Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 13:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ຈົ່ງ​ສືບຕໍ່​ລະນຶກ​ເຖິງ​ບັນດາ​ຜູ້​ທີ່​ຖືກ​ຂັງຄຸກ​ຢູ່​ເໝືອນ​ກັບ​ວ່າ​ພວກເຈົ້າ​ໄດ້​ຖືກ​ຂັງຄຸກ​ຮ່ວມ​ກັນ​ກັບ​ພວກເຂົາ​ດ້ວຍ ແລະ ຈົ່ງ​ລະນຶກ​ເຖິງ​ບັນດາ​ຄົນ​ທີ່​ຖືກ​ຂົ່ມເຫັງ​ເໝືອນ​ກັບ​ວ່າ​ພວກເຈົ້າ​ເອງ​ກຳລັງ​ທຸກທໍລະມານ​ຢູ່.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ຈົ່ງ​ລະນຶກເຖິງ​ບັນດາ​ຜູ້​ທີ່​ຖືກ​ລ່າມໂສ້ ເໝືອນ​ກັບ​ວ່າ​ພວກເຈົ້າ​ກໍ​ຖືກ​ລ່າມໂສ້​ເໝືອນ​ກັບ​ພວກເຂົາ​ດ້ວຍ. ຈົ່ງ​ລະນຶກເຖິງ​ບັນດາ​ຜູ້​ທີ່​ຖືກ​ຂົ່ມເຫັງ ເພາະວ່າ​ພວກເຈົ້າ​ກໍ​ມີ​ຮ່າງກາຍ​ເໝືອນກັນ.

Uka jalj uñjjattʼäta Copia luraña




ເຮັບເຣີ 13:3
19 Jak'a apnaqawi uñst'ayäwi  

ເຮົາ​ຕ້ອງການ​ເຄື່ອງນຸ່ງຫົ່ມ ພວກເຈົ້າ​ກໍ​ເອົາ​ໃຫ້​ເຮົາ​ນຸ່ງຫົ່ມ, ເມື່ອ​ເຮົາ​ເຈັບປ່ວຍ​ພວກເຈົ້າ​ກໍ​ໄດ້​ເບິ່ງແຍງ​ເຮົາ, ເຮົາ​ຢູ່​ໃນ​ຄຸກ​ພວກເຈົ້າ​ກໍ​ໄດ້​ມາ​ຢ້ຽມຢາມ​ເຮົາ’.


ເມື່ອ​ເຮົາ​ເປັນ​ຄົນແປກໜ້າ​ມາ ພວກເຈົ້າ​ກໍ​ບໍ່​ໄດ້​ຕ້ອນຮັບ​ເຮົາ​ໄວ້, ເມື່ອ​ເຮົາ​ຕ້ອງການ​ເຄື່ອງນຸ່ງຫົ່ມ ພວກເຈົ້າ​ກໍ​ບໍ່​ໄດ້​ເອົາ​ໃຫ້​ເຮົາ​ນຸ່ງຫົ່ມ, ເມື່ອ​ເຮົາ​ເຈັບປ່ວຍ ແລະ ຢູ່​ໃນ​ຄຸກ ພວກເຈົ້າ​ກໍ​ບໍ່​ໄດ້​ມາ​ຢ້ຽມຢາມ​ເຮົາ’.


ເຟລິກ​ໄດ້​ສັ່ງ​ນາຍຮ້ອຍ​ໃຫ້​ເຝົ້າ​ໂປໂລ ແຕ່​ຜ່ອນຜັນ​ໃຫ້​ມີ​ອິດສະຫລະ ແລະ ອະນຸຍາດ​ໃຫ້​ເພື່ອນ​ຂອງ​ໂປໂລ​ເບິ່ງແຍງ​ຊ່ວຍເຫລືອ​ເພິ່ນ​ໃນ​ສິ່ງ​ທີ່​ຈຳເປັນ.


ວັນ​ຕໍ່ມາ ພວກເຮົາ​ຈອດ​ທີ່​ເມືອງ​ຊີໂດນ; ຝ່າຍ​ຢູລີໂອ ມີ​ຄວາມເມດຕາ​ຕໍ່​ໂປໂລ ຈຶ່ງ​ອະນຸຍາດ​ໃຫ້​ເພິ່ນ​ໄປ​ຫາ​ເພື່ອນ​ຂອງ​ເພິ່ນ​ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຈັດຫາ​ສິ່ງ​ທີ່​ຈຳເປັນ​ໃຫ້​ແກ່​ເພິ່ນ.


ຈົ່ງ​ຊື່ນຊົມຍິນດີ​ຮ່ວມ​ກັບ​ຜູ້​ທີ່​ຊື່ນຊົມຍິນດີ ຈົ່ງ​ຮ້ອງໄຫ້​ຮ່ວມ​ກັບ​ຜູ້​ທີ່​ຮ້ອງໄຫ້.


ຖ້າ​ອະໄວຍະວະ​ໜຶ່ງ​ເຈັບ ທຸກ​ອະໄວຍະວະ​ກໍ​ເຈັບ​ດ້ວຍ​ກັນ; ຖ້າ​ອະໄວຍະວະ​ໜຶ່ງ​ໄດ້​ຮັບ​ກຽດ ທຸກ​ອະໄວຍະວະ​ກໍ​ຊື່ນຊົມຍິນດີ​ດ້ວຍ​ກັນ.


ດັ່ງນັ້ນ, ເຮົາ​ຜູ້​ເປັນ​ນັກໂທດ​ເພື່ອ​ອົງພຣະຜູ້ເປັນເຈົ້າ​ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ໃຫ້​ດຳເນີນຊີວິດ​ສົມ​ກັບ​ການ​ເອີ້ນ​ທີ່​ພວກເຈົ້າ​ໄດ້​ຮັບ.


ເຮົາ​ໂປໂລ ຂຽນ​ຄຳທັກທາຍ​ດ້ວຍ​ມື​ຂອງ​ເຮົາ​ເອງ. ຂໍ​ໃຫ້​ລະນຶກ​ເຖິງ​ໂສ້​ຂອງ​ເຮົາ​ດ້ວຍ. ຂໍ​ໃຫ້​ພຣະຄຸນ​ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ.


ພວກເຈົ້າ​ທົນທຸກ​ກັບ​ບັນດາ​ຜູ້​ທີ່​ຢູ່​ໃນ​ຄຸກ ແລະ ເມື່ອ​ຖືກ​ຢຶດ​ຊັບສິນ​ພວກເຈົ້າ​ກໍ​ຍອມຮັບ​ດ້ວຍ​ຄວາມຍິນດີ ເພາະ​ພວກເຈົ້າ​ຮູ້​ວ່າ​ພວກເຈົ້າ​ເອງ​ມີ​ຊັບສິນ​ທີ່​ດີ​ກວ່າ ແລະ ຍືນຍົງ​ກວ່າ.


ພວກເພິ່ນ​ຖືກ​ແກວ່ງ​ກ້ອນຫີນ​ໃສ່​ຈົນ​ຕາຍ. ພວກເພິ່ນ​ຖືກ​ເລື່ອຍ​ເປັນ​ສອງ​ທ່ອນ, ພວກເພິ່ນ​ຖືກ​ຂ້າ​ດ້ວຍ​ດາບ. ພວກເພິ່ນ​ນຸ່ງຫົ່ມ​ໜັງແກະ ແລະ ໜັງ​ແບ້, ຍາກຈົນ, ຖືກ​ຂົ່ມເຫັງ ແລະ ຖືກ​ກົດຂີ່.


ສຸດທ້າຍ​ນີ້, ພວກເຈົ້າ​ທັງຫລາຍ​ຈົ່ງ​ເປັນ​ນ້ຳໜຶ່ງໃຈດຽວກັນ, ຈົ່ງ​ເຫັນອົກເຫັນໃຈກັນ, ຈົ່ງ​ຮັກເຊິ່ງກັນແລະກັນ, ຈົ່ງ​ມີ​ໃຈອ່ອນນ້ອມ ແລະ ຖ່ອມໂຕ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka