ເຮັບເຣີ 2:4 - ພຣະຄຳພີລາວສະບັບສະໄໝໃໝ່4 ພຣະເຈົ້າຍັງໄດ້ເປັນພະຍານເຖິງສິ່ງເຫລົ່ານີ້ໂດຍໝາຍສຳຄັນ, ການອັດສະຈັນ ແລະ ການປະຕິຫານຕ່າງໆ ແລະ ໂດຍຂອງປະທານແຫ່ງພຣະວິນຍານບໍລິສຸດເຈົ້າທີ່ໃຫ້ຕາມປະສົງຂອງພຣະອົງ. Uka jalj uñjjattʼätaພຣະຄຳພີສັກສິ4 ພຣະເຈົ້າກໍຍັງຊົງເປັນພະຍານຮ່ວມກັນກັບພວກເຂົາ ໂດຍຊົງສຳແດງໝາຍສຳຄັນ, ການອັດສະຈັນ, ການອິດທິຣິດຕ່າງໆ ແລະໂດຍຂອງປະທານຈາກພຣະວິນຍານບໍຣິສຸດເຈົ້າ ຊຶ່ງຊົງປະທານຕາມນໍ້າພຣະໄທຂອງພຣະອົງ. Uka jalj uñjjattʼäta |
ກໍຂໍໃຫ້ພວກທ່ານ ແລະ ປະຊາຊົນອິດສະຣາເອນທັງໝົດໄດ້ຮູ້ວ່າ: ສິ່ງນີ້ເປັນໄປໂດຍນາມຂອງພຣະເຢຊູຄຣິດເຈົ້າຊາວນາຊາເຣັດ ທີ່ພວກທ່ານທັງຫລາຍໄດ້ຄຶງໄວ້ທີ່ໄມ້ກາງແຂນ ແຕ່ພຣະເຈົ້າໄດ້ບັນດານໃຫ້ພຣະອົງເປັນຄືນມາຈາກຕາຍແລ້ວ, ໂດຍນາມຂອງພຣະອົງນັ້ນເອງ ຊາຍຜູ້ທີ່ຢືນຢູ່ຕໍ່ໜ້າພວກທ່ານນີ້ຈຶ່ງໄດ້ຮັບການຮັກສາໃຫ້ຫາຍດີ.