Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 12:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ຫລາຍ​ກວ່າ​ນັ້ນ, ພວກເຮົາ​ທັງຫລາຍ​ມີ​ພໍ່​ທີ່​ເປັນ​ມະນຸດ ຜູ້​ຕີສອນ​ພວກເຮົາ ແລະ ພວກເຮົາ​ກໍ​ຍັງ​ນັບຖື​ເພິ່ນ​ທີ່​ເຮັດ​ຢ່າງ​ນັ້ນ. ຫລາຍ​ກວ່າ​ນັ້ນ​ຈັກ​ເທົ່າໃດ​ນໍ​ທີ່​ພວກເຮົາ​ຄວນ​ຢູ່​ໃນ​ໂອວາດ​ຂອງ​ພຣະບິດາ​ແຫ່ງ​ຈິດວິນຍານ​ທັງຫລາຍ ແລະ ມີຊີວິດ​ຢູ່!

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ອີກ​ປະການ​ໜຶ່ງ ເຮົາ​ທັງຫລາຍ​ມີ​ພໍ່​ເປັນ​ມະນຸດ​ທີ່​ໄດ້​ຕີສອນ​ພວກເຮົາ ແລະ​ພວກເຮົາ​ກໍ​ນັບຖື​ພໍ່​ນັ້ນ. ຫລາຍກວ່າ​ນັ້ນ​ອີກ ພວກເຮົາ​ຄວນ​ຢູ່​ໃຕ້​ບັງຄັບ​ຂອງ​ພຣະບິດາເຈົ້າ​ແຫ່ງ​ບັນດາ​ວິນຍານ​ຈິດ ແລະ​ມີ​ຊີວິດ​ບໍ່ແມ່ນ​ບໍ?

Uka jalj uñjjattʼäta Copia luraña




ເຮັບເຣີ 12:9
28 Jak'a apnaqawi uñst'ayäwi  

ພຣະອົງ​ກ່າວ​ວ່າ: “ໃນ​ເມືອງ​ໜຶ່ງ​ມີ​ຜູ້ພິພາກສາ​ຄົນ​ໜຶ່ງ​ທີ່​ບໍ່​ຢຳເກງ​ພຣະເຈົ້າ ແລະ ບໍ່​ສົນໃຈ​ສິ່ງ​ທີ່​ມະນຸດ​ຄິດ.


“ເປັນ​ເວລາ​ດົນນານ​ແລ້ວ​ທີ່​ຜູ້​ພິພາກສາ​ຄົນ​ນີ້​ໄດ້​ປະຕິເສດ. ແຕ່​ໃນ​ທີ່ສຸດ ເພິ່ນ​ກໍ​ຄິດ​ໃນ​ໃຈ​ວ່າ, ‘ເຖິງ​ແມ່ນ​ວ່າ​ເຮົາ​ບໍ່​ຢຳເກງ​ພຣະເຈົ້າ ຫລື ບໍ່​ສົນໃຈ​ສິ່ງ​ທີ່​ມະນຸດ​ຄິດ,


ຜູ້​ທີ່​ເກີດ​ຈາກ​ເນື້ອໜັງ​ກໍ​ເປັນ​ເນື້ອໜັງ ແລະ ຜູ້​ທີ່​ເກີດ​ຈາກ​ພຣະວິນຍານ​ກໍ​ເປັນ​ວິນຍານ.


ແຕ່​ເພິ່ນ​ເປັນ​ຜູ້ທຳນວາຍ ແລະ ຮູ້​ວ່າ​ພຣະເຈົ້າ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ກັບ​ເພິ່ນ​ວ່າ​ພຣະອົງ​ຈະ​ຕັ້ງ​ຜູ້​ໜຶ່ງ​ໃນ​ເຊື້ອສາຍ​ຂອງ​ເພິ່ນ​ໃຫ້​ຄອງ​ບັນລັງ​ຂອງ​ເພິ່ນ.


ຂ່າວປະເສີດ​ນັ້ນ​ກ່ຽວກັບ​ພຣະບຸດ​ຂອງ​ພຣະອົງ ຜູ້​ທີ່​ໃນ​ຖານະ​ມະນຸດ ເຊິ່ງ​ເປັນ​ເຊື້ອສາຍ​ຂອງ​ດາວິດ​ຝ່າຍ​ເນື້ອກາຍ,


ເພາະ​ເຮົາ​ປາຖະໜາ​ວ່າ ຖ້າ​ເປັນ​ໄປ​ໄດ້​ຂໍ​ໃຫ້​ເຮົາ​ເອງ​ຖືກ​ສາບແຊ່ງ ແລະ ຖືກ​ຕັດຂາດ​ຈາກ​ພຣະຄຣິດເຈົ້າ ເພື່ອ​ເຫັນ​ແກ່​ພີ່ນ້ອງ​ຂອງ​ເຮົາ​ຜູ້​ເປັນ​ຄົນ​ເຊື້ອຊາດ​ດຽວ​ກັນ​ກັບ​ເຮົາ,


ພວກເຂົາ​ມີ​ບັນພະບຸລຸດ​ຜູ້​ຍິ່ງໃຫຍ່ ແລະ ເມື່ອ​ພຣະຄຣິດເຈົ້າ​ບັງເກີດ​ເປັນ​ມະນຸດ ພຣະອົງ​ກໍ​ສືບເຊື້ອສາຍ​ມາ​ຈາກ​ພວກເຂົາ, ຂໍ​ໃຫ້​ພຣະເຈົ້າ​ຜູ້​ເປັນ​ພຣະເຈົ້າ​ເໜືອ​ສິ່ງ​ສາລະພັດ ຈົ່ງ​ໄດ້​ຮັບ​ການ​ສັນລະເສີນ​ຕະຫລອດໄປ​ເປັນນິດ! ອາແມນ.


ພວກເຈົ້າ​ຈົ່ງ​ຖ່ອມໂຕລົງ​ຕໍ່​ອົງພຣະຜູ້ເປັນເຈົ້າ ແລະ ພຣະອົງ​ຈະ​ຍົກ​ພວກເຈົ້າ​ຂຶ້ນ.


ດັ່ງນັ້ນ ພວກເຈົ້າ​ຈົ່ງ​ຍອມຈຳນົນ​ຕໍ່​ພຣະເຈົ້າ. ຈົ່ງ​ຕໍ່ສູ້​ກັບ​ມານ ແລະ ມັນ​ຈະ​ໜີ​ໄປ​ຈາກ​ພວກເຈົ້າ​ໄປ.


ເຫດສະນັ້ນ, ພວກເຈົ້າ​ຈົ່ງ​ຖ່ອມໂຕ​ລົງ​ຢູ່​ພາຍໃຕ້​ມື​ອັນ​ມີ​ລິດ​ຂອງ​ພຣະເຈົ້າ ເພື່ອ​ວ່າ​ພຣະອົງ​ຈະ​ຍົກ​ພວກເຈົ້າ​ຂຶ້ນ​ເມື່ອ​ເຖິງ​ເວລາ​ອັນ​ສົມຄວນ.


ເທວະດາ​ນັ້ນ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ຂໍ້ຄວາມ​ເຫລົ່ານີ້​ເຊື່ອຖືໄດ້ ແລະ ເປັນ​ຄວາມ​ຈິງ. ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຜູ້​ທີ່​ດົນໃຈ​ບັນດາ​ຜູ້ທຳນວາຍ​ນັ້ນ, ພຣະອົງ​ໄດ້​ສົ່ງ​ເທວະດາ​ຂອງ​ພຣະອົງ​ມາ​ສະແດງ​ແກ່​ບັນດາ​ຜູ້ຮັບໃຊ້​ຂອງ​ພຣະອົງ​ໃຫ້​ເຫັນ​ສິ່ງ​ຕ່າງໆ​ທີ່​ຈະ​ຕ້ອງ​ເກີດຂຶ້ນ​ໃນ​ໄວໆ​ນີ້”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka