Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 12:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ແລະ ພວກເຈົ້າ​ໄດ້​ລືມ​ຖ້ອຍຄຳ​ແຫ່ງ​ການ​ໃຫ້​ກຳລັງໃຈ​ທີ່​ເວົ້າ​ກັບ​ພວກເຈົ້າ​ໃນ​ຖານະ​ພໍ່​ເວົ້າ​ກັບ​ລູກ​ຂອງ​ຕົນ​ແລ້ວ​ບໍ? ທີ່​ກ່າວ​ວ່າ, “ລູກ​ຂອງ​ເຮົາ​ເອີຍ, ຢ່າ​ລະເລີຍ​ຕໍ່​ການຕີສອນ​ຂອງ​ອົງພຣະຜູ້ເປັນເຈົ້າ, ແລະ ຢ່າ​ທໍ້ຖອຍໃຈ​ເມື່ອ​ພຣະອົງ​ຕຳໜິ​ເຈົ້າ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ແລະ​ພວກເຈົ້າ​ໄດ້​ລືມ​ຄຳເຕືອນ ທີ່​ພຣະອົງ​ໄດ້​ຊົງ​ເຕືອນ​ໃນ​ຖານະ​ທີ່​ເປັນ​ລູກ​ວ່າ, “ລູກ​ຂອງເຮົາ​ເອີຍ ຢ່າ​ປະໝາດ​ຕໍ່​ການ​ຕີສອນ​ ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ຢ່າ​ນ້ອຍໃຈ​ເມື່ອ​ພຣະອົງ​ ຊົງ​ຕິຕຽນ​ເຈົ້າ.

Uka jalj uñjjattʼäta Copia luraña




ເຮັບເຣີ 12:5
33 Jak'a apnaqawi uñst'ayäwi  

ພຣະອົງ​ບໍ່​ໄດ້​ຢູ່​ທີ່​ນີ້, ພຣະອົງ​ເປັນຄືນມາ​ແລ້ວ! ຈົ່ງ​ລະນຶກ​ເຖິງ​ສິ່ງ​ທີ່​ພຣະອົງ​ໄດ້​ບອກ​ພວກເຈົ້າ​ໄວ້​ໃນຂະນະ​ທີ່​ພຣະອົງ​ຍັງ​ຢູ່​ກັບ​ພວກເຈົ້າ​ໃນ​ແຂວງ​ຄາລີເລ​ວ່າ:


ແລ້ວ​ພວກເຂົາ​ຈຶ່ງ​ລະນຶກ​ເຖິງ​ຖ້ອຍຄຳ​ຂອງ​ພຣະອົງ.


ເຖິງ​ຢ່າງໃດ​ກໍ​ຕາມ ເມື່ອ​ອົງພຣະຜູ້ເປັນເຈົ້າ​ພິພາກສາ​ພວກເຮົາ​ໃນ​ວິທີ​ນີ້, ພຣະອົງ​ຕີສອນ​ພວກເຮົາ ເພື່ອ​ວ່າ​ໃນ​ທີ່ສຸດ​ພວກເຮົາ​ຈະ​ບໍ່​ໄດ້​ຖືກ​ຕັດສິນລົງໂທດ​ຮ່ວມ​ກັບ​ໂລກ.


ຢ່າ​ໃຫ້​ພວກເຮົາ​ເມື່ອຍລ້າ​ໃນ​ການເຮັດດີ, ເພາະ​ຖ້າ​ພວກເຮົາ​ບໍ່​ທໍ້ຖອຍ ພວກເຮົາ​ກໍ​ຈະ​ເກັບກ່ຽວ​ຜົນ​ໃນ​ເວລາ​ອັນ​ເໝາະສົມ.


ໃນ​ທ່າມກາງ​ຄົນ​ເຫລົ່ານີ້​ມີ​ຮີເມນາໂຢ ແລະ ອາເລັກຊັນເດີ, ຜູ້​ທີ່​ເຮົາ​ໄດ້​ມອບ​ໃຫ້​ຊາຕານ​ເພື່ອ​ພວກເຂົາ​ຈະ​ໄດ້​ຮຽນຮູ້​ທີ່​ຈະ​ບໍ່​ໝິ່ນປະໝາດ​ພຣະເຈົ້າ.


ຈົ່ງ​ອົດທົນ​ຕໍ່​ຄວາມລຳບາກ​ໂດຍ​ຖື​ວ່າ​ເປັນ​ການຕີສອນ. ພຣະເຈົ້າ​ປະຕິບັດ​ຕໍ່​ພວກເຈົ້າ​ໃນ​ຖານະ​ເປັນ​ລູກ​ຂອງ​ພຣະອົງ. ເພາະ​ມີ​ລູກ​ຄົນ​ໃດ​ທີ່​ພໍ່​ບໍ່​ເຄີຍ​ຕີສອນ?


ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ຂໍຮ້ອງ​ພວກເຈົ້າ​ໃຫ້​ອົດທົນ​ຟັງ​ຄຳ​ເຕືອນສະຕິ​ຂອງ​ເຮົາ ເພາະ​ເຮົາ​ໄດ້​ຂຽນ​ເຖິງ​ພວກເຈົ້າ​ພຽງ​ແຕ່​ສັ້ນໆ.


ຄວາມສຸກ​ມີ​ແກ່​ຜູ້​ທີ່​ອົດທົນ​ຕໍ່​ການທົດລອງ ເພາະ​ເມື່ອ​ຜ່ານ​ການທົດສອບ​ແລ້ວ​ຜູ້​ນັ້ນ​ກໍ​ຈະ​ໄດ້​ຮັບ​ມົງກຸດ​ແຫ່ງ​ຊີວິດ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ສັນຍາ​ໄວ້​ກັບ​ບັນດາ​ຜູ້​ທີ່​ຮັກ​ພຣະອົງ.


ບັນດາ​ຜູ້​ທີ່​ເຮົາ​ຮັກ ເຮົາ​ກໍ​ຕັກເຕືອນ ແລະ ຕີສອນ. ດັ່ງນັ້ນ ຈົ່ງ​ກະຕືລືລົ້ນ ແລະ ກັບໃຈ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka