Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 2:16 - ພຣະຄຳພີລາວສະບັບສະໄໝໃໝ່

16 ເພາະ​ແນ່ນອນ​ວ່າ ພຣະອົງ​ບໍ່​ໄດ້​ຊ່ວຍ​ບັນດາ​ເທວະດາ, ແຕ່​ຊ່ວຍ​ເຊື້ອສາຍ​ຂອງ​ອັບຣາຮາມ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

16 ເປັນ​ສິ່ງ​ຈະແຈ້ງ​ວ່າ ພຣະອົງ​ບໍ່ໄດ້​ຊົງ​ເປັນຫ່ວງ​ນຳ​ຝູງ​ເທວະດາ ແຕ່​ພຣະອົງ​ໄດ້​ເປັນຫ່ວງ​ນຳ​ເຊື້ອສາຍ​ຂອງ​ອັບຣາຮາມ.

Uka jalj uñjjattʼäta Copia luraña




ເຮັບເຣີ 2:16
11 Jak'a apnaqawi uñst'ayäwi  

ການ​ຮັບພິທີຕັດ​ນັ້ນ​ກໍ​ມີ​ປະໂຫຍດ​ແທ້​ຖ້າ​ພວກເຈົ້າ​ຮັກສາ​ກົດບັນຍັດ, ແຕ່​ຖ້າ​ພວກເຈົ້າ​ລ່ວງລະເມີດ​ກົດບັນຍັດ ການ​ທີ່​ພວກເຈົ້າ​ຮັບພິທີຕັດ​ນັ້ນ​ກໍ​ເໝືອນ​ບໍ່​ໄດ້​ຮັບ​ເລີຍ.


ສັນຍາ​ຕ່າງໆ​ທີ່​ພຣະເຈົ້າ​ໄດ້​ເຮັດ​ໄວ້​ກັບ​ອັບຣາຮາມ ແລະ ລູກຫລານ​ຂອງ​ເພິ່ນ. ພຣະຄຳພີ​ບໍ່​ໄດ້​ກ່າວ​ວ່າ “ແກ່​ບັນດາ​ລູກຫລານ” ເຊິ່ງ​ໝາຍເຖິງ​ຄົນ​ຈຳນວນ​ຫລາຍ, ແຕ່​ກ່າວ​ວ່າ “ແກ່​ລູກຫລານ​ຂອງ​ເຈົ້າ” ເຊິ່ງ​ໝາຍ​ເຖິງ​ພຽງ​ຜູ້​ດຽວ, ຄື​ພຣະຄຣິດເຈົ້າ.


ຖ້າ​ພວກເຈົ້າ​ເປັນ​ຂອງ​ພຣະຄຣິດເຈົ້າ​ແລ້ວ, ພວກເຈົ້າ​ກໍ​ເປັນ​ເຜົ່າພັນ​ຂອງ​ອັບຣາຮາມ ແລະ ເປັນ​ຜູ້​ຮັບ​ມໍລະດົກ​ຕາມ​ສັນຍາ.


ພໍ່​ຂອງ​ພວກເຮົາ​ຕີສອນ​ພວກເຮົາ​ໃນ​ຂະນະ​ໜຶ່ງ​ຕາມ​ທີ່​ພວກເພິ່ນ​ຄິດ​ເຫັນ​ວ່າ​ດີ​ທີ່ສຸດ. ແຕ່​ພຣະເຈົ້າ​ຕີສອນ​ພວກເຮົາ​ເພື່ອ​ຜົນປະໂຫຍດ​ຂອງ​ພວກເຮົາ ເພື່ອ​ພວກເຮົາ​ຈະ​ໄດ້​ມີ​ສ່ວນ​ໃນ​ຄວາມບໍລິສຸດ​ຂອງ​ພຣະອົງ.


ແລະ ປົດປ່ອຍ​ບັນດາ​ຜູ້​ທີ່​ຕົກ​ເປັນ​ຂ້າທາດ​ຕະຫລອດ​ຊີວິດ​ເນື່ອງຈາກ​ການ​ຢ້ານ​ຄວາມຕາຍ​ຂອງ​ພວກເຂົາ.


ດ້ວຍ​ເຫດ​ນີ້ ພຣະອົງ​ຈຶ່ງ​ຕ້ອງ​ເປັນ​ເໝືອນ​ກັບ​ພວກເຂົາ, ເປັນ​ມະນຸດ​ໂດຍ​ສົມບູນ​ໃນ​ທຸກ​ດ້ານ ເພື່ອ​ພຣະອົງ​ຈະ​ໄດ້​ກາຍເປັນ​ມະຫາ​ປະໂລຫິດ​ຜູ້​ເຕັມ​ດ້ວຍ​ຄວາມ​ເມດຕາ ແລະ ຄວາມ​ສັດຊື່​ໃນ​ການຮັບໃຊ້​ພຣະເຈົ້າ ແລະ ເພື່ອ​ພຣະອົງ​ຈະ​ໄດ້​ຊົດໃຊ້​ຄວາມບາບ​ຂອງ​ຄົນ​ທັງຫລາຍ.


ມະນຸດ​ນັ້ນ​ສາບານ​ໂດຍ​ອ້າງ​ເຖິງ​ຜູ້​ທີ່​ຍິ່ງໃຫຍ່​ກວ່າ​ຕົນ ແລະ ຄຳສາບານ​ກໍ​ຢືນຢັນ​ສິ່ງ​ທີ່​ກ່າວ ແລະ ເຮັດ​ໃຫ້​ການໂຕ້ຖຽງ​ທັງໝົດ​ຈົບ​ລົງ.


ພຣະອົງ​ໄດ້​ເລືອກ​ພຣະຄຣິດເຈົ້າ​ໄວ້​ຕັ້ງແຕ່​ກ່ອນ​ສ້າງ​ໂລກ ແຕ່​ໄດ້​ໃຫ້​ພຣະຄຣິດເຈົ້າ​ປາກົດ​ໃນ​ວາລະ​ສຸດທ້າຍ​ນີ້​ເພື່ອ​ເຫັນແກ່​ພວກເຈົ້າ​ທັງຫລາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka