ເຮັບເຣີ 13:7 - ພຣະຄຳພີລາວສະບັບສະໄໝໃໝ່7 ຈົ່ງລະນຶກເຖິງບັນດາຜູ້ນຳຂອງພວກເຈົ້າ ຜູ້ທີ່ໄດ້ກ່າວພຣະຄຳຂອງພຣະເຈົ້າແກ່ພວກເຈົ້າ. ຈົ່ງພິຈາລະນາເບິ່ງຜົນຂອງວິຖີຊີວິດຂອງພວກເພິ່ນເຫລົ່ານັ້ນແລ້ວປະຕິບັດຕາມແບບຢ່າງຄວາມເຊື່ອຂອງພວກເພິ່ນ. Uka jalj uñjjattʼätaພຣະຄຳພີສັກສິ7 ຈົ່ງລະນຶກເຖິງພວກຜູ້ນຳຂອງພວກເຈົ້າ ຄືຜູ້ທີ່ໄດ້ປະກາດພຣະທຳແກ່ພວກເຈົ້າ. ຈົ່ງພິຈາລະນາເບິ່ງຜົນສຸດທ້າຍແຫ່ງຊີວິດຂອງພວກເພິ່ນ ແລະຈົ່ງປະຕິບັດຕາມແບບຢ່າງຄວາມເຊື່ອຂອງພວກເພິ່ນ. Uka jalj uñjjattʼäta |
ບໍ່ມີການທົດລອງໃດໆເກີດຂຶ້ນກັບພວກເຈົ້າທັງຫລາຍ ນອກຈາກການທົດລອງທີ່ເກີດຂຶ້ນກັບມະນຸດທົ່ວໄປ. ແລະ ພຣະເຈົ້າສັດຊື່; ພຣະອົງຈະບໍ່ປ່ອຍໃຫ້ພວກເຈົ້າຖືກທົດລອງເກີນກວ່າສິ່ງພວກເຈົ້າຈະທົນໄດ້. ແຕ່ເມື່ອພວກເຈົ້າຖືກທົດລອງ ພຣະອົງຈະໃຫ້ພວກເຈົ້າມີທາງອອກດ້ວຍ ເພື່ອພວກເຈົ້າຈະສາມາດອົດທົນຕໍ່ການທົດລອງນັ້ນໄດ້.
ແລະ ພວກເຮົາໄດ້ຂອບພຣະຄຸນພຣະເຈົ້າຢູ່ສະເໝີ ເພາະເມື່ອພວກເຈົ້າໄດ້ຮັບເອົາພຣະຄຳຂອງພຣະເຈົ້າ ເຊິ່ງພວກເຈົ້າໄດ້ຍິນຈາກພວກເຮົານັ້ນ ພວກເຈົ້າບໍ່ໄດ້ຮັບໄວ້ເໝືອນດັ່ງເປັນຖ້ອຍຄຳຂອງມະນຸດຜູ້ໜຶ່ງ ແຕ່ໄດ້ຮັບໄວ້ຕາມທີ່ເປັນຈິງຄື ເປັນພຣະຄຳຂອງພຣະເຈົ້າທີ່ກຳລັງທຳງານຢູ່ພາຍໃນພວກເຈົ້າທັງຫລາຍທີ່ເຊື່ອ.
ຖ້າຜູ້ໃດຈະກ່າວ, ພວກເຂົາກໍຄວນເຮັດເໝືອນເປັນຜູ້ກ່າວພຣະຄຳຂອງພຣະເຈົ້າ. ຖ້າຜູ້ໃດຈະຮັບໃຊ້, ພວກເຂົາກໍຄວນເຮັດດ້ວຍກຳລັງທີ່ພຣະເຈົ້າໃຫ້, ເພື່ອວ່າພຣະເຈົ້າຈະໄດ້ຮັບການສັນລະເສີນໃນທຸກສິ່ງໂດຍຜ່ານທາງພຣະເຢຊູຄຣິດເຈົ້າ. ຂໍໃຫ້ສະຫງ່າລາສີ ແລະ ລິດອຳນາດຈົ່ງມີແກ່ພຣະອົງຕະຫລອດໄປເປັນນິດ. ອາແມນ.
ຂ້າພະເຈົ້າໄດ້ເຫັນບັນລັງຕ່າງໆ ຜູ້ທີ່ນັ່ງຢູ່ເທິງບັນລັງນັ້ນຄືບັນດາຜູ້ໄດ້ຮັບສິດອຳນາດໃຫ້ພິພາກສາ. ແລະ ຂ້າພະເຈົ້າໄດ້ເຫັນຈິດວິນຍານຂອງບັນດາຄົນທັງຫລາຍທີ່ຖືກຕັດຫົວເພາະເປັນພະຍານເລື່ອງພຣະເຢຊູເຈົ້າ ແລະ ເພາະພຣະທຳຂອງພຣະເຈົ້າ. ພວກເຂົາບໍ່ໄດ້ຂາບໄຫວ້ສັດຮ້າຍ ຫລື ຮູບຈຳລອງຂອງມັນ ແລະ ບໍ່ໄດ້ຮັບເຄື່ອງໝາຍຂອງມັນໄວ້ທີ່ໜ້າຜາກ ຫລື ທີ່ມື. ພວກເຂົາໄດ້ກັບຄືນມາມີຊີວິດ ແລະ ຄອບຄອງຮ່ວມກັບພຣະຄຣິດເຈົ້າໜຶ່ງພັນປີ.