Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 2:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ແຕ່​ພວກເຮົາ​ເຫັນ​ພຣະເຢຊູເຈົ້າ​ຜູ້​ຖືກ​ເຮັດ​ໃຫ້​ຕ່ຳ​ກວ່າ​ເທວະດາ​ພຽງ​ຊົ່ວຂະນະໜຶ່ງ​ນັ້ນ, ບັດນີ້ ໄດ້​ສວມ​ມົງກຸດ​ແຫ່ງ​ສະຫງ່າລາສີ ແລະ ກຽດຕິຍົດ​ແລ້ວ ເພາະ​ພຣະອົງ​ໄດ້​ທົນທຸກທໍລະມານ​ຈົນ​ຕາຍ ເພື່ອ​ວ່າ​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ ພຣະອົງ​ຈະ​ໄດ້​ຊິມ​ລົດ​ຄວາມຕາຍ​ເພື່ອ​ທຸກຄົນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ແຕ່​ພວກເຮົາ​ກໍ​ເຫັນ​ພຣະເຢຊູເຈົ້າ ຜູ້​ທີ່​ຖືກ​ເຮັດ​ໃຫ້​ຕໍ່າ​ກວ່າ​ເທວະດາ​ພຽງ​ຊົ່ວຄາວ​ນັ້ນ ຊົງ​ໄດ້​ຮັບ​ພຣະ​ສະຫງ່າຣາສີ ແລະ​ພຣະ​ກຽດຕິຍົດ​ເປັນ​ມົງກຸດ ເພາະ​ທີ່​ພຣະອົງ​ຊົງ​ຍອມ​ຕາຍ​ດ້ວຍ​ຄວາມ​ທໍລະມານ ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ ພຣະອົງ​ຈຶ່ງ​ໄດ້​ຊົງ​ຊີມ​ຣົດ​ຄວາມ​ຕາຍ​ແທນ​ມະນຸດ​ທຸກຄົນ.

Uka jalj uñjjattʼäta Copia luraña




ເຮັບເຣີ 2:9
39 Jak'a apnaqawi uñst'ayäwi  

“ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ບາງຄົນ​ທີ່​ຢືນ​ຢູ່​ທີ່​ນີ້​ຈະ​ບໍ່​ຮູ້​ລົດ​ຄວາມຕາຍ ຈົນ​ກວ່າ​ພວກເຂົາ​ຈະ​ໄດ້​ເຫັນ​ບຸດມະນຸດ​ມາ​ດ້ວຍ​ອານາຈັກ​ຂອງ​ພຣະອົງ”.


“ແລ້ວ​ເປັນຫຍັງ​ພວກເຈົ້າ​ຈຶ່ງ​ກະວົນກະວາຍ​ເຖິງ​ເລື່ອງ​ເຄື່ອງນຸ່ງ? ຈົ່ງ​ເບິ່ງ​ດອກໄມ້​ໃນ​ທົ່ງ​ວ່າ​ໃຫຍ່​ຂຶ້ນ​ມາ​ໄດ້​ຢ່າງໃດ, ມັນ​ບໍ່​ໄດ້​ອອກແຮງ ຫລື ເຂັນຝ້າຍ.


ແລະ ພຣະອົງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ບາງຄົນ​ທີ່​ຢືນ​ຢູ່​ໃນ​ທີ່​ນີ້​ຈະ​ບໍ່​ຮູ້​ລົດ​ຂອງ​ຄວາມຕາຍ​ຈົນ​ກວ່າ​ພວກເຂົາ​ຈະ​ໄດ້​ເຫັນ​ອານາຈັກ​ຂອງ​ພຣະເຈົ້າ​ມາ​ຕັ້ງ​ຢູ່​ດ້ວຍ​ລິດອຳນາດ”.


“ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ບາງຄົນ​ທີ່​ຢືນ​ຢູ່​ໃນ​ທີ່​ນີ້​ຈະ​ບໍ່​ຮູ້​ລົດ​ຄວາມຕາຍ​ຈົນ​ກວ່າ​ພວກເຂົາ​ຈະ​ໄດ້​ເຫັນ​ອານາຈັກ​ຂອງ​ພຣະເຈົ້າ”.


ໃນ​ວັນ​ຕໍ່ມາ​ໂຢຮັນ​ໄດ້​ເຫັນ​ພຣະເຢຊູເຈົ້າ​ກຳລັງ​ມາຫາ​ຕົນ ແລະ ຈຶ່ງ​ກ່າວ​ວ່າ, “ເບິ່ງ​ແມ! ລູກແກະ​ຂອງ​ພຣະເຈົ້າ ຜູ້​ຮັບ​ເອົາ​ບາບ​ຂອງ​ໂລກ​ໄປ!


ເຫດຜົນ​ທີ່​ພຣະບິດາເຈົ້າ​ຂອງ​ເຮົາ​ຮັກ​ເຮົາ​ກໍ​ເພາະ​ເຮົາ​ໄດ້​ສະຫລະ​ຊີວິດ​ຂອງ​ເຮົາ​ພຽງ​ແຕ່​ຈະ​ຮັບ​ຊີວິດ​ນັ້ນ​ຄືນມາ​ອີກ.


ແຕ່​ເມື່ອ​ເຮົາ​ຖືກ​ຍົກ​ຂຶ້ນ​ຈາກ​ແຜ່ນດິນໂລກ​ນີ້​ແລ້ວ, ເຮົາ​ຈະ​ນຳ​ຄົນ​ທັງຫລາຍ​ມາ​ຫາ​ເຮົາ”.


ເພາະ​ພຣະເຈົ້າ​ຮັກ​ໂລກ​ຈົນ​ໄດ້​ມອບ​ພຣະບຸດ​ອົງ​ດຽວ​ຂອງ​ພຣະອົງ ເພື່ອ​ທຸກຄົນ​ທີ່​ເຊື່ອ​ໃນ​ພຣະບຸດ​ນັ້ນ​ຈະ​ບໍ່​ຈິບຫາຍ ແຕ່​ມີ​ຊີວິດ​ອັນ​ຕະຫລອດໄປ​ເປັນນິດ.


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້ໃດ​ກໍ​ຕາມ​ປະຕິບັດ​ຕາມ​ຄຳ​ຂອງ​ເຮົາ ຜູ້​ນັ້ນ​ກໍ​ຈະ​ບໍ່​ພົບ​ກັບ​ຄວາມຕາຍ​ຈັກເທື່ອ”.


ເມື່ອ​ພວກ​ຢິວ​ໄດ້​ຍິນ​ຢ່າງ​ນີ້​ກໍ​ຮ້ອງ​ຂຶ້ນ​ວ່າ, “ດຽວນີ້​ພວກເຮົາ​ຮູ້​ແລ້ວ​ວ່າ​ຜີມານຮ້າຍ​ສິງ​ເຈົ້າ​ຢູ່! ອັບຣາຮາມ​ໄດ້​ຕາຍ​ໄປ​ແລ້ວ ແລະ ບັນດາ​ຜູ້ທຳນວາຍ​ກໍ​ໄດ້​ຕາຍ​ໄປ​ແລ້ວ​ເໝືອນກັນ, ແຕ່​ເຈົ້າ​ມາ​ເວົ້າ​ວ່າ​ຜູ້ໃດ​ກໍ​ຕາມ​ປະຕິບັດ​ຕາມ​ຄຳ​ຂອງ​ເຈົ້າ​ຜູ້​ນັ້ນ​ຈະ​ບໍ່​ໄດ້​ຊິມ​ລົດ​ຄວາມຕາຍ​ຈັກເທື່ອ.


ເມື່ອ​ພຣະອົງ​ຖືກ​ຍົກ​ຂຶ້ນ​ສູ່​ເບື້ອງຂວາ​ມື​ຂອງ​ພຣະເຈົ້າ​ແລ້ວ ພຣະອົງ​ໄດ້​ຮັບ​ພຣະວິນຍານບໍລິສຸດເຈົ້າ​ຈາກ​ພຣະບິດາເຈົ້າ​ຕາມ​ສັນຍາ ແລະ ໄດ້​ເທ​ລົງ​ມາ ເໝືອນດັ່ງ​ທີ່​ພວກເຈົ້າ​ໄດ້​ເຫັນ ແລະ ໄດ້​ຍິນ​ຢູ່​ນີ້.


ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ ຢາໂຄບ, ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ​ມອບ​ສະຫງ່າລາສີ​ໃຫ້​ແກ່​ພຣະເຢຊູເຈົ້າ​ຜູ້ຮັບໃຊ້​ຂອງ​ພຣະອົງ ເຊິ່ງ​ທ່ານ​ທັງຫລາຍ​ໄດ້​ມອບ​ພຣະອົງ​ໃຫ້​ໄປ​ຖືກ​ຂ້າ ແລະ ໄດ້​ປະຕິເສດ​ພຣະອົງ​ຕໍ່ໜ້າ​ປີລາດ, ເຖິງ​ແມ່ນ​ວ່າ​ປີລາດ​ຕັ້ງໃຈ​ໄວ້​ແລ້ວ​ຈະ​ປ່ອຍ​ພຣະອົງ​ໄປ.


ດັ່ງນັ້ນ, ການລ່ວງລະເມີດ​ພຽງແຕ່​ເທື່ອ​ດຽວ​ສົ່ງ​ຜົນ​ໃຫ້​ຄົນ​ທັງຫລາຍ​ຖືກ​ລົງໂທດ​ຢ່າງໃດ ການກະທຳ​ອັນ​ຊອບທຳ​ພຽງແຕ່​ເທື່ອ​ດຽວ​ກໍ​ສົ່ງ​ຜົນ​ໃຫ້​ຄົນ​ທັງຫລາຍ​ຖືກ​ນັບ​ວ່າ​ເປັນ​ຜູ້ຊອບທຳ ແລະ ໄດ້​ຮັບ​ຊີວິດ​ຢ່າງນັ້ນ.


ແຕ່​ພຣະເຈົ້າ​ໄດ້​ສະແດງ​ຄວາມຮັກ​ຂອງ​ພຣະອົງ​ເອງ​ແກ່​ພວກເຮົາ​ທັງຫລາຍ​ຄື: ຂະນະ​ທີ່​ພວກເຮົາ​ຍັງ​ເປັນ​ຄົນບາບ​ຢູ່​ນັ້ນ ພຣະຄຣິດເຈົ້າ​ໄດ້​ຕາຍ​ເພື່ອ​ພວກເຮົາ.


ເພາະ​ສິ່ງ​ທີ່​ກົດບັນຍັດ​ເຮັດ​ບໍ່​ໄດ້ ເນື່ອງ​ຈາກ​ເນື້ອໜັງ​ເຮັດ​ໃຫ້​ອ່ອນແອ​ນັ້ນ​ພຣະເຈົ້າ​ກໍ​ໄດ້​ເຮັດ​ແລ້ວ ໂດຍ​ສົ່ງ​ພຣະບຸດ​ຂອງ​ພຣະອົງ​ເອງ​ມາ​ໃນ​ສະພາບ​ເໝືອນ​ກັບ​ມະນຸດ​ທີ່​ເປັນ​ຄົນບາບ ເພື່ອ​ເປັນ​ເຄື່ອງບູຊາ​ໄຖ່​ຄວາມບາບ ແລະ ດັ່ງນັ້ນ​ພຣະອົງ​ໄດ້​ຕັດສິນ​ລົງໂທດ​ຄວາມບາບ​ໃນ​ມະນຸດ​ທີ່​ເປັນ​ຄົນບາບ,


ພຣະອົງ​ຜູ້​ບໍ່​ໄດ້​ຫວງ​ພຣະບຸດ​ອົງ​ດຽວ​ຂອງ​ພຣະອົງ ແຕ່​ໄດ້​ມອບ​ພຣະບຸດ​ນັ້ນ​ໃຫ້​ແກ່​ພວກເຮົາ​ທຸກຄົນ ຖ້າ​ເປັນ​ຢ່າງນັ້ນ​ພຣະອົງ​ຈະ​ບໍ່​ເມດຕາ​ໃຫ້​ທຸກສິ່ງ​ແກ່​ພວກເຮົາ​ພ້ອມ​ກັບ​ພຣະບຸດ​ນັ້ນ​ບໍ?


ແລະ ພຣະອົງ​ໄດ້​ຕາຍ​ເພື່ອ​ຄົນ​ທັງປວງ ເຊິ່ງ​ບັນດາ​ຜູ້​ມີຊີວິດ​ຢູ່​ຈຶ່ງ​ບໍ່​ຄວນ​ຢູ່​ເພື່ອ​ຕົນເອງ​ອີກ​ຕໍ່ໄປ ແຕ່​ຢູ່​ເພື່ອ​ພຣະອົງ​ຜູ້​ໄດ້​ຕາຍ​ເພື່ອ​ພວກເຂົາ ແລະ ໄດ້​ເປັນຄືນມາ​ອີກ.


ພຣະເຈົ້າ​ໄດ້​ກະທຳ​ໃຫ້​ພຣະອົງ​ຜູ້​ປາດສະຈາກ​ຄວາມບາບ​ນັ້ນ​ໃຫ້​ມີ​ຄວາມບາບ​ເພື່ອ​ພວກເຮົາ, ເພື່ອ​ວ່າ​ໃນ​ພຣະອົງ​ພວກເຮົາ​ຈະ​ກາຍເປັນ​ຜູ້ຊອບທຳ​ຂອງ​ພຣະເຈົ້າ.


ແຕ່​ເມື່ອ​ເຖິງ​ເວລາ​ທີ່​ໄດ້​ກຳນົດ​ໄວ້​ມາເຖິງ, ພຣະເຈົ້າ​ໄດ້​ສົ່ງ​ພຣະບຸດ​ຂອງ​ພຣະອົງ​ມາ, ບັງເກີດ​ຈາກ​ແມ່ຍິງ, ເຊິ່ງ​ເກີດ​ພາຍໃຕ້​ກົດບັນຍັດ,


ຜູ້​ສະຫລະ​ພຣະອົງ​ເອງ​ເພື່ອ​ເປັນ​ຄ່າໄຖ່ບາບ​ສຳລັບ​ມະນຸດ​ທັງປວງ. ເຊິ່ງ​ບັດນີ້​ໄດ້​ເປັນ​ພະຍານ​ແລ້ວ​ໃນ​ເວລາ​ທີ່​ເໝາະສົມ.


ພຣະອົງ​ຮັກ​ຄວາມຊອບທຳ ແລະ ກຽດຊັງ​ຄວາມ​ຊົ່ວ, ເຫດສະນັ້ນ ພຣະເຈົ້າ​ຜູ້​ເປັນ​ພຣະເຈົ້າ​ຂອງ​ພຣະອົງ ຈຶ່ງ​ໄດ້​ຕັ້ງ​ພຣະອົງ​ໄວ້​ເໜືອ​ສະຫາຍ​ທັງປວງ​ຂອງ​ພຣະອົງ ດ້ວຍ​ການ​ເຈີມ​ພຣະອົງ​ດ້ວຍ​ນ້ຳມັນ​ແຫ່ງ​ຄວາມຊື່ນຊົມຍິນດີ”.


ເຫດສະນັ້ນ, ເມື່ອ​ພຣະຄຣິດເຈົ້າ​ເຂົ້າ​ມາ​ໃນ​ໂລກ ພຣະອົງ​ໄດ້​ກ່າວ​ວ່າ: “ເຄື່ອງບູຊາ ແລະ ຂອງຖວາຍ​ພຣະອົງ​ບໍ່​ຕ້ອງການ, ແຕ່​ພຣະອົງ​ໄດ້​ຈັດຕຽມ​ຮ່າງກາຍ​ໜຶ່ງ​ໄວ້​ສຳລັບ​ຂ້ານ້ອຍ.


ໂດຍ​ຄວາມເຊື່ອ​ເອນົກ​ຈຶ່ງ​ຖືກ​ຮັບ​ຂຶ້ນ​ໄປ​ຈາກ​ຊີວິດ​ນີ້, ເພື່ອ​ວ່າ​ເພິ່ນ​ຈະ​ບໍ່​ຕ້ອງ​ພົບ​ກັບ​ຄວາມຕາຍ​ຄື: “ຊອກຫາ​ເພິ່ນ​ບໍ່​ພົບ, ເພາະ​ພຣະເຈົ້າ​ໄດ້​ຮັບ​ເພິ່ນ​ໄປ​ແລ້ວ”. ເພາະ​ກ່ອນ​ທີ່​ເພິ່ນ​ຖືກ​ຮັບ​ໄປ, ເພິ່ນ​ໄດ້​ຮັບ​ການຍົກຍ້ອງ​ວ່າ​ເປັນ​ຜູ້​ທີ່​ພຣະເຈົ້າ​ພໍໃຈ.


ໃຫ້​ພວກເຮົາ​ປັກຕາ​ເບິ່ງ​ທີ່​ພຣະເຢຊູເຈົ້າ, ພຣະອົງ​ເປັນ​ຜູ້​ບຸກເບີກ​ຄວາມເຊື່ອ ແລະ ເປັນ​ຜູ້​ເຮັດໃຫ້​ຄວາມເຊື່ອ​ສົມບູນ. ເພາະ​ເຫັນ​ແກ່​ຄວາມຍິນດີ​ທີ່​ຕັ້ງ​ໄວ້​ຢູ່​ຕໍ່ໜ້າ​ພຣະອົງ ພຣະອົງ​ຈຶ່ງ​ໄດ້​ອົດທົນ​ຕໍ່​ໄມ້ກາງແຂນ ແລະ ບໍ່​ໃສ່ໃຈ​ໃນ​ຄວາມອັບອາຍ​ຂອງ​ໄມ້ກາງແຂນ ແລະ ໄດ້​ນັ່ງ​ລົງ​ທີ່​ເບື້ອງຂວາ​ຂອງ​ບັນລັງ​ຂອງ​ພຣະເຈົ້າ.


ພຣະອົງ​ເຮັດ​ພວກເຂົາ​ໃຫ້​ຕ່ຳ​ກວ່າ​ເທວະດາ​ພຽງ​ໜ້ອຍດຽວ​ເທົ່ານັ້ນ, ພຣະອົງ​ສວມ​ມົງກຸດ​ແຫ່ງ​ສະຫງ່າລາສີ ແລະ ກຽດຕິຍົດ​ໃຫ້​ແກ່​ພວກເຂົາ


ເຫດສະນັ້ນ ພຣະອົງ​ຈຶ່ງ​ສາມາດ​ຊ່ວຍ​ບັນດາ​ຜູ້​ທີ່​ມາ​ຫາ​ພຣະເຈົ້າ​ໂດຍ​ທາງ​ພຣະອົງ​ໄດ້​ຢ່າງ​ສົມບູນ ເພາະ​ພຣະອົງ​ມີຊີວິດ​ຢູ່​ເພື່ອ​ຈະ​ອ້ອນວອນ​ເພື່ອ​ພວກເຂົາ​ສະເໝີ.


ມະຫາ​ປະໂລຫິດ​ທຸກຄົນ​ໄດ້​ຮັບ​ການແຕ່ງຕັ້ງ​ໃຫ້​ຖວາຍ​ທັງ​ເຄື່ອງບູຊາ ແລະ ຂອງຖວາຍ, ດັ່ງນັ້ນ​ມະຫາ​ປະໂລຫິດ​ອົງ​ນີ້​ຈຳເປັນ​ຕ້ອງ​ມີ​ບາງ​ສິ່ງ​ທີ່​ຈະ​ຖວາຍ​ເໝືອນກັນ.


ໂດຍ​ທາງ​ພຣະອົງ​ພວກເຈົ້າ​ຈຶ່ງ​ເຊື່ອ​ໃນ​ພຣະເຈົ້າ ຜູ້​ບັນດານ​ໃຫ້​ພຣະຄຣິດເຈົ້າ​ເປັນຄືນມາຈາກຕາຍ ແລະ ມອບ​ສະຫງ່າລາສີ​ໃຫ້​ແກ່​ພຣະອົງ. ດັ່ງນັ້ນ​ແຫລະ ຄວາມເຊື່ອ ແລະ ຄວາມຫວັງ​ຂອງ​ພວກເຈົ້າ​ຈຶ່ງ​ຢູ່​ໃນ​ພຣະເຈົ້າ.


ພຣະອົງ​ເປັນ​ເຄື່ອງບູຊາ​ເພື່ອ​ລຶບລ້າງ​ບາບ​ຂອງ​ພວກເຮົາ​ທັງຫລາຍ ແລະ ບໍ່​ແມ່ນ​ພຽງ​ແຕ່​ເພື່ອ​ບາບ​ຂອງ​ພວກເຮົາ​ເທົ່ານັ້ນ​ແຕ່​ເພື່ອ​ບາບ​ຂອງ​ຄົນ​ທົ່ວ​ໂລກ​ດ້ວຍ.


ດວງຕາ​ຂອງ​ພຣະອົງ​ເໝືອນ​ແປວໄຟ ແລະ ເທິງ​ຫົວ​ພຣະອົງ​ມີ​ມົງກຸດ​ຫລາຍ​ອັນ. ມີ​ຊື່​ຈາລຶກ​ໄວ້​ເທິງ​ພຣະອົງ​ທີ່​ບໍ່​ມີ​ຜູ້ໃດ​ຮູ້​ຈັກ​ຊື່​ນັ້ນ​ເລີຍ​ນອກ​ຈາກ​ພຣະອົງ​ເອງ.


ແລະ ພວກເພິ່ນ​ໄດ້​ຮ້ອງເພງ​ບົດ​ໃໝ່​ວ່າ: “ພຣະອົງ​ສົມຄວນ​ທີ່​ຈະ​ຮັບ​ໜັງສືມ້ວນ ແລະ ເປີດ​ຕາປະທັບ​ຂອງ​ໜັງສືມ້ວນ​ອອກ, ເພາະ​ພຣະອົງ​ຖືກ​ຂ້າ​ແລ້ວ, ແລະ ດ້ວຍ​ເລືອດ​ຂອງ​ພຣະອົງ​ນັ້ນ​ພຣະອົງ​ໄດ້​ຊື້​ມະນຸດ​ທັງຫລາຍ​ຖວາຍ​ແກ່​ພຣະເຈົ້າ ຈາກ​ທຸກ​ຊົນເຜົ່າ ແລະ ທຸກ​ພາສາ, ທຸກຄົນ ແລະ ທຸກ​ຊົນຊາດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka