Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 2:8 - ພຣະຄຳພີລາວສະບັບສະໄໝໃໝ່

8 ແລະ ວາງ​ທຸກສິ່ງ​ຢູ່​ໃຕ້​ຕີນ​ຂອງ​ພວກເຂົາ”. ໃນ​ການ​ທີ່​ພຣະອົງ​ເຮັດ​ໃຫ້​ທຸກສິ່ງ​ຢູ່​ພາຍໃຕ້​ອຳນາດ​ຂອງ​ເພິ່ນ​ນັ້ນ ພຣະເຈົ້າ​ບໍ່​ໃຫ້​ມີ​ສິ່ງໃດ​ເລີຍ​ທີ່​ບໍ່​ຢູ່​ພາຍໃຕ້​ອຳນາດ​ຂອງ​ເພິ່ນ. ແຕ່​ໃນ​ຂະນະ​ນີ້​ພວກເຮົາ​ຍັງ​ບໍ່​ເຫັນ​ວ່າ​ທຸກສິ່ງ​ຢູ່​ພາຍໃຕ້​ອຳນາດ​ຂອງ​ເພິ່ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

8 ໄດ້​ຊົງ​ປາບ​ສິ່ງ​ທັງປວງ ໃຫ້​ຢູ່​ພາຍໃຕ້​ຕີນ​ຂອງ​ເພິ່ນ.” ໃນ​ການ​ທີ່​ພຣະອົງ​ໄດ້​ຊົງ​ມອບ​ສິ່ງ​ທັງປວງ​ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ເພິ່ນ​ນັ້ນ ບໍ່ມີ​ສິ່ງໃດ​ທີ່​ຊົງ​ປະ​ໄວ້ ນອກ​ເໜືອ​ຈາກ​ອຳນາດ​ຂອງ​ເພິ່ນ ແຕ່​ບັດນີ້ ພວກເຮົາ​ຍັງ​ບໍ່​ເຫັນ​ວ່າ​ສິ່ງ​ທັງປວງ​ຢູ່​ໃຕ້​ອຳນາດ​ຂອງ​ເພິ່ນ.

Uka jalj uñjjattʼäta Copia luraña




ເຮັບເຣີ 2:8
19 Jak'a apnaqawi uñst'ayäwi  

ແລ້ວ​ພຣະເຢຊູເຈົ້າ​ເຂົ້າ​ມາ​ຫາ​ພວກເພິ່ນ ແລະ ກ່າວ​ວ່າ, “ສິດອຳນາດ​ທັງໝົດ​ໃນ​ສະຫວັນ ແລະ ໃນ​ແຜ່ນດິນໂລກ​ໄດ້​ມອບ​ໃຫ້​ແກ່​ເຮົາ​ແລ້ວ.


ພຣະເຢຊູເຈົ້າ​ຮູ້​ວ່າ​ພຣະບິດາເຈົ້າ​ໄດ້​ມອບ​ທຸກ​ສິ່ງ​ໄວ້​ໃຕ້​ອຳນາດ​ຂອງ​ພຣະອົງ ແລະ ຮູ້​ວ່າ​ພຣະອົງ​ມາ​ຈາກ​ພຣະເຈົ້າ ແລະ ກຳລັງ​ກັບ​ເມືອ​ຫາ​ພຣະເຈົ້າ.


ພຣະບິດາ​ຮັກ​ພຣະບຸດ ແລະ ມອບ​ທຸກສິ່ງ​ໄວ້​ໃນ​ມື​ຂອງ​ພຣະບຸດ.


ເພາະ​ພຣະອົງ “ໄດ້​ວາງ​ທຸກສິ່ງ​ຢູ່​ໃຕ້​ຕີນ​ຂອງ​ພຣະອົງ​ແລ້ວ”. ບັດນີ້​ເມື່ອ​ກ່າວ​ວ່າ “ທຸກສິ່ງ” ໄດ້​ຖືກ​ວາງ​ໄວ້​ພາຍໃຕ້​ພຣະອົງ​ນັ້ນ, ກໍ​ເປັນ​ທີ່​ຈະແຈ້ງ​ແລ້ວ​ວ່າ​ບໍ່​ໄດ້​ລວມ​ທັງ​ພຣະເຈົ້າ​ເອງ, ຜູ້​ວາງ​ທຸກສິ່ງ​ຢູ່​ພາຍໃຕ້​ພຣະຄຣິດເຈົ້າ.


ມີ​ເທວະດາ​ຕົນ​ໃດ​ແດ່​ທີ່​ພຣະເຈົ້າ​ເຄີຍ​ກ່າວ​ວ່າ, “ຈົ່ງ​ນັ່ງ​ທີ່​ເບື້ອງຂວາ​ມື​ຂອງ​ເຮົາ ຈົນກວ່າ​ເຮົາ​ຈະ​ເຮັດ​ໃຫ້​ສັດຕູ​ຂອງ​ທ່ານ ເປັນ​ບ່ອນຮອງຕີນ​ຂອງ​ທ່ານ”?


ແຕ່​ໃນ​ຍຸກ​ສຸດທ້າຍ​ນີ້​ພຣະອົງ​ໄດ້​ກ່າວ​ກັບ​ພວກເຮົາ​ທັງຫລາຍ​ໂດຍ​ພຣະບຸດ​ຂອງ​ພຣະອົງ, ຜູ້​ທີ່​ພຣະອົງ​ໄດ້​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ຮັບມໍລະດົກ​ທຸກ​ສິ່ງ ແລະ ໄດ້​ສ້າງ​ຈັກກະວານ​ໂດຍ​ພຣະບຸດ​ນີ້.


ພຣະອົງ​ບໍ່​ໄດ້​ຕັ້ງ​ບັນດາ​ເທວະດາ​ໃຫ້​ປົກຄອງ​ເບິ່ງແຍງ​ໂລກ​ໃນ​ອະນາຄົດ ເຊິ່ງ​ພວກເຮົາ​ກຳລັງ​ກ່າວ​ເຖິງ.


ຜູ້​ທີ່​ໄດ້​ເຂົ້າ​ໃນ​ສະຫວັນ ແລະ ບັດນີ້​ກໍ​ນັ່ງ​ຢູ່​ທີ່​ເບື້ອງຂວາ​ມື​ຂອງ​ພຣະເຈົ້າ​ໂດຍ​ມີ​ບັນດາ​ເທວະດາ, ຜູ້ມີອຳນາດ ແລະ ອຳນາດ​ທີ່​ຢູ່​ໃຕ້​ພຣະອົງ.


ເຮົາ​ເປັນ​ອົງ​ຜູ້​ດຳລົງ​ຊີວິດ​ຢູ່; ເຮົາ​ໄດ້​ຕາຍ​ແລ້ວ ແລະ ບັດນີ້ ເບິ່ງ​ແມ, ເຮົາ​ຍັງ​ມີຊີວິດ​ຢູ່​ຕະຫລອດໄປ​ເປັນນິດ! ແລະ ເຮົາ​ຖື​ກະແຈ​ແຫ່ງ​ຄວາມຕາຍ ແລະ ແດນມໍລະນາ.


ແລະ ຈາກ​ພຣະເຢຊູຄຣິດເຈົ້າ​ຜູ້​ເປັນ​ພະຍານ​ທີ່​ສັດຊື່, ຜູ້​ເປັນ​ບຸດກົກ​ຈາກ​ບັນດາ​ຄົນຕາຍ ແລະ ເປັນ​ຜູ້ປົກຄອງ​ເໜືອ​ກະສັດ​ທັງຫລາຍ​ຂອງ​ໂລກ. ແດ່​ພຣະອົງ​ຜູ້​ຮັກ​ພວກເຮົາ​ທັງຫລາຍ ແລະ ໄດ້​ປົດປ່ອຍ​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມບາບ​ຂອງ​ພວກເຮົາ​ໂດຍ​ໂລຫິດ​ຂອງ​ພຣະອົງ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka