ​ພຣະເຈົ້າ ເພື່ອ​ຢືນຢັນ​ຄຳ​ສັນຍາ​ທີ່​ໄດ້​ໃຫ້​ໄວ້​ກັບ​ບັນດາ​ບັນພະບຸລຸດ


ລວມທັງ​ພວກເຮົາ​ທັງຫລາຍ​ຜູ້​ທີ່​ພຣະອົງ​ໄດ້​ເອີ້ນ​ໄວ້​ເໝືອນກັນ, ບໍ່​ແມ່ນ​ຈາກ​ຄົນຢິວ​ເທົ່ານັ້ນ ແຕ່​ຈາກ​ຄົນຕ່າງຊາດ​ດ້ວຍ.


ເຖິງ​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ໃນ​ເມືອງ​ໂກຣິນໂທ ຜູ້​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍລິສຸດ​ໃນ​ພຣະຄຣິດເຈົ້າເຢຊູ ແລະ ໄດ້​ຮັບ​ການ​ເອີ້ນ​ໃຫ້​ເປັນ​ຄົນ​ທີ່​ບໍລິສຸດ​ຂອງ​ພຣະອົງ​ດ້ວຍ​ກັນ​ກັບ​ຄົນ​ທັງໝົດ​ໃນ​ທຸກແຫ່ງຫົນ​ທີ່​ຮ້ອງອອກ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ຜູ້​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຂົາ ແລະ ຂອງ​ພວກເຮົາ:


ເນື່ອງຈາກ​ມີ​ເຂົ້າຈີ່​ກ້ອນ​ດຽວ ພວກເຮົາ​ຜູ້​ມີ​ຫລາຍ​ຄົນ​ຈຶ່ງ​ເປັນ​ກາຍ​ດຽວ​ກັນ ເພາະ​ພວກເຮົາ​ທຸກຄົນ​ຮ່ວມ​ກິນ​ເຂົ້າຈີ່​ກ້ອນ​ດຽວ​ກັນ.


ເຮົາ​ເຮັດ​ທຸກສິ່ງ​ນີ້​ກໍ​ເພາະ​ເຫັນ​ແກ່​ຂ່າວປະເສີດ ເພື່ອ​ເຮົາ​ຈະ​ໄດ້​ມີ​ສ່ວນຮ່ວມ​ໃນ​ພອນ​ແຫ່ງ​ຂ່າວປະເສີດ.


ແລະ ພວກເຮົາ​ມີ​ຄວາມຫວັງ​ສຳລັບ​ພວກເຈົ້າ​ກໍ​ໝັ້ນຄົງ​ຢູ່, ເພາະ​ວ່າ​ພວກເຮົາ​ຮູ້​ວ່າ​ພວກເຈົ້າ​ຮ່ວມ​ໃນ​ຄວາມທຸກລຳບາກ​ກັບ​ພວກເຮົາ​ຢ່າງໃດ ພວກເຈົ້າ​ກໍ​ຈະ​ຮ່ວມ​ໃນ​ການ​ເລົ້າໂລມໃຈ​ກັບ​ພວກເຮົາ​ເໝືອນກັນ​ຢ່າງນັ້ນ.


ເພາະວ່າ​ພວກເຈົ້າ​ໄດ້​ພິສູດ​ຕົນເອງ​ດ້ວຍ​ການ​ຮັບໃຊ້​ນີ້, ຄົນອື່ນໆ​ຈະ​ສັນລະເສີນ​ພຣະເຈົ້າ​ເພາະ​ການເຊື່ອຟັງ​ຂອງ​ພວກເຈົ້າ ເຊິ່ງ​ມາ​ພ້ອມ​ກັບ​ການຍອມຮັບ​ເອົາ​ຂ່າວປະເສີດ​ຂອງ​ພຣະຄຣິດເຈົ້າ​ຂອງ​ພວກເຈົ້າ ແລະ ເພາະ​ຄວາມເອື້ອເຟື້ອ​ຂອງ​ພວກເຈົ້າ​ໃນ​ການແບ່ງປັນ​ແກ່​ພວກເຂົາ ແລະ ແກ່​ຄົນ​ອື່ນໆ​ອີກ​ດ້ວຍ.


ຂໍ້​ລັບເລິກ​ນີ້​ແມ່ນ​ໂດຍ​ທາງ​ຂ່າວປະເສີດ​ນັ້ນ​ຄົນຕ່າງຊາດ​ກໍ​ເປັນ​ທາຍາດ​ຮ່ວມ​ກັບ​ຊົນອິດສະຣາເອນ, ເປັນ​ອະໄວຍະວະ​ຮ່ວມ​ໃນ​ກາຍ​ດຽວ​ກັນ ແລະ ເປັນ​ຜູ້​ມີ​ສ່ວນ​ຮ່ວມ​ຮັບ​ຕາມ​ຄຳ​ສັນຍາ​ໃນ​ພຣະຄຣິດເຈົ້າເຢຊູ.


ດັ່ງນັ້ນ, ເຮົາ​ຜູ້​ເປັນ​ນັກໂທດ​ເພື່ອ​ອົງພຣະຜູ້ເປັນເຈົ້າ​ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ໃຫ້​ດຳເນີນຊີວິດ​ສົມ​ກັບ​ການ​ເອີ້ນ​ທີ່​ພວກເຈົ້າ​ໄດ້​ຮັບ.


ມີ​ຮ່າງກາຍ​ດຽວ ແລະ ພຣະວິນຍານ​ອົງ​ດຽວ​ເໝືອນ​ກັບ​ທີ່​ພວກເຈົ້າ​ໄດ້​ຖືກ​ເອີ້ນ​ມາ​ສູ່​ຄວາມຫວັງ​ດຽວ​ເມື່ອ​ພວກເຈົ້າ​ໄດ້​ຖືກ​ເອີ້ນ​ນັ້ນ;


ເຮົາ​ກຳລັງ​ມຸ່ງໜ້າ​ໄປ​ສູ່​ຫລັກໄຊ​ເພື່ອ​ຈະ​ໄດ້​ຮັບ​ລາງວັນ​ເພາະ​ເປັນ​ລາງວັນ​ທີ່​ພຣະເຈົ້າ​ໄດ້​ເອີ້ນ​ເຮົາ​ໃຫ້​ໄປ​ຮັບ​ຢູ່​ສະຫວັນ​ໃນ​ພຣະຄຣິດເຈົ້າເຢຊູ.


ແລະ ໂມທະນາ​ຂອບພຣະຄຸນ​ຢ່າງ​ຊື່ນຊົມຍິນດີ​ຕໍ່​ພຣະບິດາເຈົ້າ ຜູ້​ທີ່​ເຮັດ​ໃຫ້​ພວກເຈົ້າ​ເໝາະສົມ​ທີ່​ຈະ​ມີ​ສ່ວນ​ໃນ​ມໍລະດົກ​ຂອງ​ຄົນ​ບໍລິສຸດ​ຂອງ​ພຣະອົງ​ໃນ​ອານາຈັກ​ແຫ່ງ​ຄວາມສະຫວ່າງ.


ແຕ່​ບັດນີ້ ພຣະອົງ​ໄດ້​ໃຫ້​ພວກເຈົ້າ​ຄືນດີ​ກັບ​ພຣະອົງ​ໂດຍ​ການຕາຍ​ທາງ​ດ້ານ​ຮ່າງກາຍ​ຂອງ​ພຣະຄຣິດເຈົ້າ​ເພື່ອ​ຖວາຍ​ພວກເຈົ້າ​ໃຫ້​ເປັນ​ຜູ້​ບໍລິສຸດ, ບໍ່ມີຕຳໜິ ແລະ ພົ້ນ​ຈາກ​ຂໍ້ກ່າວຫາ​ຕໍ່ໜ້າ​ພຣະອົງ.


ເຫດສະນັ້ນ, ໃນ​ຖານະ​ທີ່​ເປັນ​ຄົນ​ທີ່​ພຣະເຈົ້າ​ເລືອກ, ເປັນ​ຜູ້​ບໍລິສຸດ ແລະ ເປັນ​ທີ່ຮັກ​ຂອງ​ພຣະອົງ, ຈົ່ງ​ສວມ​ໂຕ​ເອງ​ດ້ວຍ​ຄວາມເມດຕາ, ຄວາມປານີ, ຄວາມຖ່ອມຕົວ, ຄວາມອ່ອນສຸພາບ ແລະ ຄວາມອົດທົນ.


ໃຫ້​ກຳລັງໃຈ, ເລົ້າໂລມໃຈ ແລະ ຊຸກຍູ້​ພວກເຈົ້າ​ໃຫ້​ດຳເນີນຊີວິດ​ໃຫ້​ຄູ່ຄວນ​ກັບ​ພຣະເຈົ້າ ຜູ້​ເອີ້ນ​ເອົາ​ພວກເຈົ້າ​ໃຫ້​ເຂົ້າ​ມາ​ສູ່​ອານາຈັກ ແລະ ໃນ​ສະຫງ່າລາສີ​ຂອງ​ພຣະອົງ.


ເຮົາ​ຂໍຮ້ອງ​ພວກເຈົ້າ​ຕໍ່ໜ້າ​ອົງພຣະຜູ້ເປັນເຈົ້າ​ໃຫ້​ອ່ານ​ຈົດໝາຍ​ນີ້​ໃຫ້​ພີ່ນ້ອງ​ທຸກຄົນ​ຟັງ.


ໂດຍ​ຄຳນຶງ​ເຖິງ​ສິ່ງ​ນີ້ ພວກເຮົາ​ຈຶ່ງ​ອະທິຖານ​ເພື່ອ​ພວກເຈົ້າ​ຢູ່​ສະເໝີ ຂໍ​ໃຫ້​ພຣະເຈົ້າ​ຂອງ​ພວກເຮົາ​ນັບ​ວ່າ​ພວກເຈົ້າ​ສົມຄວນ​ກັບ​ການ​ເອີ້ນ​ຂອງ​ພຣະອົງ ແລະ ຂໍ​ໃຫ້​ທຸກ​ຄວາມປາຖະໜາ​ອັນ​ດີ​ຂອງ​ພວກເຈົ້າ ແລະ ທຸກ​ການກະທຳ​ທີ່​ເກີດ​ຈາກ​ຄວາມເຊື່ອ​ຂອງ​ພວກເຈົ້າ​ບັນລຸ​ຜົນສຳເລັດ​ໂດຍ​ລິດອຳນາດ​ຂອງ​ພຣະອົງ.


ພຣະອົງ​ໄດ້​ເອີ້ນ​ພວກເຈົ້າ​ມາ​ສູ່​ສິ່ງ​ນີ້​ຜ່ານທາງ​ຂ່າວປະເສີດ​ທີ່​ພວກເຮົາ​ປະກາດ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮ່ວມ​ໃນ​ສະຫງ່າລາສີ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ຈົ່ງ​ຕໍ່ສູ້​ຢ່າງ​ເຂັ້ມແຂງ​ເພື່ອ​ຄວາມເຊື່ອ​ນີ້. ຈົ່ງ​ຢຶດໝັ້ນ​ຊີວິດ​ນິລັນດອນ​ທີ່​ໄດ້​ເອີ້ນ​ເອົາ​ເຈົ້າ​ເມື່ອ​ເຈົ້າ​ປະກາດ​ຕົນ​ຮັບເຊື່ອ​ຕໍ່ໜ້າ​ພະຍານ​ຫລາຍ​ຄົນ.


ສ່ວນ​ບັນດາ​ຄົນ​ທີ່​ມີ​ນາຍ​ເປັນ​ຜູ້ທີ່ເຊື່ອ​ກໍ​ບໍ່​ຄວນ​ສະແດງ​ຄວາມ​ບໍ່​ນັບຖື​ຕໍ່​ພວກເພິ່ນ ເພາະ​ພວກເພິ່ນ​ເປັນ​ຜູ້ທີ່ເຊື່ອ​ດ້ວຍ​ກັນ. ກົງກັນຂ້າມ, ພວກເຂົາ​ສົມຄວນ​ຈະ​ຮັບໃຊ້​ນາຍ​ເຫລົ່ານັ້ນ​ໃຫ້​ດີ​ຍິ່ງ​ຂຶ້ນ​ເພາະວ່າ​ນາຍ​ຂອງ​ພວກເຂົາ​ນັ້ນ​ເປັນ​ທີ່ຮັກ​ຂອງ​ພວກເຂົາ​ເປັນ​ຜູ້ທີ່ເຊື່ອ ແລະ ໄດ້​ອຸທິດ​ຕົນ​ເພື່ອ​ສະຫວັດດີການ​ຂອງ​ຂ້າທາດ​ຂອງ​ຕົນ. ເຈົ້າ​ຈົ່ງ​ສັ່ງສອນ ແລະ ເນັ້ນ​ພວກເຂົາ​ໃຫ້​ເຮັດ​ສິ່ງ​ເຫລົ່ານີ້.


ພຣະອົງ​ໄດ້​ໄຖ່​ພວກເຮົາ​ໃຫ້​ພົ້ນ ແລະ ໄດ້​ເອີ້ນ​ພວກເຮົາ​ມາ​ສູ່​ຊີວິດ​ທີ່​ບໍລິສຸດ ບໍ່​ແມ່ນ​ເພາະ​ການກະທຳ​ໃດໆ​ທີ່​ພວກເຮົາ​ໄດ້​ເຮັດ ແຕ່​ເພາະ​ປະສົງ ແລະ ພຣະຄຸນ​ຂອງ​ພຣະອົງ​ເອງ. ພຣະຄຸນ​ນີ້​ໄດ້​ມອບໃຫ້​ແກ່​ພວກເຮົາ​ໃນ​ພຣະຄຣິດເຈົ້າເຢຊູ​ຕັ້ງແຕ່​ກ່ອນ​ຈຸດເລີ່ມຕົ້ນ​ຂອງ​ເວລາ.


ຈົ່ງ​ຄິດຕຶກຕອງ​ເຖິງ​ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ໄວ້, ເພາະ​ອົງພຣະຜູ້ເປັນເຈົ້າ​ຈະ​ໃຫ້​ຄວາມເຂົ້າໃຈ​ແກ່​ເຈົ້າ​ໃນ​ສິ່ງ​ທັງໝົດ​ນີ້.


ເຫດສະນັ້ນ, ພີ່ນ້ອງ​ທັງຫລາຍ​ເອີຍ, ໃນ​ເມື່ອ​ພວກເຮົາ​ໝັ້ນໃຈ​ທີ່​ຈະ​ເຂົ້າ​ສູ່​ສະຖານທີ່ສັກສິດ​ທີ່ສຸດ​ໂດຍ​ໂລຫິດ​ຂອງ​ພຣະເຢຊູເຈົ້າ​ແລ້ວ,


ແລະ ໃນ​ເມື່ອ​ພວກເຮົາ​ມີ​ມະຫາ​ປະໂລຫິດ​ຍິ່ງໃຫຍ່​ເໜືອ​ຄົວເຮືອນ​ຂອງ​ພຣະເຈົ້າ​ແລ້ວ,


ໃຫ້​ພວກເຮົາ​ຢຶດໝັ້ນ​ຢ່າງ​ບໍ່​ຫວັ່ນໄຫວ​ໃນ​ຄວາມຫວັງ​ທີ່​ພວກເຮົາ​ໄດ້​ປະກາດ​ຮັບ​ໄວ້, ເພາະ​ພຣະອົງ​ຜູ້​ສັນຍາ​ນັ້ນ​ສັດຊື່.


ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ຂໍຮ້ອງ​ພວກເຈົ້າ​ໃຫ້​ອົດທົນ​ຟັງ​ຄຳ​ເຕືອນສະຕິ​ຂອງ​ເຮົາ ເພາະ​ເຮົາ​ໄດ້​ຂຽນ​ເຖິງ​ພວກເຈົ້າ​ພຽງ​ແຕ່​ສັ້ນໆ.


ທັງ​ພຣະອົງ​ຜູ້​ທີ່​ເຮັດ​ໃຫ້​ມະນຸດ​ທັງຫລາຍ​ບໍລິສຸດ​ກັບ​ບັນດາ​ຜູ້​ທີ່​ພຣະອົງ​ເຮັດໃຫ້​ບໍລິສຸດ​ນັ້ນ​ເປັນ​ຄອບຄົວ​ດຽວ​ກັນ. ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ບໍ່​ລະອາຍ​ທີ່​ຈະ​ເອີ້ນ​ພວກເຂົາ​ເຫລົ່ານັ້ນ​ວ່າ​ພີ່ນ້ອງ.


ດ້ວຍ​ເຫດ​ນີ້ ພຣະອົງ​ຈຶ່ງ​ຕ້ອງ​ເປັນ​ເໝືອນ​ກັບ​ພວກເຂົາ, ເປັນ​ມະນຸດ​ໂດຍ​ສົມບູນ​ໃນ​ທຸກ​ດ້ານ ເພື່ອ​ພຣະອົງ​ຈະ​ໄດ້​ກາຍເປັນ​ມະຫາ​ປະໂລຫິດ​ຜູ້​ເຕັມ​ດ້ວຍ​ຄວາມ​ເມດຕາ ແລະ ຄວາມ​ສັດຊື່​ໃນ​ການຮັບໃຊ້​ພຣະເຈົ້າ ແລະ ເພື່ອ​ພຣະອົງ​ຈະ​ໄດ້​ຊົດໃຊ້​ຄວາມບາບ​ຂອງ​ຄົນ​ທັງຫລາຍ.


ພີ່ນ້ອງ​ທັງຫລາຍ​ຈົ່ງ​ລະວັງ​ໃຫ້​ດີ, ເພື່ອ​ຈະ​ບໍ່​ມີ​ຈັກ​ຄົນ​ໃນ​ພວກເຈົ້າ​ມີ​ໃຈ​ບາບ ບໍ່ເຊື່ອ​ແລ້ວ​ຫັນໜີ​ໄປ​ຈາກ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່.


ພວກເຮົາ​ໄດ້​ມາ​ມີ​ສ່ວນຮ່ວມ​ໃນ​ພຣະຄຣິດເຈົ້າ ຖ້າ​ພວກເຮົາ ຢຶດຖື​ໃນ​ຄວາມໝັ້ນໃຈ​ທີ່​ພວກເຮົາ​ມີ​ໃນ​ທຳອິດ​ນັ້ນ​ຈົນ​ເຖິງ​ທີ່ສຸດ.


ບ່ອນ​ທີ່​ພຣະເຢຊູເຈົ້າ​ຜູ້​ໄດ້​ນຳໜ້າ​ພວກເຮົາ ໄດ້​ເຂົ້າໄປ​ກ່ອນ​ແລ້ວ​ເພື່ອ​ພວກເຮົາ. ພຣະອົງ​ຈຶ່ງ​ໄດ້​ເປັນ​ມະຫາ​ປະໂລຫິດ​ຕະຫລອດໄປ​ໃນ​ລຳດັບ​ດຽວ​ກັບ​ເມຄີເຊເດັກ.


ມະຫາ​ປະໂລຫິດ​ຢ່າງ​ນີ້​ແຫລະ​ທີ່​ຕອບສະຫນອງ​ຄວາມຈຳເປັນ​ຂອງ​ພວກເຮົາ​ໄດ້ ຄື​ປະໂລຫິດ​ຜູ້​ບໍລິສຸດ, ບໍ່​ມີ​ຕຳໜິ, ບໍ່ມີມົນທິນ, ແຍກ​ຈາກ​ບັນດາ​ຄົນບາບ, ເປັນ​ທີ່​ເທີດທູນ​ເໜືອ​ຟ້າສະຫວັນ.


ເພາະ​ກົດບັນຍັດ​ນັ້ນ​ໄດ້​ແຕ່ງຕັ້ງ​ມະນຸດ​ຜູ້​ອ່ອນແອ​ໃຫ້​ເປັນ​ມະຫາ​ປະໂລຫິດ ແຕ່​ຄຳສາບານ​ຂອງ​ພຣະເຈົ້າ​ທີ່​ມາ​ພາຍຫລັງ​ກົດບັນຍັດ​ໄດ້​ແຕ່ງຕັ້ງ​ພຣະບຸດ ຜູ້​ທີ່​ຖືກ​ເຮັດ​ໃຫ້​ສົມບູນ​ແລ້ວ​ຕະຫລອດໄປ.


ແຕ່​ເມື່ອ​ພຣະຄຣິດເຈົ້າ​ມາ​ໃນ​ຖານະ​ມະຫາ​ປະໂລຫິດ​ຂອງ​ສິ່ງ​ປະເສີດ​ຕ່າງໆ ເຊິ່ງ​ບັດນີ້​ໄດ້​ມາ​ເຖິງ​ແລ້ວ, ພຣະອົງ​ຜ່ານ​ເຂົ້າ​ສູ່​ຫໍເຕັນ​ທີ່​ຍິ່ງໃຫຍ່​ກວ່າ ແລະ ສົມບູນ​ກວ່າ ເຊິ່ງ​ບໍ່​ໄດ້​ສ້າງ​ຂຶ້ນ​ດ້ວຍ​ມື​ມະນຸດ, ຄື​ບໍ່​ໄດ້​ເປັນ​ສ່ວນໜຶ່ງ​ຂອງ​ສິ່ງ​ທີ່​ສ້າງ​ນີ້.


ດ້ວຍເຫດ​ນີ້ ພຣະຄຣິດເຈົ້າ​ຈຶ່ງ​ເປັນ​ຜູ້ກາງ​ຂອງ​ພັນທະສັນຍາ​ໃໝ່, ເພື່ອ​ບັນດາ​ຜູ້​ທີ່​ພຣະອົງ​ເອີ້ນ​ນັ້ນ​ຈະ​ໄດ້​ຮັບ​ມໍລະດົກ​ຕະຫລອດໄປ​ເປັນນິດ​ຕາມ​ທີ່​ໄດ້​ສັນຍາ​ໄວ້ ເພາະ​ພຣະຄຣິດ​ໄດ້​ຕາຍ​ເປັນ​ຄ່າ​ໄຖ່​ເພື່ອ​ປົດປ່ອຍ​ພວກເຂົາ​ໃຫ້​ເປັນ​ອິດສະຫລະ​ຈາກ​ບາບ​ທີ່​ໄດ້​ເຮັດ​ພາຍໃຕ້​ພັນທະສັນຍາ​ເດີມ.


ແຕ່​ພວກເຈົ້າ​ເປັນ​ຜູ້​ທີ່​ພຣະເຈົ້າ​ເລືອກ​ໄວ້, ເປັນ​ປະໂລຫິດ​ຫລວງ, ເປັນ​ຊົນຊາດ​ບໍລິສຸດ, ເປັນ​ພົນລະເມືອງ​ຂອງ​ພຣະເຈົ້າ, ເພື່ອ​ພວກເຈົ້າ​ຈະ​ໄດ້​ປະກາດ​ຄຳ​ສັນລະເສີນ​ພຣະອົງ​ຜູ້​ເອີ້ນ​ພວກເຈົ້າ​ອອກຈາກ​ຄວາມມືດ​ເຂົ້າ​ສູ່​ຄວາມສະຫວ່າງ​ອັນ​ມະຫັດສະຈັນ​ຂອງ​ພຣະອົງ.


ເພາະ​ນີ້​ເປັນ​ວິຖີທາງ​ທີ່​ບັນດາ​ຜູ້ຍິງ​ບໍລິສຸດ​ໃນ​ອະດີດ ຜູ້​ທີ່​ມອບ​ຄວາມຫວັງ​ໃຈ​ໄວ້​ໃນ​ພຣະເຈົ້າ​ເຄີຍ​ນຳໃຊ້​ເພື່ອ​ຕົບແຕ່ງ​ຕົນເອງ. ພວກເຂົາ​ຍອມ​ເຊື່ອຟັງ​ຜົວ​ຂອງຕົນ,


ເຖິງ​ພວກ​ຜູ້ອາວຸໂສ​ໃນ​ທ່າມກາງ​ພວກເຈົ້າ​ທັງຫລາຍ, ເຮົາ​ຂໍຮ້ອງ​ພວກເຈົ້າ​ໃນ​ຖານະ​ທີ່​ເປັນ​ຜູ້ອາວຸໂສ​ດ້ວຍກັນ ແລະ ເປັນ​ພະຍານ​ຄົນ​ໜຶ່ງ​ໃນ​ເລື່ອງ​ຄວາມທຸກທໍລະມານ​ຂອງ​ພຣະຄຣິດເຈົ້າ ແລະ ເປັນ​ຜູ້​ໜຶ່ງ​ທີ່​ຈະ​ຮ່ວມ​ໃນ​ສະຫງ່າລາສີ​ທີ່​ຈະ​ມາ​ປາກົດ​ນັ້ນ​ວ່າ:


ແລະ ຫລັງ​ຈາກ​ພວກເຈົ້າ​ທົນທຸກ​ຢູ່​ຊົ່ວຂະນະ​ໜຶ່ງ​ແລ້ວ ພຣະເຈົ້າ​ແຫ່ງ​ພຣະຄຸນ​ທັງໝົດ ຜູ້​ໄດ້​ເອີ້ນ​ພວກເຈົ້າ​ມາ​ສູ່​ສະຫງ່າລາສີ​ອັນ​ນິລັນດອນ​ຂອງ​ພຣະອົງ​ໃນ​ພຣະຄຣິດເຈົ້າ ພຣະອົງ​ເອງ​ຈະ​ຟື້ນຟູ​ພວກເຈົ້າ​ຄືນ​ໃໝ່ ແລະ ໃຫ້​ພວກເຈົ້າ​ເຂັ້ມແຂງ, ໜັກແໜ້ນ ແລະ ໝັ້ນຄົງ.


ພວກເຮົາ​ປະກາດ​ໃຫ້​ພວກເຈົ້າ​ຮູ້​ເຖິງ​ສິ່ງ​ທີ່​ພວກເຮົາ​ໄດ້​ເຫັນ ແລະ ໄດ້​ຍິນ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮ່ວມ​ສາມັກຄີທຳ​ກັບ​ພວກເຮົາ. ແລະ ຄວາມສາມັກຄີທຳ​ຂອງ​ພວກເຮົາ​ກັບ​ພຣະບິດາເຈົ້າ ແລະ ກັບ​ພຣະບຸດ​ຂອງ​ພຣະອົງ​ຄື​ພຣະເຢຊູຄຣິດເຈົ້າ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ຢູດາ ຜູ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຢຊູຄຣິດເຈົ້າ ແລະ ເປັນ​ນ້ອງຊາຍ​ຂອງ​ຢາໂກໂບ. ເຖິງ​ບັນດາ​ຜູ້​ທີ່​ໄດ້​ຮັບ​ການ​ເອີ້ນ ເຊິ່ງ​ເປັນ​ທີ່ຮັກ​ຂອງ​ພຣະເຈົ້າ​ພຣະບິດາ ແລະ ຮັກສາ​ໄວ້​ເພື່ອ​ພຣະເຢຊູຄຣິດເຈົ້າ:


ພວກເຂົາ​ຈະ​ສູ້ຮົບ​ກັບ​ລູກແກະ​ຂອງ​ພຣະເຈົ້າ, ແຕ່​ລູກແກະ​ຂອງ​ພຣະເຈົ້າ​ຈະ​ຊະນະ​ພວກເຂົາ​ເພາະ​ພຣະອົງ​ເປັນ​ອົງພຣະຜູ້ເປັນເຈົ້າ​ເໜືອ​ເຈົ້ານາຍ​ທັງຫລາຍ ແລະ ເປັນ​ກະສັດ​ເໜືອ​ກະສັດ​ທັງຫລາຍ ແລະ ບັນດາ​ຄົນ​ທີ່​ຢູ່​ກັບ​ພຣະອົງ​ເປັນ​ຜູ້​ທີ່​ພຣະອົງ​ໄດ້​ເອີ້ນ, ເລືອກ​ໄວ້ ແລະ ເປັນ​ຜູ້ຕິດຕາມ​ທີ່​ສັດຊື່​ຂອງ​ພຣະອົງ”.


“ຟ້າ​ສະຫວັນ​ເອີຍ! ຈົ່ງ​ຊື່ນຊົມຍິນດີ​ເພາະ​ນະຄອນ​ນີ້, ຄົນ​ຂອງ​ພຣະເຈົ້າ​ເອີຍ! ຈົ່ງ​ຊື່ນຊົມຍິນດີ, ບັນດາ​ອັກຄະສາວົກ ແລະ ບັນດາ​ຜູ້ທຳນວາຍ​ເອີຍ! ຈົ່ງ​ຊື່ນຊົມຍິນດີ, ເພາະ​ພຣະເຈົ້າ​ໄດ້​ພິພາກສາ​ນະຄອນ​ນີ້​ແລ້ວ ດ້ວຍ​ການ​ລົງໂທດ​ນະຄອນ​ນີ້​ທີ່​ໄດ້​ເຮັດ​ຜິດ​ກັບ​ພວກເຈົ້າ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka