Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 13:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ແລະ ພຣະເຢຊູຄຣິດເຈົ້າ​ກໍ​ເໝືອນ​ກັນ ພຣະອົງ​ທົນທຸກ​ຢູ່​ນອກ​ປະຕູ​ເມືອງ​ເພື່ອ​ຊຳລະ​ຄົນ​ຂອງ​ພຣະເຈົ້າ​ໃຫ້​ບໍລິສຸດ​ດ້ວຍ​ເລືອດ​ຂອງ​ພຣະອົງ​ເອງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 ເພາະສະນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ຕາຍ​ທີ່​ນອກ​ປະຕູ​ເມືອງ​ເຊັ່ນກັນ ເພື່ອ​ຊຳລະ​ໄພ່ພົນ​ຂອງ​ພຣະເຈົ້າ​ໃຫ້​ບໍຣິສຸດ ດ້ວຍ​ເລືອດ​ຂອງ​ພຣະອົງ​ເອງ.

Uka jalj uñjjattʼäta Copia luraña




ເຮັບເຣີ 13:12
18 Jak'a apnaqawi uñst'ayäwi  

ພວກເຂົາ​ຈຶ່ງ​ລຸກຂຶ້ນ​ຂັບໄລ່​ພຣະອົງ​ອອກ​ໄປ​ຈາກ​ເມືອງ ແລະ ນຳ​ພຣະອົງ​ໄປ​ຍັງ​ໜ້າຜາ​ຂອງ​ເນີນພູ​ທີ່​ເມືອງ​ຕັ້ງ​ຢູ່​ນັ້ນ ເພື່ອ​ຈະ​ຊຸກ​ພຣະອົງ​ລົງ​ໄປ​ຈາກ​ໜ້າຜາ.


ເພາະ​ເຫັນ​ແກ່​ພວກເຂົາ ຂ້ານ້ອຍ​ຈຶ່ງ​ຊຳລະ​ຕົນ​ໃຫ້​ບໍລິສຸດ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຮັບ​ການຊຳລະ​ໃຫ້​ບໍລິສຸດ​ຢ່າງ​ແທ້ຈິງ​ເໝືອນກັນ.


ແຕ່​ທະຫານ​ຄົນ​ໜຶ່ງ​ເອົາ​ຫອກ​ແທງ​ໃສ່​ຂ້າງ​ຂອງ​ພຣະເຢຊູເຈົ້າ ເລືອດ ແລະ ນ້ຳ​ກໍ​ໄຫລ​ອອກ​ມາ​ທັນທີ.


ແລ້ວ​ລາກ​ເພິ່ນ​ອອກ​ໄປ​ຈາກ​ເມືອງ ແລະ ເລີ່ມ​ແກວ່ງ​ກ້ອນຫີນ​ໃສ່​ເພິ່ນ. ໃນຂະນະ​ດຽວ​ກັນ​ນັ້ນ, ຄົນ​ທັງຫລາຍ​ທີ່​ເປັນ​ພະຍານ​ໄດ້​ພາກັນ​ວາງ​ເສື້ອຄຸມ​ຂອງ​ພວກເຂົາ​ໄວ້​ທີ່​ຕີນ​ຂອງ​ຊາຍໜຸ່ມ​ຄົນ​ໜຶ່ງ​ທີ່​ຊື່​ວ່າ​ໂຊໂລ.


ແລະ ບາງຄົນ​ໃນ​ພວກເຈົ້າ​ກໍ​ເຄີຍ​ເປັນ​ຢ່າງ​ນັ້ນ. ແຕ່​ພວກເຈົ້າ​ໄດ້​ຖືກ​ຊຳລະລ້າງ​ແລ້ວ, ພວກເຈົ້າ​ໄດ້​ຖືກ​ຊຳລະ​ໃຫ້​ບໍລິສຸດ, ພວກເຈົ້າ​ໄດ້​ຖືກ​ນັບ​ເປັນ​ຜູ້ຊອບທຳ​ແລ້ວ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ແລະ ໂດຍ​ພຣະວິນຍານ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ.


ເພື່ອ​ເຮັດ​ໃຫ້​ຄຣິສຕະຈັກ​ບໍລິສຸດ​ໂດຍ​ການ​ຊຳລະ​ຄຣິສຕະຈັກ​ນັ້ນ​ດ້ວຍ​ນ້ຳ​ຜ່ານທາງ​ພຣະຄຳ,


ແລະ ໂດຍ​ຄວາມ​ປະສົງ​ນີ້, ພວກເຮົາ​ທັງຫລາຍ​ຈຶ່ງ​ໄດ້​ຮັບ​ການຊຳລະ​ໃຫ້​ບໍລິສຸດ​ໂດຍ​ການ​ຖວາຍ​ກາຍ​ຂອງ​ພຣະເຢຊູຄຣິດເຈົ້າ​ເປັນ​ເຄື່ອງບູຊາ​ພຽງ​ຄັ້ງ​ດຽວ​ເປັນ​ການສິ້ນສຸດ.


ພວກເຈົ້າ​ຄິດ​ວ່າ​ຜູ້​ທີ່​ຢຽບຢ່ຳ​ພຣະບຸດ​ຂອງ​ພຣະເຈົ້າ, ຜູ້​ທີ່​ປະຕິບັດ​ຕໍ່​ໂລຫິດ​ແຫ່ງ​ພັນທະສັນຍາ​ທີ່​ຊຳລະ​ພວກເຂົາ​ໃຫ້​ບໍລິສຸດ​ນັ້ນ​ເໝືອນ​ບໍ່​ແມ່ນ​ສິ່ງ​ສັກສິດ ແລະ ຜູ້​ທີ່​ດູຖູກ​ພຣະວິນຍານ​ແຫ່ງ​ພຣະຄຸນ​ສົມຄວນ​ໄດ້​ຮັບ​ໂທດ​ໜັກ​ຫລາຍກວ່າ​ນັ້ນ​ຈັກ​ເທົ່າ​ໃດ?


ທັງ​ພຣະອົງ​ຜູ້​ທີ່​ເຮັດ​ໃຫ້​ມະນຸດ​ທັງຫລາຍ​ບໍລິສຸດ​ກັບ​ບັນດາ​ຜູ້​ທີ່​ພຣະອົງ​ເຮັດໃຫ້​ບໍລິສຸດ​ນັ້ນ​ເປັນ​ຄອບຄົວ​ດຽວ​ກັນ. ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ບໍ່​ລະອາຍ​ທີ່​ຈະ​ເອີ້ນ​ພວກເຂົາ​ເຫລົ່ານັ້ນ​ວ່າ​ພີ່ນ້ອງ.


ພວກເຂົາ​ຖືກ​ຢຽບ​ໃນ​ອ່າງຢຽບໝາກອະງຸ່ນ​ຢູ່​ນອກ​ເມືອງ ເລືອດ​ໄຫລລົ້ນ​ອອກຈາກ​ອ່າງຢຽບໝາກອະງຸ່ນ​ນັ້ນ​ສູງ​ເຖິງ​ລະດັບ​ບັງຫງຽນ​ຂອງ​ມ້າ ແລະ ໄຫລ​ໄປ​ປະມານ 3,000 ກິໂລແມັດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka