Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 12:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ໃນ​ການຕໍ່ສູ້​ກັບ​ຄວາມບາບ​ນັ້ນ, ພວກເຈົ້າ​ຍັງ​ບໍ່​ໄດ້​ຕໍ່ສູ້​ຈົນ​ເຖິງ​ຂັ້ນ​ເລືອດ​ຕົກ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ໃນ​ການ​ຕໍ່ສູ້​ກັບ​ບາບ​ນັ້ນ ເຈົ້າ​ທັງຫລາຍ​ບໍ່ໄດ້​ຕໍ່ສູ້​ເຖິງ​ຂະໜາດ​ເລືອດ​ຕົກ.

Uka jalj uñjjattʼäta Copia luraña




ເຮັບເຣີ 12:4
12 Jak'a apnaqawi uñst'ayäwi  

“ແລ້ວ​ພວກເຈົ້າ​ຈະ​ຖືກ​ມອບ​ໄວ້​ໃຫ້​ຖືກ​ຂົ່ມເຫັງ ແລະ ຂ້າ, ທຸກ​ຊົນຊາດ​ຈະ​ກຽດຊັງ​ພວກເຈົ້າ​ເພາະ​ເຫັນ​ແກ່​ເຮົາ.


ບໍ່​ມີ​ການທົດລອງ​ໃດໆ​ເກີດຂຶ້ນ​ກັບ​ພວກເຈົ້າ​ທັງຫລາຍ ນອກຈາກ​ການທົດລອງ​ທີ່​ເກີດຂຶ້ນ​ກັບ​ມະນຸດ​ທົ່ວໄປ. ແລະ ພຣະເຈົ້າ​ສັດຊື່; ພຣະອົງ​ຈະ​ບໍ່​ປ່ອຍ​ໃຫ້​ພວກເຈົ້າ​ຖືກ​ທົດລອງ​ເກີນກວ່າ​ສິ່ງ​ພວກເຈົ້າ​ຈະ​ທົນ​ໄດ້. ແຕ່​ເມື່ອ​ພວກເຈົ້າ​ຖືກ​ທົດລອງ ພຣະອົງ​ຈະ​ໃຫ້​ພວກເຈົ້າ​ມີ​ທາງ​ອອກ​ດ້ວຍ ເພື່ອ​ພວກເຈົ້າ​ຈະ​ສາມາດ​ອົດທົນ​ຕໍ່​ການທົດລອງ​ນັ້ນ​ໄດ້.


ແລະ ເມື່ອ​ປາກົດ​ໃນ​ຮ່າງ​ມະນຸດ, ພຣະອົງ​ໄດ້​ຖ່ອມ​ພຣະອົງ​ເອງ​ລົງ ໂດຍ​ຍອມ​ເຊື່ອຟັງ​ຈົນ​ເຖິງ​ຄວາມຕາຍ ແມ່ນແຕ່​ຄວາມຕາຍ​ເທິງ​ໄມ້ກາງແຂນ!


ໃຫ້​ພວກເຮົາ​ປັກຕາ​ເບິ່ງ​ທີ່​ພຣະເຢຊູເຈົ້າ, ພຣະອົງ​ເປັນ​ຜູ້​ບຸກເບີກ​ຄວາມເຊື່ອ ແລະ ເປັນ​ຜູ້​ເຮັດໃຫ້​ຄວາມເຊື່ອ​ສົມບູນ. ເພາະ​ເຫັນ​ແກ່​ຄວາມຍິນດີ​ທີ່​ຕັ້ງ​ໄວ້​ຢູ່​ຕໍ່ໜ້າ​ພຣະອົງ ພຣະອົງ​ຈຶ່ງ​ໄດ້​ອົດທົນ​ຕໍ່​ໄມ້ກາງແຂນ ແລະ ບໍ່​ໃສ່ໃຈ​ໃນ​ຄວາມອັບອາຍ​ຂອງ​ໄມ້ກາງແຂນ ແລະ ໄດ້​ນັ່ງ​ລົງ​ທີ່​ເບື້ອງຂວາ​ຂອງ​ບັນລັງ​ຂອງ​ພຣະເຈົ້າ.


ດັ່ງນັ້ນ ໃຫ້​ພວກເຮົາ​ທັງຫລາຍ​ອອກ​ໄປ​ຫາ​ພຣະອົງ​ທີ່​ນອກ​ຄ້າຍ, ແບກ​ຮັບ​ຄວາມອັບອາຍ​ທີ່​ພຣະອົງ​ໄດ້​ແບກ​ໄວ້​ນັ້ນ.


ພວກເຂົາ​ໄດ້​ຊະນະ​ພະຍານາກ ໂດຍ​ໂລຫິດ​ຂອງ​ລູກແກະ​ຂອງ​ພຣະເຈົ້າ ແລະ ໂດຍ​ຄຳພະຍານ​ຂອງ​ພວກເຂົາ​ເອງ, ພວກເຂົາ​ບໍ່​ໄດ້​ຮັກ​ຊີວິດ​ຂອງ​ຕົນເອງ​ຫລາຍ ແມ່ນແຕ່​ຄວາມຕາຍ​ພວກເຂົາ​ກໍ​ບໍ່​ຢ້ານ.


ຂ້າພະເຈົ້າ​ເຫັນ​ແມ່ຍິງ​ຄົນ​ນັ້ນ​ເມົາ​ດ້ວຍ​ເລືອດ​ຂອງ​ບັນດາ​ຜູ້​ບໍລິສຸດ​ຂອງ​ພຣະເຈົ້າ, ເລືອດ​ຂອງ​ບັນດາ​ຜູ້​ທີ່​ເປັນ​ພະຍານ​ເພື່ອ​ພຣະເຢຊູເຈົ້າ. ເມື່ອ​ຂ້າພະເຈົ້າ​ເຫັນ​ນາງ​ແລ້ວ​ກໍ​ປະຫລາດໃຈ​ຫລາຍ.


ໃນ​ເມືອງ​ນີ້​ພົບ​ໄດ້​ແຕ່​ເລືອດ​ຂອງ​ບັນດາ​ຜູ້ທຳນວາຍ ແລະ ເລືອດ​ຂອງ​ຜູ້​ບໍລິສຸດ​ຂອງ​ພຣະເຈົ້າ ແລະ ເລືອດ​ຂອງ​ທຸກຄົນ​ທີ່​ຖືກ​ຂ້າ​ເທິງ​ແຜ່ນດິນໂລກ”.


ເຮົາ​ຮູ້​ວ່າ​ເຈົ້າ​ອາໄສ​ຢູ່​ບ່ອນ​ໃດ ຄື​ບ່ອນ​ທີ່​ຊາຕານ​ຄອງ​ບັນລັງ. ແຕ່​ເຈົ້າ​ກໍ​ຍັງ​ສັດຊື່​ຕໍ່​ນາມ​ຂອງ​ເຮົາ. ເຈົ້າ​ບໍ່​ໄດ້​ປະຖິ້ມ​ຄວາມເຊື່ອ​ຂອງ​ເຈົ້າ​ທີ່​ມີ​ໃນ​ເຮົາ, ບໍ່​ວ່າ​ແມ່ນແຕ່​ໃນ​ວັນ​ທີ່​ອັນຕີປາ ຜູ້​ເປັນ​ພະຍານ​ທີ່​ສັດຊື່​ຂອງ​ເຮົາ​ໄດ້​ຖືກ​ຂ້າຕາຍ​ຢູ່​ໃນ​ເມືອງ​ຂອງ​ເຈົ້າ ຄື​ບ່ອນ​ທີ່​ຊາຕານ​ຢູ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka