Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 12:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ຈົ່ງ​ພິຈາລະນາ​ເຖິງ​ພຣະອົງ​ຜູ້​ໄດ້​ອົດທົນ​ຕໍ່​ການຕໍ່ຕ້ານ​ຢ່າງ​ນັ້ນ​ຈາກ​ຄົນບາບ​ທັງຫລາຍ, ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ບໍ່​ອິດເມື່ອຍ ແລະ ທໍ້ຖອຍ​ໃຈ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ຈົ່ງ​ພິຈາລະນາ​ຄິດເຖິງ​ພຣະອົງ ຜູ້​ຊົງ​ໄດ້​ອົດທົນ​ຕໍ່​ການ​ຂັດຂວາງ​ຂອງ​ຄົນ​ບາບ​ທີ່​ຕໍ່ສູ້​ພຣະອົງ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ບໍ່​ໝົດ​ກຳລັງ​ໃຈ.

Uka jalj uñjjattʼäta Copia luraña




ເຮັບເຣີ 12:3
46 Jak'a apnaqawi uñst'ayäwi  

ບຸດມະນຸດ​ມາ​ທັງ​ກິນ ແລະ ດື່ມ ແລະ ພວກເຂົາ​ກໍ​ເວົ້າ​ວ່າ, ‘ເບິ່ງ​ແມ ລາວ​ເປັນ​ຄົນ​ກິນ​ຫລາຍ ແລະ ຄົນມັກເມົາ, ທັງ​ເປັນ​ເພື່ອນ​ຂອງ​ຄົນເກັບພາສີ ແລະ ຄົນບາບ​ທັງຫລາຍ’. ແຕ່​ສະຕິປັນຍາ​ຂອງ​ພຣະອົງ​ກໍ​ໄດ້​ຮັບ​ການ​ພິສູດ​ແລ້ວ​ວ່າ​ຖືກຕ້ອງ​ໂດຍ​ຜົນ​ຂອງ​ປັນຍາ​ນັ້ນ​ເອງ”.


ແຕ່​ເມື່ອ​ພວກ​ຟາຣີຊາຍ​ໄດ້​ຍິນ​ເລື່ອງ​ນີ້, ພວກເຂົາ​ກໍ​ເວົ້າ​ວ່າ, “ໂດຍ​ອຳນາດ​ຂອງ​ເບເອນເຊບູນ ນາຍ​ຂອງ​ຜີມານຮ້າຍ​ເທົ່ານັ້ນ ລູກສິດ​ຜູ້​ນີ້​ຈຶ່ງ​ຂັບໄລ່​ພວກ​ຜີມານຮ້າຍ​ອອກ​ໄດ້”.


“ເປັນຫຍັງ​ພວກສາວົກ​ຂອງ​ທ່ານ​ຈຶ່ງ​ບໍ່​ປະຕິບັດ​ຕາມ​ຄຳສັ່ງສອນ​ຂອງ​ພວກ​ເຖົ້າແກ່? ພວກເຂົາ​ບໍ່​ໄດ້​ລ້າງ​ມື​ກ່ອນ​ກິນ​ອາຫານ!”


ພຣະເຢຊູເຈົ້າ​ເຂົ້າ​ໄປ​ໃນ​ເດີ່ນ​ວິຫານ ແລະ ໃນ​ຂະນະ​ທີ່​ພຣະອົງ​ສັ່ງສອນ​ຢູ່​ນັ້ນ ພວກຫົວໜ້າ​ປະໂລຫິດ ແລະ ພວກ​ເຖົ້າແກ່​ຂອງ​ປະຊາຊົນ​ກໍ​ມາ​ຫາ​ພຣະອົງ. ພວກເຂົາ​ໄດ້​ຖາມ​ວ່າ, “ເຈົ້າ​ເຮັດ​ສິ່ງ​ເຫລົ່ານີ້​ດ້ວຍ​ສິດອຳນາດ​ໃດ? ແລະ ຜູ້ໃດ​ໃຫ້​ສິດອຳນາດ​ນີ້​ແກ່​ເຈົ້າ?”


ພວກເຂົາ​ຈຶ່ງ​ຊອກຫາ​ທາງ​ທີ່​ຈະ​ຈັບ​ພຣະອົງ, ແຕ່​ຍ້ອນ​ພວກເຂົາ​ຢ້ານ​ປະຊາຊົນ ເພາະ​ປະຊາຊົນ​ຖື​ວ່າ​ພຣະອົງ​ເປັນ​ຜູ້ທຳນວາຍ.


ແລ້ວ​ພວກ​ຟາຣີຊາຍ​ຈຶ່ງ​ອອກ​ໄປ​ວາງແຜນ​ກັນ​ເພື່ອ​ຈັບຜິດ​ຖ້ອຍຄຳ​ຂອງ​ພຣະອົງ.


ໃນ​ວັນຊະບາໂຕ​ວັນ​ໜຶ່ງ, ເມື່ອ​ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ກິນ​ອາຫານ​ໃນ​ເຮືອນ​ຂອງ​ຜູ້ນຳ​ຊາວ​ຟາຣີຊາຍ​ຄົນ​ໜຶ່ງ, ພຣະອົງ​ຖືກ​ຕິດຕາມ​ເບິ່ງ​ຢ່າງ​ໃກ້ຊິດ.


ແຕ່​ພວກ​ຟາຣີຊາຍ ແລະ ພວກ​ຄູສອນກົດບັນຍັດ​ໄດ້​ຈົ່ມ​ວ່າ, “ຊາຍ​ຄົນ​ນີ້​ໄດ້​ຕ້ອນຮັບ​ພວກ​ຄົນບາບ ແລະ ຮ່ວມ​ກິນ​ອາຫານ​ກັບ​ພວກເຂົາ”.


ຝ່າຍ​ພວກ​ຟາຣີຊາຍ​ຜູ້​ທີ່​ຮັກເງິນ​ເມື່ອ​ໄດ້​ຍິນ​ເລື່ອງ​ທັງ​ໝົດ​ນີ້​ແລ້ວ​ກໍ​ເຢາະເຢີ້ຍ​ພຣະເຢຊູເຈົ້າ.


ຫລັງຈາກ​ນັ້ນ ຊີເມໂອນ​ໄດ້​ອວຍພອນ​ພວກເພິ່ນ ແລະ ກ່າວ​ກັບ​ນາງ​ມາຣີ​ແມ່​ຂອງ​ເດັກນ້ອຍ​ນັ້ນ​ວ່າ, “ເດັກນ້ອຍ​ຄົນ​ນີ້​ຖືກ​ກຳນົດ​ໄວ້​ເພື່ອ​ເຮັດ​ໃຫ້​ຄົນ​ອິດສະຣາເອນ​ລົ້ມ​ລົງ ແລະ ລຸກ​ຂຶ້ນ, ແລະ ຖືກ​ກຳນົດ​ໄວ້​ໃຫ້​ເປັນ​ໝາຍສຳຄັນ​ທີ່​ຈະ​ຖືກ​ເວົ້າ​ຕໍ່ຕ້ານ,


ພວກ​ຟາຣີຊາຍ​ກັບ​ພວກ​ຄູສອນກົດບັນຍັດ​ຈຶ່ງ​ເລີ່ມ​ຄິດໃນໃຈ​ວ່າ, “ຄົນ​ທີ່​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ​ຄົນ​ນີ້​ແມ່ນ​ຜູ້ໃດ? ນອກຈາກ​ພຣະເຈົ້າ​ແລ້ວ​ຈະ​ມີ​ຜູ້ໃດ​ສາມາດ​ອະໄພ​ບາບ​ໄດ້?”


ຫລາຍຄົນ​ໃນ​ພວກເຂົາ​ເວົ້າ​ວ່າ, “ລາວ​ຖືກ​ຜີມານຮ້າຍ​ສິງ​ຢູ່ ແລະ ກຳລັງ​ເປັນ​ບ້າ. ຟັງ​ລາວ​ເຮັດຫຍັງ?”


ເມື່ອ​ພຣະເຢຊູເຈົ້າ​ກ່າວ​ຢ່າງ​ນັ້ນ​ແລ້ວ, ເຈົ້າໜ້າທີ່​ຄົນ​ໜຶ່ງ​ທີ່​ຢືນ​ຢູ່​ໃກ້​ນັ້ນ​ກໍ​ຕົບ​ໜ້າ​ພຣະອົງ ແລະ ຖາມ​ວ່າ, “ເຈົ້າ​ຕອບ​ມະຫາ​ປະໂລຫິດ​ຢ່າງ​ນີ້​ບໍ?”


ດັ່ງນັ້ນ, ເພາະ​ພຣະເຢຊູເຈົ້າ​ໄດ້​ກະທຳ​ສິ່ງ​ເຫລົ່ານີ້​ໃນ​ວັນ​ຊະບາໂຕ ພວກຜູ້ນຳ​ຢິວ​ຈຶ່ງ​ເລີ່ມ​ຂົ່ມເຫັງ​ພຣະອົງ.


ຢູ່​ທ່າມກາງ​ປະຊາຊົນ​ນັ້ນ​ຕ່າງ​ກໍ​ມີ​ສຽງກະຊິບ​ກ່ຽວກັບ​ພຣະອົງ​ກະຈາຍ​ໄປ. ບາງຄົນ​ກໍ​ເວົ້າ​ວ່າ, “ລາວ​ເປັນ​ຄົນ​ດີ”. ສ່ວນ​ຄົນ​ອື່ນ​ກໍ​ເວົ້າ​ວ່າ, “ບໍ່​ແມ່ນ, ລາວ​ຫລອກລວງ​ປະຊາຊົນ”.


ພວກ​ຟາຣີຊາຍ​ຈຶ່ງ​ທ້າທາຍ​ພຣະອົງ​ວ່າ, “ເບິ່ງແມ! ທ່ານ​ເປັນ​ພະຍານ​ໃຫ້​ແກ່​ຕົນເອງ ຄຳພະຍານ​ຂອງ​ທ່ານ​ກໍ​ເຊື່ອຖື​ບໍ່​ໄດ້”.


ເມື່ອ​ພວກ​ຢິວ​ໄດ້​ຍິນ​ຢ່າງ​ນີ້​ກໍ​ຮ້ອງ​ຂຶ້ນ​ວ່າ, “ດຽວນີ້​ພວກເຮົາ​ຮູ້​ແລ້ວ​ວ່າ​ຜີມານຮ້າຍ​ສິງ​ເຈົ້າ​ຢູ່! ອັບຣາຮາມ​ໄດ້​ຕາຍ​ໄປ​ແລ້ວ ແລະ ບັນດາ​ຜູ້ທຳນວາຍ​ກໍ​ໄດ້​ຕາຍ​ໄປ​ແລ້ວ​ເໝືອນກັນ, ແຕ່​ເຈົ້າ​ມາ​ເວົ້າ​ວ່າ​ຜູ້ໃດ​ກໍ​ຕາມ​ປະຕິບັດ​ຕາມ​ຄຳ​ຂອງ​ເຈົ້າ​ຜູ້​ນັ້ນ​ຈະ​ບໍ່​ໄດ້​ຊິມ​ລົດ​ຄວາມຕາຍ​ຈັກເທື່ອ.


ດັ່ງນັ້ນ ພວກເຂົາ​ຈຶ່ງ​ຈັບ​ເອົາ​ກ້ອນຫີນ​ຂຶ້ນ​ມາ​ເພື່ອ​ຈະ​ແກວ່ງ​ໃສ່​ພຣະອົງ, ແຕ່​ພຣະເຢຊູເຈົ້າ​ຫລີກໜີ ແລະ ອອກໄປ​ຈາກ​ບໍລິເວນ​ວິຫານ.


ພວກ​ຟາຣີຊາຍ​ບາງຄົນ​ທີ່​ຢູ່​ກັບ​ພຣະອົງ​ໄດ້​ຍິນ​ດັ່ງນັ້ນ ຈຶ່ງ​ຖາມ​ວ່າ, “ແມ່ນຫຍັງ? ພວກເຮົາ​ກໍ​ຕາບອດ​ເໝືອນກັນ​ບໍ?”


ເຫດສະນັ້ນ ພີ່ນ້ອງ​ທີ່ຮັກ​ຂອງ​ເຮົາ​ເອີຍ, ຈົ່ງ​ຕັ້ງໝັ້ນ​ຢູ່. ຢ່າ​ໃຫ້​ສິ່ງໃດ​ເຮັດ​ໃຫ້​ພວກເຈົ້າ​ຫວັ່ນໄຫວ. ຈົ່ງ​ທຸ້ມເທ​ພວກເຈົ້າ​ເອງ​ຢ່າງ​ເຕັມທີ່​ໃຫ້​ກັບ​ງານ​ຂອງ​ອົງພຣະຜູ້ເປັນເຈົ້າ, ເພາະ​ພວກເຈົ້າ​ຮູ້​ແລ້ວ​ວ່າ​ໃນ​ອົງພຣະຜູ້ເປັນເຈົ້າ ການງານ​ຂອງ​ພວກເຈົ້າ​ນັ້ນ​ບໍ່​ໄດ້​ໄຮ້ປະໂຫຍດ.


ເຫດສະນັ້ນ ເພາະ​ໂດຍ​ພຣະ​ເມດຕາ​ຂອງ​ພຣະເຈົ້າ ພວກເຮົາ​ມີ​ພັນທະກິດ​ນີ້, ພວກເຮົາ​ຈຶ່ງ​ບໍ່​ທໍ້ຖອຍ​ໃຈ.


ເຫດສະນັ້ນ ພວກເຮົາ​ຈຶ່ງ​ບໍ່​ທໍ້ຖອຍໃຈ. ເຖິງແມ່ນ​ວ່າ​ກາຍ​ພາຍນອກ​ຂອງ​ພວກເຮົາ​ກຳລັງ​ຊຸດໂຊມ​ລົງ ແຕ່​ຈິດໃຈ​ພາຍໃນ​ຂອງ​ພວກເຮົາ​ກໍ​ກຳລັງ​ຟື້ນ​ຂຶ້ນ​ໃໝ່​ທຸກວັນ.


ຢ່າ​ໃຫ້​ພວກເຮົາ​ເມື່ອຍລ້າ​ໃນ​ການເຮັດດີ, ເພາະ​ຖ້າ​ພວກເຮົາ​ບໍ່​ທໍ້ຖອຍ ພວກເຮົາ​ກໍ​ຈະ​ເກັບກ່ຽວ​ຜົນ​ໃນ​ເວລາ​ອັນ​ເໝາະສົມ.


ແລະ ສຳລັບ​ພວກເຈົ້າ​ນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ຢ່າ​ອິດເມື່ອຍ​ທີ່​ຈະ​ເຮັດ​ສິ່ງ​ດີ.


ໃຫ້​ພວກເຮົາ​ປັກຕາ​ເບິ່ງ​ທີ່​ພຣະເຢຊູເຈົ້າ, ພຣະອົງ​ເປັນ​ຜູ້​ບຸກເບີກ​ຄວາມເຊື່ອ ແລະ ເປັນ​ຜູ້​ເຮັດໃຫ້​ຄວາມເຊື່ອ​ສົມບູນ. ເພາະ​ເຫັນ​ແກ່​ຄວາມຍິນດີ​ທີ່​ຕັ້ງ​ໄວ້​ຢູ່​ຕໍ່ໜ້າ​ພຣະອົງ ພຣະອົງ​ຈຶ່ງ​ໄດ້​ອົດທົນ​ຕໍ່​ໄມ້ກາງແຂນ ແລະ ບໍ່​ໃສ່ໃຈ​ໃນ​ຄວາມອັບອາຍ​ຂອງ​ໄມ້ກາງແຂນ ແລະ ໄດ້​ນັ່ງ​ລົງ​ທີ່​ເບື້ອງຂວາ​ຂອງ​ບັນລັງ​ຂອງ​ພຣະເຈົ້າ.


ແລະ ພວກເຈົ້າ​ໄດ້​ລືມ​ຖ້ອຍຄຳ​ແຫ່ງ​ການ​ໃຫ້​ກຳລັງໃຈ​ທີ່​ເວົ້າ​ກັບ​ພວກເຈົ້າ​ໃນ​ຖານະ​ພໍ່​ເວົ້າ​ກັບ​ລູກ​ຂອງ​ຕົນ​ແລ້ວ​ບໍ? ທີ່​ກ່າວ​ວ່າ, “ລູກ​ຂອງ​ເຮົາ​ເອີຍ, ຢ່າ​ລະເລີຍ​ຕໍ່​ການຕີສອນ​ຂອງ​ອົງພຣະຜູ້ເປັນເຈົ້າ, ແລະ ຢ່າ​ທໍ້ຖອຍໃຈ​ເມື່ອ​ພຣະອົງ​ຕຳໜິ​ເຈົ້າ,


ເຫດສະນັ້ນ ພີ່ນ້ອງ​ຜູ້​ບໍລິສຸດ​ທັງຫລາຍ, ຜູ້​ຮ່ວມ​ໃນ​ການ​ເອີ້ນ​ຈາກ​ສະຫວັນ, ຈົ່ງ​ໃຫ້​ຄວາມຄິດ​ຂອງ​ພວກເຈົ້າ​ຈົດຈໍ່​ຢູ່​ທີ່​ພຣະເຢຊູເຈົ້າ, ຜູ້​ທີ່​ພວກເຮົາ​ຍອມຮັບ​ວ່າ​ເປັນ​ອັກຄະສາວົກ ແລະ ເປັນ​ມະຫາ​ປະໂລຫິດ​ຂອງ​ພວກເຮົາ.


ເມື່ອ​ພວກເຂົາ​ກ່າວ​ດູຖູກ​ພຣະອົງ, ພຣະອົງ​ກໍ​ບໍ່​ໄດ້​ຕອບໂຕ້, ເມື່ອ​ພຣະອົງ​ທົນທຸກທໍລະມານ, ພຣະອົງ​ກໍ​ບໍ່​ໄດ້​ຂົ່ມຂູ່, ແຕ່​ກົງກັນຂ້າມ, ພຣະອົງ​ໄດ້​ມອບ​ພຣະອົງ​ເອງ​ໄວ້​ກັບ​ພຣະເຈົ້າ​ຜູ້​ພິພາກສາ​ຢ່າງ​ຍຸຕິທຳ.


ເຈົ້າ​ໄດ້​ອົດທົນບາກບັ່ນ ແລະ ອົດທົນ​ຕໍ່​ຄວາມຍາກລໍາບາກ​ເພື່ອ​ນາມ​ຂອງ​ເຮົາ ແລະ ເຈົ້າ​ກໍ​ບໍ່​ໄດ້​ເມື່ອຍລ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka