Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 2:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ເພາະ​ໃນ​ເມື່ອ​ຖ້ອຍຄຳ​ທີ່​ພຣະເຈົ້າ​ໄດ້​ກ່າວ​ຜ່ານທາງ​ບັນດາ​ເທວະດາ​ຍັງ​ຜູກມັດ ແລະ ການລະເມີດ​ກັບ​ການບໍ່ເຊື່ອຟັງ​ໃນ​ຄວາມຈິງ​ທຸກຢ່າງ​ຍັງ​ໄດ້​ຮັບ​ການລົງໂທດ​ຢ່າງ​ຍຸຕິທຳ

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ດ້ວຍວ່າ, ຖ້ອຍຄຳ ຊຶ່ງ​ບັນດາ​ເທວະດາ​ໄດ້​ກ່າວ​ມາ​ນັ້ນ ເປັນ​ຄວາມຈິງ ແລະ​ຜູ້ໃດ​ທີ່​ບໍ່​ເຊື່ອຟັງ​ແລະ​ບໍ່​ປະຕິບັດ​ຕາມ ກໍໄດ້​ຮັບ​ໂທດ​ຕາມ​ຄວາມ​ຍຸດຕິທຳ​ແລ້ວ.

Uka jalj uñjjattʼäta Copia luraña




ເຮັບເຣີ 2:2
29 Jak'a apnaqawi uñst'ayäwi  

ພວກເຈົ້າ​ທັງຫລາຍ​ເປັນ​ຜູ້​ໄດ້​ຮັບ​ກົດບັນຍັດ​ທີ່​ໄດ້​ມອບ​ໃຫ້​ຜ່ານທາງ​ເທວະດາ ແຕ່​ບໍ່​ໄດ້​ເຊື່ອຟັງ​ກົດບັນຍັດ​ນັ້ນ​ເລີຍ”.


ຖ້າ​ດັ່ງນັ້ນ​ແລ້ວ, ກົດບັນຍັດ​ມີ​ໄວ້​ເພື່ອ​ຫຍັງ? ການ​ທີ່​ມີ​ກົດບັນຍັດ​ເພີ່ມ​ຂຶ້ນ ກໍ​ເພາະວ່າ​ມີ​ການລ່ວງລະເມີດ​ຕ່າງໆ​ຈົນ​ກວ່າ​ລູກຫລານ​ຜູ້​ທີ່​ສັນຍາ​ລະບຸ​ໄວ້​ຈະ​ມາ. ກົດບັນຍັດ​ໄດ້​ຖືກ​ມອບ​ໃຫ້​ໂດຍ​ຜ່ານ​ທາງ​ບັນດາ​ເທວະດາ ແລະ ໄດ້​ມອບໝາຍ​ໃຫ້​ຄົນກາງ.


ໃນ​ອະດີດ​ພຣະເຈົ້າ​ໄດ້​ກ່າວ​ກັບ​ບັນພະບຸລຸດ​ຂອງ​ພວກເຮົາ​ຜ່ານທາງ​ຜູ້ທຳນວາຍ​ຫລາຍ​ເທື່ອ ແລະ ໂດຍ​ວິທີການ​ຕ່າງໆ,


ຄົນ​ໃດ​ທີ່​ປະຕິເສດ​ກົດບັນຍັດ​ຂອງ​ໂມເຊ ຖ້າ​ມີ​ພະຍານ​ສອງ ຫລື ສາມ​ຄົນ​ກໍ​ຈະ​ຕ້ອງ​ຕາຍ​ໂດຍ​ປາດສະຈາກ​ຄວາມເມດຕາ.


ດັ່ງນັ້ນ ຢ່າ​ປະຖິ້ມ​ຄວາມຫມັ້ນໃຈ​ຂອງ​ພວກເຈົ້າ, ສິ່ງ​ນີ້​ຈະ​ນຳ​ບຳເໜັດ​ອັນ​ຍິ່ງໃຫຍ່​ມາ.


ເພິ່ນ​ຖື​ວ່າ​ການ​ອັບອາຍຂາຍໜ້າ​ເພື່ອ​ພຣະຄຣິດເຈົ້າ​ນັ້ນ ກໍ​ມີ​ຄ່າ​ຫລາຍ​ກວ່າ​ຊັບສົມບັດ​ທັງຫລາຍ​ຂອງ​ເອຢິບ, ເພາະວ່າ​ເພິ່ນ​ເບິ່ງ​ໄປ​ຂ້າງໜ້າ​ທີ່​ບຳເໜັດ​ຂອງ​ເພິ່ນ.


ແລະ ຖ້າ​ບໍ່​ມີ​ຄວາມເຊື່ອ​ກໍ​ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ເຮັດ​ໃຫ້​ພຣະເຈົ້າ​ພໍໃຈ, ເພາະວ່າ​ທຸກ​ຄົນ​ທີ່​ຈະ​ມາ​ຫາ​ພຣະເຈົ້າ​ນັ້ນ​ຕ້ອງ​ເຊື່ອ​ວ່າ​ພຣະອົງ​ມີ​ຊີວິດ​ຢູ່ ແລະ ພຣະອົງ​ໃຫ້​ລາງວັນ​ແກ່​ບັນດາ​ຜູ້​ທີ່​ສະແຫວງຫາ​ພຣະອົງ​ຢ່າງ​ຈິງຈັງ.


ຈົ່ງ​ລະວັງ​ຢ່າ​ປະຕິເສດ​ພຣະອົງ​ຜູ້​ກ່າວ​ຢູ່​ນັ້ນ. ຖ້າ​ພວກເຂົາ​ຍັງ​ໜີ​ບໍ່​ພົ້ນ​ເມື່ອ​ປະຕິເສດ​ພຣະອົງ​ຜູ້​ກ່າວ​ເຕືອນ​ພວກເຂົາ​ໃນ​ໂລກ​ນີ້, ພວກເຮົາ​ຍິ່ງ​ຈະ​ໜີ​ບໍ່​ພົ້ນ​ຖ້າ​ພວກເຮົາ​ຫັນໜີ​ຈາກ​ພຣະອົງ​ຜູ້​ເຕືອນ​ພວກເຮົາ​ຈາກ​ສະຫວັນ?


ພວກເຮົາ​ມີ​ຖ້ອຍຄຳ​ຂອງ​ການທຳນວາຍ​ເໝືອນກັນ ເຊິ່ງ​ເປັນ​ສິ່ງ​ທີ່​ເຊື່ອຖືໄດ້​ຢ່າງ​ຄົບຖ້ວນ, ຈະ​ເປັນ​ເລື່ອງ​ດີ​ຖ້າ​ພວກເຈົ້າ​ເອົາໃຈໃສ່​ຖ້ອຍຄຳ​ເຫລົ່ານີ້ ເໝືອນ​ແສງສະຫວ່າງ​ທີ່​ສ່ອງ​ໃນ​ບ່ອນ​ມືດ​ຈົນ​ກວ່າ​ຈະ​ເຖິງ​ວັນ​ຮຸ່ງເຊົ້າ ແລະ ດາວ​ແຫ່ງ​ອາລຸນ​ຍາມເຊົ້າ​ຈະ​ປາກົດ​ຂຶ້ນ​ໃນ​ໃຈ​ຂອງ​ພວກເຈົ້າ.


ເຖິງແມ່ນວ່າ​ພວກເຈົ້າ​ຮູ້​ຂໍ້ຄວາມ​ເຫລົ່ານີ້​ໝົດ​ແລ້ວ ເຮົາ​ກໍ​ຍັງ​ຢາກ​ເຕືອນ​ພວກເຈົ້າ​ໃຫ້​ລະນຶກ​ວ່າ​ອົງພຣະຜູ້ເປັນເຈົ້າ​ໄດ້​ປົດປ່ອຍ​ຄົນ​ຂອງ​ພຣະອົງ​ອອກຈາກ​ເອຢິບ ແຕ່​ຕໍ່ມາ​ກໍ​ທຳລາຍ​ບັນດາ​ຜູ້​ທີ່​ບໍ່​ເຊື່ອ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka